ທ່ານນາງ ວຽງທອງ ສີພັນດອນ ຫົວໜ້າອົງການກວດສອບແຫ່ງລັດ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ 9 ທັນວານີ້ວ່າ: ອົງການກວດສອບແຫ່ງລັດໄດ້ກວດເຫັນລາຍຈ່າຍທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງຈຳນວນ 4.242,72 ຕື້ກີບ, ຂະນະດຽວກັນ ມີການເອົາລາຍຮັບທີ່ກວດເຫັນໄປຈ່າຍໃນວຽກບໍລິຫານ, ຊຳລະໂຄງການລົງທຶນ, ຊຳລະເງິນກູ້ຢືມທະນາຄານ ແລະ ຊື້ພາຫະ ນະຈຳນວນ 437,42 ຕື້ກີບ ຄືມີ 22 ຫົວໜ່ວຍ ເອົາເງິນລາຍຮັບວິຊາການໄປຈ່າຍ 115,49 ຕື້ກີບ, 8 ຫົວໜ່ວຍ ເອົາເງິນລາຍຮັບຈາກການຂາຍໄມ້ໄປຈ່າຍ 59,66 ຕື້ກີບ, 3 ຫົວໜ່ວຍ ເອົາເງິນກອງທຶນໄປຈ່າຍ 79,40 ຕື້ກີບ, 1 ຫົວ ໜ່ວຍ ເອົາລາຍຮັບຈາກເງິນລະ ດົມໄປຈ່າຍ 12,84 ຕື້ກີບ, 2 ຫົວ ໜ່ວຍ ເອົາຄັງພັດທະນາແຂວງໄປຈ່າຍ 124,72 ຕື້ກີບ, ມີ 1 ຫົວ ໜ່ວຍ ເອົາລາຍຮັບຈາກການຂຸດແຮ່ທາດໄປຈ່າຍ 8,32 ຕື້ກີບ, 1 ຫົວໜ່ວຍ ເອົາລາຍຮັບຈາກການຂາຍຊັບສິນຂອງລັດໄປຈ່າຍ 2,36 ຕື້ກີບ, 2 ຫົວໜ່ວຍ ເອົາລາຍຮັບຈາກເງິນຊ່ວຍເຫລືອລ້າໄປຈ່າຍ 34,63 ຕື້ກີບ.