Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄດ້ເງິນມາແກ້ໄຂ ປັນຫາລົດຄາກັນ ຢູ່ນະຄອນຫຼວງແລ້ວ !
Anonymous

Date:
ໄດ້ເງິນມາແກ້ໄຂ ປັນຫາລົດຄາກັນ ຢູ່ນະຄອນຫຼວງແລ້ວ !


ໂຍທາຈະປັບປຸງລະບົບການສັນຈອນໃນໂຕເມືອງຄັ້ງໃຫຍ່ເພື່ອແກ້ໄຂຄວາມແອອັດ

 


 
Lao+Street.jpg
         ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງຈະ​ປັບປຸງ​ລະບົບ​ການ​ສັນຈອນ​ໃນ​ຕົວ​ເມືອງ​ຕ່າງໆ​ຂອງນະຄອນຫລວງ​ວຽງ​ຈັນ​ຄັ້ງ​ໃຫຍ່ເພື່ອ​ແກ້​ໄຂ​ສະພາບ​​ແອ​ອັດ​ສັບສົນ​ຄື​ດັ່ງ​ປັດຈຸບັນ​ໃຫ້​ຫລຸດຜ່ອນ​ລົງ.
           ທ່ານ ສົມ​ນຶກ ​ເມກຕະກຸລ ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ການ​ຈໍລະ​ຈອນ​ທາງບົກ ​ແລະ ການ​ຂັບ​ຂີ່ ກົມ​ຂົນ​ສົ່ງ​ກະຊວງ​ໂຍທາ​ທິ ການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​​ໃນ​ວັນ​ທີ 8 ສິງຫານີ້ ຢູ່​ກະຊວງ​ດັ່ງກ່າວວ່າ: ການ​ປັບປຸງ​ລະບົບ​ການ​ສັນຈອນ​ໃໝ່​ນີ້ ​ແມ່ນ​ການ​ແກ້​ໄຂ​​ບັນຫາ​ການ​ສັນຈອນ​ແອ​ອັດສຳລັບ​ສະ​ເພາະ​ໜ້າ ພາຍຫລັງ​ໄດ້​ຮັບ​ການ​ສະໜັບສະໜູນ​ທຶນ​ຈຳນວນ 5 ​ແສນ​ກວ່າ​ໂດ​ລາ​ສະຫະລັດຈາກ​ທະນາຄານ​ໂລກ (WB) ​ໂດຍ​ສະ​ເພາະ​ເພື່ອ​ປັບປຸງ​ການ​ສັນຈອນ​ໃນ​ເສັ້ນທາງ​ໄກສອນ, ຖະໜົນ 23 ສິງຫາ, ຖະໜົນ T2, ຖະໜົນ​ດົງ​ປ່າ​ລານ ​ແລະ ບາງ​​ເສັ້ນ​ທາງ​ອ້ອມ​ຂ້າງ​ຈຳນວນ​ໜຶ່ງ ​ໃນ​ນີ້ປະ ກອບ​ມີ​ການ​ຕິດຕັ້ງປ້າຍ​ຫ້າມ​ຢຸດ, ຫ້າມ​ຈອດ​ຕະຫລອດ​ທາງ​ໃນ​ຊົ່ວ​ໂມງ​ເລັ່ງດ່ວນ, ຕິດຕັ້ງລະບົບ​ໄຟ​ອຳນາດ ​ແລະ ປັບ​ວົງ​ຈອນ​ໄຟ​ອຳນາດຈຳນວນ 23 ຈຸດ, ກຳນົດ​ເຂດ​ເຫລືອງ, ຕິດຕັ້ງຖັງ​ຢາງ​ໃນ​ຈຸດ​ທາງ​ຄົບ​ແຍກ​ບາງ​ຈຸດ, ປ່ຽນ ຊ່ອງທາງ​ແລ່ນ​ສອງ​ເບື້ອງມາ​ເປັນ​ເບື້ອງດຽວ ​ແລະ ປ່ຽນ​ບາງ
ຊ່ອງທາງ​​ແລ່ນ​ໄດ້​​ເບື້ອງດຽວມາ​ເປັນ​ສອງ​ເບື້ອງ, ​ເອົາ​ປ້າຍ​ລ້ຽວ ຂວາ​ໄດ້​ອອກ​ ​ແລະ ປົດ​ປ້າຍ​ກຳນົດ​ການ​ສັນຈອນ​ທີ່​ເຫັນ​ວ່າ​ບໍ່​ແທດເໝາະອອກ ​ໂດຍ​ຈະ​ໃຫ້​ສຳ​ເລັດ​ໃນຕົ້ນປີ 2014.
          ທ່ານ ສົມ​ນຶກ ກ່າວ​ວ່າ: ພຶດ ຕິ​ກຳ​ຂອງ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ທີ່​ພາ​ໃຫ້​ເກີດ​ຄວາມ​ແອ​ອັດ​ສັບສົນຕໍ່​ການ​ສັນຈອນ​ສ່ວນ​ໜຶ່ງ​ມາ​ຈາກ​ຂັບ​ຂີ່​ບໍ່​ໄປ​ຕາມ​ເລນ, ຂີ່​ສວນ​ທາງ, ມີ​ລັກສະນະ​ເຫັນ​ແກ່​ຕົວ, ມັກງ່າຍ, ຍາດ​ຊີງ​ກັນ​ໄປ, ຈອດ​ລົດ​ຜິດ​ລະ ບຽບ ​ແລະ ສິ່ງ​ປິ່ນ​ອ້ອມ​ອື່ນໆ​ກໍ​ມີ​ສ່ວນ​ກໍ່​ໃຫ້​ເກີດ​ບັນຫາ​ເຊັ່ນ​ດຽວ​ກັນ ​ເປັນຕົ້ນ​ໄຟ​ອຳນາດ​ບາງ​ບ່ອນ​ບໍ່​ເໝາະ​ສົມ, ມີ​ລັກສະນະ​ໄວ​ໂພດ ຫລື ຊ້າ​ໂພດ ບໍ່​ສົມ​ຄູ່​ກັບ​ປະລິມານ​ການ​ສັນຈອນ, ບາງ​ເສັ້ນທາງ​ມີ​ຈຸດ​ຕັດ​ຫລາຍ​ເກີນ​ໄປ ​ແລະ ການ​ສັນຈອນ​ໃນ​ທິດທາງ​ດຽວ​ບາງ​ສາຍ​ບໍ່​ແທດເໝາະ​ກັບ​ສະພາບ​ຕົວ​ຈິງ ຈຶ່ງ​ກໍ່​ໃຫ້​ເກີດ​ມີ​ການ​ສັນຈອນ​ຕິດ​ຂັດ​ໃນ​ເວລາ​ຮີບ​ດ່ວນ ​ໂດຍ​ສະ​ເພາະ​ໂມງ​ເຂົ້າ ການ-​ເລີກ​ການ.
           ທ່ານ ທອງ​ວັນ ​ເພັດ​ທະວີ​ແສງ ຮອງ​ຫົວໜ້າ​ກົມ​ຂົນ​ສົ່ງ ກະ ຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່າວ​ວ່າ: ​ໃນ​ປີ 2012 ຜ່ານ​ມາ, ທົ່ວ​ປະ​ເທດ​ມີ​ຈຳນວນ​ອຸປະຕິ​ເຫດ​ເກີດ​ຂຶ້ນຫລາຍ​ກວ່າ 6.000 ກໍລະ ນີ, ມີ​ຜູ້​ເສຍ​ຊີວິດ​ຫລາຍ​ເຖິງ 888 ຄົນ, ​ໃນ​ນັ້ນ ສະ​ເພາະຢູ່​ນະຄອນ ຫລວງ​ວຽງ​ຈັນ​​ເກີດ​ຂຶ້ນ 1.644 ກໍ ລະນີ, ມີ​ຜູ້​ເສຍ​ຊີວິດ​ 205 ຄົນ ​ເຊິ່ງ​ເປັນ​ອັດຕາ​ສ່ວນ​ສູງ ​ເມື່ອ​ທຽບ​ໃສ່​ປະ​ເທດ​ອື່ນໆ. ປັດຈຸບັນ​ທົ່ວ​ປະ​ເທດ​ມີ​ພາຫະນະ​ປະມານ 1,2 ລ້ານ​ຄັນ, ຢູ່​ນະຄອນຫລວງ​ວຽງ​ຈັນ​ມີ​ປະມານ 535.435 ຄັນ (​ເທົ່າ​ກັບ 42%), ​ໃນ​ນັ້ນ ລົດຈັກ​ກວມ​ປະມານ 70%, ລົດ​ໃຫຍ່​ກວມ​ເອົາ 25%, ລົດ​ບັນທຸກ, ລົດ​ເມ ​ແລະ ລົດ​ສາມ​ລໍ້ 5%. ພາຫະນະ​ຫລາຍ​ກວ່າ 50% ​ແມ່ນ​ແລ່ນ​ຕາມຖະ ໜົນ​ໃນ​ນະຄອນຫລວງ​ວຽງ​ຈັນ ​ເຊິ່ງ​ເຮັດ​ໃຫ້​ເກີດ​ສະພາບ​ການ​ສັນ ຈອນ​ນັບ​ມື້ນັບ​ແອ​ອັດ ​ໂດຍ​ສະ​ເພາະ​​ໃນ​ເວລາ​ເລັ່ງດ່ວນ​ເຂົ້າ ການ-​ເລີກ​ການ.ດັ່ງນັ້ນ, ພັກ ​ແລະ ລັດຖະບານ ຈຶ່ງ​ຖື​ເປັນ​ບັນຫາ​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຮີບ​ດ່ວນ, ​ແຕ່​ຄວາມ​ຈິງ​ແລ້ວ ບັນຫາ​ອຸປະຕິ​ເຫດ​ທາງ​ຖະໜົນ, ລົດ​ຕິດ, ການ​ຈາລະ​ຈອນ​ແອ​ອັດ ​ແມ່ນ​ບັນຫາ​ທີ່​ທຸ​ກ ພາກສ່ວນ​ໃນ​ສັງຄົມ​ຕ້ອງ​ໄດ້​ພ້ອມ​ກັນ​ແກ້​ໄຂ. ມັນ​ບໍ່​ແມ່ນ​ບັນ ຫາ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ ຫລື ຂະ​ແໜງ​ການ​ໃດ​ໜຶ່ງ​ຈະ​ແກ້​ໄຂ​ໂດຍ​ລຳພັງ​ໄດ້. ​ແນ່ນອນ​ວ່າ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ອາດ​ເປັນ​ຜູ້​ສ້າງ​ຖະໜົນ, ຕິດຕັ້ງ ປ້າຍ​ສັນຍານ​ຈາລະ​ຈອນ, ອອກ​ລະບຽບ​ກົດ ໝາຍ, ກຳນົດ​ກົດ​ຈະລາຈອນ, ກຳນົດ​ມາດຕະຖານ​ເຕັກນິກ​ລົດ, ກຳນົດ​ມາດຕະ ຖານ​ສອບ​ເສັງ​ໃບ​ຂັບ​ຂີ່ ​ແລະ ອື່ນໆ. ​ແຕ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເປັນ​ຜູ້​ບັງຄັບ​ໃຊ້​ລະບຽບ​ກົດໝາຍ, ກວດ ກາ​ນັກ​ຂັບ​ຂີ່ຕາມ​ຖະໜົນ. ກະ ຊວງ​ສຶກສາ​ເປັນ​ຜູ້​ສ້າງ ຫລື ສອນ​ຄົນ​ໃຫ້​ຮູ້​​ເຄົາລົບ​ກົດໝາຍ ​ແລະ ປະຕິບັດ​ຕາມລະບຽບ​ຢ່າງ​ເຂັ້ມ ງວດ ​ແລະ ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ເປັນ​ຂະ​ແໜງ​ການ​ສຳຄັນ​ໃນ​ການ​ປະກາດ​ໂຄສະນາ​ເຜີຍ​ແຜ່​ໃຫ້​ສັງຄົມ​ຊາບ ​ເພື່ອ​ໃຫ້​ທຸກ​ຄົນ​ປະຕິບັດ​ຕາມ ​ແລະ ​ໃຫ້ການ​ຮ່ວມ​ມື ​ເພື່ອ​ການ​ຂັບ​ຂີ່​ສະດວກ​ປອດ​ໄພ ​ແລະ ປາສະຈາກ​ອຸປະຕິ​ເຫດ.


__________________
Anonymous

Date:
RE: ໄດ້ເງິນມາແກ້ໄຂ ປັນຫາລົດຄາກັນ ຢູ່ນະຄອນຫຼວງແລ້ວ !


5 ແສນໂດລາຈະເຮັດຫຍັງໄດ້ແດ່? ຊື້ປ້າຍຫ້າມຈອດມາມາຕິດກໍ່ຍັງບໍ່ພໍ.



__________________
Anonymous

Date:

Forget about it furious

The money is going to someone pocket,

not fixing the traffic's problems no



__________________
Anonymous

Date:

Anonymous wrote:

Forget about it furious

The money is going to someone pocket,

not fixing the traffic's problems no


 prove it if you can.. not just you only can bark!



__________________
Anonymous

Date:

Anonymous wrote:

5 ແສນໂດລາຈະເຮັດຫຍັງໄດ້ແດ່? ຊື້ປ້າຍຫ້າມຈອດມາມາຕິດກໍ່ຍັງບໍ່ພໍ.


 

ຊື້ລົດໄດ້ຫລາຍຄັນ



__________________
Anonymous

Date:

Anonymous wrote:

5 ແສນໂດລາຈະເຮັດຫຍັງໄດ້ແດ່? ຊື້ປ້າຍຫ້າມຈອດມາມາຕິດກໍ່ຍັງບໍ່ພໍ.


 It's free money.. how much you need?

 

You should thank the Lao government for taking the effort to get money to fix the road.

Lao leaders are smart



__________________
Anonymous

Date:

MONEY COME AND GONE QUICKLY....555 IN THEIR POCKET . WHAT 'S THE **** OF THESE GUYS!!



__________________
Anonymous

Date:

Anonymous wrote:

MONEY COME AND GONE QUICKLY....555 IN THEIR POCKET . WHAT 'S THE HELL OF THESE GUYS!!


 



__________________
Anonymous

Date:

Anonymous wrote:
Anonymous wrote:

MONEY COME AND GONE QUICKLY....555 IN THEIR POCKET . WHAT 'S THE HELL OF THESE GUYS!!


 


 ປາກໝາ



__________________
Anonymous

Date:

your Dad die !!!!!



__________________
Anonymous

Date:

ນີ້ຄືການແກ້ໄຂບັນຫາທີ່ປາຍເຫດ

 



__________________
Anonymous

Date:

Anonymous wrote:

5 ແສນໂດລາຈະເຮັດຫຍັງໄດ້ແດ່? ຊື້ປ້າຍຫ້າມຈອດມາມາຕິດກໍ່ຍັງບໍ່ພໍ.


 ມັນແກ້ໃຂບໍ່ໄດ້ດອກ ຍ້ອນຫຼາຍໆ ສາຍເຫດໃນສັງຄົມ ຢາກແກ້ບັນຫານີ້ແທ້ໆ ກໍຕ້ອງແກ້ໃຂບັນຫາອື່ນກ່ອນ ເພາະຄົນຂັບລົດ ບໍ່ຮູ້ກົດລະບຽບ ແລະ ກໍບໍ່ຮູ້ຈັກປະຕິບັດ ແມ່ນແຕ່ເຈົ້າໜ້າທີ່ເອງ ກໍຍັງຂັບລົດບໍ່ມີໃບຂັບຂີ່ ກໍແລ້ວກັນ ມັນຂອງທຳມະດາ ຂອງຄົນໃນປະເທດ ທີ່ບໍ່ພັດທະນາ ແຍ້ງຊິງ ກັນໄປ ຕັດໜ້າ ຕັດຫຼັງໄປແບບນີ້ແລ້ວ ດີແລ້ວ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard