ສະຫາຍ ຫວ່າງ ອີ້ (Wang Yi) ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປ ຈີນ, ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 2-3 ສິງຫາ 2013
ໂອກາດດັ່ງກ່າວ ທັງສອງຝ່າຍຍັງໄດ້ສະແດງຄວາມຊື່ນຊົມຍິນດີຕໍ່ຜົນການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ອັນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ ໂດຍສະເພາະແມ່ນການຊ່ວຍເຫລືອ ສປປ ລາວ ໃນຫລາຍດ້ານ ລວມທັງຄວາມພ້ອມ ເພື່ອກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015 ກໍ່ຄືການປະຕິບັດເປົ້າຫມາຍສະຫັດສະວັດ (MDG) ແລະ ການປະຕິບັດຄາດຫມາຍສູ້ຊົນເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020.
ພ້ອມດຽວກັນນີ້ ສະຫາຍ ຫວ່າງ ອີ້ ໄດ້ຢືນຢັນເຈຕະນາລົມຂອງລັດຖະບານຈີນ ໃນການໃຫ້ການຮ່ວມມືຢ່າງເປັນຮູບປະທຳ ເພື່ອເຮັດໃຫ້ເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບການລົງມືກໍ່ສ້າງໃນມໍ່ໆນີ້,
ພິເສດລັດຖະບານຈີນຈະໃຫ້ທຶນກູ້ຢຶມແກ່ ລັດຖະບານລາວຈຳນວນ 573 ລ້ານຢວນ ສຳລັບໂຄງການຂະຫຍາຍນ້ຳປະປາດົງຫມາກຄາຍ ແລະ ຈະໃຫ້ການຊ່ວຍເຫລືອຕ້ານພະຍາດໄຂ້ເລືອດອອກຕື່ມອີກຈຳນວນ 200.000 ໂດລາສະຫະລັດ ແລະ ຝ່າຍຈີນກໍ່ໄດ້ຕົກລົງໃຫ້ການຊ່ວຍເຫລືອທຶນການສຶກສາຈຳນວນຫນຶ່ງແກ່ກະຊວງການຕ່າງປະເທດຂອງລາວ,
ໄທສ້າງທາງຣົຖໄຟຄວາມໄວສູງມາຮອດໜອງຄາຍມື້ໃດ ມື້ນັ້ນລະຈີນຈຶ່ງຈະຈົກຈົກເງິນອອກມາໃຫ້ລາວຢືມ.
ການສ້າງທາງລົດໄຟ ການສ້າງສາຕ່າງໆສ່ວນຫລາຍກະແມ່ນທຶນກູ້ຢືມ ຈັກດົນປານໄດລັດຖະບານລາວ ຈັງປະກາດ ປະເທດລາວເປັນປະເທດບໍມີຫນີ້ ລະກະເປັນຜູ້ໃຫ້ປະເທດອື່ນກູ້ຢືມ ເງິນໄປລົງທືນ ແລະອື່ນໆ ຍ້ອນວ່າການນຳພັກລັດສະຫຼາດສ່ອງໃສຮູ້ນຳພາຮອບດ້ານ ເຮັດເພືອຊາດເພື່ອປະຊາຊົນ ບໍມີການສ້ລາດບັງ ຫຼວງ ໂກງກິນເງິນຊັບສິນ ຂອງຊາດຂອງປະຊາຊົນ.
Anonymous wrote:ການສ້າງທາງລົດໄຟ ການສ້າງສາຕ່າງໆສ່ວນຫລາຍກະແມ່ນທຶນກູ້ຢືມ ຈັກດົນປານໄດລັດຖະບານລາວ ຈັງປະກາດ ປະເທດລາວເປັນປະເທດບໍມີຫນີ້ ລະກະເປັນຜູ້ໃຫ້ປະເທດອື່ນກູ້ຢືມ ເງິນໄປລົງທືນ ແລະອື່ນໆ ຍ້ອນວ່າການນຳພັກລັດສະຫຼາດສ່ອງໃສຮູ້ນຳພາຮອບດ້ານ ເຮັດເພືອຊາດເພື່ອປະຊາຊົນ ບໍມີການສ້ລາດບັງ ຫຼວງ ໂກງກິນເງິນຊັບສິນ ຂອງຊາດຂອງປະຊາຊົນ.
ຕາມທີ່ໄດ້ຍິນເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງທີ່ບໍ່ປະສົງອອກນາມເວົ້າຢູ່ຫ້ອງແນວລາວພັດທະນາຊາດ(Paltalk)
ເພິ່ນວ່າ ລັດຖະບານລາວບໍ່ໄດ້ທຸກຄືເຂົາຄິດ ແຕ່ຍ້ອນປະເທດລາວເປັນປ້ອມດ່ານໜ້າສັງຄົມນິຍົມ ລັຖະບານ
ລາວຈຶ່ງຕ້ອງໄດ້ໃຊ້ 30% ຂອງງົບປະມານແຫ່ງຊາດເຂົ້າໃນການເສີມຂະຫຍາຍລະບອບສັງຄົມນິຍົມໃນປະເທດ
ປ້ອມດ່ານໜ້າທຶນນິຍົມຕາມກົດຂອງພັກຄັອມມຸຍນິດອິນໂດຈີນ.
ຄວາມຈິງແລ້ວ ລັດຖະບານລາວບໍ່ຢາກຢືມເງິນຈາກທະນາຄານເອເຊຍ ຈາກທະນາຄານໂລກ ຈາກທະນາຄານ
IMF ບໍ່ຢາກຢືມຈາກປະເທດໃດທັງນັ້ນ ແຕ່ຍ້ອນລັດຖະບານລາວເປັນລັດຖະບານທີ່ມີຄວາມໂປ່ງໃສ ໄດ້ຮັບ
ຄວາມໄວ້ວາງໃຈຈາກສາກົນ ທະນາຄານໂລກ, ທະນາຄານກອງທຶນ IMF, ທະນາຄານພັດທະນາເອເຊຍ ແລະ
ບັນດາປະເທດເພື່ອນມິດອ້ອມຂ້າງຈຶ່ງພາກັນແຫ່ເຂົ້າມາຮ້ອງຂໍໃຫ້ຢືມເງິນນໍາເຂົາດ້ວຍອັດຕາດອກເບ້ຍຕໍ່າແລະ
ໃຫ້ຢືມເປັນເວລາຍາວນານ. ເມື່ອເປັນແນວນັ້ນ, ເພື່ອບໍ່ຢາກໃຫ້ເຂົາເສຍໃຈ ລັດຖະບານລາວຈຶ່ງຕ້ອງຝືນໃຈຕົນ.
ປ.ລ. ຖ້າບໍ່ເຊື່ອ ໃຫ້ເຂົ້າໄປສອບຖາມນໍາຜູ່ທີ່ໃຊ້ນາມແຝງ AYA AiLao ຫລື Lexus 330 ຢູ່ Paltalk ເດີ.
ມື້ໃດຫວຽດນາມວ່າ ໂອເຄ ມື້ນັ້ນລາວຈຶ່ງຈະຕົກລົງຢືມເງິນຈາກຈີນເພື່ອສ້າງ
ທາງລົດໄຟລາວ-ຈີນ, ຕ່າງກໍພາກັນເຂົ້າໃຈວ່າຈີນບໍ່ຍອມໃຫ້ລາວກູ້ເງິນ ທີ່ຈິງ
ແລ້ວຈີນມະນຸມັດໃຫ້ເງິນກູ້ແກ່ລາວແຕ່ປີ 2008 ຜ່ານມາພຸ້ນ ແຕ່ວ່າຫວຽດ
ນາມສັ່ງໃຫ້ລັດຖະບານລາວໂຈະໄວ້ ຖ້າບໍ່ທໍ່ຫວຽດນາມແຜນການສ້າງທາງລົດ
ໄຟລາວ-ຈີນຈະສະຫລອງເປີດເສັ້ນທາງເປັນທາງການໂດຍມີລົດໄຟຫົວກະສຸນ
ແລ່ນມາເຖິງນະຄອນຫລວງວຽງຈັນໃນຕົ້ນເດືອນມັງກອນປີ 2014 ຈະມານີ້
ເພາະເວລາຂອງແຜນການສ້າງທາງລົດໄຟເສັ້ນນີ້ມີພຽງ 5 ປີເທົ່ານັ້ນ.