">
ຂ່າວ: ໂພທິຣາຊ
ຄວາມຫວັງເປັນຈິງແລ້ວ ສຳລັບພາລະກິດລົງກອບກູ້ຕົ້ນໄມ້ມະນີໂຄດ ຂຶ້ນຈາກພື້ນນ້ຳທີ່ຄອນພະເພັງ ຫລັງຄະນະຮັບຜິດ ຊອບທີ່ກ່ຽວຂ້ອງໄດ້ໃຊ້ຄວາມພະຍາຍາມເຖິງ 2 ວັນ ເພື່ອນຳຕົ້ນໄມ້ສັກສິດດັ່ງກ່າວຂຶ້ນມາໄດ້ຢ່າງສຳເລັດທ່າມກາງການເຂົ້າຮ່ວມຊົມເປັນກຳລັງໃຈຈາກການນຳແຂວງ, ອຳນາດການປົກຄອງຕະຫລອດເຖິງພໍ່ແມ່ປະຊາຊົນຊາວແຂວງຈຳປາສັກຫລາຍກວ່າ 10 ພັນຄົນ.
ພາລະກິດລົງກອບກູ້ຕົ້ນໄມ້ມະນີໂຄດຂຶ້ນຈາກພື້ນນ້ຳທີ່ຕາດຄອນພະເພັງຄັ້ງທີສອງ, ທີ່ຕາມແຜນເບື້ອງຕົ້ນຈະປະຕິບັດໃນມື້ວັນທີ 11 ມັງກອນ ແຕ່ເນື່ອງຈາກວັນດັ່ງກ່າວເປັນວັນສິນກົງກັບແຮມ 14 ຄ່ຳຂອງເດືອນຈຽງ ຄະນະກອບກູ້ຈິ່ງເລື່ອນວັນປະຕິບັດງານເປັນວັນທີ 12 ມັງກອນ 2013 ນັບຈາກເວລາ 8:00 ໂມງ, ໂດຍໃຊ້ເຮືອບິນລຳເກົ່າເຮລິຄອບແຕ Ka 32 ຂອງກອງພັນໃຫຍ່ 703 ກະຊວງປ້ອງກັນປະເທດ, ເຊິ່ງຜູ້ທີ່ເຮັດຫນ້າທີ່ສະຫມັກໃຈລົງກອບກູ້ເທື່ອນີ້ປະກອບມີ 8 ທ່ານ, ໃນນັ້ນລົງສູ່ພື້ນທີ່ດອນກາງນ້ຳ 4 ທ່ານ, ເວລາປະມານ 8:30 ໂມງ ໄດ້ເລີ່ມປະຕິບັດງານໂດຍເຮືອບິນ Ka 32 ໄດ້ບິນອອກສູ່ຈຸດເປົ້າຫມາຍເພື່ອຢ່ອນເຈົ້າຫນ້າທີ່ກອບກູ້ລົງໄປປະຕິບັດງານ, ດ້ວຍການໃຊ້ຫມາກລໍ້ໃນການດຶງຕົ້ນໄມ້ຂຶ້ນຈາກພື້ນນ້ຳ ເພື່ອສາມາດສັງເກດການໄດ້ວ່າໄມ້ມີນຳຫນັກເທົ່າໃດກ່ອນຈະນຳເຮື່ອບິນເພື່ອຍົກ,ແຕ່ຜ່ານການປະຕິບັດຕົວຈິງຂອງເຈົ້າຫນ້າທີ່ເຫັນມາມີຄວາມຫຍຸ້ງຍາກພໍສົມຄວນ, ເນື່ອງຈາກວ່າກະແສນ້ຳພັດແຮງເຮັດໃຫ້ພາລະກິດດຶງໄມ້ຂຶ້ນຈາກພື້ນນ້ຳບໍ່ໄດ້ຕາມຄາດຫມາຍ, ເຊິ່ງໃນຕອນເຊົ້າສາມາດດຶງໄມ້ທີ່ຈົມຢູ່ພື້ນນ້ຳຂຶ້ນໄດ້ພຽງປະມານ 2 ແມັດເທົ່ານັ້ນ, ຈິ່ງເຮັດໃຫ້ແຜນການເບື້ອງຕົ້ນວ່າຕອນແລງຈະນຳເຮືອບິນ ເພື່ອຍົກໄມ້ມະນີໂຄດຂຶ້ນນັ້ນບໍ່ເປັນໄປຕາມແຜນການທີ່ວາງໄວ້.
ຢ່າງໃດກໍ່ຕາມເຈົ້າຫນ້າທີ່ພ້ອມຄະນະກຳມະການລົງກອບກູ້ຕົ້ນໄມ້ມະນີໂຄດຄັ້ງນີ້, ຍັງໄດ້ສືບຕໍ່ພາລະກິດດ້ວຍການສົ່ງເຈົ້າຫນ້າທີ່ລົງໄປສືບຕໍ່ປະຕິບັດງານ ເພື່ອຄວາມຫວັງທີ່ຈະດຶງຂຶ້ນມາໄດ້ໃນຄາບແລງ, ຜ່ານການປະຕິບັດງານແຕ່ 1:30 ໂມງຈົນຮອດ 4: 00 ໂມງກໍ່ບໍ່ສາມາດດຶງຂຶ້ນພົ້ນຈາກພື້ນນ້ຳໄດ້ເທື່ອ, ດັ່ງນັ້ນຈິ່ງເຮັດໃຫ້ພາລະກິດບໍ່ສົມຫວັງຕາມເປົ້າຫມາຍ.
ເຖິງວ່າກ່ອນຫນ້ານີ້ພາລະກິດລົງກອບກູ້ຕົ້ນໄມ້ມະນີໂຄດ ຍັງບໍ່ສົມຫວັງໄປຕາມຄາດຫມາຍກໍ່ຕາມ, ແຕ່ຄະນະການນຳ ແຂວງກໍ່ຄືຄະນະກຳມະການ, ວິຊາການ ແລະ ເຈົ້າຫນ້າທີ່ຍັງບໍ່ຫມົດຄວາມພະຍາຍາມຕໍ່ພາລະກິດເທື່ອ ແລະ ໄດ້ສືບຕໍ່ຄວາມພະຍາຍາມໃນການຊອກວິທີ ເພື່ອນຳເອົາຕົ້ນໄມ້ສັກສິດຂອງຊາດຂຶ້ນຈາກພື້ນນ້ຳໃຫ້ໄດ້.
ໃນວັນທິດທີ 13 ຕໍ່ມາເລີ່ມແຕ່ເວລາ 8: 00 ໂມງ, ກໍ່ໄດ້ສືບຕໍ່ປະຕິບັດແຜນການດ້ວຍການສົ່ງເຮືອບິນ ແລະ ເຈົ້າຫນ້າວິຊາ ການຊຸດເກົ່າບິນສູ່ຈຸດຫມາຍ ເພື່ອສືບຕໍ່ພາລະກິດອີກຄັ້ງໃຫມ່ເທື່ອນີ້ເບິ່ງຄືວ່າທຸກສິ່ງຢ່າງໄດ້ອຳນວຍຄວາມສະດວກໃຫ້, ດິນຟ້າອາກາດເປັນໃຈທ້ອງຟ້າແຈ່ມໃສບໍ່ມິລົມແຮງ, ເຮັດໃຫ້ການປະຕິບັດງານຂອງເຈົ້າຫນ້າທີ່ງ່າຍຂຶ້ນ, ເຊິ່ງໃຊ້ເວລາບໍ່ເຖິງ 2 ຊົ່ວໂມງກໍ່ສາມາດດຶງໄມ້ມະນີໂຄດພົ້ນຈາກພື້ນນ້ຳໄດ້ທ່າມກາງຄວາມດີອົກດີໃຈຂອງພໍ່ແມ່ປະຊາຊົນທີ່ຄ່ອຍເຊຍໃຫ້ກຳລັງໃຈ.
ເວລາປະມານ 1:30 ໂມງ ເຮລິຄອບແຕ Ka 32 ໄດ້ບິນຂຶ້ນສູ່ເທິງອາກາດ, ເພື່ອບິນສູ່ຈຸດຫມາຍ ເພື່ອປະຕິບັດພາລະກິດ ດຶງຕົ້ນໄມ້ມະນີໂຄດເຂົ້າຝັ່ງ, ແຕ່ຍ້ອນວ່າຕົ້ນໄມ້ມີຄວາມໃຫຍ່ ແລະ ຍາວກວ່າການກຳນົດໄວ້, ຈິ່ງເຮັດໃຫ້ເຮືອບີນບໍ່ສາມາດຮັບນ້ຳຫນັກໄດ້, ດັ່ງນັ້ນຈິ່ງມີຄວາມຈຳເປັນຕ້ອງໄດ້ຕັດເປັນ 3 ທ່ອນ ເພື່ອສະດວກ ແລະ ຮັບປະກັນໃນການຍົກຂອງເຮືອບິນ, ເຊິ່ງການປະຕິບັດໄດ້ເລີ່ມແຕ່ເວລາ 14:15 ໂມງ ຫາ 16:30 ໂມງກໍ່ສຳເລັດ.
ສຳລັບຕົ້ນໄມ້ມະນີໂຄດທີ່ສາມາດກອບກູ້ມາໄດ້ແມ່ນມີຄວາມຍາວທັງຫມົດ 14,56 ແມັດ, ຫນ້າຕັດ 46,6 ຊັງຕີແມັດ ແລະ ມີນ້ຳຫນັກທັງຫມົດ 2.800 ກິໂລກຣາມ, ເຊິ່ງໄດ້ນຳຂຶ້ນວາງໄວ້ທີ່ຫໍພິພິທະພັນສ້າງຂຶ້ນໃຫມ່ຢູ່ທີ່ບໍລິເວນຄອນພະເພັງນັ້ນເອງ ເພື່ອຈະທຳການສືກສາສຳຫລວດທາງວິທາງຍາສາດ ແລະ ເພື່ອວາງໄວ້ໃຫ້ປວງຊົນລາວທັງຊາດໄດ້ຂາບໄຫວສັກກາລະບູຊາ.
ມີໃຜໄດ້ເຂົ້າໄປຂາບໄຫວ້ສັກກະຣະບູຊາ ກະຣຸນາຖ່າຍຮູບມາໃຫ້ເບິ່ງແດ່, ຂອບໃຈ.
zack wrote:ngom ngai nor, stupid,
ngom ngai nor, stupid,
ຄວາມເຊື່ອຖືນີ້ຝັງເລິກມາຫລາຍເສັ່ນຄົນແລ້ວ ຍາກຈະລຶບລ້າງໄດ້.