Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 450 ປີ ມິດຈ້ອຍມ້ອຍ
Anonymous

Date:
450 ປີ ມິດຈ້ອຍມ້ອຍ

ຄົນຕ່າງປະເທດຊິຮູ້ໄດ້ແນວໃດ ວ່າວຽງຈັນ ຊິສະຫຼອງວັນເກີດ 450 ປີ
ເຫັນອອກຂ່າວແຕ່ພາສາລາວ
ເວັບໄຊພາສາອັງກິດກາບໍ່ມີ
ລາຍລະອຽດຂອງງານກໍ່ບໍ່ມີ
ແຖມໄປຈັດໃກ້ກັບພີ່ໃຫຍ່ວຽດນາມ ທີ່ຈະສະຫຼອງວຽດນາມຄົບຮອບ 1000ປີ
ແລ້ວເຮົາຊິເອົາຫຍັງໄປສູ້ເຂົ້າ
ຕ່າງປະເທດບໍ່ໄດ້ຮັບຮູ້ຂ່າວສານ ຈ້າງເຂົາເຈົ້າກະຊິມາ
ຄວນເບິ່ງຄືນໃນເລຶ້ອງນີ
ມີບົດຮຽນມາຫຼາຍແລ້ວ ແຕ່ບໍ່ມີປະຕິບັດ
ຖ້າແຕ່ໃຫ້ຂ້ອຍບອກ
ມັນບໍ່ໄດ້ ເດີ້

__________________
Anonymous

Date:

ບໍ່ແປກເລີຍ....ງານສລອງກະອາສັຍບຸນພຮະທາດຫລວງຫັ້ນເດ1111ຍັງບໍ່ຮູ້ອີກຫວາໃໃໃ

__________________
ເກີບຂາດ

Date:

ເຫັນເພິ່ນໂຄຢູ່ເວັບວຽງຈັນທາມຢູ່ໃດ໋

__________________
Anonymous

Date:

What, when, where, and how?
They don't provide any information furious
I think the orgazing committee even don't know how to celebrate

__________________

Senior Member

Status: Offline
Posts: 120
Date:
RE: Andy

ແມ່ນລະເຫັນມິດຈີ່ລີ່ ບໍ່ມີຫຍັງໜ້າຕື່ນເຕັ້ນ ແລະ ແຕກຕ່າງ.
   ບາດວ່າຢູ່ທາງ Hanoi Vietnam ເພິ່ນກໍ່ຈະມີການສະຫຼອງ ນະຄອນຫຼວງ ຮ່າໂໜ້ຍຄົບຮອບການເປັນນະຄອນຫຼວງ 1000 ປີ ເບິ່ງບ້ານເພິ່ນຄືມາມີຄວາມຄຶກຄັກແທ້. ມີການປະດັບ ປະດາຕົວເມືອງ ດວ້ຍແສງສີຕ່າງໆ ຂຶ້ນປ້າຍໄຟ LED ຂະໜາດໃຫຍ່ຢູ່ຫຼາຍຈຸດ ເພື່ອໂຄສະນາໃຫ້ແກ່ແຂກຕ່າງປະເທດໄດ້ຮັບຮູ້ ຖະໜົນຫົນທາງກໍ່ມີການປະດັບ ປະດາເຕັມໄປດ້ວຍດອກໄມ້ ຫຼາກສີສັນ ເບິ່ງແລ້ວມັນຄຶກຄັກ ຄຶກຄື້ນ ສົມກັບການທີ່ຈະຈັດ ປາງບຸນໃຫຍ່ຢ່າງແທ້ຈິງໃດ.

__________________
Anonymous

Date:
RE: 450 ປີ ມິດຈ້ອຍມ້ອຍ

probably over spent on SEA games no budget left and still owed Chinese..

__________________

Veteran Member

Status: Offline
Posts: 88
Date:

Anonymous wrote:

ຄົນຕ່າງປະເທດຊິຮູ້ໄດ້ແນວໃດ ວ່າວຽງຈັນ ຊິສະຫຼອງວັນເກີດ 450 ປີ
ເຫັນອອກຂ່າວແຕ່ພາສາລາວ
ເວັບໄຊພາສາອັງກິດກາບໍ່ມີ
ລາຍລະອຽດຂອງງານກໍ່ບໍ່ມີ
ແຖມໄປຈັດໃກ້ກັບພີ່ໃຫຍ່ວຽດນາມ ທີ່ຈະສະຫຼອງວຽດນາມຄົບຮອບ 1000ປີ
ແລ້ວເຮົາຊິເອົາຫຍັງໄປສູ້ເຂົ້າ
ຕ່າງປະເທດບໍ່ໄດ້ຮັບຮູ້ຂ່າວສານ ຈ້າງເຂົາເຈົ້າກະຊິມາ
ຄວນເບິ່ງຄືນໃນເລຶ້ອງນີ
ມີບົດຮຽນມາຫຼາຍແລ້ວ ແຕ່ບໍ່ມີປະຕິບັດ
ຖ້າແຕ່ໃຫ້ຂ້ອຍບອກ
ມັນບໍ່ໄດ້ ເດີ້

ໂຄສະນາໜ້ອຍໆກະພໍແລ້ວ ຈັກໜ້ອຍຕ່າງປະເທດໄປຫຼາບ ຫາອາຫານ ກັບ ບ່ອນໃຫ້ນອນບໍ່ພໍກັນ........ biggrinbiggrinbiggrinbiggrinbiggrinbiggrin

__________________
Speak-out

Money!!  have you ever heard money talk  and  S.h.i.t. walking...

__________________
ໃບຕອງປຽກ

Date:

laolamleuak wrote:

ໂຄສະນາໜ້ອຍໆກະພໍແລ້ວ ຈັກໜ້ອຍຕ່າງປະເທດໄປຫຼາບ ຫາອາຫານ ກັບ ບ່ອນໃຫ້ນອນບໍ່ພໍກັນ........ biggrinbiggrinbiggrinbiggrinbiggrinbiggrin

ຂອງດີບໍ່ຕ້ອງໂຄສະນາຫລາຍ

__________________
ລົດອີ່ເຕົ່າ

Date:

Andy, ເຮົາຈະໄປທຽບໃສ່ວຽດນາມບໍ່ໄດ້ດອກ ເງິນງົບເຂົາລົ້ນຄັງຫລວງ.

__________________

Senior Member

Status: Offline
Posts: 120
Date:
RE: Andy

   ຈັ່ງຊີ້ ແລະ ແນວຄວາມຄິດຂອງຄົນລາວ ເຖິງຈະຮຽນຮອດເມືອງນອກເມືອງນາ ຫຼາຍປານໃດກໍ່ຕາມ ພໍກັບມາຮອດປະເທດແລ້ວ ກໍ່ຄືເກົ່າບໍ່ມີຄວາມກະຕືລືລົ້ນ ເຮັດເສີຍໆ ດັ່ງສຳນວນທີ່ວ່າ: "ຫູໜວກກິນພານ" ມັນອາດຈະໃຊ້ໄດ້ແຕ່ບາງຢ່າງເທົ່ານັ້ນໃດ ?
   ຍົກຕົວຢ່າງໃຫ້ຊວນຄິດ: ຫວ່າງເກີດເຫດການວິກິດການເງິນໂລກ ປີກາຍທີ່ແລ້ວນີ້ ຢູ້ສະຖາບັນ ການສຶກສາແຫ່ງຊາດ ທາງອາໄດ້ນຳຫົວຂໍ້ນີ້ມາຖາມຕໍ່ນັກສຶກສາວ່າ ປະເທດເຮົາມີຜົນກະທົບໜ້ອຍ ຫຼືຫຼາຍຕໍ່ເຫດການວິກິດການເງິນທີ່ເກີດຂຶ້ນ ເຊິ່ງປະກົດວ່າໄດ້ຄຳຕອບທີ່ເປັນລັກສະນະດຽວກັນຄື: ເຮົາບໍ່ມີຄວາມເດືອດຮອ້ນຫຍັງເພາະເຖິງຈະວິກິດປານໃດເຮົາກໍ່ມີເຂົ້າກິນ ມີບ່ອນຫາອາຫານຕາມທົ່ງໄຮ່ ທົ່ງນາ ໂຮງງານອຸດສາຫະກໍ່ບໍ່ມີຫຼາຍ ການທີ່ມີຄົນຕົກງານຄືຕ່າງປະເທດ ກໍ່ບໍ່ມີຫຼາຍ ຄືຢູ່ຕ່າງປເທດ ຄິດແນວນັ້ນກໍ່ຖືກ ແຕ່ມັນສະທ້ອນພື້ນຖານທາງແນວຄວາມຄິດທີ່ໜ້າເປັນຫ່ວງ ເພາະທຸກວັນນີ້ ຮູ້ສຶກວ່າຕ່າງຊາດເຂົ້າມາຢຶດພີ້ນທີ່ທຳມາຫາກິນ ຢ່າງຫຼວງຫຼາຍ ບໍ່ວ່າຈີນ,ຫວຽດນາມ.... ແຕ່ເປັນໜ້າເປັນຫ່ວງແມ່ນຈີນ ເພາະເຂົາຈະໄປແບບ ດາວກະຈາຍ ແຕກສະໄປທົ່ວທຸກບອ່ນ ຂາຍເຄື່ອງ ເອົາໄປເອົາມາຄົນລາວກາຍເປັນລູກຈ້າງຂອງເຂົາ ສ່ວນເຂົາເປັນນາຍຈ້າງ ເຊິ່ງບາງປະເທດເພິ່ນໄດ້ຖືເປັນບັນຫາທີ່ສຳຄັນ ເຂົາຫ້າມບໍ່ໃຫ້ຕ່າງຊາດ ມາຂາຍຍ່ອຍເຊິ່ງຍາດອາຊີບການທຳມາຫາກິນຂອງພົນລະເມືອງ ພາຍໃນຊາດ ຖ້າຈະໃຫ້ກໍ່ຕ້ອງມາໃນນາມ ບໍລິສັດ ຕ່າງຊາດ ມາລົງທຶນ ແຕ່ບໍ່ອະນຸຍາດໃຫ້ໄປເລາະຂາຍເຄື່ອງຍ່ອຍ ແລະ ເປີດຮ້ານເຕັມໄປໝົດ.
   ນີ້ເປັນພຽງຄວ່ມເຫັນເລັກໜ້ອຍທີ່ຢາກປະກອບສ່ວນ ຊວນໃຫ້ຄິດ ເພາະວ່າມັນຈະເປັນບັນຫາໃນອານາຄົດລຸ້ນລູກ ລຸ້ນຫຼານ ເພາະຈີນຈະຄອບງຳ ລະບົບເສດຖະກິດທັງໝົດ.

__________________
ໄຂ່ຕົ້ມ

Date:
RE:450 ປີ ມິດຈ້ອຍມ້ອຍ

ທ່ານ ແອ່ນດີ ເມົານໍ້າຊາ Long Jing ເບາະ ເຂົາເວົ້າເລື່ອງງານ450ປີ ທ່ານພັດເສືອກໄປເວົ້າອື່ນ? ເງິນທີ່ເພິ່ນສ້າງສວນພະເຈົ້າອະນຸວົງ ວຽດໃຫ້ຢືມຫລືໃຫ້ລ້າ? ໃຜຮູ້ກະຊ່ອຍຕອບໃຫ້ແດ່, ຂອບໃຈ.

__________________

Senior Member

Status: Offline
Posts: 120
Date:
RE: Andy

   ກະດຽວວ່າຮູ້ຢູ່ແກ່ໃຈ ກະຍັງຖາມນໍ blehblehbleh

ບໍ່ໄດ້ລ້າ ກໍ່ໄດ້ເປັນກູ້ຢືມ ບໍ່ມີດອກເບັ້ຍ ຫຼື ດອກເບັ້ຍຕໍ່າ ແລະ ໄລຍະຍາວວວວວວວວວວວວວyawnyawnyawndisbeliefdisbeliefdisbeliefdisbeliefnonono

__________________
ຈອກນ້ອຍ

Date:
RE: 450 ປີ ມິດຈ້ອຍມ້ອຍ

ຫາຍາກເດີຄົນຊິຍົກເງິນໃນຖົງໃຫ້ໝູ່ຢືມໂດຍບໍ່ຫວັງຜົນຕອບແທນ.

__________________
Anonymous

Date:

ຫາຍາກເດີຄົນຊິຍົກເງິນໃນຖົງໃຫ້ໝູ່ຢືມໂດຍບໍ່ຫວັງຜົນຕອບແທນ.
---------------------------------------------------------------
ຂ້ອຍກະວ່າຄືເຈົ້າຫັ້ນລະພໍ່ອາວບໍ່ອັນໃດກໍອັນໜຶ່ງ ຢ່າງນ້ອຍກໍຢາກໄດ້ເມຍຄົນລາວຊົ່ວຄາວ

__________________
Anonymous

Date:

ດີແລ້ວ ບໍ່ໂປຮໂມດ ເພາະສ້າງຫຍັງກໍຍັງບໍ່ທັນແລ້ວ
ຊິເຊີນແຂກມາເບິ່ງຫົນທາງທີ່ຍັງບໍ່ແລ້ວ ວັດທີ່ຍັງບໍ່ທັນແລ້ວ ໄດ້ແນວໃດ yawn

__________________
Anonymous

Date:

ຢາກເຫັນຊະລຳວຽງຈັນແມ່ນແຄມຖນົນທາງໄປທ່າເດື່ອ ເຂດບ້ານສວນມອນເດີພີ່ນ້ອງ. ມີແຕ່ເຣືອນຕູບແຄມທາງ.
ເຊີດຫນ້າຊູຕາ ກໍຄືສະກາຍໄລ ປ້ອມນໍ້າປະປາເກົ່າ ຕັ້ງແຕ່ຫ້າສິບປີແລ້ວ!  ນີ້ຫລືຈະສລອງວຽງຈັນ!

__________________
Lao Freedom

Date:

Anonymous wrote:

ຢາກເຫັນຊະລຳວຽງຈັນແມ່ນແຄມຖນົນທາງໄປທ່າເດື່ອ ເຂດບ້ານສວນມອນເດີພີ່ນ້ອງ. ມີແຕ່ເຣືອນຕູບແຄມທາງ.
ເຊີດຫນ້າຊູຕາ ກໍຄືສະກາຍໄລ ປ້ອມນໍ້າປະປາເກົ່າ ຕັ້ງແຕ່ຫ້າສິບປີແລ້ວ!  ນີ້ຫລືຈະສລອງວຽງຈັນ!

hahahahahaha

__________________
ຮວກຂຽວ

Date:

Anonymous wrote:

ຢາກເຫັນຊະລຳວຽງຈັນແມ່ນແຄມຖນົນທາງໄປທ່າເດື່ອ ເຂດບ້ານສວນມອນເດີພີ່ນ້ອງ. ມີແຕ່ເຣືອນຕູບແຄມທາງ.
ເຊີດຫນ້າຊູຕາ ກໍຄືສະກາຍໄລ ປ້ອມນໍ້າປະປາເກົ່າ ຕັ້ງແຕ່ຫ້າສິບປີແລ້ວ!  ນີ້ຫລືຈະສລອງວຽງຈັນ!

ກະຕູບຂາຍເຄື່ອງດື່ມເບາະ?

__________________
ຄຣີນອານຽນ

Date:

Anonymous wrote:

ດີແລ້ວ ບໍ່ໂປຮໂມດ ເພາະສ້າງຫຍັງກໍຍັງບໍ່ທັນແລ້ວ
ຊິເຊີນແຂກມາເບິ່ງຫົນທາງທີ່ຍັງບໍ່ແລ້ວ ວັດທີ່ຍັງບໍ່ທັນແລ້ວ ໄດ້ແນວໃດ yawn

ຍັງຕັ້ງເປັນສອງເດືອນກວ່າໆຊິຢ້ານວ່າມັນບໍ່ແລ້ວ, ຄັນລາວເຮັດບໍ່ແລ້ວ ສັ່ງວຽດມາເຮັດຄາວດຽວຊິຍາກຫຍັງ?

__________________
Anonymous

Date:

ຄວນຈະເພີ່ມອີກ 2ສ ຈິ່ງຈະແມ່ນ ຄື:
1.ສ ສີມືດ ຍາມກາງຄືນມາເຖິງຈະມີໄຟເຍືອງທາງກໍຈິງແຕ່ບໍ່ຮຸ່ງ ພາກສ່ວນໃດຮັບຜິດຊອບຊ່ວຍເບິ່ງແດ່ອາດຍາ
2.ສ ສົກປົກ ຕາມຕະຫລາດຕ່າງໆເປິະເປຶ້ແນຫລາຍພະແນກສາທາຄວນເບິ່ງຄືນ

ຂໍຕື່ມອີກຈັກສອງ ສ ໄດ້ບໍ່

3. ສ ສຸດວິໄສ
4. ສ ສົມເພດ
5. ສ ສໍາແດງ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard