ນີ້ ແມ່ນພຽງສາກຫນ້າເທົ່ານັ້ນ
ສວ່ນສາກຫລັງນັ້ນຍັງມີຫລາຍທີ່ຄົນລາວບໍ່ທັນຣູ້
ແຕ່ນັກທອ່ງທຽ່ວເຂົາໄປຫມົດແລວ້ ເຊັ່ນຕົວຢ່າງ
ເສັ້ນທາງ ໂຮຈີມິນ
ຖຳ້ເຊບັ້ງໄຟ ອັນເລິກລັບ
ບັນດາຊົນເຜົ່ານອ້ຍຕ່າງໆ
ປ່າດົງພົງໃພ ແລະຊີວະນານາພັນຕາມປ່າຕາມເຂົາ
ບໍ່ນຳ້ຣອ້ນນ້ຳເຢັນ ນ້ຳສີຟ້າ ສີທອງ
ດັ່ງນັ້ນ ພວກ backpacker ນີ້ລະເປັນຜູ້ເປີດການທອ່ງທຽ່ວໃຫ້ລາວເຣົາ ເຂົາໄປຣອດໃສເຂົາເອງເປັນຄົນສົ່ງຂໍ້ມູນໃຫ້ກັນ
ເຂົາເປັນຜູ້ເປີດ ວັງວຽງໃຫ້ກາຍເປັນ ບອ່ນທອ່ງທຽ່ວດັງໄປທົ່ວໂລກ
ອີກບໍ່ດົນ ເຂົາຈະເປັນຜູ້ບຸກເບີກ ຈອມພູເບັ້ຍ ລອງຖ້າເບິ່ງ
ອັນສຳຄັນທີ່ສຸດ ປະຊາຊົນລາວ ຕາມຊົນນະບົດ ຈະໄດ້ຜົນປະໂຍດໂດຍກົງຈາກພວກນີ້ ແຕ່ບໍ່ແມ່ນ ອົງການຫລືບໍລິສັດໃດນຶ່ງ
ດັ່ງນັ້ນ ສຳຫລັບລາວເຮົາເຮົາຄວນເຮັດແນວໃດຈຶ່ງຮັກສາໄວ້ໄດ້ບອ່ນທ່ອງທຽ່ວທີ່ເປັນທຳມະຊາດທີ່ສຸດນັ້ນ
ແລະເຮັດແນວໃດ ຈຶ່ງຈະສາມາດ ດຶງລາຍຮັບດ້ານທ່ອງທຽ່ວໃຫ້ຫລາຍ
ສວ່ນນຶ່ງຂ້າພະເຈົ້າຄິດວ່າ ຖ້າມີການສົ່ງເສີມ ໃຫ້ມີການຣັບແຂກ ແບບດັ້ງເດີມ ກໍຄືໃຫ້ແຕ່ລະບ້ານ ມີ ໂຮມສເຕ homestay ແບບລາວໆເຮົາ ໄປຫາມາແວ່ ຜູ້ຄົນກາຍໄປກາຍມາ ແມ່ນຣອ້ງກິນເຂົ້າກິນນ້ຳ ເຫຍັ້ນ ເຫລົ້າຢາ ແລວ້ ຈະທຳໃຫ້ປະຊາຊົນເຂດຊົນນະບົດມີລາຍຣັບໂດຍກົງ
ແທນທີ່ຈະລໍຖ້າແຕ່ໃຫ້ນັກລົງທຶນ ມາສ້າງໂຮງແຮມໃຫຍ່ໂຕ
ປະເທດລາວ ມີສິ່ງມະຫັດສະຈັນຫລາຍຢ່າງ ແຕ່ ຄົນລາວບໍ່ຢາກສົນໃຈໄປເບິ່ງ
Anonymous wrote:
I like the music
Anonymous wrote:ປະເທດລາວ ມີສິ່ງມະຫັດສະຈັນຫລາຍຢ່າງ ແຕ່ ຄົນລາວບໍ່ຢາກສົນໃຈໄປເບິ່ງ
ຢູ່ໃສນິ?
Where is this place?
Vangvieng
Anonymous wrote:Anonymous wrote:ປະເທດລາວ ມີສິ່ງມະຫັດສະຈັນຫລາຍຢ່າງ ແຕ່ ຄົນລາວບໍ່ຢາກສົນໃຈໄປເບິ່ງ ຢູ່ໃສນິ?Where is this place?
http://www.eastbound88.com/showthread.php/11139-Beautiful-Laos-Pics
Anonymous wrote:Anonymous wrote:Anonymous wrote:ປະເທດລາວ ມີສິ່ງມະຫັດສະຈັນຫລາຍຢ່າງ ແຕ່ ຄົນລາວບໍ່ຢາກສົນໃຈໄປເບິ່ງ ຢູ່ໃສນິ?Where is this place? http://www.eastbound88.com/showthread.php/11139-Beautiful-Laos-Pics
Xieng Khuang?
Anonymous wrote:Anonymous wrote:Anonymous wrote:ປະເທດລາວ ມີສິ່ງມະຫັດສະຈັນຫລາຍຢ່າງ ແຕ່ ຄົນລາວບໍ່ຢາກສົນໃຈໄປເບິ່ງ ຢູ່ໃສນິ?Where is this place? http://www.eastbound88.com/showthread.php/11139-Beautiful-Laos-Pics ບອ່ນນີ້ ແມ່ນວັງວຽງ ຍາມເຊົ້າ ຕອນຕົ້ນລະດູຝົນ ຫລື ລະດູຫນາວ
ຈະມີເມກ ຄຸມ ຮອດ ດິນ