Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວັນທີ 21 ເດືອນກຸມພາ ປີ 1973
HighSpeedLover

Date:
ວັນທີ 21 ເດືອນກຸມພາ ປີ 1973



ມື້ນີ້ແມ່ນວັນຄົບຮອບ 38 ປີ ຂອງການເຊັນຍາຮວມລາວລະຫວ່າງຄະນະປະເທດລາວແລະລັດຖະບານພະລາດຊະອານາຈັກລາວ, ໃຜສົນໃຈເຂົ້າໄປອ່ານໄດ້ຢູ່ເວັບນີ້:
http://www.lao-national-council.com/the-38th-anniversary-of-the-accord-of-vientiane/

__________________
Anonymous

Date:

ຖແລງການ ເນື່ອງໃນວັນຄົບຮອບ 38 ປີ ຂອຯ5ສະວສັນຍາວຽຯຈັນ 1973 5ສະວ
21 February 2011 | Auteur Som

ສັນຍາກ່ຽວກັບການຟື້ນຟູສັນຕິພາບແລະປະຕິບັດຄວາມຖືກຕ້ອງປອງດອງຊາດທີ່ເຊັນກັນ ເມື່ອ ວັນທີ 21 ເດືອນ ກຸມພາພັນ(02) 1973  ຣະ

ຫວ່າງ5ສະວຟ່າຍຣັຖບານວຽງຈັນ5ສະວແລະ5ສະວຟ່າຍປະເທດລາວ5ສະວ, ເປັນສັນຍາຢຸດຍິງ ແລກປ່ຽນນັກໂທດ ເຮັດໃຫ້ລາວໂຮມກັນເປັນເອກພາບເຂົ້າຢູ່ໃນວົງສາ

ຄະນາຍາດດຽວກັນ ເພື່ອຮ່ວມກັນສ້າຯສາປະເທດຊາດ ແລະ ຫລີກເວັ້ນການຮຸກຮານລາວຈາກປະເທດເພື່ອນບ້ານ,ຈັດໃຫ້ມີການເລືອກຕັ້ງແລະສ້າງ

ຕັ້ງຣັຖບານແຫ່ງຊາດ; ເປັນສັນຍາທີ່ພາໃຫ້ປະຊາຊົນມີຄວາມຫວັຯແລະຊືນຊົມດີໃຈ.ແຕ່ສັນຍາດັ່ງກ່າວໄດ້ຖືກທຳລາຍຢຽບຢ່ຳໂດຍການຣັຖປະຫານ

ຂອງຟ່າຍ5ສະວປະເທດລາວ5ສະວນຳພາໂດຍ5ສະວພັກຄອມມຸນິດວຽດນາມ5ສະວ ເມືອວັນທີ 02 ທັນວາ(12)1975ັທຍວ ເພື່ອລົບລ້າງລະບອບຮາຊາທິປະໄຕ ແລ້ວນຳເອົາ

ລະບອບຜະເດັດການ 5ສະວມາກສ-ເລນິນ5ສະວມາປົກຄອງລາວ ແລະສະຖາປະນາລາວເປັນ5ສະວສາທາຮະນະຣັດປະຊາທິປະໄຕປະຊາຊົນລາວ5ສະວ. ຕັ້ຯແຕ່ມື້ນັ້ນ

ມາ,ລາວຈຳນວນ 120 ພັນຄົນໄດ້ຖືກສົ່ງໄປຄ້າຍສັມນາສັພທຸກ ແລະ ອີກ 5ັທຍວ ແສນຄົນໄດ້ອົພຍົບລົບໄພອອກຈາກປະເທດ ຢ່າງຫນ້າສົມເພດເວທນາ, ພ້ອມນີ້ ກໍ່ມີການສາບສູນ ລົ້ມຫາຍຕາຍຈາກເກືອບ 1 ແສນຄົນແລະໄດ້ປະລູກເມັຽ ນາຯຫມ້າຍ ແລະ ລູກກຳພ້າໄວ້ ຫລາຍຫມື່ນຄົນ.

ບັດນີ້ສະຖານະການຂອຯໂລກໄດ້ມີການຫັນປ່ຽນທິດທາຯການປົດຄອງໄປທາຯເສຣີປະຊາທິປະໄຕແລ້ວ, ແຕ່ລາວຍັງປົກຄອຯໂດຍລະບອບຜະ

ເດັດການພັກດຽວຢູ່ ຈຶ່ງພາໃຫ້ປະເທດດ້ອຍພັທນາແລະປະຊາຊົນທຸກຍາກ,ຂາດອິສຣະພາບ ມີແຕ່ຄວາມຢ້ານກົວ ນຳການນາບຂູ່ທາງຕົງແລະທາງ

ອ້ອມ,ໄດ້ກາຍເປັນຄົນຫູຫມວກ ຕາບອດ ປາກກືກ ,ປາກບໍ່ໄດ້ໄອບໍ່ດັງ.ພ້ອມນີ້ພັກ-ຣັດກໍອະນຸຍາດໃຫ້ຊາວຕ່າງດ້າວເຂົ້າມາຍາດແຍ່ຯເອົາວຽກເຮັດ

ງານທຳ,ມາຂົນຂວາຍເອົາຊັພຍາກອນອັນລ້ຳຄ່າ,ຕັດເອົາໄມ້ທຳລາຍປ່າ,ຍຶດເອົາດິນດອນຕ່ອນຫຍ້າ ຊຶ່ງເປັນມູນມໍຮະດົກຕົກທອດມາຕັ້ຯແຕ່ປູ່ຍ່າຕາ

ຍາຍຊຶ່ງເປັນພຶດຕິການທີ່ບໍ່ເຄີຍມີມາໃນປະວັດສາດຂອຯລາວ.

ສະນັ້ນຕໍ່ຫນ້າເຫດການດັ່ງກ່າວນີ້5ສະວສະພາຮ່ວມຊາດລາວເພື່ອປະຊາທິປະໄຕ5ສະວຈຶ່ງຂໍຮຽກຮ້ອຯຫາພີ່ນ້ອງຜຸ້ຮັກຊາດແພງເຊື້ອ, ນາຍແລະພົນທະ

ຫານ ຕຳຣວດ,ຣັຖກອນ,ພະນັກງານ,ພໍ່ນາກະສິກັມ,ນັກທຸຣະກິດພໍ່ຄ້າຊາວຂາຍ,ນັກສິລປິນ,ນັກສຶກສານັກຮຽນ,ຊາຍນຸ່ມຍິງສາວ,ນັກປະຕິວັດ ພ້ອມ

ທັງສະມາສິກຂອຯພັກ-ຣັດທຸກປະເພດ ຈົ່ງພາກັນລຸກຂຶ້ນຮື້ຟື້ນເຮັດໃຫ້ມີການຫັນປ່ຽນທິດທາງການເມືອງໂດຍດ່ວນ, ຂໍໃຫ້ພວກທ່ານຈົ່ຯເອົາຕົວຢ່າງປະ

ຊາຊົນຂອງບັນດາປະເທດໃນເຂດຕາເວັນອອກກາງທີ່ໄດ້ຕຶ່ນຕົວປະທ້ວງຂັບໄລ່ຜູ້ນຳຜະເດັດການຍ້ອນວ່າເຂົາຖືກຂູດຮີດຕົວະຕົ້ມ,ຊຶ່ງບໍ່ຕ່າງຫຍັງ

ກັບພວກທ່ານທີ່ໄດ້ຖືກຂູດຮີດຫັກລັງຕົວະຕົ້ມມາໄດ້ຫລາຍສິບປີແລ້ວ.

ເພື່ອຕອບສນອງຄວາມຮຽກຮ້ອງຕ້ອງການອັນແຮຯກ້າແລະເປັນທັມຂອງປະຊາຊົນລາວ,ພວກເຮົາ ຂໍຮຽກຮ້ອງຢ່າງເດັດດ່ຽວ ໃຫ້ພັກ-ຣັດຈົ່ງ :

ຫນຶ່ງ-ຢຸດການຈັບກຸມຄຸມຂັງປະຊາຊົນຜູ້ຮັກຊາດທີ່ຮຽກຮ້ອງໃຫ້ມີສິດເສຣີພາບ,ຄວາມຖືກຕ້ອງປອງດອຯຊາດແລະປະຕິຮູບການເມືອງ,

ສອງ-ຮັບຮູ້ວ່າລາວຢູ່ນອກປະເທດເປັນຄົນລາວມີສິດທຸກຢ່າງເຫມຶອນກັບພີ່ນ້ອຯຄົນລາວຢູ່ໃນປະເທດແລະໃຫ້ຖືເອົາວ່າປະເທດລາວເປັນຂອຯຄົນລາວ

ທຸກຖ້ວນຫນ້າທີ່ຢູ່ໃນທຸກແຫ່ງຫົນ,

ສາມ-ປ່ອຍນັກໂທດການເມືອງແລະນັກໂທດຈິດສຳນຶກໂດຍບໍ່ມີເຫງື່ອນໄຂໃດໆ ,ທິ່ຍັງຖືກຄຸມຂັຯຢູ່ຢ່າຯທໍຣະມານແລະໄຮ້ມະນຸສທັມ ,

ສີ່-ມີການເຂົ້າຮ່ວມກັນແບບອ້ອມ5ສະວໂຕະມົນ5ສະວຂອງທຸກພັກຢ່າຍການເມືອຯທີ່ມີຢູ່ໃນແລະນອກປະເທດ ເພື່ອຮ່ວມກັນຊອກຊ່ອງທາງໃນການພັທນາປະຕິ

ຮູບ ດ້ານການເມືອງ ການເສຖກິດ-ສັງຄົມໂດຍສັນຕິວີທີ ແບບ5ສະວອ້າຍຮູ້ສອງນ້ອງຮູ້ຫນຶ່ງ5ສະວເພື່ອໃຫ້ເຂົ້າກັບສະພາບການຂອງໂລກຕາມຍຸກສໄມ,

ຫ້າ-ຟື້ນຟູສັນຍາຕ່າງໆທີ່ເປັນຜົນປໂຍດຕໍ່ລາວແລະລົບລ້າງສັນຍາທີ່ລະເມີດຕໍ່ອຳນາດອະທິປະໄຕຂອງຊາດ,ໂດຍສະເພາະກັບປະເທດໃກ້ຄຽງ,

ຫົກ-ຈັດການເລືອກຕັ້ງທົ່ວໄປ ໂດຍມີການເຂົ້າຮ່ວມຂອງຫລາຍການຈັດຕັ້ງການເມືອງ ທີ່ມີຢູ່ໃນແລະນອກປະເທດ,ເພື່ອມອບສິດໃຫ້ປະຊາຊົນ,

ເຈັດ-ຈັດໃຫ້ມີການອອກສຽງ ລົງປະຊາມະຕິທົ່ວປະເທດເພື່ອເລືອກເອົາລະບອບການປົກຄອງຂອຯລາວໃນອະນາຄົດ.

ພີ່ນ້ອຯຮ່ວມຊາດທຸກຖ້ວນຫນ້າ ຢູ່ພາຍໃນແລະນອກປະເທດ ທີ່ນັບຖືແລະຮັກແພງ ,

ຊາວລາວເຮົາເປັນຊາດທີ່ກ້າຫານຊານໄຊມີຄວາມຮັກແພງສາມະຄີກັນມາຕັ້ຯແຕ່ດຶກດຳບັນ ສະນັ້ນພວກເຮົາຄວນແລ້ວທີ່ຈະຕ້ອງສືບຕໍ່ໃນ

ການຖືເອົາຄວາມຮັກຊາດເປັນໃຫຍ່ແລະຖືເອົາວ່າປະເທດລາວຫລືແຜ່ນດິນລາວເປັນຂອງຄົນລາວທຸກຖ້ວນຫນ້າ ຖ້າພວກເຮົາຫາກຮ່ວມສ້າຯຄວາມ

ສາມະຄີປອງດອງຊາດໄດ້ໄວເທົ່າໃດ ໂອກາດທີ່ຈະກ້າວໄປສູ່ໄລຍະປະຕິຮູບສ້າງສາພັທນາຊາດກໍ່ຍີ່ງໄວຂຶ້ນແລະຈະເປັນໂອກາດໃຫ້ປະຊາຊົນລາວ

ພົ້ນອອກຈາກຄວາມທຸກຍາກ ແລະ ເຮັດໃຫ້ປະເທດຊາດຈະເຣີນກ້າວຫນ້າ.

ດ້ວຍເຫດນີ້5ສະວສະພາຮ່ວມຊາດລາວເພື່ອປະຊາທິປະໄຕ5ສະວ ຈຶ່ງຂໍຮຽກຮ້ອງຫາພີ່ນ້ອງລາວຜູ້ຮັກຊາດແພຯເຊື້ອທຸກຖ້ວນຫນ້າທີ່ຢູ່ພາຍໃນແລະຢູ່

ນອກປະເທດໂດຍບໍ່ຈຳແນກເຊື້ອຊັ້ນ ວັນນະ ການເຊື່ອຖື ຊົນເຜົ່າ ຄົນລະບອບເກົ່າ ຫລື ລະບອບໃຫມ່ ຈົ່ຯມາປູ້ມລຸມກັນຕາມຄວາມສາມາດຂອງໃຜ

ລາວ ເພື່ອຊອກຊ່ອຯທາຯເຮັດໃຫ້ມີການປະຕິຮູບຫັນປ່ຽນທິດທາງການປົກຄອງໂດຍດ່ວນ ເພື່ອໃຫ້ລາວມີເອກຣາດຂອງຊາດບໍ່ຢູ່ໃຕ້ອຳນາດຕ່າຯດ້າວ,

ທັ້ງນີ້ ກໍ່ເພື່ອເຮັດໃຫ້ປະເທດຊາດອັນແສນຮັກແລະຫວຯແຫນຂອຯລາວເຮົາພົ້ນອອກຈາກຄວາມທຸກຍາກດ້ອຍພັທນາ ແລະ ໃຫ້ປະຊາຊົນໄດ້ຢູ່ດີກິນດີ ມີອິດສຣະພາບແລະມີຄວາມຫວັງອັນແຈ່ມໄສໃນອະນາຄົດ.

ວັນທີ 21 ກຸມພາ (02) 2011  ,  ກັມມະການບໍຣິຫານ


__________________
Anonymous

Date:

ຖ້າເດົາບໍ່ຜິດ 5ສະວ ຄົງຈະແມ່ນ < ຫລື < ຊຶ່ງເປັນເຄື່ອງໝາຍນ້ອຍກ່ວາ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard