ຊິຂໍເວົ້າແຕ່ກ່ຽວກັບພາສາທໍ່ນັ້ນເດີ
ຄຳວ່າ ພຣະ ນີ້ ຫລັງຈາກ 1975 ມາ ເພິ່ນບໍ່ນິຍົມ ໃຊ້ປານໃດ ເພິ່ນມັກຂຽນວ່າ ພະ ເຊັ່ນວ່າ ຫລວງພະບາງ.
ຄຳວ່າ ພຸທ ຫລື ພຸດ ນີ້ ອີງຕາມຫລັກໄວຍາກອນ ພຣະຣາຊອານາຈັກລາວ ຖ້າແມ່ນຢູ່ກາງຄຳ ແມ່ນໃຊ້ໂຕສະກົດພິເສດໄດ້ ດັ່ງນັ້ນ ເພິ່ນຈຶ່ງຂຽນວ່າ ພຣະພຸທເຈົ້າ.
ແຕ່ຖ້າຢູ່ທ້າຍຄຳ ຕ້ອງໄດ້ໃຊ້ໂຕສະກົດທັມມະດາ ເຊັ່ນວ່າ ສາສນາພຸດ.
ຣັຖບານອາເມຣິກາ
ອາເມຣິກາມີ 50 ກວ່າ ຣັດ
ອາດເປັນການສັບສົນ ແຕ່ມັນກໍແມ່ນຫລັກໄວຍາກອນ ເຊິ່ງຣັຖບານໃນຄາວນັ້ນ ໃຫ້ສອນກັນໃນໂຮງຮຽນຕ່າງໆ.
ຄຳວ່າ ພຸທເຈົ້ານີ້ ລາງຄົນ ເພິ່ນກໍວ່າ ຄວນຂຽນວ່າ ພຸທທະເຈົ້າ ແຕ່ລາງຄົນກໍວ່າ ຄຳນີ້ ໄດ້ຖືກແຜງມາໃຊ້ໃນຄຳລາວ ກໍເລີຍປ່ຽນຈາກ ພຸທທະເຈົ້າ ມາເປັນ ພຸທເຈົ້າ.
ເຊັ່ນດຽວກັບຄຳວ່າ ວິຊາ ເຊິ່ງມາຈາກ ວິຊຊາ ໃນພາສາປາລີ.
ຫລັກໄວຍາກອນທີ່ທ່ານມະຫາສີລາ ວິຣະວົງ ລຽບລຽງສັບສົນຫລາຍ ແລະບໍ່ເປັນເອກະພາບກັນ
ບາງຄົນກໍ່ເຂົ້າໃຈວ່າ ພຸທ ໝາຍເຖິງສາສນາ, ສ່ວນ ພຸດ ໝາຍເຖິງຊື່ຂອງວັນທີ 4 ຂອງອາທິດ.
ທ່ານພູມີ ວົງວິຈິດ ແລະເຈົ້າສຸກ ວົງສັກ ຂຽນຫລັກໄໝ່ເພື່ອໃຫ້ຄົນຕ່າງຊາດແລະຄົນຊົນເຜົ່າໄດ້
ອ່ານອອກຂຽນໄດ້ໃນໄລຍະການຕໍ່ສູ້ ແຕ່ຍ້ອນເຫດຜົນທາງດ້ານການເມືອງເພິ່ນຈຶ່ງບໍ່ສາມາດສືບ
ຕໍ່ໃຊ້ຫລັກໄວຍາກອນເກົ່າຈຶ່ງເປັນສາເຫດໃຫ້ຄົນລຸ້ນກ່ອນ 75 ແລະຫລັງ 75 ມີບັນຫາດ້ານການ
ສື່່ສານກັນ.