Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທຳລາຍຖິ້ມ ຕູ້ເກມຢອດຫຼຽນ WHY ?
Anonymous

Date:
ທຳລາຍຖິ້ມ ຕູ້ເກມຢອດຫຼຽນ WHY ?






               ເພື່ອປະຕິບັດຕາມຂໍ້ກຳນົດກົດລະບຽບຂອງຂັ້ນເທິງວາງອອກ ໃນການໃຫ້ບໍລິການທຸລະກິດທາງດ້ານວັດທະນະ

ທຳເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ ຫຼີກເວັ້ນປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີຄວາມສະຫງົບ ຫ້ອງການ ຖວ ເມືອງອຳ

ນາດການປົກຄອງ ປກສ ບ້ານ ປກສ ກຸ່ມ ໄດ້ລົງກວດກາວຽກງານຢູ່ຕາມຮ້ານຕ່າງໆທີ່ມີການເຄື່ອນໄຫວດຳເນີນທຸລະກິດ

ຄອບຄົວ ດ້ວຍການເປີດຮ້ານຕູ້ເກມຢອດຫຼຽນ ຜ່ານການກວດກາເຫັນວ່າ ມີຈຳນວນ 5 ຮ້ານໄດ້ດຳເນີນທຸລະກິດດັ່ງກ່າວ

ພ້ອມທັງໄດ້ລົງກວດກາເຮັດບົດບັນທຶກປັບປຸງຫ້ອງບັນເທີງໄດ້ 3 ຮ້ານ ແລະ ເຮັດບັນທຶກຕັກເຕືອນຮ້ານອາຫານ 3 ຮ້ານ

ແລະ ສັ່ງປິດດິດສະໂກເທັກຂອງໂຮງແຮມທະວີຄູນ ທີ່ບໍ່ມີອະນຸຍາດ ແລະ ແຜ່ນຊີດີໂປ້ເປືອຍ ຈຳນວນ 53 ແຜ່ນ ແລະ ຄະ

ນະຮັບຜິດຊອບໄດ້ຢຶດຕູ້ເກມຢອດຫຼຽນ ໄດ້ຈຳນວນ 56 ໜ່ວຍ ສະນັ້ນ ມາຮອດວັນທີ 2 ຕຸລາ 2009 ທີ່ຜ່ານມາ ຈຶ່ງໄດ້ທຳ

ລາຍຖິ້ມ ສ່ວນພວກຜູ້ກ່ຽວກໍໄດ້ຖືກກ່າວເຕືອນ ແລະ ປັບໄໝຕາມລະບຽບກົດໝາຍ ທັງນີ້ກໍເພື່ອໃຫ້ຄວາມສະຫງົບ ແລະ

ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ທັງຫຼີກເວັ້ນການເຄື່ອນໄຫວທຸລະກິດດ້ານວັດທະນະທຳທີ່ບໍ່ຖືກຕ້ອງ.

               ພິທີທຳລາຍຕູ້ເກມຢອດຫຼຽນຄັ້ງນີ້ມີທ່ານ ຄຳຜາຍ ພົມມະຈິດ ຫົວໜ້າຫ້ອງການ ປກສ ເມືອງຈັນທະບູລີ ຫົວໜ້າ

ກຸ່ມ ປກສ ກຸ່ມ ຫົວໜ້າຫ້ອງການ ຖວ ເມືອງ ພະນັກງານກໍ່ສ້າງຮາກຖານ ນາຍບ້ານອ້ອມຂ້າງ ພະນັກງານທີ່ກ່ຽວຂ້ອງເຂົ້າ

ຮ່ວມ.

vientianemai


__________________
Anonymous

Date:

ຂ່າວຈາກຫນັງສືພິມບໍນິ? ນັກຂ່າວລາວປັບປຸງຕົວເອງດ່ວນ ເລື່ອງການຂຽນຂ່າວແລະການນຳໃຊ້ພາສາ.

ທີ່ມີການທຳລາຍຕູ້ເກມຢອດຫລຽນເພາະບໍ່ຢາກໃຫ້ມີທຸລະກິດແບບນີ້ຢູ່ບ້ານເຮົາ ເພາະຖ້າມີ ເດັກນ້ອຍແລະເຍົາວະຊົນ ຈະເຂົ້າໃຊ້ບໍລິການຫລາຍ. ທີ່ຂ້ອຍບໍ່ເຂົ້າໃຈກໍ່ຄື ເປັນຫຍັງບໍ່ປິດຮ້ານຄອມພິວເຕີ້ເກມພ້ອມ ເພາະສ່ວນໃຫຍ່ຄົນທີ່ເຂົ້າໃຊ້ບໍລິການແມ່ນເດັກນ້ອຍແລະເຍົາວະຊົນທັງນັ້ນ. ຂ້ອຍວ່າຜົນກະທົບຈາກຄອມພິວເຕີ້ເກມຫນ້າຈະມີຫລາຍກວ່າຕູ້ເກມ.


__________________
Anonymous

Date:

In Japan, this kind of game, in other word, it is called "Pachingo" is easily found in almost every corners, and I don't see any bad effect to Japanese culture and their children. They are still smart, and there economy is always strong.

The problem is that we should control not to allow children age under 18 to play. For those who older than that, it is a kind of entertainments, so I don't think it will have any negative images to Lao society.

What about casinos out there, why you don't close them to preserve Lao culture

Nonsense furious

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard