ຍ້ອນປະເທດລາວເປັນປະເທດທີ່ມີຊັບພະຍາກອນທໍາມະຊາດອຸດົມສົມບູນໃນໂລກ
ແລະຍ້ອນມີພັກນໍາພາທີ່ສະຫລາດສ່ອງໃສ, ພັນທະບັດລາວຈຶ່ງກາຍເປັນທີ່ສົນໃຈ
ແກ່ນັກລົງທຶນຕ່າງຊາດເຫັນໄດ້ຈາກການຂາຍພັນທະບັດລາວເທື່ອທໍາອິດ ເຫັນວ່າ
ໄດ້ຜົນເກີນຄາດໝາຍ 2,7 ເທົ່າ.
ທ່ານ ພູເພັດ ຄໍາພູນວົງ ບອກກັບນັກລົງທຶນຕ່າງປະເທດທີ່ທະນາຄານທະຫານໄທ
ແລະທະນາຄານກຸງເທບວ່າ ເສດຖະກິດລາວໄດ້ຂະຫຍາຍຕົວສູງ ໃນລະດັບ 8,6%
ຕໍ່ປີ ແລະລັດຖະບານລາວກໍ່່່ມີນະໂຍບາຍພິເສດສໍາລັບນັກລົງທຶນຕ່າງປະເທດ,
ສະນັ້ນຈຶ່ງເປັນໂອກາດດີທີ່ຈະຈົກເງິນອອກມາຊື້ພັນທະບັດລາວໃນມື້ນີ້ ແລະໃນວັນ
ທີ 2 ແລະວັນທີ 3 ທັນວາ ເພາະຈະໄດ້ດອກເບັ້ຽງາມ ຖ້າຊື້ນ້ອຍຈະໄດ້ 4,6%
ແລະຖ້າຊື້ຫລາຍຈະໄດ້ 5,2%.
ເພິ່ນວ່າ ຈຸດປະສົງໃນການຂາຍພັນທະບັດລາວແມ່ນເພືອສົ່ງເສີມການລົງທຶນແລະ
ເພືອການສ້າງພື້ນຖານໂຄງຮ່າງຕ່າງໆທີ່ຈໍາເປັນເຊັ່ນ: ເສັ້ນທາງຄົມມະນາຄົມ
ໂຮງຮຽນ ໂຮງໝໍ ແລະອື່ນໆ.
ທ່ານໄດ້ຍິນຂ່າວນີ້ບໍ່?
ຫວັງວ່າຫລັງຈາກໄດ້ເງິນກູ້ຈາກການຂາຍພັນທະບັດແລ້ວ ພະນັກງານຈະໄດ້ຮັບເບິກເງິນເດືອນ ພໍມີເງິນຊື້ເຂົ້າໃຫ້ລູກກິນ.
ຢືມມາແລ້ວສິເອົາເງິນຢູ່ໃສໄປສົ່ງຄືນເຂົາ ?
ເຂົາເຫັນບາງປະເທດ ທີ່ບໍ່ມີຊັບພະຍາກອນທຳມະຊາດ ຫລັງຈາກເຊັນສັນຍາການລົງທຶນໃນລາວ ແລ້ວເຮັດໃຫ້ປະເທດເຂົາເຈົ້າບໍລິສັດເຂົາເຈົ້າ ໄດ້ຜົນກຳໄລມະຫາສານ
ເຊັ່ນ: ຫວຽດນາມ ເປັນປະເທດທີ່ບໍ່ມີຕົ້ນໄມ້ຫລາຍ ອາໃສໄມ້ຈາກປະເທດລາວ ເອົາໄປແປຮູບຂາຍ ຕີຕະຫລາດໂລກ ຈົນຫວຽດນາມ ໄດ້ສາຍານາມວ່າເປັນປະເທດ
ສົ່ງໄມ້ອອກຂາຍຕ່າງປະເທດຕິດລະດັບແຖວຫນ້າຂອງໂລກ ແລະ ຕອນປົດປ່ອຍໃຫມ່ ຂາຍໄມ້ທ່ອນໄປເປັນຊາວສາມສິບປີ ກັບລັດຖະບານນັກລົງທຶນໄທ ຈົນປະເທດ
ເຂົາເຈົ້າຮັ່ງມີຍ້ອນເອົາໄມ້ທ່ອນຈາກລາວໄປແປຮູບ, ສິ່ງທີ່ເຫັນປະຈັກຕາອີກ ຄືການຂຸດຄົ້ນບໍ່ແຮ່ໃນລາວ ປະເທດລາວໄດ້ ຜົນຕອບແທນ ບໍ່ຮອດ ສາມສິບເປີເຊັນ
ເຂົາໄດ້ວັດຖຸດິນນ້ຳດີມີຄຸນນະພາບ ໄປແປຮູບເອົາກຳໄລງາມໆ ສ່ົງຂາຍຕະຫລາດໂລກ ແລ້ວແມ່ນຊິບໍ່ຢາກລົງທຶນໃນລາວ ທັງຄ່າແຮງຖືກ ກົດຫມາຍເອື້ອອຳນວຍ
ມີຊ່ອງທາງໂກຍເງິນເປັນກອບກຳ, ຂະນາດ ລັດຖະບານສະຫະລັດຍັງປວດຫົວເລື່ອງ ບໍ່ລິສັດໂຮງຈັກໂຮງງານ ຫຍັບຍ້າຍ ໄປເທດຈິນ ປະແມັກຊິໂກ
ສ່ວນບາງປະເທດ ຜູ້ບໍລິຫານ ຂາດຄວາມຮູ້ຂາດປະສົບການ ຂາດວິຊາການ ແຕ່ມັກຍ້ອງ ມັກເຂົ້າກະທໍ, ກະເລີຍເສຍປຽບໃຫ້ພວກນາຍທຶນ ພວກປະເທດທີ່ຄ້າຂາຍເກັ່ງ
ຜູ້ນຳທີ່ ເຮັດແທ້ທຳຈິງ ແມ່ນປະຊາຊົນແລະປະເທດຊາດ ໄດ້ຮັບຜົນປະໂຫຍດຢ່າງເຕັ່ມປ່ຽມ ສ່ວນບາງປະເທດ ພວກຜູ້ນຳ ມີການຄໍຣັບຊັ້ນ ເສດຖະກິດຝຶດເຄືອງ
ປະຊາຊົນທຸກຍາກ ຂາດເຂີນ ຍ້ອນມີເງິນຮົ່ວໄຫລ ກົດຫມູ່ເຫນືອກົດຫມາຍ ລູກຫລານເຈົ້ານາຍ ມີບົດບາດ ມີອຳນາດ ມີການເອົາລັດເອົາປຽບ ນີ້ແມ່ນລະບົບ ພັກພວກ ສໍ້ໂກງ.
ເຫັນແຕ່ເຈັກກັບແກວນັ້ນແລ້ວອັນທີ່ວ່ານັກລົງທຶນຕ່າງຊາດສົນໃຈ
ທີ່ຈະລົງທຶນໃນລາວຫລາຍຂຶ້ນ. ສ່ວນປະເທດທຶນນິຍົມຫລືເສຣີນັ້ນບໍ່
ເຫັນມີພໍປະເທດ ນອກຈາກປະເທດອອສເຕຣເລັຍ ແລະອີກບໍ່ດົນປະ
ເທດນີ້ກໍຈະເຊກຸດບາຍຈາກ ສປປລ ຫລັງຈາກເຂົາຂົນເອົາຄຳອອກ
ຈາກເຊໂປນແລະພູເບັ້ຍໄປໝົດແລ້ວ. ຄວາມບໍ່ເຊື່ອຖືຂອງກົດໝາຍ
ຂອງ ສປປລ ຈຶ່ງເປັນເຫດໃຫ້ນັກລົງທຶນປະເທດທຶນນິຍົມຫລືເສຣີບໍ່ກ້າ
ສ່ຽງເຂົ້າມາລົງທຶນຢ່າງເຕັມມເມັດເຕັມໜ່ວຍ ເຖິງວ່າມີກໍມີພຽງບໍຣິ
ສັດຜລິດສິນຄ້ານ້ອຍໆທີ່ລົງທຶນບໍ່ເກີນ 10 ລ້ານໂດລລາ ສຫຣ.
ນາຍທຶນແຖບຢູໂຣບ ເຂົາຊັງ ເລື້ອງສໍ້ໂກງຫລາຍທີ່ສຸດ
ຖ້າມີການກົດຄ່ານາຍຫນ້າ ແລວ້ ພວກນີ້ຈະຖອຍເລີຍ
ເພາະອັນນັ້ນແມ່ນພຶດທິກຳທີ່ສະແດງໃຫ້ເຫັນເຖິງການບໍ່ປະຕິບັດກົດຫມາຍແລວ້
ແຕ່ນັກລົງທຶນຈີນພັດມັກສຸດ ເທົ່າໃດບໍ່ອັ້ນ ດັ່ງນັ້ນ ໂຄงການໃຫຍ່ໆ ຈຶ່ງມີແຕ່ ນັກລົງທຶນໄກ້ຄຽງ
ມັນບໍ່ໄດ້ກ່ຽວກັບນັກລົງທຶນຕ່າງຊາດສົນໃຈມາລົງທຶນຫຍັງໃນລາວເລີຍ ມັນເປັນການລົງທຶນຫວັງຜົນກຳໄລໃນໄລຍະຍາວຈາກດອກເບ້ຍຕາສານໜີ້ຂອງນັກລົງທຶນໄທ
ລັດທະບານກູ້ເງິນເຂົາມາໄດ໋ນັ່ນ ເຖິງກຳໜົດກໍ່ຕ້ອງສົ່ງຄືນທັ້ງຕົ້ນທັ້ງດອກໃຫ້ເຂົາເຈົ້າ
ລັດທະບານລາວຍັງບໍ່ໄດ້ມີເຄດຶດໃນຕະຫຼາດຕາສານໜີ້ຊ່ຳ ລັດທະບານໄທເຂົາອອກໃຫ້ເປັນສະກຸນເງິນບາດຊື່ໆ ເພາະເຂົາເຫັນລາຍຮັບຂອງລັດທະບານລາວທີ່ສິໄດ້ຈາກໂຄງການສ້າງເຂື່ອນຂາຍໄຟຟ້າໃຫ້ໄທ