ຢ່າເວົ້າຫຼາຍຈັກນ້ອຍເພິ່ນຊິຂາຍໃຫ້ຈີນອີກ.
ມີງົບສ້າງແຕ່ບໍ່ມີງົບຮັກສາ ກໍ່ໜ້າເຫັນໃຈເພິ່ນຢູ່ !
ຈັກໜ້ອຍກໍ່ໄປຂໍການຊ່ວຍເຫຼືອຫຼ້າຈາກຈີນເພື່ອມາຕັດຫຍ້າສອງຝາກທາງ ບໍ່ມີເງິນໃຊ້ກໍ່ເອົາດິນໃຫ້ເຂົາ!
ເຊື່ອໂລດ!
ຟັນທົງເລີຍ!
ອີກ2ປີ ເບື້ອງໜຶ່ງຈີນ ເບື້ອງໜຶ່ງຫວຽດ ເຕັມ!
ຄົນລາວຖອຍອອກ!
Follow World football on https://twitter.com/JayJsayako
ຂ້າພະເຈົ້າຜ່ານໄປເຫັນກໍ່ຢັງຄິດໜ້າສົງສານ ແລະ ເສຍດານງົບປະມານສ້າງອັນມະຫາສານ
ຄືດັ່ງທີ່ທ່ານວ່າ ເພາະອົງການກ່ຽວຂ້ອງເພີ່ນບໍ່ໄດ້ສົນໃຈດູແລເລີຍ. ບໍ່ແມ່ນແຕ່ຫຍ້າຮົກເຮື້ອ
ຢ່າງດຽວ, ປະຈຸບັນຂະບວນການຖົມດີນ ແມ່ນຖົມຈົນຈຳໜ້າທາງ ໂດຍບໍ່ມີຈົ່ງຮ່ອງນ້ຳເລີຍ
ສູງກວ່າໜ້າທາງອີກ, ຫຼັກໝາຍຂອບເຂດທາງສີກ່ານຂາວ-ແດງນັ້ນບໍ່ມີຄວາມໝາຍເລີຍ.
ປະຈຸບັນກຳລັງເລີ່ມເປນຄືກໍລະນີທາງ ຈາກ 4 ແຍກໄຟແດງຕະຫຼາດທາດຫລວງ ໄປຫາຂົວບືງ
ທາດຫຼວງ ແລະ 4 ແຍກໄຟແດງຕະຫຼາດທາດຫຼວງໄປຫາໜອງໄຮ, ເມື່ອກ່ອນມີຮ່ອງນ້ຳ ແຕ່
ຖືກຖົມແລະປຸກເຮືອນປົກກວມເອົາໝົດ ນ້ຳບໍ່ມີທາງໄປ ທາງກໍ່ເພ ທັງເປື້ອນເປິະ ເຖີງຈະປູ
ຄອນກຣີດ ກໍ່ບໍ່ທົນຖ້າບໍ່ປົກປັກຮັກສາ.
ຖະໜົນ 450ປີ ສ້າງໄດ້ຕາມມາດຕະຖານເຕັກນິກແທ້ ບໍ່ວ່າຈະເປັນຮູບຮ່າງ, ດ້ານເຕັກນິກ
ໂຄງສ້າງ ແລະ ສີ່ງປະກອບ, ໜ້າເສຍດາຍທີ່ທາງອົງການກ່ຽວຂ້ອງປ່ອຍປະລະເລີຍ ທັ້ງທີ່
ອົງກອນມີ, ລະບຽບ ນິຕິກຳມີ ແຕ່ໄປຫ້າມການກະທຳຂອງບຸກຄົນທີ່ເສຍຫາຍຕໍ່ສ່ວນລວມ
ບໍ່ໄດ້. ຢູ່ປະເທດເພື່ອນບ້ານ, ຕົວເມືອງເຂົາສວຍງາມປານໃດ ທີ່ຢູ່ອາໄສກໍ່ແອອັດ ແຕ່ເຂົາ
ກໍ່ຍັງສາມາດຮັກສາຮ່ອງລະບາຍນ້ຳຕາມຖະໜົນໃນຕົວເມືອງໄວ້ໄດ້
ຈັ່ງແມ່ນ ເປັນຕາໜ່າຍນໍ ພີ່ນ້ອງ
Anonymous wrote:ຈັ່ງແມ່ນ ເປັນຕາໜ່າຍນໍ ພີ່ນ້ອງ
The government has no money to buy the equipment to cut the long grass on the divider of the highway, so they allow the farmers in that area to use their cows and buffaloes to do the job. Good idea, congratulations!
Anonymous wrote:ເສັ້ນທາງ 450 ປີອານຸສອນທີ່ຖືກປ່ອຍປະ ເພື່ອລະນຶກວັນກໍ່ຕັ້ງນະຄອນຫລວງວຽງຈັນຄົບຮອບ 450 ປີ, ພັກ-ລັດ ຖະບານ ໄດ້ລົງທຶນນັບເປັນຈຳນວນມະ ຫາສານເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເພື່ອຄວາມກ້າວໜ້າຂະຫຍາຍຕົວ ແລະ ເຮັດໃຫ້ໃບໜ້າໃບຕາຂອງນະ ຄອນ ຫລວງພົ້ນເດັ່ນຂຶ້ນ ຄືເສັ້ນທາງສາຍຫລັກຈາກ 4 ແຍກທາງເລກ 13 ໃຕ້ (ໄຟແດງດົງໂດກ) ຫາຂົວມິດຕະພາບ ແລະ ໃຫ້ສັນຍານາມວ່າ: ເສັ້ນທາງ 450 ປີ ຄືກັບເສັ້ນ ທາງສາຍສຳຄັນອື່ນໆທີ່ມີຊື່ສະເພາະຂອງມັນ ເພື່ອເປັນອານຸສອນແກ່ວັນສ້າງຕັ້ງເມືອງວຽງຈັນເປັນນະຄອນ ຫລວງຂອງປະເທດ ແລະ ບໍ່ພຽງແຕ່ເທົ່ານັ້ນ ເສັ້ນທາງສາຍນີ້ຍັງເປັນເສັ້ນທາງທີ່ມາດຕະຖານສຳ ຄັນ ເພື່ອເຊື່ອມໂຍງເຂົ້າກັບປະເທດບ້ານໃກ້ເຮືອນຄຽງຂອງລາວເຮົາ ອັນເປັນສິ່ງພາກພູມໃຈຂອງຊາວນະຄອນຫລວງວຽງຈັນ ກໍຄືຜູ້ສັນຈອນໄປມາຜ່ານທາງດັ່ງກ່າວ, ແຕ່ພໍຕົກມາຮອດປັດຈຸບັນ ເສັ້ນທາງ 450 ປີ ແຕກຕ່າງກັບໄລຍະທຳອິດຢ່າງສິ້ນເຊີງ ຍ້ອນຂາດການຄຸ້ມຄອງປົກປັກຮັກສາຈາກພາກສ່ວນກ່ຽວຂ້ອງ ກໍຄືອຳນາດການປົກຄອງ ແລະ ປະຊາຊົນທີ່ຢູ່ໃກ້ຄຽງບໍລິເວນດັ່ງກ່າວຕໍ່ການບົວລະບັດຮັກສາ ກໍ່ໃຫ້ເກີດມີສະພາບຮົກເຮື້ອຈາກຕົ້ນຫຍ້າ ແລະ ສິ່ງເສດເຫລືອຕ່າງໆທີ່ພວກຄົນບໍ່ດີສວຍໂອກາດນຳໄປຖິ້ມໃສ່ຕາມເສັ້ນ ທາງແຕ່ລະຍານ ໂດຍຍາກທີ່ຈະພັນລະນາໄດ້. ເສັ້ນທາງ 450 ປີ ມີຄວາມຍາວ 10 ກວ່າກິໂລແມັດ, ລວມມີ 8 ຊ່ອງທາງຈະລາຈອນ, ພ້ອມສ້າງຄູດອກໄມ້ກັ້ນກາງທາງກວ້າງ 2 ແມັດກວ່າ, ໄລຍະສຳເລັດການກໍ່ສ້າງໃໝ່ພາກສ່ວນກ່ຽວຂ້ອງໄດ້ລົງທຶນເປັນຈຳນວນບໍ່ໜ້ອຍ ເພື່ອນຳເອົາຕົ້ນ ດອກໄມ້ປະດັບ ໂດຍສະເພາະຕົ້ນຈຳປາທີ່ເປັນດອກໄມ້ປະຈຳຊາດປູກໃສ່ກາງຄູຈົນສຸດເສັ້ນທາງ ເພື່ອເປັນສັນຍາລັກຂອງນະຄອນຫລວງວຽງຈັນ, ແຕ່ຕົກມາເຖິງປັດຈຸບັນ ເສັ້ນທາງດັ່ງກ່າວໄດ້ຂາດຄວາມເອົາໃຈໃສ່ບົວລະບັດຮັກສາ ຈຶ່ງກໍ່ໃຫ້ເກີດມີຫາງສຽງຕິຕຽນຈາກສັງຄົມ ຍ້ອນວ່າຄູກາງທາງໄດ້ເກີດມີຫຍ້າຮົກເຮື້ອ ແລະ ປົກຄຸມໄປທົ່ວ, ບາງຈຸດຫຍ້າຂຶ້ນສູງເຖິງ 2-3 ແມັດ ຈົນເຮັດໃຫ້ບໍ່ສາມາດເຫັນການສັນຈອນພາກກົງກັນ ຂ້າມ, ກໍເຊັ່ນດຽວກັນຢູ່ສອງຝາກທາງດັ່ງກ່າວກໍປົກຄຸ້ມໄປດ້ວຍຕົ້ນໄມ້ໃບຫຍ້າ ແລະ ຍັງມີສິ່ງເສດເຫລືອຕ່າງໆຖິ້ມຊະຊາຍນັບເປັນຫລາຍຈຸດ ແລະ ຮ້າຍແຮງໄປກວ່ານັ້ນ ເສັ້ນທາງດັ່ງກ່າວຍັງເປັນຈຸດຫລໍ່ແຫລມ ເປັນຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີກໍ່ເຫດປຸ້ນຈີ້ຄົນທີ່ສັນຈອນໄປມາ ນັບທັງການເກີດອຸປະຕິເຫດຢ່າງຕໍ່ເນື່ອງ ຍ້ອນເປັນທາງປ່ຽວມືດແລະຫ່າງ ຈາກສາຍຕາຄົນ ເຊິ່ງຕໍ່ບັນຫານີ້ ຫາກພາກສ່ວນຮັບຜິດຊອບບໍ່ຮີບຮ້ອນເຂົ້າໄປເບິ່ງແຍ່ງປົວແປງ ແລະ ບົວລະບັດຮັກສາ ກໍຍິ່ງຈະເປັນຊ່ອງຫວ່າງກໍ່ໃຫ້ເກີດສິ່ງບໍ່ດີ ແລະ ເສຍຫາຍຫລາຍດ້ານ.
ຫຍ້າຫົກເຕັມ- ຫຍ້າຮົກ ບໍ່ແມ່ນ ຫຍ້າຫົກ (ສົງສານເດັກນ້ອຍບໍ 1)
ເງິນຂາຍລົດ Benz ຈັກຄັນ
ເອົາໄປຊື້ ລົດຕັດຫຍ້າ ໄດ້ຫຼາຍຄັນ
Anonymous wrote:ເງິນຂາຍລົດ Benz ຈັກຄັນເອົາໄປຊື້ ລົດຕັດຫຍ້າ ໄດ້ຫຼາຍຄັນ
ເຈົ້າຂາຍມາຊື້ເປັນຕົວຢ່າງໃຫ້ເພິ່ນເຫັນກ່ອນໄດ້ບໍ່ລະ?
ເສັັ້ນທາງນີີ້ແມ່ນບໍລິສັດເປັນຜູ້ສ້າງໃຫ້ລັດ ສະນັ້ນດິນສອງຝາກທາງເປັນຂອງບໍລິສັດໝົດແລ້ວຄັນມັນຫົກກໍ່ແມ່ນຫົກດິນບໍລິສັດເພີ່ນວ່າບໍ່ເປັນຫຍັງ. ໃຫ້ທາງກ້ຽງຍັງແລ່ນໄດ້ກໍ່ພໍ
ລາຄາກໍ່ສ້າງທາງເສັ້ນນີ້ ປະມານ 80 ລ້ານໂດລາ ລວງຍາວ 20 ຫລັກ ຕົກເປັນຫລັກລະ ປະມານ 4 ລ້ານໂດລາ
ຖ້າສົມທຽບກັບເພື່ອນບ້ານ ຄົງຈະສູງກວ່າລ້ານ
ແຕ່ບັນຫາ ຂອງທາງກໍຄືການຖົມດິນແຄມທາງ ອັນເກີດໃຫ້ມີການອຸດຕັນທາງລະບາຍນ້ຳ ແລວ້ ຕາມໄປກໍແມ່ນ ອາຍຸໃຊ້ງານສັ້ນລົງ
ສົມຄວນຕັ້ງຊື່ໃຫມ່ວ່າ ....ຖະໜົນ " ພັກປະຕິວັດ ຮົກເຮື້ອ ປະຊາຊົນລາວ "