ເພິ່ນອະນຸຍາດໃຫ້ສ້າງຕັ້ງສະມາຄົມ ອົງການຕ່າງໆຢາງຖືກຕ້ອງຕາມກົດໝາຍແລ້ວ ເປັນຫຍັງຈຶ່ງຈະສ້າງແບບລັບໆ? ຖ້າຕໍ່ສູ້ເພື່ອຄວາມຍຸຕິທໍາໃນສັງຄົມແທ້ ກໍ່ເຫັນດີນໍາ.
ການສ້າງກຸ່ມເພື່ອຕໍ່ສູ້ໃຫ້ເກີດຄວາມເປັນທໍາໃນສັງຄົມຕ້ອງເປັນກຸ່ມທີ່ເປີດເຜີຍແລະຖືກຕ້ອງຕາມກົດໝາຍ. ສູ້ກັນເຊິ່ງໜ້າໂດຍອີ່ງໃສ່ກົດໝາຍບ້ານເມືອງ. ການສ້າງຕັ້ງກຸ່ມປິດລັບມີແຕ່ພວກກໍ່ການຮ້າຍເທົ່ານັ້ນ. ຖ້າເປັນອົງກອນທີ່ຖືກຕ້ອງແລະເປີດເຜີຍຈະໄດ້ຮັບການສະໜັບສະໜຸນຈາກສັງຄົມເຊິ່ງມີຫຼາຍຕົວຢ່າງໃຫ້ເຫັນ ເຊັ່ນ: ອົງກອນ green peace ຕໍ່ສູ້ເພື່ອສິ່ງແວດລ້ອມ, ອົງກອນຜູ້ຍິງທົ່ວໂລກຕໍ່ສູ່ເພື່ອຄວາມເປັນທໍາ ສໍາຫຼັບຜູ້ຍິງ ຢ່າງນີ້ເປັນຕົ້ນ. ຖ້າທ່ານຄິດຂົນຂວາຍສ້າງກຸ່ມຕໍ່ຕ້າງທາງການເມືອງເຄື່ອນໄຫວທາງດ້ານອາວຸດ ເອີ້ນວ່າກຸ່ມກະບົດ ເຊັ່ນກຸ່ມວັງປ່າວເປັນຕົ້ນ ຫຼືກຸ່ມກໍ່ການຮ້າຍເຊັ່ນກຸ່ມ ອາວກໍອິດະເປັນຕົ້ນ. ຜູ້ທີ່ປະກາດຕົ້ນເອງວ່າຕໍ່ສູ່ເພື່ອຄວາມເປັນທໍາ ຕົນເອງຕ້ອງເປັນທໍາພ້ອມເປັນທໍາຕໍ່ແມ້ກະທັ້ງກັບຜູ້ທີ່ເປັນປໍລະປັກກັບເຮົາດ້ວຍ. ຢ່າຂ້າຄົນອື່ນຫຼືທໍາຮ້າຍຄົນອື່ນດ້ວຍພຽງຄໍາວ່າເພື່ອຄວາມເປັນທໍາ.
ເປັນຫຍັງຂ້າພະເຈົ້າຈຶ່ງຂຽນຍາວເພາະຮູ້ວ່າ: "ຄວາມຄິດຄືເບື້ອງຕົ້ນຂອງການກະທໍາ" ເຖິງແມ່ນວ່າການຕັ້ງກະທູ້ນີ້ອາດເປັນພຽງແນວຄິດລອຍໆໂດຍທີ່ບໍ່ມີແຜນການແຜນງານຫຍັງໝົດກໍ່ຕາມ ຫຼືອາດເປັນແນວຄິດຫຼິ້ນໆກໍ່ຕາມ.
Anonymous wrote:ເພິ່ນອະນຸຍາດໃຫ້ສ້າງຕັ້ງສະມາຄົມ ອົງການຕ່າງໆຢາງຖືກຕ້ອງຕາມກົດໝາຍແລ້ວ ເປັນຫຍັງຈຶ່ງຈະສ້າງແບບລັບໆ? ຖ້າຕໍ່ສູ້ເພື່ອຄວາມຍຸຕິທໍາໃນສັງຄົມແທ້ ກໍ່ເຫັນດີນໍາ.
ກ່ອນອື່ນຂໍຂອບໃຈໃນຄຳຄິດເຫັນ
ອັນແບບລັບໆທີ່ຂ້າພະເຈົ້າຢາກໃຫ້ມີຂື້ນນີ້ ແມ່ນແບບບໍ່ເປັນຄວາມລັບທຳມະດາໄດ້ ຢາກໃຫ້ເປັນ ຄວາມລັບຂອງຄວາມລັບອີກ ເປັນຄວາມລັບຂອງເຈົ້າຂອງຄວາມລັບແທ້ ບໍ່ຢາກໃຫ້ໃຜມາອະນຸຍາດ ປົກປິດຄວາມລັບທີ່ມັນເປັນໄພຕໍສັງຄົມແລ້ວ
Anonymous wrote:ການສ້າງກຸ່ມເພື່ອຕໍ່ສູ້ໃຫ້ເກີດຄວາມເປັນທໍາໃນສັງຄົມຕ້ອງເປັນກຸ່ມທີ່ເປີດເຜີຍແລະຖືກຕ້ອງຕາມກົດໝາຍ. ສູ້ກັນເຊິ່ງໜ້າໂດຍອີ່ງໃສ່ກົດໝາຍບ້ານເມືອງ. ການສ້າງຕັ້ງກຸ່ມປິດລັບມີແຕ່ພວກກໍ່ການຮ້າຍເທົ່ານັ້ນ. ຖ້າເປັນອົງກອນທີ່ຖືກຕ້ອງແລະເປີດເຜີຍຈະໄດ້ຮັບການສະໜັບສະໜຸນຈາກສັງຄົມເຊິ່ງມີຫຼາຍຕົວຢ່າງໃຫ້ເຫັນ ເຊັ່ນ: ອົງກອນ green peace ຕໍ່ສູ້ເພື່ອສິ່ງແວດລ້ອມ, ອົງກອນຜູ້ຍິງທົ່ວໂລກຕໍ່ສູ່ເພື່ອຄວາມເປັນທໍາ ສໍາຫຼັບຜູ້ຍິງ ຢ່າງນີ້ເປັນຕົ້ນ. ຖ້າທ່ານຄິດຂົນຂວາຍສ້າງກຸ່ມຕໍ່ຕ້າງທາງການເມືອງເຄື່ອນໄຫວທາງດ້ານອາວຸດ ເອີ້ນວ່າກຸ່ມກະບົດ ເຊັ່ນກຸ່ມວັງປ່າວເປັນຕົ້ນ ຫຼືກຸ່ມກໍ່ການຮ້າຍເຊັ່ນກຸ່ມ ອາວກໍອິດະເປັນຕົ້ນ. ຜູ້ທີ່ປະກາດຕົ້ນເອງວ່າຕໍ່ສູ່ເພື່ອຄວາມເປັນທໍາ ຕົນເອງຕ້ອງເປັນທໍາພ້ອມເປັນທໍາຕໍ່ແມ້ກະທັ້ງກັບຜູ້ທີ່ເປັນປໍລະປັກກັບເຮົາດ້ວຍ. ຢ່າຂ້າຄົນອື່ນຫຼືທໍາຮ້າຍຄົນອື່ນດ້ວຍພຽງຄໍາວ່າເພື່ອຄວາມເປັນທໍາ.ເປັນຫຍັງຂ້າພະເຈົ້າຈຶ່ງຂຽນຍາວເພາະຮູ້ວ່າ: "ຄວາມຄິດຄືເບື້ອງຕົ້ນຂອງການກະທໍາ" ເຖິງແມ່ນວ່າການຕັ້ງກະທູ້ນີ້ອາດເປັນພຽງແນວຄິດລອຍໆໂດຍທີ່ບໍ່ມີແຜນການແຜນງານຫຍັງໝົດກໍ່ຕາມ ຫຼືອາດເປັນແນວຄິດຫຼິ້ນໆກໍ່ຕາມ.
ກ່ອນອື່ນຂໍຂອບໃຈໃນຄຳຄິດເຫັນທີ່ເປັນຂໍ້ຄິດອີກມຸມໜື່ງ ຫຼາຍໆເດີ
ອັນຂ້າພະເຈົ້າຄິດວ່າ ເຮັດຫຍັງກະມີປິດບັງແລະເປີດເຜີຍຄຽງຄູ່ກັນໄປນັ້ນແລ້ວ ເພື່ອຄວາມສົມດຸ່ນກັນນະ
ແຕ່ອັນຄວາມລັບ ສາຍລັບທີ່ຂ້າພະເຈົ້າຢາກໃຫມີນີ້ແມ່ນ ຄວາມລັບຄວາມໃນໃຈ ຂອງບາງຄົນທີ່ບໍ່ກ້າຈະເວົ້າ ຈະສະແດງອອກມາ ເພາະຢ້ານຜູ້ມີອຳນາດ ໃຊ້ສິດລະງຳເອົາ ກູ່ມສາຍລັບນີ້ຖ້າມີຂື້ນແມ່ນຈະເຮັດໜ້າທີ່ ຫາຄວາມລັບຈາກທຸກຄົນທີ່ມີຄວາມລັບ ທີ່ພ້ອມທີ່ຈະລະບາຍມັນສູ່ ຄວາມເປັນຈິງ ແລ້ວທາງສາຍລັບກໍ່ຈະນຳເອົາຄວາມລັບນີ້
ໄປພີຈາລະນາດ້ອຍເຫດແລະຜົນ ຈາກນັ້ນກໍ່ຈະເປີດເຜີຍໃນຮູບແບບອື່ນ ໂດຍທີ່ບໍ່ມີຜົນສະທ້ອຍເຖີງ ເຈົ້າຂອງຄວາມລັບ
ຂອບໃຈອີກຄັ້ງ ທີ່ໃຫ້ຄຳແນະນຳທີ່ດີໆ