ຝາກຖາມໝໍຄົນນັ້ນແນ່ເດີວ່າເພິ່ນສິມາລາວເຮັດຫຍັງ?ແລ້ວເພິ່ນສິມາຊ່ວຍຄົນລາວແນວໃດ?ປະເທດເຮົາສິຈະເລີນກະຍ້ອນປະເທດອື່ນມາລົງທຶນບໍ່ແມ່ນຫວາສິຖ້າໃຫ້ເພິ່ນມາກາຊ່ວຍຫຍັງຄົນລາວບໍ່ໄດ້ດອກຖ້າວ່າຄົນລາວເຮົາປະຈຸບັນນີ້ຍັງເປັນແບບນີ້
ans wrote: ສຳລັບຄຳທຳນາຍຂອງໝໍທຳນາຍທີ່ປາກເຊເຊີ່ງເພີ່ນໄດ້ທຳນາຍວ່າດຽວນີ້ລາວໄດ້ຫລຸດພົ້ນອອກຈາກຄຳສາບເຈົ້າສີໂຄດຕະປອງແລ້ວ ປະເທດລາວກໍ່ເລີ່ມຈະເລີນຂື້ນເລື້ອຍໆ ພະແກ້ວຈະກັບມາຄືນຖີ່ນເກົ່າພາຍໃນສາມປີຄຳທຳນາຍນີ້ໄດ້ຜ່ານມາສອງປີແລ້ວແລະຂ້ອຍໄດ້ຖາມໝໍທຳນາຍວ່າເພີ່ນຖືກລ່າມໂສ້ຄຳພ້ອມທັງເວດມົນທັງຫຼາຍໄວ້ຈະມາໄດ້ບໍ? ໝໍຕອບວ່າເຖີງເວລາເພີ່ນຈະມາເອງລ່າມໄວ້ກໍ່ບໍ່ຢູ່ຄຳທຳນາຍນີ້ບໍ້ຮູ້ວ່າຈີງຫຼືບໍ່ ຜູ້ຂຽນເອງກໍ່ເຊືອ່ພຽງ50%ປະຈຸບັນກໍ່ຍັງຖ້າເບິ່ງອີກ 1 ປີ ໝໍທຳນາຍມີຄູ່ບ້ານຄູ່ເມືອງມານານແລ້ວຮູ້ໄວ້ກໍ່ບໍ່ເສຍຫາຍບໍແມ່ນຄົນໄທຫຼືຄົນລາວຈະຕັດສິນໃຈເອງ ແຕ່ຈະເປັນພະແກ້ວເອງເພີ່ນຈະຕັດສິນໃຈແມ່ນບໍທ່ານຜູ້ອ່ານທັງຫລາຍອີກສີ່ງໝື່ງບໍ່ຄວນລືມກໍ່ຄືຄວາມເຊື່ອໃນສັດທາຂອງຕົນເອງ
Vi wrote:ໝໍດູ ຄູ່ ໝໍ ເດົາ ....ຂ້ອຍ ບໍ່ ຮູ້ ຈັກ ໝໍ ຜູ້ນີ້ ເລີຍ ... ມັນກໍ່ພຽງ ຄວາມ ຄິດເຫັນ ຂອງ ຄົນຜູ້ ໜຶ່ງເທົ່ານັ້ນ .... ຖ້າຮູ້ ແທ້ .... ກະ ບອກເລກ ຄົນລາວ ຄັກ ໆ ແດ່ ຈັກ 3 ໂຕ ....ຊິໄດ້ ລວຍ
ໝໍດູ ຄູ່ ໝໍ ເດົາ ....ຂ້ອຍ ບໍ່ ຮູ້ ຈັກ ໝໍ ຜູ້ນີ້ ເລີຍ ... ມັນກໍ່ພຽງ ຄວາມ ຄິດເຫັນ ຂອງ ຄົນຜູ້ ໜຶ່ງເທົ່ານັ້ນ .... ຖ້າຮູ້ ແທ້ .... ກະ ບອກເລກ ຄົນລາວ ຄັກ ໆ ແດ່ ຈັກ 3 ໂຕ ....ຊິໄດ້ ລວຍ
ອັນທີ່ຈິງແທ້ ພະບາງກໍເຄີຍຖືກສະຫຍາມຢຶດໄປໃນປີ 1778-79 ໂດຍພະເຈົ້າຕາກສິນ ແລ້ວ ໃນປີ 1782 ລາດຊະວົງຈັກກຣີໄດ້ມອບຄືນໃຫ້ເຈົ້ານັນທະເສນ ( ນ້ອງຊາຍຂອງພະເຈົ້າອານຸວົງ) ໃນຖານະພຣະຄຸ້ມຄອງສ່ວນພະອົງ ເພາະ ລາດຊະວົງຈັກກຣີ ກະສັດອົງໃໝ່ ພະເຈົ້າ ຣາມາ ທີ I ເຫັນວ່າພະພຸດທະຮູບອົງນີ້ (ພຣະບາງ, ໄດ້ນຳໂຊກຮ້າຍມາໃຫ້ລາດຊະອານາຈັກສະຫຍາມ (ບາງກອກ) ຖ້າບໍ່ດັ່ງນັ້ນ ລາວເຮົາຈະຕ້ອງເສັຽພະພຸດທະຮູບມິ່ງຂວັນເມືອງທັງສອງພະອົງ...ຢ່າລືມວ່າສະໄໝນັ້ນ, ຫລັງຈາກອົງຕາກສິນແລ້ວ, ລາດຊະວົງຈັກກຣີ (ຣາມາ ທີ I...)ເປັນບັນດາກະສັດທີ່ມີຄວາມຮູ້ແລະຄວາມສາມາດສູງຍ້ອນການສຶກສາຈາກຕາວັນຕົກ, ຮູ້ລະອຽດກ່ຽວກັບຍຸດທະສາດການເມືອງ, ການທະຫານ, ເຂົ້າໃຈຮັກສາກຳລັງພົນຂອງຕົນ ໄວ້ໃກ້ຕົວເພື່ອສາມາດສະກັດກັ້ນທຸກໆການກະບົດຂອງ ບັນດາລັດຫົວເມືອງຂຶ້ນ ຄື ປະເທດລາວ (ເຈົ້າອານຸວົງ ແລະ ບັນດາອ້າຍນ້ອງຂອງພະອົງ) ຊຶ່ງສະຫຍາມຖືວ່າເປັນ ດິນແດນຂອງເຂົາເຈົ້າຢ່າງຊອບທຳ. (Prof. G E). ປະຫວັດສາດຂອງໄທໄດ້ຂຽນໄວ້ວ່າ ປະເທດລາວ ແຕ່ໃດມາກໍເຄີຍເປັນດິນແດນໄທ ຫາກລືມຂຽນໃສ່ວ່າ ສະຫຍາມໄດ້ມາຕີ ແລະຢຶດເອົາປະເທດລາວໄປເປັນຫົວເມືອງຂຶ້ນຂອງສະຫຍາມ ຈຶ່ງພາໃຫ້ຄົນໄທເກີດໃໝ່ບໍ່ຮູ້ຫຍັງກ່ຽວກັບປະຫວັດແທ້ຂອງສະຫຍາມ ແລະ ລາວ.