Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເສັ້ນ­ທາງ​ລົດ­ໄຟ​ລາວ-ຈີນ ກຳລັງຈະເປັນ​ ຮູບ​ປະ​ທຳ
Anonymous

Date:
ເສັ້ນ­ທາງ​ລົດ­ໄຟ​ລາວ-ຈີນ ກຳລັງຈະເປັນ​ ຮູບ​ປະ​ທຳ


ສະ­ຫາຍ ຫວ່າງ ອີ້ (Wang Yi) ລັດ​ຖະມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດແຫ່ງ ສປ ຈີນ, ພ້ອມ​ດ້ວຍ​ຄະ­ນະ​ໄດ້ເດີນ­ທາງ​ມາ​ຢ້ຽມ­ຢາມ ສປປ ລາວ ລະຫວ່າງ​ວັນ​ທີ 2-3 ສິງ­ຫາ 2013 

ໂອ­ກາດ​ດັ່ງ­ກ່າວ  ທັງ​ສອງ​ຝ່າຍ​ຍັງ​ໄດ້​ສະ­ແດງຄວາມ​ຊື່ນ​ຊົມ​ຍິນ​ດີ​ຕໍ່​ຜົນ​ການ​ພົວ­ພັນຮ່ວມ​ມື​ຊ່ວຍ­ເຫລືອ​ເຊິ່ງ​ກັນ ແລະ ກັນ​ໃນດ້ານ​ຕ່າງໆ ອັນ​ໄດ້​ນຳ​ຜົນ​ປະ­ໂຫຍດ​ຕົວຈິງມາ­ສູ່​ປະ ­ຊາ­ຊົນ​ສອງ​ຊາດ ໂດຍ​ສະ­ເພາະແມ່ນ​ການ​ຊ່ວຍ­ເຫລືອ ສປປ ລາວ ໃນຫລາຍ​ດ້ານ ລວມ​ທັງ​ຄວາມ​ພ້ອມ ເພື່ອກ້າວ​ເຂົ້າ​ສູ່​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາຊຽນ​ໃນ​ປີ 2015 ກໍ່​ຄື​ການ​ປະ­ຕິ­ບັດ​ເປົ້າຫມາຍ​ສະ­ຫັດ​ສະ​ວັດ (MDG) ແລະ ການ​ປະ­ຕິ­ບັດ​ຄາດ­ຫມາຍ​ສູ້​ຊົນເຮັດ​ໃຫ້ ສປປ ລາວ ຫລຸດ​ພົ້ນ​ອອກ​ຈາກ​ຄວາມດ້ອຍ​ພັດ­ທະ­ນາ​ໃນ​ປີ 2020.

 

ພ້ອມ​ດຽວ​ກັນ​ນີ້ ສະ­ຫາຍ ຫວ່າງ ອີ້ ໄດ້​ຢືນ­ຢັນ​ເຈ­ຕະ­ນາ​ລົມ​ຂອງ​ລັດ­ຖະ­ບານ​ຈີນ ໃນ​ການ​ໃຫ້­ການ​ຮ່ວມ​ມື​ຢ່າງ​ເປັນ​ຮູບ​ປະ​ທຳ ເພື່ອ​ເຮັດ​ໃຫ້​ເສັ້ນ­ທາງ​ລົດ­ໄຟ​ລາວ-ຈີນ ໄດ້​ຮັບ​ການ​ລົງ­ມື​ກໍ່­ສ້າງ​ໃນ​ມໍ່ໆ​ນີ້,

ພິ­ເສດ​ລັດ­ຖະ­ບານ​ຈີນຈະ​ໃຫ້​ທຶນ​ກູ້​ຢຶມ​ແກ່ ລັດ­ຖະ­ບານ​ລາວ​ຈຳ­ນວນ 573 ລ້ານຢວນ ສຳ­ລັບ​ໂຄງ­ການ​ຂະ­ຫຍາຍ​ນ້ຳ​ປະປາ​ດົງ​ຫມາກ­ຄາຍ ແລະ ຈະ​ໃຫ້­ການຊ່ວຍ­ເຫລືອ​ຕ້ານ​ພະ­ຍາດ​ໄຂ້­ເລືອດ­ອອກຕື່ມ​ອີກ​ຈຳ­ນວນ 200.000 ໂດ​ລາ​ສະຫະ​ລັດ ແລະ ຝ່າຍ​ຈີນ​ກໍ່​ໄດ້​ຕົກ­ລົງ​ໃຫ້­ການຊ່ວຍ­ເຫລືອ​ທຶນ​ການ​ສຶກ​ສາ​ຈຳ­ນວນ​ຫນຶ່ງ​ແກ່​ກະ­ຊວງ​ການ​ຕ່າງ­ປະ­ເທດຂອງ​ລາວ,

 

 



__________________
Anonymous

Date:
RE: ເສັ້ນ­ທາງ​ລົດ­ໄຟ​ລາວ-ຈີນ ກຳລັງຈະເປັນ​ ຮູບ​ປະ​ທຳ


ໄທສ້າງທາງຣົຖໄຟຄວາມໄວສູງມາຮອດໜອງຄາຍມື້ໃດ ມື້ນັ້ນລະຈີນຈຶ່ງຈະຈົກຈົກເງິນອອກມາໃຫ້ລາວຢືມ.



__________________
Anonymous

Date:

ການສ້າງທາງລົດໄຟ ການສ້າງສາຕ່າງໆສ່ວນຫລາຍກະແມ່ນທຶນກູ້ຢືມ ຈັກດົນປານໄດລັດຖະບານລາວ ຈັງປະກາດ ປະເທດລາວເປັນປະເທດບໍມີຫນີ້ ລະກະເປັນຜູ້ໃຫ້ປະເທດອື່ນກູ້ຢືມ ເງິນໄປລົງທືນ ແລະອື່ນໆ ຍ້ອນວ່າການນຳພັກລັດສະຫຼາດສ່ອງໃສຮູ້ນຳພາຮອບດ້ານ ເຮັດເພືອຊາດເພື່ອປະຊາຊົນ ບໍມີການສ້ລາດບັງ ຫຼວງ ໂກງກິນເງິນຊັບສິນ ຂອງຊາດຂອງປະຊາຊົນ.



__________________
Anonymous

Date:

Anonymous wrote:

ການສ້າງທາງລົດໄຟ ການສ້າງສາຕ່າງໆສ່ວນຫລາຍກະແມ່ນທຶນກູ້ຢືມ ຈັກດົນປານໄດລັດຖະບານລາວ ຈັງປະກາດ ປະເທດລາວເປັນປະເທດບໍມີຫນີ້ ລະກະເປັນຜູ້ໃຫ້ປະເທດອື່ນກູ້ຢືມ ເງິນໄປລົງທືນ ແລະອື່ນໆ ຍ້ອນວ່າການນຳພັກລັດສະຫຼາດສ່ອງໃສຮູ້ນຳພາຮອບດ້ານ ເຮັດເພືອຊາດເພື່ອປະຊາຊົນ ບໍມີການສ້ລາດບັງ ຫຼວງ ໂກງກິນເງິນຊັບສິນ ຂອງຊາດຂອງປະຊາຊົນ.


 ຕາມທີ່ໄດ້ຍິນເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງທີ່ບໍ່ປະສົງອອກນາມເວົ້າຢູ່ຫ້ອງແນວລາວພັດທະນາຊາດ(Paltalk)

ເພິ່ນວ່າ ລັດຖະບານລາວບໍ່ໄດ້ທຸກຄືເຂົາຄິດ ແຕ່ຍ້ອນປະເທດລາວເປັນປ້ອມດ່ານໜ້າສັງຄົມນິຍົມ ລັຖະບານ

ລາວຈຶ່ງຕ້ອງໄດ້ໃຊ້ 30% ຂອງງົບປະມານແຫ່ງຊາດເຂົ້າໃນການເສີມຂະຫຍາຍລະບອບສັງຄົມນິຍົມໃນປະເທດ

ປ້ອມດ່ານໜ້າທຶນນິຍົມຕາມກົດຂອງພັກຄັອມມຸຍນິດອິນໂດຈີນ.

ຄວາມຈິງແລ້ວ ລັດຖະບານລາວບໍ່ຢາກຢືມເງິນຈາກທະນາຄານເອເຊຍ ຈາກທະນາຄານໂລກ ຈາກທະນາຄານ

IMF ບໍ່ຢາກຢືມຈາກປະເທດໃດທັງນັ້ນ ແຕ່ຍ້ອນລັດຖະບານລາວເປັນລັດຖະບານທີ່ມີຄວາມໂປ່ງໃສ ໄດ້ຮັບ

ຄວາມໄວ້ວາງໃຈຈາກສາກົນ ທະນາຄານໂລກ, ທະນາຄານກອງທຶນ IMF, ທະນາຄານພັດທະນາເອເຊຍ ແລະ

ບັນດາປະເທດເພື່ອນມິດອ້ອມຂ້າງຈຶ່ງພາກັນແຫ່ເຂົ້າມາຮ້ອງຂໍໃຫ້ຢືມເງິນນໍາເຂົາດ້ວຍອັດຕາດອກເບ້ຍຕໍ່າແລະ

ໃຫ້ຢືມເປັນເວລາຍາວນານ. ເມື່ອເປັນແນວນັ້ນ, ເພື່ອບໍ່ຢາກໃຫ້ເຂົາເສຍໃຈ ລັດຖະບານລາວຈຶ່ງຕ້ອງຝືນໃຈຕົນ.

ປ.ລ. ຖ້າບໍ່ເຊື່ອ ໃຫ້ເຂົ້າໄປສອບຖາມນໍາຜູ່ທີ່ໃຊ້ນາມແຝງ AYA AiLao ຫລື Lexus 330 ຢູ່ Paltalk ເດີ.



__________________
Anonymous

Date:

ມື້ໃດຫວຽດນາມວ່າ ໂອເຄ ມື້ນັ້ນລາວຈຶ່ງຈະຕົກລົງຢືມເງິນຈາກຈີນເພື່ອສ້າງ

ທາງລົດໄຟລາວ-ຈີນ, ຕ່າງກໍພາກັນເຂົ້າໃຈວ່າຈີນບໍ່ຍອມໃຫ້ລາວກູ້ເງິນ ທີ່ຈິງ

ແລ້ວຈີນມະນຸມັດໃຫ້ເງິນກູ້ແກ່ລາວແຕ່ປີ 2008 ຜ່ານມາພຸ້ນ ແຕ່ວ່າຫວຽດ

ນາມສັ່ງໃຫ້ລັດຖະບານລາວໂຈະໄວ້ ຖ້າບໍ່ທໍ່ຫວຽດນາມແຜນການສ້າງທາງລົດ

ໄຟລາວ-ຈີນຈະສະຫລອງເປີດເສັ້ນທາງເປັນທາງການໂດຍມີລົດໄຟຫົວກະສຸນ

ແລ່ນມາເຖິງນະຄອນຫລວງວຽງຈັນໃນຕົ້ນເດືອນມັງກອນປີ 2014 ຈະມານີ້

ເພາະເວລາຂອງແຜນການສ້າງທາງລົດໄຟເສັ້ນນີ້ມີພຽງ 5 ປີເທົ່ານັ້ນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard