Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄຳທຳນາຍທີ່ຄວນຈື່ສະລັບ
ans

Date:
ຄຳທຳນາຍທີ່ຄວນຈື່ສະລັບ



ສຳລັບຄຳທຳນາຍຂອງໝໍທຳນາຍທີ່ປາກເຊ

ເຊີ່ງເພີ່ນໄດ້ທຳນາຍວ່າ

ດຽວນີ້ລາວໄດ້ຫລຸດພົ້ນອອກຈາກຄຳສາບເຈົ້າສີໂຄດຕະປອງແລ້ວ ປະເທດລາວກໍ່ເລີ່ມຈະເລີນຂື້ນເລື້ອຍໆ ພະແກ້ວຈະກັບ

ມາຄືນຖີ່ນເກົ່າພາຍໃນສາມປີຄຳທຳນາຍນີ້ໄດ້ຜ່ານມາສອງປີແລ້ວ

ແລະຂ້ອຍໄດ້ຖາມໝໍທຳນາຍວ່າເພີ່ນຖືກລ່າມໂສ້ຄຳພ້ອມທັງເວດມົນທັງຫຼາຍ

ໄວ້ຈະມາໄດ້ບໍ? ໝໍຕອບວ່າເຖີງເວລາເພີ່ນຈະມາເອງລ່າມໄວ້ກໍ່ບໍ່ຢູ່

ຄຳທຳນາຍນີ້ບໍ້ຮູ້ວ່າຈີງຫຼືບໍ່ ຜູ້ຂຽນເອງກໍ່ເຊືອ່ພຽງ50%
ປະຈຸບັນກໍ່ຍັງຖ້າເບິ່ງອີກ 1 ປີ ໝໍທຳນາຍມີຄູ່ບ້ານຄູ່ເມືອງມານານແລ້ວຮູ້ໄວ້ກໍ່ບໍ່ເສຍຫາຍ
ບໍແມ່ນຄົນໄທຫຼືຄົນລາວຈະຕັດສິນໃຈເອງ ແຕ່ຈະເປັນພະແກ້ວເອງເພີ່ນຈະຕັດສິນໃຈ

ແມ່ນບໍທ່ານຜູ້ອ່ານທັງຫລາຍອີກສີ່ງໝື່ງບໍ່ຄວນລືມກໍ່ຄືຄວາມເຊື່ອໃນສັດທາຂອງຕົນເອງ


__________________
Anonymous

Date:

ຝາກຖາມໝໍຄົນນັ້ນແນ່ເດີວ່າເພິ່ນສິມາລາວເຮັດຫຍັງ?
ແລ້ວເພິ່ນສິມາຊ່ວຍຄົນລາວແນວໃດ?



ປະເທດເຮົາສິຈະເລີນກະຍ້ອນປະເທດອື່ນມາລົງທຶນບໍ່ແມ່ນຫວາ
ສິຖ້າໃຫ້ເພິ່ນມາກາຊ່ວຍຫຍັງຄົນລາວບໍ່ໄດ້ດອກ
ຖ້າວ່າຄົນລາວເຮົາປະຈຸບັນນີ້ຍັງເປັນແບບນີ້



__________________
Anonymous

Date:

ພະແກ້ວເພິ່ນຄວນກັບໄປຢູ່ເມືອງຊຽງຮາຍ ບ່ອນທີ່ເພິ່ນຖືກຊຸກເຊື່ອງໄວ້ຢຼ່ໃນພະທາດວັດພະແກ້ວເມືອງຊຽງຮາຍ ກ່ອນ
ທີ່ເພິ່ນຈະຖືກນຳໄປໄວ້ຢູ່ເມືອງລຳປາງແລະເມືອງຊຽງໃຫມ່

__________________
Vi

Date:

ໝໍດູ ຄູ່ ໝໍ ເດົາ ....
ຂ້ອຍ ບໍ່ ຮູ້ ຈັກ ໝໍ ຜູ້ນີ້ ເລີຍ ... ມັນກໍ່ພຽງ ຄວາມ ຄິດເຫັນ ຂອງ ຄົນຜູ້ ໜຶ່ງເທົ່ານັ້ນ ....

ຖ້າຮູ້ ແທ້ .... ກະ ບອກເລກ ຄົນລາວ ຄັກ ໆ ແດ່ ຈັກ 3 ໂຕ ....ຊິໄດ້ ລວຍ

__________________
ກພນຄ

Date:

ans wrote:

 


ສຳລັບຄຳທຳນາຍຂອງໝໍທຳນາຍທີ່ປາກເຊ

ເຊີ່ງເພີ່ນໄດ້ທຳນາຍວ່າ

ດຽວນີ້ລາວໄດ້ຫລຸດພົ້ນອອກຈາກຄຳສາບເຈົ້າສີໂຄດຕະປອງແລ້ວ ປະເທດລາວກໍ່ເລີ່ມຈະເລີນຂື້ນເລື້ອຍໆ ພະແກ້ວຈະກັບ

ມາຄືນຖີ່ນເກົ່າພາຍໃນສາມປີຄຳທຳນາຍນີ້ໄດ້ຜ່ານມາສອງປີແລ້ວ

ແລະຂ້ອຍໄດ້ຖາມໝໍທຳນາຍວ່າເພີ່ນຖືກລ່າມໂສ້ຄຳພ້ອມທັງເວດມົນທັງຫຼາຍ

ໄວ້ຈະມາໄດ້ບໍ? ໝໍຕອບວ່າເຖີງເວລາເພີ່ນຈະມາເອງລ່າມໄວ້ກໍ່ບໍ່ຢູ່

ຄຳທຳນາຍນີ້ບໍ້ຮູ້ວ່າຈີງຫຼືບໍ່ ຜູ້ຂຽນເອງກໍ່ເຊືອ່ພຽງ50%
ປະຈຸບັນກໍ່ຍັງຖ້າເບິ່ງອີກ 1 ປີ ໝໍທຳນາຍມີຄູ່ບ້ານຄູ່ເມືອງມານານແລ້ວຮູ້ໄວ້ກໍ່ບໍ່ເສຍຫາຍ
ບໍແມ່ນຄົນໄທຫຼືຄົນລາວຈະຕັດສິນໃຈເອງ ແຕ່ຈະເປັນພະແກ້ວເອງເພີ່ນຈະຕັດສິນໃຈ

ແມ່ນບໍທ່ານຜູ້ອ່ານທັງຫລາຍອີກສີ່ງໝື່ງບໍ່ຄວນລືມກໍ່ຄືຄວາມເຊື່ອໃນສັດທາຂອງຕົນເອງ

ພຣະແກ້ວ ຈະບໍ່ກັບມາ ຖ້າຄົນລາວຍັງບໍ່ທຳສິ່ງນີ້ໃຫ້ໄດ້ຄື
1. ສູດມົນໄຫວ້ພະເຫັນ.
2, ອ່່ານໜັງສືລາວໃຫ້ໄດ້ ຂຽນໃຫ້ຖີກກັບພາສາລາວ
3, ສຶກສາທຳມະໃຫ້ຫຼາຍໆ
4, ຮັກສາສິນ.
5, ບໍ່ເຊື່ອມຸງຄຸນຕື່ນຂ່າວ
6, ມີປັນຍາສະຫຼາດ
ຫາກຍັງບໍ່ໄດ້ຈັ່ງ ພະແກ້ວຈະບໍ່ກັບເມືອງລາວ

 



__________________
Anonymous

Date:

Vi wrote:

ໝໍດູ ຄູ່ ໝໍ ເດົາ ....
ຂ້ອຍ ບໍ່ ຮູ້ ຈັກ ໝໍ ຜູ້ນີ້ ເລີຍ ... ມັນກໍ່ພຽງ ຄວາມ ຄິດເຫັນ ຂອງ ຄົນຜູ້ ໜຶ່ງເທົ່ານັ້ນ ....

ຖ້າຮູ້ ແທ້ .... ກະ ບອກເລກ ຄົນລາວ ຄັກ ໆ ແດ່ ຈັກ 3 ໂຕ ....ຊິໄດ້ ລວຍ



ເຊື່ອຫຼືບໍ່ເຊື່ອເຮົາກໍ່ບໍ່ຄວນລົບລູ ຖ້າເຮົາເປັນຜູ້ໃຫ່ຽພໍ ມັນເປັນສິທທິຂອງເຂົາ.

 



__________________


Veteran Member

Status: Offline
Posts: 81
Date:


ອັນທີ່ຈິງແທ້ ພະບາງກໍເຄີຍຖືກສະຫຍາມຢຶດໄປໃນປີ 1778-79 ໂດຍພະເຈົ້າຕາກສິນ  ແລ້ວ ໃນປີ 1782 ລາດຊະວົງຈັກກຣີໄດ້ມອບຄືນໃຫ້ເຈົ້ານັນທະເສນ ( ນ້ອງຊາຍຂອງພະເຈົ້າອານຸວົງ) ໃນຖານະພຣະຄຸ້ມຄອງສ່ວນ
ພະອົງ ເພາະ ລາດຊະວົງຈັກກຣີ ກະສັດອົງໃໝ່ ພະເຈົ້າ ຣາມາ ທີ I ເຫັນວ່າພະພຸດທະຮູບອົງນີ້ (ພຣະບາງ, ໄດ້ນຳໂຊກຮ້າຍມາໃຫ້ລາດຊະອານາຈັກສະຫຍາມ (ບາງກອກ) ຖ້າບໍ່ດັ່ງນັ້ນ ລາວເຮົາຈະຕ້ອງເສັຽພະພຸດທະຮູບມິ່ງ
ຂວັນເມືອງທັງສອງພະອົງ...ຢ່າລືມວ່າສະໄໝນັ້ນ, ຫລັງຈາກອົງຕາກສິນແລ້ວ, ລາດຊະວົງຈັກກຣີ (ຣາມາ ທີ I...)ເປັນບັນດາກະສັດທີ່ມີຄວາມຮູ້ແລະຄວາມສາມາດສູງຍ້ອນການສຶກສາຈາກຕາວັນຕົກ, ຮູ້ລະອຽດກ່ຽວກັບຍຸດທະສາດ
ການເມືອງ, ການທະຫານ,  ເຂົ້າໃຈຮັກສາກຳລັງພົນຂອງຕົນ ໄວ້ໃກ້ຕົວເພື່ອສາມາດສະກັດກັ້ນທຸກໆການກະບົດຂອງ ບັນດາລັດຫົວເມືອງຂຶ້ນ ຄື ປະເທດລາວ (ເຈົ້າອານຸວົງ ແລະ ບັນດາອ້າຍນ້ອງຂອງພະອົງ) ຊຶ່ງສະຫຍາມຖືວ່າເປັນ ດິນແດນຂອງເຂົາເຈົ້າຢ່າງຊອບທຳ. (Prof. G E).   ປະຫວັດສາດຂອງໄທໄດ້ຂຽນໄວ້ວ່າ ປະເທດລາວ ແຕ່ໃດມາກໍເຄີຍເປັນດິນແດນໄທ ຫາກລືມຂຽນໃສ່ວ່າ ສະຫຍາມໄດ້ມາຕີ ແລະຢຶດເອົາປະເທດລາວໄປເປັນຫົວເມືອງ
ຂຶ້ນຂອງສະຫຍາມ ຈຶ່ງພາໃຫ້ຄົນໄທເກີດໃໝ່ບໍ່ຮູ້ຫຍັງກ່ຽວກັບປະຫວັດແທ້ຂອງສະຫຍາມ ແລະ ລາວ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard