Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເສັ້ນທາງ 450 ປີ ສົມຊື່... ຫຍ້າຫົກເຕັມ !!!
Anonymous

Date:
ເສັ້ນທາງ 450 ປີ ສົມຊື່... ຫຍ້າຫົກເຕັມ !!!

ເສັ້ນທາງ 450 ປີອານຸສອນ​ທີ່​ຖືກ​ປ່ອຍປະ

450+year+Road.jpg
             ​ເພື່ອ​ລະນຶກ​ວັນ​ກໍ່ຕັ້ງນະຄອນຫລວງ​ວຽງ​ຈັນ​ຄົບຮອບ 450 ປີ, ພັກ-ລັດ ຖະບານ ​ໄດ້​ລົງທຶນ​ນັບ​ເປັນ​ຈຳນວນ​ມະ ຫາສານ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ ​ເພື່ອ​ຄວາມ​ກ້າວໜ້າ​ຂະຫຍາຍຕົວ ​ແລະ ​ເຮັດ​ໃຫ້​ໃບ​ໜ້າ​ໃບ​ຕາ​ຂອງ​ນະ ຄອນ ຫລວງ​ພົ້ນ​ເດັ່ນ​ຂຶ້ນ ຄື​ເສັ້ນທາງ​ສາຍ​ຫລັກ​ຈາກ 4 ແຍກທາງ​ເລກ 13 ​ໃຕ້ (​ໄຟ​ແດງ​ດົງ​ໂດກ) ຫາ​ຂົວ​ມິດຕະພາບ ​ແລະ ​ໃຫ້​ສັນຍາ​ນາມ​ວ່າ​: ​ເສັ້ນທາງ 450 ປີ ຄື​ກັບ​ເສັ້ນ ທາງ​ສາຍ​ສຳຄັນ​ອື່ນໆທີ່​ມີ​ຊື່​ສະ​ເພາະ​ຂອງ​ມັນ ​ເພື່ອເປັນ​ອານຸສອນ​ແກ່​ວັນ​ສ້າງຕັ້ງ​ເມືອງ​ວຽງ​ຈັນ​ເປັນ​ນະຄອນ ຫລວງ​ຂອງ​ປະ​ເທດ ​ແລະ ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ​ເສັ້ນທາງ​ສາຍ​ນີ້ຍັງ​ເປັນ​ເສັ້ນທາງ​ທີ່​ມາດຕະຖານ​ສຳ ຄັນ ​ເພື່ອ​ເຊື່ອມ​ໂຍງ​ເຂົ້າກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ລາວ​ເຮົາ ອັນ​ເປັນ​ສິ່ງ​ພາກພູມ​ໃຈ​ຂອງ​ຊາວ​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ຜູ້​ສັນຈອນ​ໄປມາ​ຜ່ານ​ທາງ​ດັ່ງກ່າວ, ​ແຕ່​ພໍ​ຕົກ​ມາ​ຮອດ​ປັດຈຸບັນ ​ເສັ້ນທາງ 450 ປີ ​ແຕກ​ຕ່າງ​ກັບ​ໄລຍະ​ທຳ​ອິດ​ຢ່າງ​ສິ້ນ​ເຊີງ ຍ້ອນ​ຂາດ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ຈາກ​ພາກສ່ວນ​ກ່ຽວ​ຂ້ອງ ກໍ​ຄື​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທີ່ຢູ່​ໃກ້​ຄຽງ​ບໍ​ລິ​ເວນ​ດັ່ງກ່າວຕໍ່​ການ​ບົວລະບັດ​ຮັກສາ ກໍ່​ໃຫ້​ເກີດ​ມີ​ສະພາບ​ຮົກ​ເຮື້ອຈາກ​ຕົ້ນຫຍ້າ ​ແລະ ສິ່ງ​ເສດ​ເຫລືອ​ຕ່າງໆ​ທີ່​ພວກ​ຄົນ​ບໍ່​ດີ​ສວຍ​ໂອກາດ​ນຳ​ໄປ​ຖິ້ມ​ໃສ່​ຕາມ​ເສັ້ນ ທາງ​ແຕ່​ລະ​ຍານ ​ໂດຍ​ຍາກ​ທີ່​ຈະ​ພັນ​ລະນາ​ໄດ້.

          ​ເສັ້ນທາງ 450 ປີ ມີ​ຄວາມ​ຍາວ 10 ກວ່າ​ກິ​ໂລ​ແມັດ, ລວມມີ 8 ຊ່ອງ​ທາງ​ຈະລາຈອນ, ພ້ອມ​ສ້າງ​ຄູດ​ອກ​ໄມ້ກັ້ນກາງ​ທາງ​ກວ້າງ 2 ​ແມັດ​ກວ່າ, ​ໄລຍະ​ສຳ​ເລັດ​ການ​ກໍ່ສ້າງ​ໃໝ່​ພາກສ່ວນ​ກ່ຽວຂ້ອງ​ໄດ້​ລົງທຶນ​ເປັນ​ຈຳນວນ​ບໍ່​ໜ້ອຍ ​ເພື່ອ​ນຳ​ເອົາ​ຕົ້ນ ດອກ​ໄມ້​ປະດັບ ​ໂດຍ​ສະ​ເພາະ​ຕົ້ນຈຳປາ​ທີ່​ເປັນ​ດອກ​ໄມ້​ປະຈຳ​ຊາດ​ປູກ​ໃສ່​ກາງ​ຄູ​ຈົນ​ສຸດ​ເສັ້ນທາງ ​ເພື່ອ​ເປັນ​ສັນຍາ​ລັກ​ຂອງ​ນະຄອນຫລວງ​ວຽງ​ຈັນ, ​ແຕ່​ຕົກ​ມາ​ເຖິງ​ປັດຈຸບັນ ​ເສັ້ນທາງ​ດັ່ງກ່າວ​ໄດ້​ຂາດ​ຄວາມ​ເອົາ​ໃຈ​ໃສ່​ບົວລະບັດ​ຮັກສາ ຈຶ່ງ​ກໍ່​ໃຫ້​ເກີດ​ມີ​ຫາງ​ສຽງ​ຕິຕຽນ​ຈາກ​ສັງຄົມ ຍ້ອນ​ວ່າ​ຄູ​ກາງ​ທາງ​ໄດ້​ເກີດ​ມີ​ຫຍ້າ​ຮົກ​ເຮື້ອ ​ແລະ ປົກ​ຄຸມ​ໄປ​ທົ່ວ, ບາງ​ຈຸດ​ຫຍ້າຂຶ້ນສູງ​ເຖິງ 2-3 ​ແມັດ ຈົນ​ເຮັດ​ໃຫ້​ບໍ່​ສາມາດ​ເຫັນ​ການ​ສັນຈອນ​ພາກ​ກົງກັນ ຂ້າມ, ກໍ​ເຊັ່ນ​ດຽວ​ກັນ​ຢູ່​ສອງ​ຝາກ​ທາງ​ດັ່ງກ່າວ​ກໍ​ປົກ​ຄຸ້ມ​ໄປ​ດ້ວຍ​ຕົ້ນ​ໄມ້​ໃບ​ຫຍ້າ ​ແລະ ຍັງ​ມີ​ສິ່ງ​ເສດ​ເຫລືອ​ຕ່າງໆ​ຖິ້ມຊະຊາຍ​ນັບ​ເປັນ​ຫລາຍ​ຈຸດ ​ແລະ ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ​ເສັ້ນທາງ​ດັ່ງກ່າວ​ຍັງ​ເປັນ​ຈຸດ​ຫລໍ່​ແຫລມ ​ເປັນ​ຊ່ອງ​ຫວ່າງ​ໃຫ້​ກຸ່ມ​ຄົນ​ບໍ່​ດີ​ກໍ່​ເຫດ​ປຸ້ນ​ຈີ້ຄົນທີ່​ສັນຈອນ​ໄປມາ ນັບ​ທັງ​ການ​ເກີດ​ອຸປະຕິ​ເຫດ​ຢ່າງ​ຕໍ່​ເນື່ອງ ຍ້ອນ​ເປັນ​ທາງ​ປ່ຽວ​ມືດ​ແລະຫ່າງ ຈາກ​ສາຍຕາ​ຄົນ ​ເຊິ່ງຕໍ່​ບັນຫານີ້ ຫາກ​ພາກສ່ວນ​ຮັບຜິດຊອບ​ບໍ່​ຮີບ​ຮ້ອນ​ເຂົ້າ​ໄປ​ເບິ່ງ​ແຍ່ງ​ປົວ​ແປງ ​ແລະ ບົວລະບັດ​ຮັກສາ ກໍ​ຍິ່ງ​ຈະ​ເປັນ​ຊ່ອງ​ຫວ່າງ​ກໍ່ໃຫ້​ເກີດ​ສິ່ງ​ບໍ່​ດີ ​ແລະ ​ເສຍ​ຫາຍ​ຫລາຍ​ດ້ານ.

__________________
Anonymous

Date:

ຢ່າເວົ້າຫຼາຍຈັກນ້ອຍເພິ່ນຊິຂາຍໃຫ້ຈີນອີກ.

__________________
Anonymous

Date:

ມີງົບສ້າງແຕ່ບໍ່ມີງົບຮັກສາ ກໍ່ໜ້າເຫັນໃຈເພິ່ນຢູ່ !

__________________
Anonymous

Date:

ຈັກໜ້ອຍກໍ່ໄປຂໍການຊ່ວຍເຫຼືອຫຼ້າຈາກຈີນເພື່ອມາຕັດຫຍ້າສອງຝາກທາງ ບໍ່ມີເງິນໃຊ້ກໍ່ເອົາດິນໃຫ້ເຂົາ!

ເຊື່ອໂລດ!

ຟັນທົງເລີຍ!

__________________
Anonymous

Date:

ອີກ2ປີ ເບື້ອງໜຶ່ງຈີນ ເບື້ອງໜຶ່ງຫວຽດ ເຕັມ!

ຄົນລາວຖອຍອອກ!

__________________
Anonymous

Date:

Follow World football  on https://twitter.com/JayJsayako

__________________
Anonymous

Date:

ຂ້າພະເຈົ້າຜ່ານໄປເຫັນກໍ່ຢັງຄິດໜ້າສົງສານ ແລະ ເສຍດານງົບປະມານສ້າງອັນມະຫາສານ

ຄືດັ່ງທີ່ທ່ານວ່າ ເພາະອົງການກ່ຽວຂ້ອງເພີ່ນບໍ່ໄດ້ສົນໃຈດູແລເລີຍ. ບໍ່ແມ່ນແຕ່ຫຍ້າຮົກເຮື້ອ

ຢ່າງດຽວ, ປະຈຸບັນຂະບວນການຖົມດີນ ແມ່ນຖົມຈົນຈຳໜ້າທາງ ໂດຍບໍ່ມີຈົ່ງຮ່ອງນ້ຳເລີຍ

ສູງກວ່າໜ້າທາງອີກ, ຫຼັກໝາຍຂອບເຂດທາງສີກ່ານຂາວ-ແດງນັ້ນບໍ່ມີຄວາມໝາຍເລີຍ.

ປະຈຸບັນກຳລັງເລີ່ມເປນຄືກໍລະນີທາງ ຈາກ 4 ແຍກໄຟແດງຕະຫຼາດທາດຫລວງ ໄປຫາຂົວບືງ

ທາດຫຼວງ ແລະ 4 ແຍກໄຟແດງຕະຫຼາດທາດຫຼວງໄປຫາໜອງໄຮ, ເມື່ອກ່ອນມີຮ່ອງນ້ຳ ແຕ່

ຖືກຖົມແລະປຸກເຮືອນປົກກວມເອົາໝົດ ນ້ຳບໍ່ມີທາງໄປ ທາງກໍ່ເພ ທັງເປື້ອນເປິະ ເຖີງຈະປູ

ຄອນກຣີດ ກໍ່ບໍ່ທົນຖ້າບໍ່ປົກປັກຮັກສາ.

ຖະໜົນ 450ປີ ສ້າງໄດ້ຕາມມາດຕະຖານເຕັກນິກແທ້ ບໍ່ວ່າຈະເປັນຮູບຮ່າງ, ດ້ານເຕັກນິກ

ໂຄງສ້າງ ແລະ ສີ່ງປະກອບ, ໜ້າເສຍດາຍທີ່ທາງອົງການກ່ຽວຂ້ອງປ່ອຍປະລະເລີຍ ທັ້ງທີ່

ອົງກອນມີ, ລະບຽບ ນິຕິກຳມີ ແຕ່ໄປຫ້າມການກະທຳຂອງບຸກຄົນທີ່ເສຍຫາຍຕໍ່ສ່ວນລວມ

ບໍ່ໄດ້. ຢູ່ປະເທດເພື່ອນບ້ານ, ຕົວເມືອງເຂົາສວຍງາມປານໃດ ທີ່ຢູ່ອາໄສກໍ່ແອອັດ ແຕ່ເຂົາ

ກໍ່ຍັງສາມາດຮັກສາຮ່ອງລະບາຍນ້ຳຕາມຖະໜົນໃນຕົວເມືອງໄວ້ໄດ້

__________________
Anonymous

Date:

ຈັ່ງແມ່ນ ເປັນຕາໜ່າຍນໍ ພີ່ນ້ອງ furious

http://vtetoday.la/wp-content/uploads/2013/08/024.jpg

__________________
Anonymous

Date:

Anonymous wrote:

 The government has no money to buy the equipment to cut the long grass on the divider of the highway, so they allow the farmers in that area to use their cows and buffaloes to do the job. Good idea, congratulations!

__________________
Anonymous

Date:

Anonymous wrote:

ເສັ້ນທາງ 450 ປີອານຸສອນ​ທີ່​ຖືກ​ປ່ອຍປະ

450+year+Road.jpg
             ​ເພື່ອ​ລະນຶກ​ວັນ​ກໍ່ຕັ້ງນະຄອນຫລວງ​ວຽງ​ຈັນ​ຄົບຮອບ 450 ປີ, ພັກ-ລັດ ຖະບານ ​ໄດ້​ລົງທຶນ​ນັບ​ເປັນ​ຈຳນວນ​ມະ ຫາສານ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ ​ເພື່ອ​ຄວາມ​ກ້າວໜ້າ​ຂະຫຍາຍຕົວ ​ແລະ ​ເຮັດ​ໃຫ້​ໃບ​ໜ້າ​ໃບ​ຕາ​ຂອງ​ນະ ຄອນ ຫລວງ​ພົ້ນ​ເດັ່ນ​ຂຶ້ນ ຄື​ເສັ້ນທາງ​ສາຍ​ຫລັກ​ຈາກ 4 ແຍກທາງ​ເລກ 13 ​ໃຕ້ (​ໄຟ​ແດງ​ດົງ​ໂດກ) ຫາ​ຂົວ​ມິດຕະພາບ ​ແລະ ​ໃຫ້​ສັນຍາ​ນາມ​ວ່າ​: ​ເສັ້ນທາງ 450 ປີ ຄື​ກັບ​ເສັ້ນ ທາງ​ສາຍ​ສຳຄັນ​ອື່ນໆທີ່​ມີ​ຊື່​ສະ​ເພາະ​ຂອງ​ມັນ ​ເພື່ອເປັນ​ອານຸສອນ​ແກ່​ວັນ​ສ້າງຕັ້ງ​ເມືອງ​ວຽງ​ຈັນ​ເປັນ​ນະຄອນ ຫລວງ​ຂອງ​ປະ​ເທດ ​ແລະ ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ​ເສັ້ນທາງ​ສາຍ​ນີ້ຍັງ​ເປັນ​ເສັ້ນທາງ​ທີ່​ມາດຕະຖານ​ສຳ ຄັນ ​ເພື່ອ​ເຊື່ອມ​ໂຍງ​ເຂົ້າກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ລາວ​ເຮົາ ອັນ​ເປັນ​ສິ່ງ​ພາກພູມ​ໃຈ​ຂອງ​ຊາວ​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ຜູ້​ສັນຈອນ​ໄປມາ​ຜ່ານ​ທາງ​ດັ່ງກ່າວ, ​ແຕ່​ພໍ​ຕົກ​ມາ​ຮອດ​ປັດຈຸບັນ ​ເສັ້ນທາງ 450 ປີ ​ແຕກ​ຕ່າງ​ກັບ​ໄລຍະ​ທຳ​ອິດ​ຢ່າງ​ສິ້ນ​ເຊີງ ຍ້ອນ​ຂາດ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ຈາກ​ພາກສ່ວນ​ກ່ຽວ​ຂ້ອງ ກໍ​ຄື​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທີ່ຢູ່​ໃກ້​ຄຽງ​ບໍ​ລິ​ເວນ​ດັ່ງກ່າວຕໍ່​ການ​ບົວລະບັດ​ຮັກສາ ກໍ່​ໃຫ້​ເກີດ​ມີ​ສະພາບ​ຮົກ​ເຮື້ອຈາກ​ຕົ້ນຫຍ້າ ​ແລະ ສິ່ງ​ເສດ​ເຫລືອ​ຕ່າງໆ​ທີ່​ພວກ​ຄົນ​ບໍ່​ດີ​ສວຍ​ໂອກາດ​ນຳ​ໄປ​ຖິ້ມ​ໃສ່​ຕາມ​ເສັ້ນ ທາງ​ແຕ່​ລະ​ຍານ ​ໂດຍ​ຍາກ​ທີ່​ຈະ​ພັນ​ລະນາ​ໄດ້.

          ​ເສັ້ນທາງ 450 ປີ ມີ​ຄວາມ​ຍາວ 10 ກວ່າ​ກິ​ໂລ​ແມັດ, ລວມມີ 8 ຊ່ອງ​ທາງ​ຈະລາຈອນ, ພ້ອມ​ສ້າງ​ຄູດ​ອກ​ໄມ້ກັ້ນກາງ​ທາງ​ກວ້າງ 2 ​ແມັດ​ກວ່າ, ​ໄລຍະ​ສຳ​ເລັດ​ການ​ກໍ່ສ້າງ​ໃໝ່​ພາກສ່ວນ​ກ່ຽວຂ້ອງ​ໄດ້​ລົງທຶນ​ເປັນ​ຈຳນວນ​ບໍ່​ໜ້ອຍ ​ເພື່ອ​ນຳ​ເອົາ​ຕົ້ນ ດອກ​ໄມ້​ປະດັບ ​ໂດຍ​ສະ​ເພາະ​ຕົ້ນຈຳປາ​ທີ່​ເປັນ​ດອກ​ໄມ້​ປະຈຳ​ຊາດ​ປູກ​ໃສ່​ກາງ​ຄູ​ຈົນ​ສຸດ​ເສັ້ນທາງ ​ເພື່ອ​ເປັນ​ສັນຍາ​ລັກ​ຂອງ​ນະຄອນຫລວງ​ວຽງ​ຈັນ, ​ແຕ່​ຕົກ​ມາ​ເຖິງ​ປັດຈຸບັນ ​ເສັ້ນທາງ​ດັ່ງກ່າວ​ໄດ້​ຂາດ​ຄວາມ​ເອົາ​ໃຈ​ໃສ່​ບົວລະບັດ​ຮັກສາ ຈຶ່ງ​ກໍ່​ໃຫ້​ເກີດ​ມີ​ຫາງ​ສຽງ​ຕິຕຽນ​ຈາກ​ສັງຄົມ ຍ້ອນ​ວ່າ​ຄູ​ກາງ​ທາງ​ໄດ້​ເກີດ​ມີ​ຫຍ້າ​ຮົກ​ເຮື້ອ ​ແລະ ປົກ​ຄຸມ​ໄປ​ທົ່ວ, ບາງ​ຈຸດ​ຫຍ້າຂຶ້ນສູງ​ເຖິງ 2-3 ​ແມັດ ຈົນ​ເຮັດ​ໃຫ້​ບໍ່​ສາມາດ​ເຫັນ​ການ​ສັນຈອນ​ພາກ​ກົງກັນ ຂ້າມ, ກໍ​ເຊັ່ນ​ດຽວ​ກັນ​ຢູ່​ສອງ​ຝາກ​ທາງ​ດັ່ງກ່າວ​ກໍ​ປົກ​ຄຸ້ມ​ໄປ​ດ້ວຍ​ຕົ້ນ​ໄມ້​ໃບ​ຫຍ້າ ​ແລະ ຍັງ​ມີ​ສິ່ງ​ເສດ​ເຫລືອ​ຕ່າງໆ​ຖິ້ມຊະຊາຍ​ນັບ​ເປັນ​ຫລາຍ​ຈຸດ ​ແລະ ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ​ເສັ້ນທາງ​ດັ່ງກ່າວ​ຍັງ​ເປັນ​ຈຸດ​ຫລໍ່​ແຫລມ ​ເປັນ​ຊ່ອງ​ຫວ່າງ​ໃຫ້​ກຸ່ມ​ຄົນ​ບໍ່​ດີ​ກໍ່​ເຫດ​ປຸ້ນ​ຈີ້ຄົນທີ່​ສັນຈອນ​ໄປມາ ນັບ​ທັງ​ການ​ເກີດ​ອຸປະຕິ​ເຫດ​ຢ່າງ​ຕໍ່​ເນື່ອງ ຍ້ອນ​ເປັນ​ທາງ​ປ່ຽວ​ມືດ​ແລະຫ່າງ ຈາກ​ສາຍຕາ​ຄົນ ​ເຊິ່ງຕໍ່​ບັນຫານີ້ ຫາກ​ພາກສ່ວນ​ຮັບຜິດຊອບ​ບໍ່​ຮີບ​ຮ້ອນ​ເຂົ້າ​ໄປ​ເບິ່ງ​ແຍ່ງ​ປົວ​ແປງ ​ແລະ ບົວລະບັດ​ຮັກສາ ກໍ​ຍິ່ງ​ຈະ​ເປັນ​ຊ່ອງ​ຫວ່າງ​ກໍ່ໃຫ້​ເກີດ​ສິ່ງ​ບໍ່​ດີ ​ແລະ ​ເສຍ​ຫາຍ​ຫລາຍ​ດ້ານ.

 ຫຍ້າຫົກເຕັມ- ຫຍ້າຮົກ ບໍ່ແມ່ນ ຫຍ້າຫົກ (ສົງສານເດັກນ້ອຍບໍ 1)

__________________
Anonymous

Date:

ເງິນຂາຍລົດ Benz ຈັກຄັນ

ເອົາໄປຊື້ ລົດຕັດຫຍ້າ ໄດ້ຫຼາຍຄັນ

__________________
Anonymous

Date:

Anonymous wrote:

ເງິນຂາຍລົດ Benz ຈັກຄັນ

ເອົາໄປຊື້ ລົດຕັດຫຍ້າ ໄດ້ຫຼາຍຄັນ

 ເຈົ້າຂາຍມາຊື້ເປັນຕົວຢ່າງໃຫ້ເພິ່ນເຫັນກ່ອນໄດ້ບໍ່ລະ? biggrin

 ເສັັ້ນທາງນີີ້ແມ່ນບໍລິສັດເປັນຜູ້ສ້າງໃຫ້ລັດ ສະນັ້ນດິນສອງຝາກທາງເປັນຂອງບໍລິສັດໝົດແລ້ວຄັນມັນຫົກກໍ່ແມ່ນຫົກດິນບໍລິສັດເພີ່ນວ່າບໍ່ເປັນຫຍັງ. ໃຫ້ທາງກ້ຽງຍັງແລ່ນໄດ້ກໍ່ພໍ

__________________
Anonymous

Date:

ລາຄາກໍ່ສ້າງທາງເສັ້ນນີ້ ປະມານ 80 ລ້ານໂດລາ ລວງຍາວ 20 ຫລັກ ຕົກເປັນຫລັກລະ ປະມານ 4 ລ້ານໂດລາ

ຖ້າສົມທຽບກັບເພື່ອນບ້ານ ຄົງຈະສູງກວ່າລ້ານ

ແຕ່ບັນຫາ ຂອງທາງກໍຄືການຖົມດິນແຄມທາງ ອັນເກີດໃຫ້ມີການອຸດຕັນທາງລະບາຍນ້ຳ ແລວ້ ຕາມໄປກໍແມ່ນ ອາຍຸໃຊ້ງານສັ້ນລົງ

84173649752046009176.jpg

__________________
Anonymous

Date:

ສົມຄວນຕັ້ງຊື່ໃຫມ່ວ່າ ....ຖະໜົນ " ພັກປະຕິວັດ ຮົກເຮື້ອ ປະຊາຊົນລາວ "

__________________
Anonymous

Date:

450+year+Road.jpg

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard