Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາການຮຽນເພີ້ມຂອງນັກຮຽນມັດທະຍົມ
ຊະນະໄພ

Date:
ບັນຫາການຮຽນເພີ້ມຂອງນັກຮຽນມັດທະຍົມ

ດັ່ງທີ່ພວກເຮົາຮູ້ກັນປະຈຸບັນລັດຖະບານໄດ້ສຸມໃສ່ປັບປຸງວຽກງານສຶກສາໃຫ້ມີຄຸນນະພາບທຽບເທົ່າກັບສາກົນໂດຍສະເພາະແມ່ນໄດ້ອະນຸມັດໃຫ້ຂຶ້ນດັດສະນີ ເງີນເດືອນຂອງຄູເປັນກໍລະນີພິເສດເພື່ອຈຸດປະສົງໃນການປັບປຸງຊີວິດການເປັນຢູ່ຂອງຄູໃຫ້ດີຂຶ້ນ ແຕ່ວ່າໃນສັງຄົມຂອງລາວໃນປະຈຸບັນໂດຍສະເພາະໃນຕົວເມືອງໃຫ່ຍ ອາຊີບຄູກໍ່ເປັນອາຊີບນຶ່ງທີ່ມີທັງກຽດ ແລະລາຍໄດ້ຢູ່ໃນລະດັບທີ່ເອີ້ນວ່າມີໃຊ້ມີຈ່າຍຢ່າງສະບາຍ ສ່ວນຜູ້ທີ່ມີຕຳແໜ່ງໃຫ່ຍໃນສະຖາບັນການສຶກສາ (ສະເພາະຂອງລັດ) ແມ່ນມີລາຍໄດ້ລະດັບເສດຖີ ຊຶ່ງພວກເຮົາກໍ່ຮູ້ກັນດີວ່າເອົາລາຍໄດ້ພິເສດນັ້ນມາຈາກໃສ. ແຕ່ສິ່ງທີ່ຂ້າພະເຈົ້າຢາກຍົກມາສົນທະນາແມ່ນການຮຽນເພີ້ມຂອງລູກຫຼານພວກເຮົາຊຶ່ງຈະເປັນລັກສະນະແບບບັງຄັບໃຫ້ຮຽນ ໂດຍທາງອ້ອມ ຕົວຢ່າງລູກຂອງຂ້າພະເຈົ້າເອງທີ່ມີຄະແນນສະເລ່ຍ 8 ຫາ 9/10 ຢູ່ໃນອັນດັບ 2 ຫາ 10 ຂອງນັກຮຽນ 44 ຄົນ ຖືວ່າຈັດໃນອັນດັບເກັ່ງຂອງຫ້ອງ ແຕ່ວ່າຄັນບໍ່ໄປຮຽນເພີ້ມຈາກ ອາຈານປະຈຳຫ້ອງເວລາໃດຄະແນນແມ່ນຕົກໂລດ. ຄ່າຮຽນ 300.000 ຫາ 500.000ກີບ/ວິຊາ/ເດືອນ ແລ້ວລອງຄູນເອົາຕົວເລກນັກຮຽນຢ່າງໜ້ອຍ 20 ຫາ 30 ຄົນ ເຈົ້າວ່າຊີເປັນເທົ່າໃດ ແຕ່ອັນທີ່ສຳຄັນກ່ວາແມ່ນລູກຂອງຂ້ອຍບໍ່ມີເວລາຜັກຜ່ອນເລີຍ ຄືເລີກຮຽນປົກກະຕິແລ້ວຕ້ອງໄດ້ຮຽນພິເສດອີກ ລວມທັງວັນເສົາ ແລະ ອາທິດນຳ. ຢາກຖາມເພື່ອນໆວ່າພວກເຮົາກໍ່ປະສົບບັນຫາ ແບບນີ້ບໍ່ ແລະ ພວກເຈົ້າຄິດແນວໃດໍ່ບັນຫານີ້?

__________________
Anonymous

Date:

ແມ່ນແລ້ວໄນກໍລະນີ້ນີ້ກະຍອມຮັບວ່າເປັນຄວາມຈິງ ສໍາຮັບຂ້າພະເຈົ້າເອງນິຖຶກມາກັບໂຕເອງເລີຍຕອນທີ່

ຮຽນຢູ່ ຖືວ່າຕ້ອງໄດ້ໄປຮຽນເພີ້ມເພາະວ່າແຕ່ລະເດືອນແມ່ນຈະມີການເສັງ ອາຈານກໍ່ຈະເນັ້ນໄສ່ຂໍ້ໄດ້ທີ່ວ່າ

ສິອອກເສັງຫັນແຫລະດັ່ງນັ້ນຈື່ງຕ້ອງໄດ້ໄປຮຽນກັບອາຈານຜູ້ນີ້ ລະອີກຢ່າງໄນກໍລະນີ້ມີໄຜເສັງບໍ່ໄດ້ເພີ່ນກໍ່ ຈະສ່ອຍເບີ່ງ ແປວ່າຮຽນນໍາລາວແລ້ວແມ່ນຈະບໍ່ເສັງຕົກແນ່ນອນໄນວິຊາທີາລາວສອນ

__________________
Anonymous

Date:

Anonymous wrote:

”ໃ”

__________________
Anonymous

Date:

ອັນນີ້ມັນມີບັນຫາຈິງ ພວກເຮົາຄວນຮີບຮ້ອນແກ້ໄຂ ປະຊາຊົນສົມຄວນໃຊ້ສິດເພາະເປັນຜູ້ກະທົບໂດຍກົງ

ຖ້າຫາກມີແຕ່ນັ່ງອ້າປາກເບິ່ງພະນັກງານທຳຄວາມຜິດ ມັນກໍຈະເຫັນຢູ່ຢ່າງນັ້ນຕລອດໄປ

__________________
Anonymous

Date:

ຂ້າພະເຈົ້າກໍເບື່ອຈະຕາຍ ເຄີຍໄດ້ຍິນລູກຫລານເລົ່າໃຫ້ຟັງ ວ່ານາຍຄູ: ອາຈານ ຮຽກຄ່າໄຖ່ 600ບາດ

ແຕ່ລະຄົນ ໃຜຢາກເສັງຂຶ້ນຫ້ອງຜ່ານ ໃຜບໍ່ຈ່າຍຈະບໍ່ໄດ້ຂຶ້ນຫ້ອງ, ສະນັ້ນເລົ່ານັກຮຽນກໍມາຂໍເງິນພໍ່ແມ່

ແລ້ວໄປຈ່າຍໃຫ້ຄູ,ອາຈານ ໃນນີ້ ນາຍຄູຄົນນີ້ທຳລາຍໄດ້ ເກຶອບ 30000 ບາດ ເພາະນັກຮຽນໃນຫ້ອງ

ເກຶອບ 40 ຄົນ. ເບິ່ງເອົາພີ່ນ້ອງ ສແດງວ່າ ໃຜຢາກເຮັດແນວໃດກະໄດ້ ເພາະບໍ່ມີໃຜທວງຄວາມຍຸຕິທຳ

 ສົມນໍ້າໜ້າຕິຊັ້ນນະ  ຂ້ຽວຫາເງິນໄວ້ ຈັກໜ່ອຍລູກຫລານຊິມາບອກດອກວ່າ ອາຈານຕ້ອງການອີກແລ້ວ!

ຈ່າຍ!!!!  ໂອຍ ກູຢາກຕາຍເປັນ ອາຈານເດ!

 ປະເທດລາວເລະແລ້ວ ໃຜນໍຈະມາຊ່ວຍປົວແປງ ກຳລັງເປັນແຜໃຫຍ່ ( ບາດກາຍ )

ເປັນແນວນີ້ ຂ້ອຍຢາກໃຫ້ລາວນອກກັບມາປົກຄອງອີກຈັກວ່າສິດີ ຮາໆ ຄຶດຊຶ່ໆດອກເປັນໄດ້ກະດີ.

__________________
Anonymous

Date:

ເດັກນ້ອຍ
ຢູ່ເຮືອນຄຸ້ມຂ້ອຍ

ວ່າ
ຂໍໃຫ້ອາຈານຊ່ອຍແປ
ພາສາຕ່າງປະເທດ…ໃຫ້ຟັງ

ອາຈານ
ອ້າງວ່າບໍ່ມີເວລາແປ

ສອງແຖວສາມແຖວ
ຢູ່ໜ້າເຈ້ຍ
ຊື່ໆ

ເດັກນ້ອຍເກີດສົງໄສ

ບາງທີ
ອາຈານແປບໍ່ໄດ້
ກ່າເລີຍຊອກວິທີຫລີກລຽງ

ວ່າ
“ບໍ່ມີເວລາ”

__________________
ຫ້ວຍນໍ້າເຢັນ

Date:

ຈົ່ມກະໄດ້ແຕ່ຈົ່ມນັ້ນແລ້ວ ແນວວ່າພວກເຈົ້າມັນພາກັນກິນເຕົ່າຫຼາຍມັນກະເລີຍຫົວຫົດໝົດປະເທດ. ຄວາມຊົ່ວຂອງຜູ່ນໍາເຫັນເຕັມຕາ ພວກເຈົ້າກະບໍ່ກ້າຕໍ່ສູ້ ເພາະຢ້ານຕາຍ ຄັນຄົນທາງເມືອງນອກ ເວົ້າໃສ່ ຊໍ້າພັດວ່າເຂົາເຫົ່າ ສ່າງຄວາມແຕກແຍກໃຫ້, ຍ້ອນພວກເຈົ້າຊາບຊືມຕໍ່ແນວທາງຂອງພັກ ຢ່າງຕາຍໃຈ ຈົນບໍ່ຮູ້ອັນຜິດອັນຖືກ, ສິດປະຊາທິປະໄຕ ກະມີແຕ່ໃນເຈັ້ຍສໍ ພວກເຈົ້າກະລອງງັດ ເອົາມັນອອກມາໃຊ້ເບິ່ງດູ ວ່າມັນຊິເປັນແນວໃດ ຄັນເຈົ້າບໍ່ເລີ່ມລົງມືເຮັດມື້ນີ້ ແລ້ວອີກຊາດໃດ ພັກລັດ ຊິເຫັນຫົວໃຈພວກເຈົ້າ ລອງພ້ອມໃຈກັນເບິ່ງດູ ສໍ່າພວກນາຍຄູ ມັນຊິໄປສອນໝາບໍ ຄັນບໍ່ມີນັກຮຽນມາໂຮງຮຽນ. ຂໍໂທດຖ້າຫາກວ່າແຮງໂພດ

__________________
Anonymous

Date:

ຫ້ວຍນໍ້າເຢັນ wrote:

 ໂອຍຄັນເວົ້າແນວເປັນຕາຟັງໝູ່ກໍ່ຈັ່ງຊີ່ຄ່ອຍຟັງອັນນີ້ມັນບໍ່ແມ່ນການປະກອບຄຳເຫັນ ມັນແມ່ນການດູຖູກ ແລະຫຍາບຫຍາມກຽດສັກສີຂອງຄົນພາຍໃນຊາດຊື່ໆ ປະເທດລາວບໍ່ຕ້ອງການຄົນຄືເຈົ້າດອກ

__________________
Anonymous

Date:

ຜູ້ນຳໃຫຍ່ຮູ້ຢູ່ບໍວ່າ ບ້ານເຮົາເມືອງເຮົາເປັນແບບນີ້

__________________
Anonymous

Date:

Anonymous wrote:

ຜູ້ນຳໃຫຍ່ຮູ້ຢູ່ບໍວ່າ ບ້ານເຮົາເມືອງເຮົາເປັນແບບນີ້

 ຂ້າພະເຈົ້າຖາມແລ້ວ ເພິ່ນວ່າ ຮູ້ຢູ່ ໄດ້ຍິນຂ່າວມິດໆແໝວໆຢູ່ ແຕ່ບໍ່ມີໃຜມາຟ້ອງມາຮ້ອງ ຊິໃຫ້ເຮັດ

ແນວໃດເພິ່ນວ່າ   ຖ້າມີຈິງ ກໍຕ້ອງມີຄົນມາຟ້ອງຮ້ອງຕິ ວ່າຊັ້ນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard