https://www.facebook.com/photo.php?fbid=550004525093178&set=a.337056519721314.76908.336305836463049&type=1&theater
ຢາກບອກ ທັງຜູ່ຊື້ຊີ້ນສັດປ່າມາກິນ ລວມທັງຜູ່ຂ້າສັດປ່າມາຂາຍ
ຕລອດຮອດຜູ່ມີອຳນາດໜ້າທີ່ປົກປ້ອງຄຸ້ມສັດແລະປ່າໄມ້ ໃຫ້ຮູ້ຄຳວ່າ ( ສູນພັນ )
ສູນພັນ ໝາຍເຖິງການສືບທອດວິວັທນາການຂອງບັນພະບຸຣຸດຂອງເຂົາມາຫລາຍລ້ານປີ
ຕ້ອງດັບສູນຫາຍໄປຈາກໂລກນີ້ຊົ່ວນິລັນ
ດ້ວຍບໍ່ສາມາດປ້ອງກັນຊີວິດຂອງຕົນໄດ້ຈາກເງື້ອມມືຂອງມະນຸດ ທີ່ຮ້ອງຕົນເອງວ່າສັດປະເສີດ
ສັດປ່າ ທີ່ຍັງລອດເຫລືອມາທຸກມື້ນີ້ ຝາກຊີວິດໄວ້ນຳພວກເຮົາທຸກຄົນ
ສິ່ງທີ່ເຮົາເຮັດໄດ້ແມ່ນ
ບໍ່ຊື້ມາກິນ
ບໍ່ຂ້າສັດປ່າມາຂາຍ
ລົງໂທດຕາມກົດໝາຍຕໍ່ຜູ່ກະທຳຜິດຢ່າງເຄັ່ງຄັດ