Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຖິງ​ຜູ້​ຊາຍ ຫຼື ຜູ້​ເປັນ​ພໍ່​ທຸກ​ຄົນ
Anonymous

Date:
ເຖິງ​ຜູ້​ຊາຍ ຫຼື ຜູ້​ເປັນ​ພໍ່​ທຸກ​ຄົນ

 ເວົ້າ​ເຖິງ​ການ​ຮັກສາ​ສຸຂະພາບ ​ແລະການ​ພັດທະນາ​ເດັກນ້ອຍ​ໃນ​ແຕ່​ລະ​ຄອບຄົວຫຼາຍ​ຄົນ​ກໍ​ຈະ​ຫັນ​ໜ້າ​ໄປ​ຫາ​ແມ່​ຍິງຊຶ່ງ​ເປັນ​ແມ່​ເຮືອນຫຼື​ແມ່​ເດັກນ້ອຍ​ໃນ​ທັນທີ​ໂລດ ​ແລະຖ້າ​ເປັນ​ແບບ​ນັ້ນ​ແທ້ກໍ່​ຈະ​ຖື​ວ່າ​ເມ່ນ​​ເລື້ອງ​ທີ່​ບໍ່​ຖືກຕ້ອງ​ເໝາະ​ສົມ​ເສຍ​ແລ້ວ.

​     ໂລກ​ສູ່​ມື້​ນີ້​ໄດ້​ໄຂ​ປ່ອງ​ເປີດ​ແປວ​ໃຫ້​ແມ່ຍິງ​ມີ​ອາຊີບມີ​ວຽກ​ເຮັດ​ງານ​ທຳມີ​ຄວາມ​ຮັບຜິດຊອບຕໍ່​ສັງຄົມ​ກ້ວາງ​ຂວາງ​ກວ່າ​ເກົ່ານອກ​ເໜືອ​ໄປ​ຈາກ​ພາລະ​ແບກ​ຫາບ​ໃນ​ຄອບຄົວ​ດັ່ງ​ທີ່​ເຄີຍ​ມີ​ມາ.ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ກະສິກຳ ​ແລະຫັດຖະກຳຜູ້ຍິງ​ຕ້ອງ​ໄດ້​ເຮັດ​ນາ, ​ເຮັດ​ໄຮ່, ລ້ຽງສັດ, ຕ່ຳຫູກ, ສາວ​ໄໝ, ​ເຂັນຝ້າຍ, ຈັກສານຕະຫຼອດ​ຈົນ​ນຳ​ເອົາ​ຜົນ​ຜະລິດ​ໄປ​ຂາຍ​ໃນ​ທ້ອງ​ຕະຫຼາດ. ​ໃນ​ໂຮງງານ​ອຸດ​ສາ​ຫະກຳວຽກ​ງານ​ສຳລັບ​ຜູ້ຍິງ​ກໍ​ທະວີຄູນ​ຂຶ້ນ​ຢ່າງ​ວ່ອງ​ໄວ.​ແມ່ຍິງ​ບໍ່​ພຽງ​ແຕ່​ຕ້ອງ​ດິນ​ຮົນ​ຫາ​ວຽກ​ເຮັດ​ງານ​ທຳ​ເພື່ອ​ຊ່ວຍ​ຜົວ​ໃນ​ການ​ລ້ຽງ​ຊີບຫາກ​ຍັງ​ແບກ​ຫາບ​ພາລະ​ໃນ​ເຮືອນຕັກ​ນ້ຳຫາ​ຟືນໜຶ່ງ​ເຂົ້າ​ເປົ່າ​ໄຟ​ແຕ່ງ​ຢູ່​ຄົວກິນ, ຊັກ​ເຄື່ອງທຳ​ຄວາ​ມສະອາດ​ເຮືອນ​ຊານ​ກາງ​ບ້ານ ​ແລະປະຕິບັດ​ໜ້າ​ທີ່ດູ​ແລສຸກ​ທຸກ​ຂອງ​ສະມາຊິກ​ໃນ​ຄອບຄົວ​ທຸກ​ຄົນ​ອີກ​ດ້ວຍ.

ວຽກ​ງານ​ໜັກ​ໜາຫຼວງ​ຫຼາຍພາຍ​ມາກທີ່​ເຫຼືອ​ບ່າ​ກວ່າ​ແຮງ​ເກີນ​ກວ່າ​ແມ່ຍິງ​ຈະ​ຮັບຜິດຊອບ​ຜູ້​ດຽວກໍ​ຄື​ການ​ປົກ​ປັກ​ຮັກສາ​ຊີວິດ, ການ​ດູ​ແລ​ສຸຂະພາບ, ການ​ລ້ຽງ​ດູ, ​ເຕີບ​ໃຫຍ່ ​ແລະອົບຮົມ​ສັງ​ສອນ​ລູກ.

     ​ເຖີງ​ເວລ​າແລ້ວທີ່​ຜູ້​ຊາຍ​ທຸກ​ໆຄົນຕ້ອງ​ຄຳນຶງ​ເຖິງ​ບັນຫາ​ທີ່​ຖືກ​ມອງ​ຂ້າມ​ນີ້​ແລ້ວ​ຫັນ​ມາ​ຮ່ວມ​​ໄມ​ຮ່ວມມືກັບ​ຜູ້​ຍີ​ງ​ເພື່ອ​ປະຕິບັດ​ພາລະກິດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ມະນຸດ​ຊາດທັງ​ນີ້​ກໍ​ເພາະວ່າ​ຄຸນຄ່າ​ຂອງ​ເດັກບໍ່​ໄດ້​ຢູ່​ສະ​ເພາະ​ນຳ​ແຕ່​ການ​ເປັນ​ຜູ້​ສືບ​ທອດ​ເຜົ່າ​ພັນ ​ແລະການ​ເປັນ​ຊັບພະຍາກອນ​ມະນຸດອັນ​ມີຄ່າ​ໃນ​ອະນາຄົດ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ພະລັງ​ແລະອົງ​ປະກອບ​ສຳຄັນ​ຂອງ​ຄອບຄົວ ​ແລະສັງຄົມ​ຕື່ມ​ອີກ.

__________________
Anonymous

Date:

ຜູ່ຍິງລາວຍຸກນີ້ມີສິດເທົ່າທຽມເພດຊາຍ ມີຄວາມສາມາດແລະມີການສຶກສາສູງກວ່າ

ຫູາຍຄອບຄົວຜູ່ຍິງກາຍເປັນ The Boss of the House.

__________________
Anonymous

Date:

Anonymous wrote:

 Right  ! ເຕືອນສະຕິກັນ ມັນກະເປັນການດີ, ເພື່ອກັນລືມ ກັນຫຼົງ. ແຕ່ຄັນສິເວົ້າໄປແທ້ໆແລ້ວ ແມ່ຍິງທຸກມື້ນີ້ ໂດຍທົ່ວໄປແລ້ວແມ່ນບໍ່ໄດ້ເປັນໝູສະໜາມ ຕ້ອງມາໜືຶ້ງເຂົ້າເປົ່າໄຟ

ເອົາຫຼົວເອົາຟືນ ເຮັດໄຮ່ໃສ່ນາເໝຶອນແຕ່ກ່ອນ, ແມ່ນຍັງມີຢູ່ກະແມ່ນພໍ່ເຮືອນນີ້ລະເປັນຜູ້ຮັບວຽກໜັກຕ່າງໆນັ້ນ...ສອງມືຕົບກັນມັນຈຶ່ງດັງ ບໍ່ແມ່ນວ່າເປັນພໍ່ໄປກິນແຕ່ເຫຼົ້າ, ມາເຮືອນ

ດ່າລູກເມັຽ ວຽກບໍ່ເຮັດ...ເລື່ອງກິນເຂົາກະກິນ ແຕ່ວຽກມັນກະຕ້ອງເປັນວຽກ. ແມ່ຍິງເຂົາກະບໍ່ແມ່ນສິໂງ່ງ່າວຮັບໃຊ້ເຈົ້າຜູ້ເປັນຜົວຂີ້ຄ້ານຕະຫຼອດໄປເດີ ເຂົາເບື່ອເຈົ້າເຂົາເຕະເຂົ້າໜີຕົ່ວ !

ແຕ່ແນວໃດກະດີ ແມ່ຍິງແມ່ນຈະເປັນເພດອ່ອນແອ ຮ່າງນ້ອຍກວ່າຜູ້ຊາຍ ແຕ່ທຳມະຊາດຫຼືພະຜູ້ເປັນເຈົ້າໄດ້ສ້າງຮູບຮ່າງ ແລະໂຄງສ້າງແບບນັ້ນ ໃຫ້ມີຄວາມແຂງແກ່ນ, ສາມາດຮັບ

ນ້ຳໜັກຂອງລູກຢູ່ໃນທ້ອງ ແລະຫຼັງເກີດຈາກນັ້ນຍັງເອົາເລືອດທີ່ມີໜ້ອຍຢູ່ແລ້ວໄປເປັນນ້ຳນົມລ້ຽງລູກອີກ..ນອກນັ້ນແມ່ຍິງຍັງມີຄວາມມານະຫຼາຍກວ່າຜູ້ຊາຍເກືອບສອງທົບ,

ມີຫຼາຍແນວຜູ້ຊາຍເຮແມ່ັດບໍ່ໄດ້ ແຕ່ແມ່ຍິງ ເຮັດໄດ້ດີອີກ ! ຊົມເຊີຍ ແມ່ຍິງ ຜູ້ເປັນແມ່ແລ້ວ ແລະຜູ້ຈະເປັນແມ່ໃນອະນາຄົດ !

__________________

Guru

Status: Offline
Posts: 1010
Date:

ສັງຄົມຍີ່ປຸ່ນຍັງໃຫ້ແມ່ອອກການ ຢູ່ເຮືອນລ້ຽງລູກຢູ່ໃດ

ແມ່ເລີຍມີເວລາກັບລູກຫລາຍ ເລີຍລ້ຽງດີ

ເດັກຍີ່ປຸ່ນກະ ຮຽນດີ

ແຕ່ວ່າເງິນເດືອນຜູ້ຊາຍເຂົາກະໃຫ້ພຽງພໍ ກັບທີ່ຈະຈ່າຍພາຍໃນເຮືອນໄດ້

__________________
Anonymous

Date:

Anonymous wrote:

 ເວົ້າ​ເຖິງ​ການ​ຮັກສາ​ສຸຂະພາບ ​ແລະການ​ພັດທະນາ​ເດັກນ້ອຍ​ໃນ​ແຕ່​ລະ​ຄອບຄົວຫຼາຍ​ຄົນ​ກໍ​ຈະ​ຫັນ​ໜ້າ​ໄປ​ຫາ​ແມ່​ຍິງຊຶ່ງ​ເປັນ​ແມ່​ເຮືອນຫຼື​ແມ່​ເດັກນ້ອຍ​ໃນ​ທັນທີ​ໂລດ ​ແລະຖ້າ​ເປັນ​ແບບ​ນັ້ນ​ແທ້ກໍ່​ຈະ​ຖື​ວ່າ​ເມ່ນ​​ເລື້ອງ​ທີ່​ບໍ່​ຖືກຕ້ອງ​ເໝາະ​ສົມ​ເສຍ​ແລ້ວ.

​     ໂລກ​ສູ່​ມື້​ນີ້​ໄດ້​ໄຂ​ປ່ອງ​ເປີດ​ແປວ​ໃຫ້​ແມ່ຍິງ​ມີ​ອາຊີບມີ​ວຽກ​ເຮັດ​ງານ​ທຳມີ​ຄວາມ​ຮັບຜິດຊອບຕໍ່​ສັງຄົມ​ກ້ວາງ​ຂວາງ​ກວ່າ​ເກົ່ານອກ​ເໜືອ​ໄປ​ຈາກ​ພາລະ​ແບກ​ຫາບ​ໃນ​ຄອບຄົວ​ດັ່ງ​ທີ່​ເຄີຍ​ມີ​ມາ.ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ກະສິກຳ ​ແລະຫັດຖະກຳຜູ້ຍິງ​ຕ້ອງ​ໄດ້​ເຮັດ​ນາ, ​ເຮັດ​ໄຮ່, ລ້ຽງສັດ, ຕ່ຳຫູກ, ສາວ​ໄໝ, ​ເຂັນຝ້າຍ, ຈັກສານຕະຫຼອດ​ຈົນ​ນຳ​ເອົາ​ຜົນ​ຜະລິດ​ໄປ​ຂາຍ​ໃນ​ທ້ອງ​ຕະຫຼາດ. ​ໃນ​ໂຮງງານ​ອຸດ​ສາ​ຫະກຳວຽກ​ງານ​ສຳລັບ​ຜູ້ຍິງ​ກໍ​ທະວີຄູນ​ຂຶ້ນ​ຢ່າງ​ວ່ອງ​ໄວ.​ແມ່ຍິງ​ບໍ່​ພຽງ​ແຕ່​ຕ້ອງ​ດິນ​ຮົນ​ຫາ​ວຽກ​ເຮັດ​ງານ​ທຳ​ເພື່ອ​ຊ່ວຍ​ຜົວ​ໃນ​ການ​ລ້ຽງ​ຊີບຫາກ​ຍັງ​ແບກ​ຫາບ​ພາລະ​ໃນ​ເຮືອນຕັກ​ນ້ຳຫາ​ຟືນໜຶ່ງ​ເຂົ້າ​ເປົ່າ​ໄຟ​ແຕ່ງ​ຢູ່​ຄົວກິນ, ຊັກ​ເຄື່ອງທຳ​ຄວາ​ມສະອາດ​ເຮືອນ​ຊານ​ກາງ​ບ້ານ ​ແລະປະຕິບັດ​ໜ້າ​ທີ່ດູ​ແລສຸກ​ທຸກ​ຂອງ​ສະມາຊິກ​ໃນ​ຄອບຄົວ​ທຸກ​ຄົນ​ອີກ​ດ້ວຍ.

ວຽກ​ງານ​ໜັກ​ໜາຫຼວງ​ຫຼາຍພາຍ​ມາກທີ່​ເຫຼືອ​ບ່າ​ກວ່າ​ແຮງ​ເກີນ​ກວ່າ​ແມ່ຍິງ​ຈະ​ຮັບຜິດຊອບ​ຜູ້​ດຽວກໍ​ຄື​ການ​ປົກ​ປັກ​ຮັກສາ​ຊີວິດ, ການ​ດູ​ແລ​ສຸຂະພາບ, ການ​ລ້ຽງ​ດູ, ​ເຕີບ​ໃຫຍ່ ​ແລະອົບຮົມ​ສັງ​ສອນ​ລູກ.

     ​ເຖີງ​ເວລ​າແລ້ວທີ່​ຜູ້​ຊາຍ​ທຸກ​ໆຄົນຕ້ອງ​ຄຳນຶງ​ເຖິງ​ບັນຫາ​ທີ່​ຖືກ​ມອງ​ຂ້າມ​ນີ້​ແລ້ວ​ຫັນ​ມາ​ຮ່ວມ​​ໄມ​ຮ່ວມມືກັບ​ຜູ້​ຍີ​ງ​ເພື່ອ​ປະຕິບັດ​ພາລະກິດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ມະນຸດ​ຊາດທັງ​ນີ້​ກໍ​ເພາະວ່າ​ຄຸນຄ່າ​ຂອງ​ເດັກບໍ່​ໄດ້​ຢູ່​ສະ​ເພາະ​ນຳ​ແຕ່​ການ​ເປັນ​ຜູ້​ສືບ​ທອດ​ເຜົ່າ​ພັນ ​ແລະການ​ເປັນ​ຊັບພະຍາກອນ​ມະນຸດອັນ​ມີຄ່າ​ໃນ​ອະນາຄົດ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ພະລັງ​ແລະອົງ​ປະກອບ​ສຳຄັນ​ຂອງ​ຄອບຄົວ ​ແລະສັງຄົມ​ຕື່ມ​ອີກ.

 Our country LAOS still got a long  long way to go at this point...

 ແມ່ນຫວະ ? ແຕ່ຢູ່ບ້ານຂ້ອຍ ຄອບຄົວີ່ມີຄວາມຜາສຸກ ມີຄວາມຮັບຜິດຊອບການເປັນຢູ່ຊອງພໍ່ເຮືອນ ແມ່ເຮືອນ ແມ່ນຢູ່ໃນລະດັບສູງບໍ່ຕ່ຳກວ່າ 46 % ພຸ້ໄດລະ ! ແມ່ນຈະຈົນ ແຕ່ພວກເຂົາກໍພະຍາຍາມ ສ້າງຄວາມອົບອຸ່ນໃຫ້ລູກໆເຂົາ ພາໄປ ຮຮ ທຸກວັນ, ມີເຂົ້າ-ມີປາກິນທຸກມື້ , ຊ່ຳນີ້, ຂ້ອຍກະວ່າມັນດີຫຼາຍແລ້ວ ຖ້າຈະອີງໃສ່ສະພາບຂອງມາດຖານຂອງຄົນລາວໂດຍທົ່ວໄປ ບໍປທຽບໃສ່ພວກ ຮາຍໂຊເພິ່ນແລ້ວ ເພາະ ມັນຕົນລະເລື່ອງກັນ !

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard