ລອງມາຄິດນໍາກັນເບີ່ງວ່າ ປັດໃຈໃດແດ່ທີ່ເຮັດໃຫ້ຄົນລາວບໍ່ມີຄວາມກະຕິລືລົ້ນ, ບໍ່ມັກຕໍ່ຕ້ານ, ບໍ່ມັນຮຽກຮ້ອງຫຍັງ ເຖິງແມ່ນວ່າ
ຕົນເອງຈະເປັນຈະຕາຍ, ເປັນສີ່ງທີ່ຜິດ, ຖືກເອົາປຽບປານໃດກໍ່ຕາມ. ນັ້ນກໍ່ຍ້ອນວ່າ:
1. ປັດໃຈຄວາມເຊື່ອທາງວັດທະນາທໍາ, ສາດສະໜາພຸດ, ແລະ ຮີດຄອງປະເພນີ. ຕົວຢ່າງ: ສາດສະໜາພຸດສອນໃຫ້ເຮົາມີຈິດໃຈດີ
ທໍາບຸນທໍາທານ, ຖືສິນຫາ ແລະ ບໍ່ໄປບຽບບຽນຄົນອື່ນ ຫລື ເຮັດບຸນເພື່ອອະນະຄົດລະຈະດີເອງ. ສີ່ງເຫລົານີ້ມັນໄດ້ຝັງໃນຮາກເຫງົ້າ
ຂອງຄົນລາວເປັນຮ້ອຍໆປີມາແລ້ວ. ເວົ້າເປັນຮູບປະທໍາກໍ່ຄື: ການເຮັດບຸນເຮັດທານມັນຕິດພັນກັບຊີວິດຂອງເຮົາມາແຕ່ນ້ອຍໆແລ້ວ ຈົນເຖົ້າຈົ້ນໃຫຍ່ ຈົນວ່າຜູ້ທຸກຜູ້ຮັງກະເຮັດບຸນໃສ່ບາດຢາດນໍ້າ ເທົ່າໆກັນ ແລ້ວ ກໍ່ມານອນຕວະໂຕເອງວ່າບຸນຈະມາຊ່ວຍເຮົາໃຫ້ຮັ່ງມີ,
ມີວາດສະໜາໃນອະນາຄົດ ຊື່ງສຸດທ້າຍກໍ່ເຮັດໃຫ້ຫຼາຍຄົນ ບໍ່ທໍາມາຫາກິນ ຫລື ແຂ່ງຂັນກັນ. (ບໍ່ແມ່ນຫລົບລູ່ສາດສະໜາເດີ).
ກົງກັນຂ້າມ ຄົນຫວຽດນາມ, ຄົນຈິນ, ຄົນຢູ່ໂຫລບ ເຂົາບໍ່ຄິດຄືເຮົາ ເຂົາຈື່ງແຂ່ງກັນເຮັດວຽກ, ມີຕວະມີຕົ້ມແດ່ ຕາມທໍາມະດາ ຈື່ງເຮັດໃຫ້ເຂົາຮັ່ງມີ, ເຂົ້ມແຂງ.
2. ຍ້ອນຄົນເຮົາຍັງຖືໂຕ, ຟັງຄວາມຜູ້ເຖົ້າຜູ້ແກ່, ຜູ້ເປັນຜູ້ນໍາ ບໍ່ວ່າຈະເຮັດຖືກເຮັດຜີດ ກະຄິດວ່າເປັນເລື່ອງຂອງຜູ້ໃຫຍ່ ຈື່ງບໍ່ຈໍາ
ເປັນຈະຕໍ່ຕ້ານຍັງໝົດ. ທັງໆທີ່ຮູ້ວ່າມັນຜິດ ກໍ່ບໍ່ກ້າເວົ້າ, ກ້າວ່າ. ຫລື ຄິດທິ້ຈະປ່ຽນແປງ. ຖ້າບໍ່ມີຜູ້ໃຫຍ່ອອກມາເວົ້າມານໍາພາ
ກໍ່ບໍ່ມີໃຜຊິເວົ້າຊິວ່າໃດໆ.
ຫລື ທ່ານຄິດແນວໃດ.
ຫົວອ່ອນ ບອກໄປຊ້າຍ ໄປຊ້າຍ ບອກໄປຂວາ ໄປຂວາ ບໍ່ກ້າສະແດງຄວາມຄຶດເຫັນໃນທີ່ສາທາລະນະ
ທໍາບຸນທໍາທານ, ຖືສິນຫ້າ)))
ຖືສິນຫ້າ ແມ່ ມຶງຫັຍງ ກິນແຕ່ເບຍ ສີີ້ແຕ່ກະລີ
ຄົນລາວເຮັດຫຍັງບໍ່ໃດ້ ຍອ້ນ ລັດຖະບານຊິຂ້າ ຄື ທານ SOMBATH SOMPHONE
ລະໃຜຊີກ້າ ຖາມແດ່
Anonymous wrote:ລອງມາຄິດນໍາກັນເບີ່ງວ່າ ປັດໃຈໃດແດ່ທີ່ເຮັດໃຫ້ຄົນລາວບໍ່ມີຄວາມກະຕິລືລົ້ນ, ບໍ່ມັກຕໍ່ຕ້ານ, ບໍ່ມັນຮຽກຮ້ອງຫຍັງ ເຖິງແມ່ນວ່າຕົນເອງຈະເປັນຈະຕາຍ, ເປັນສີ່ງທີ່ຜິດ, ຖືກເອົາປຽບປານໃດກໍ່ຕາມ. ນັ້ນກໍ່ຍ້ອນວ່າ: 1. ປັດໃຈຄວາມເຊື່ອທາງວັດທະນາທໍາ, ສາດສະໜາພຸດ, ແລະ ຮີດຄອງປະເພນີ. ຕົວຢ່າງ: ສາດສະໜາພຸດສອນໃຫ້ເຮົາມີຈິດໃຈດີທໍາບຸນທໍາທານ, ຖືສິນຫາ ແລະ ບໍ່ໄປບຽບບຽນຄົນອື່ນ ຫລື ເຮັດບຸນເພື່ອອະນະຄົດລະຈະດີເອງ. ສີ່ງເຫລົານີ້ມັນໄດ້ຝັງໃນຮາກເຫງົ້າຂອງຄົນລາວເປັນຮ້ອຍໆປີມາແລ້ວ. ເວົ້າເປັນຮູບປະທໍາກໍ່ຄື: ການເຮັດບຸນເຮັດທານມັນຕິດພັນກັບຊີວິດຂອງເຮົາມາແຕ່ນ້ອຍໆແລ້ວ ຈົນເຖົ້າຈົ້ນໃຫຍ່ ຈົນວ່າຜູ້ທຸກຜູ້ຮັງກະເຮັດບຸນໃສ່ບາດຢາດນໍ້າ ເທົ່າໆກັນ ແລ້ວ ກໍ່ມານອນຕວະໂຕເອງວ່າບຸນຈະມາຊ່ວຍເຮົາໃຫ້ຮັ່ງມີ,ມີວາດສະໜາໃນອະນາຄົດ ຊື່ງສຸດທ້າຍກໍ່ເຮັດໃຫ້ຫຼາຍຄົນ ບໍ່ທໍາມາຫາກິນ ຫລື ແຂ່ງຂັນກັນ. (ບໍ່ແມ່ນຫລົບລູ່ສາດສະໜາເດີ).ກົງກັນຂ້າມ ຄົນຫວຽດນາມ, ຄົນຈິນ, ຄົນຢູ່ໂຫລບ ເຂົາບໍ່ຄິດຄືເຮົາ ເຂົາຈື່ງແຂ່ງກັນເຮັດວຽກ, ມີຕວະມີຕົ້ມແດ່ ຕາມທໍາມະດາ ຈື່ງເຮັດໃຫ້ເຂົາຮັ່ງມີ, ເຂົ້ມແຂງ. 2. ຍ້ອນຄົນເຮົາຍັງຖືໂຕ, ຟັງຄວາມຜູ້ເຖົ້າຜູ້ແກ່, ຜູ້ເປັນຜູ້ນໍາ ບໍ່ວ່າຈະເຮັດຖືກເຮັດຜີດ ກະຄິດວ່າເປັນເລື່ອງຂອງຜູ້ໃຫຍ່ ຈື່ງບໍ່ຈໍາເປັນຈະຕໍ່ຕ້ານຍັງໝົດ. ທັງໆທີ່ຮູ້ວ່າມັນຜິດ ກໍ່ບໍ່ກ້າເວົ້າ, ກ້າວ່າ. ຫລື ຄິດທິ້ຈະປ່ຽນແປງ. ຖ້າບໍ່ມີຜູ້ໃຫຍ່ອອກມາເວົ້າມານໍາພາກໍ່ບໍ່ມີໃຜຊິເວົ້າຊິວ່າໃດໆ. ຫລື ທ່ານຄິດແນວໃດ.
ຢ້ານ ຫາຍສາບສູນ ທ່ານ SOMBATH SOMPHONE
ຄົນລາວ ສັງຄົມລາວຍູ່ໃນພາວະຍອມຈຳນົນ
Anonymous wrote:ຄົນລາວ ສັງຄົມລາວຍູ່ໃນພາວະຍອມຈຳນົນ
ແນວຜູ້ນຳສະຫຼາດ ສ່ອງໃສ ກະຍອມຈຳນົນ ຕໍ່ ວຈ ແລ້ວ