Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບໍລິການກິນເງິນ 8888
Anonymous

Date:
ບໍລິການກິນເງິນ 8888


ບໍລິການກິນເງິນ 8888

ເລື່ອງມັນມີຢູ່ວ່າ ໂທລະສັບ ທີ່ບໍ່ໄດ້ໂທ, ບໍ່ໄດ້ຫລີ້ນເນັດ ແລະ ບໍ່ໄດ້ສົ່ງຂໍ້ຄວາມ ມັນຊິກິນເງີນໄດ້ຈັ່ງໄດ໋
ແຕ່ມັນກິນໄປແລ້ວ ເອີ້ນໄດ້ວ່າໂກງກັນເຫັນໆ ມັນບໍ່ໄດ້ແມ່ນຄັ້ງທຳອິດທີ່ຮູສຶ

ກວ່າຖືກໂກງ ແລະມັນເປັນຫລາຍໆຄັ້ງຈິງຕ້ອງໄດ້ລະບາຍແລະລາຍງານໃຫ້ຮັບຮູ້

ຈຸດເລີ່ມ: ມັນມີຢູ່ວ່າມື້ໜື່ງທາງສູນໄດ້ສັ່ງຂໍ້ຄວາມໂປຣໂມຣຊັ່ນ ສຸດພິດເສດໃຫ້ແກ່ບັນດາລູກຄ້າທີ່ຮັກແພງວ່າ ມີບໍລິການທີ່ຕ້ອງໄດ້ເສຍຄາທຳນຽມມື້ລະ 99 ກີບ ເພື່ອລຸ້ນເງີນມູນຄ່າໂທອັນສຸດຫລາຍ ແລະ ເສື້ອ ຍືດທີ່ມີສະໄຕຣ ແລະ ອື່ນໆ ແລ້ວແຕ່ສູນຊິແຈກ
ໂອ້ຄຸ້ມເວີຍ ບໍ່ລົມຍາວສະມັກ ພິມ sokdee ແລະ ສົ່ງໄປ 8888 ແລະໄດ້ຂໍ້ຄວາມວ່າ Thank you ອັນສຸດຊື້ງຈາກທາງສູນ
ຈົນຕໍ່ມາຮູ້ສຶກລຳຄານກັບການບໍ່ Win ຂອງລາງວັນເລີຍຈັກອັນ ແລະຕ້ອງເສຍເງີນ 99 ກີບທຸກມື້ ຈຶງຄິດວ່າເຊົາໃຊ້ບໍລິການດີກ່ວາ…..ໂດຍພິດ Der ໄປທີ່ 8888
ຕອບມາຄັກແນ່ວ່າທານໄດ້ຍຸດໃຊ້ບໍລິການເປັນທີ່ຮຽບຮ້ອຍແລ້ວ ເປັນພາສາປະກິດ ເຍ້່ມັນຊິບໍ່ໄດ້ກິນເງີນເຮົາອີກຕໍ່ໄປ….ຈົນຜ່ານໄປຫລາຍຈົນສັງເກດເຫັນວ່າເງີນມັນຄືຫລຸດໆ ລົງເລື້ອຍໆຫວະກະບໍ່ໄດ້ໂທຣໄປໃສນາ
ຕິດຕາມຈົນຮູ້ວ່າມັນຍັງກິນເງີນເຮົາຢູ່ເລີຍຕ້ອງໂທຫາສູນຢ່າງດ່ວນ
call center: ສະບາຍດີ ນາງສົມມຸດ ຮັບສາຍມີຫຍັງໃຫ້ຊວຍເນາະ
me: ເອື້ອຍ(ບໍ່ຮູ້ອາຍຸເອີ້ນເອື້ອຍໄວ້ກ່ອນ)ຢາກຮູ້ວ່າໂທລະສັບນ້ອງນິໃຊ້ບໍລິການອີຫຍັງແດ່ເນາະມັນຄືວ່າມາຕັດເງີນນ້ອງດຸແທ້

call center: ນ້ອງໃຊ້ບໍ່ລິການດັ່ງນີ້ບໍ່ ບລາໆໆໆໆໆໆໆໆໆໆໆໆໆໆ ໂອພະເຈົ້າ ບໍໍລິການການກິນເງີນສົມບູນແບບ
me: ບໍ່ໄດ້ເຮັດອີຫຍັງທັ້ງສິ້ນມີແຕ່ເຄີຍຕັ້ງ 8888ນະ ແຕ່ເຊົ່າໃຊ້ແລ້ວ
call center: ໂອຫວາ ໃຫ້ນ້ອງສົ່ງ Der ໄປທີ່ 8888 ເດີ້ (ແລ້ວທີ່ຜ່ານມານີ້ສົ່ງໄປແປວ່າບໍ່ມີຄວາມໝາຍຫຍັງແລ້ວແມ່ນບໍ່)
me:ແຕ່ນ້ອງສົ່ງໄປ ຢຸດການໃຊ້ງານບໍໍລິການນີ້ແລ້ວໄດ໋ ແລະກໍ່ມີຂໍ້ຄວາມສົ່ງມາຢືນຢັນແລ້ວ
call center: ໂອຫວາ ມັນຢັງບໍ່ທັນເຂົ້າລະບົບເນາະຂໍອະໄພຫລາຍໆ ແນະນຳໃຫ້ສົ່ງໃຫມ່ເນາະ….
me: (ໂກງແບບບໍ່ຮູ່ສຶກຜິດ) ຫວາ ເອີ້ຊັນນ້ອງ ກະຊິລອງເບີ່ງເນາະ ຂອບໃຈ
————————————————————————–
ແລ້ວຜົນປາກົດວ່າບໍ່ກີນເງີນແລ້ວທຸກຢ່າງເຂົ້າສູ່ສະພາວະປັກກະຕິ :)
ແຕ່2ອາທິດຜ່ານໄປ ໂອແມ່ເຈົ້າກັບມາເປັນຄືເກົ່າອີກ ໂທຮໄປສອບຖາມອີກ ແລະ ໄດ້ຄຳຕອບແບບຄ້າຍໆເກົ່າມາ ອີກ ໂອຍ ເບື່ອອອອອອອອອອອອອ “ແລ້ວທາງເຮົາພົບຄຳຕອບລະຊິຕິດຕໍ່ໄປ ໄວໆນີ້”
ຈົນວັນ ເສົາ ທີ່8 1 2011 ທີ່ຜານມານີ້ເອງຈຶງໂທຣຖາມໃຫມ່ ແລະ ປາກົດວ່າ
call center: ສະບາຍດີ ນາງມຸດສົມ ຮັບສາຍມີຫຍັງໃຫ້ຊວຍເນາະ
me: (ຖາມແບບເກົ່າ)ບຣາໆໆໆໆໆໆໆໆໆໆໆໆໆໆໆ
call center: ທາງເຮົາເຫັນວ່າທ່ານໄດ້ສົ່ງແພກເກັດຫລີ້ນອີນເຕີເນັດຢູ່ເນາະ
me: ບໍ່ໄດ້ຫລີ້ນຈັກໜ້ອຍອີຫລີ່ ນະເອື້ອຍ
call center: ແລ້ວທາງເຮົາຄົ້ນພົບຄຳຕອບລະຊິຕິດຕໍ່ໄປໄວໆນີ້
me:(ໃຈຮ້າຍເວົ້າອອກໄປວ່າ)ຊັ້ນເຈົ້າຊ່ວຍກະລຸນາ ຕັດເນັດຂ້ອຍເລີຍສາ ຄັນມັນກິນນຳອິນເຕີເນັດນີ້ນາ ແລະບໍ່ລິການອືນໆທີ່ມັນກິນຫັ້ນນາ
call center: ອື່ມ ເຮົາບໍ່ສາມາດຕັດໄດ້ເນາະ ເພາະ ຖ້າຕັດມັນຕ້ອງຕັດທຸກເບີເລຍ ແລ້ວຖ້າທາງເຮົາຄົ້ນພົບຄຳຕອບລະຊິຕິດຕໍ່ໄປໄວໆນີ້
ວາງສາຍ ຕືດໆໆໆໆໆໆໆໆໆໆໆໆໆ
———————————————————-
ມັນຢື່ນຢັນວ່າຊິໂກງກີນເງີນລູກຄ້າຕາດຳຄືເຮົາຕໍ່ໄປ ໂອຊິເຮັດຈັ່ງໄດ໋ຫວາາາ ເປັນທຸລະກິດທີ່ມີກຳໄລສູງ ແລະກິນເງີນກັນແບບເທບໆ ກິນຈົນຕິດລົບ…..ປະຫວັດສາດບໍ່ເຄີຍຕິດລົບເງີນໂທລະສັບຈັກເທື່ອ


__________________
Anonymous

Date:

ມັນມັກກິນເງິນຫຼາຍ ຈັບມັນວີລົງນໍ້າຂອງກະແລ້ວກັນອ້າຍເອີຍ(ເອີ້ນອ້າຍໄວ້ ຢ້ານວ່າເສັຍມາລະຍາດ)

__________________
Anonymous

Date:

ເບີ່ງລັກສະນະການສົ່ງນີ້ຄືຊີແມ່ນສູນ ທກ
ຂໍຖາມແດ່ເວລາເຈົ້າໂທໄປໃຜຮັບສາຍເຈົ້າ ຊື່ຫັຍງ? ເພາະວ່າຄົນທີ່ຮັກສາຍຢູ່ຫັ້ນເຂົາຈະບໍ່ຍບອກຊື່ແທ້ ບອກແຕ່ຊື່ທີ່ເຂົາຕັ້ງໃຫ້ກັນຢູ່ໃນສູນຫັ້ນລະ ແຕ່ຄັນເຈົ້າພໍເບາະຂ້ອຍວ່າຊື່ຫັຍງຂ້ອຍອາດຈະພໍຮູ້ວ່າໃຜຮັບສາຍເຈົ້າ
ບາງທີອາດຈະຊ່ວຍເຈົ້າໄດ້ເດີ້

__________________
Anonymous

Date:

Anonymous wrote:

ເບີ່ງລັກສະນະການສົ່ງນີ້ຄືຊີແມ່ນສູນ ທກ
ຂໍຖາມແດ່ເວລາເຈົ້າໂທໄປໃຜຮັບສາຍເຈົ້າ ຊື່ຫັຍງ? ເພາະວ່າຄົນທີ່ຮັກສາຍຢູ່ຫັ້ນເຂົາຈະບໍ່ຍບອກຊື່ແທ້ ບອກແຕ່ຊື່ທີ່ເຂົາຕັ້ງໃຫ້ກັນຢູ່ໃນສູນຫັ້ນລະ ແຕ່ຄັນເຈົ້າພໍເບາະຂ້ອຍວ່າຊື່ຫັຍງຂ້ອຍອາດຈະພໍຮູ້ວ່າໃຜຮັບສາຍເຈົ້າ
ບາງທີອາດຈະຊ່ວຍເຈົ້າໄດ້ເດີ້




ຊ່ອຍເວົ້າສູ່ຟັງແດ່ວ່າເປັນຫຍັງເພິ່ນຈຶ່ງປົກປິດຊື່ແລະນາມສະກຸນ? ຢູ່ອາເມຣິກາ ເວລາເຮົາໂທຣະສັບໄປຫາ customer service ເຂົາຈະບອກຊື່ ນາມສະກຸນ ແລະເລກປະຈໍາຕົວກ່ອນຈະລົມກັບເອົາ, ບາງບ່ອນເພິ່ນຈະບັນທຶກສຽງເອົາໄວ້ເປັນຫລັກຖານແລະສົ່ງບົດສໍາຫລວດ(survey)ມາໃຫ້ເຮົາຕໍານິຕິຊົມພະນັກງານຄົນນັ້ນ. ຂອບໃຈ



__________________
Anonymous

Date:

call center: ສະບາຍດີ ນາງສົມມຸດ ຮັບສາຍມີຫຍັງໃຫ້ຊວຍເນາະ

__________________
Anonymous

Date:

ແກ່ວງ ເບີຖີ້ມກະແລ້ວຕົວ ເບີ 10,000 ກີບເຈົ້າພັດຊີມາຈົ່ມໃຫ້ເມື້ອຍເຮັດຫັຍງ ເຄື່ອຍຄ່າຍນີ້ບໍລິການບໍ່ຄີກະປ່ຽນເຄື່ອຄ່າຍໃໝ່

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard