ຂ້າພະເຈົ້າກໍເປັນ catholic christian ຫາກບໍ່ສາມາດອະທິບາຍຫຼັກການ ແລະຈຸດປະສົງຫຼັກຂອງສາດສະໜາ christ
ຂໍໃຫ້ທ່ານຖາມພໍ່ຕູ້ Google ລາວອາດໃຫ້ຄຳຕອບລະອຽດຮອດທີ່ໄປທີ່ມາຂອງກຣິສຕະຈັກ ຕະຫຼອດຮອດພະຄຳພີເດີມ ແລະພະຄຳພີໃໝ່ ພຸ້ນລະ !
ການຄົ້ນຄວ້າທາງສາດສະໜາເປັນການກະທຳອັນປະເສີດ ເພາະເຮົາຈະໄດ້ຮູ້ວ່າສາດສະໜາໃດ ກໍດີໝົດ ສາດສະໜາໃດກໍສອນໃຫ້ຄົນຮູ້ຈັກຮັກ
ຮູ້ຈັກໃຫ້ອະໄພ ຮູ້ບາບ ແລະບຸນ.
luffy wrote:ຈຸດສູງສຸດຂອງສາດສະຫນາ crist ແມ່ນຫຍັງ
ຈຸດສູງສຸດຂອງສາດສະຫນາ crist ແມ່ນຫຍັງ
ໃຫ້ໄປຖາມສະຫາຍ ບິນ ລາ ແດນ ຫລື ສະຫມູນເພີ່ນ ເດີ ເພີ່ນສິມີຄຳຕອບໃຫ້ທ່ານແບບຫມົດເປືອກ
ປ່ຽນໂລກໃຫ້ເປັນສວນອຸທິຍານ
ຄົນຕາຍກັບຄືນມາມີຊີວິດໃໝ່
Anonymous wrote:ປ່ຽນໂລກໃຫ້ເປັນສວນອຸທິຍານຄົນຕາຍກັບຄືນມາມີຊີວິດໃໝ່
ອະທິບາຍລະອຽດດຸ ຊິປ່ຽນໄດ້ແນວໃດ
ເຮັດແນວໃດຄົນຕາຍຈັ່ງມີຊີວິດໃໝ່ ໝາຍຄວາມວ່າໄປເກີດຊາດໃໝ່ຊີ້ຫວາ ຫລືວ່າຟື້ນຄືນຊີບ
luffy wrote:Anonymous wrote:ຖາມເພື່ອຫຍັງລະ? ເຈົ້າເຄີຍສົງໃສໂຕເອງບໍ່ລະວ່າຖ້າເຈົ້າຕາຍ ຈະເປັນແນວໃດ
Anonymous wrote:ຖາມເພື່ອຫຍັງລະ?
ຖາມເພື່ອຫຍັງລະ?
ເຈົ້າເຄີຍສົງໃສໂຕເອງບໍ່ລະວ່າຖ້າເຈົ້າຕາຍ ຈະເປັນແນວໃດ
ກ່ຽວກັບສາດສະຫນາຄຣິດ ຢູ່ອິນເຕີແນັດມີເຕັມ ຢາກຮູ້ກະຫາອ່ານ, ການຕັ້ງຄຳຖາມເຄື່ອຖຽງກັນກ່ຽວກັບສາດສະຫນາມັນຈະເຮັດໃຫ້ມີຄວາມແຕກແຍກ ຂະຫນາດພຣະພຸດທະເຈົ້າເອງກໍ່ຍັງຫ້າມບໍ່ໃຫ້ເວົ້າໝີ່ມປະຫມາດສາດສະຫນາອື່ນ, ກ່ອນປະລິນິພານ ມີນັກບວດຖາມເພີ່ນກ່ຽວກັບສາດສະຫນາອື່ນ ເພີ່ນກໍ່ຍັງຕອບວ່າສາດສະຫນາແຕ່ລະສາດສະຫນາທີ່ມີໃນໂລກມັນດີແລ້ວ.
ສະເພາະສາດສະຫນາຄຣິດ ໂດຍລວມ ເຂົາມີຫລັກທຳ 1)ສິນຫ້າ ແລະ2)ເມດຕາທຳ(ຄວາມຮັກ) ຄ້າຍຄືຫລັກຂອງການຄອງເຮືອນຊາວພຸດຜູ້ເປັນຂະລືຮັດ(ບໍ່ແມ່ນນັກບວດ) ໃນສາດສະຫນາພຸດ, ຊຶ່ງຜູ້ໃດຫາກບຳເພັນໄດ້ແມ່ນບໍ່ຕົກຢູ່ໃນອະບາຍຍະພູມ ບໍ່ວ່າໂລກນີ້ກໍ່ຄືໂລກຫນ້າ. ເລີກໄປກ່ອນນັ້ນ:
ຊາວຄຣິດ :ເຊື່ອໃນພຣະຜູ້ເປັນເຈົ້າ, ຕາຍໄປແລ້ວໄດ້ໄປຫາພະເຈົ້າ
ຊາວພຸດ: ເຊື່ອໃນກຳ ຕາຍໄປອະນິສົງຂອງກຳສົ່ງໄປ: ນະລົກ ສະຫວັນ ຖ້າຜູ້ບຳເພັນພຽນຕາມທາງພຸດທະບາດກໍ່ມີເປົ້າຫມາຍ: ເປັນພຣະອະຣິຍະເຈົ້າໃນສີ່ລະດັບ: 1. ໂສດາບັນ, 2) ອະນາຄາມີ, 3) ສະກິດທາຄາມີ 4) ອາລະຫັນ ຫລື ນິພານ(ການບໍ່ວຽນວາຍຕາຍເກີດໃນວັດຕະສົງສ້ານ).
ຖ້າຈະສົມທຽບຫລັກການດຳລົງຊີວິດແບບຜູ້ຄອງເຮືອນ ສ່ວນຕົວຂ້າພະເຈົ້າເຫັນວ່າ: ພຸດ ແລະ ຄຣິດ ມີຫລັກທຳອັນດຽວກັນ ນັ້ນກໍ່ຄືສິນຫ້າ ແລະເມດຕາທຳ
ຖາມແຕ່ Christian ຫັ້ນເບ໊າະ? ມຸດສະລິມບໍ່ຖາມເບ໊າະ?
ຄືບໍ່ຖາມພໍ່ໂຕເບິ່ງ ກະດຽວວ່າພໍ່ໂຕ ກະຖື ສາສະໜາ Christian!!
ຂພຈ ສິຂໍລອງຕອບເບິ່ງ ຖ້າຜິດບ່ອນໃດ ທ່ານຜູ້ຮູ້ຈົ່ງໃຫ້ອະໄພ
ຈຸດສຳຄັນກໍຄື ຖ້າມະນຸດຜູ້ໃດຕ້ອງການຂື້ນສະຫວັນ ເຂົາຜູ້ນັ້ນຕ້ອງ
ປະຕິບັດຕາມຄຳສັ່ງສອນຂອງພະຄຣິສ໌ ຜູ້ຊຶ່ງເປັນພະບຸດຂອງເທບພະເຈົ້າ.
ພະຄຣິສ໌ ຈະກັບຊາດມາເກີດແລ້ວຈະນຳພາເອົາຜູ້ທີ່ເຊື່ອຟັງຄຳສັ່ງສອນຂອງທ່ານ
ໄປຢູ່ທີ່ສວງສະຫວັນ ບ່ອນທີ່ມີຄວາມສຸກ ອັນນິລັນ...
ສ່ວນຜູ້ທີ່ບໍ່ເຊື່ອຟັງຄຳສອນຂອງທ່ານ ກໍຄົງຈະໄດ້ໄປຢູ່ຄຸກນະຣົກຊ້ຳເຄ້ແນ່ນອນ.
Sleeping with the boys as much as they could ? 5555.
Anonymous wrote:ຖາມແຕ່ Christian ຫັ້ນເບ໊າະ? ມຸດສະລິມບໍ່ຖາມເບ໊າະ?
ເຈົ້າກະຕອບມາລະແມະ
ອັສສະລາມມຸໄລກຸມ ວະເຣາະມາຕຸລລໍຮູວະບໍຣໍກາຕຸ ຍະກູລູນະບິອັສລິນະຕິຮິມ ມາໄລສະຟີກຸລູບິຮິມ
Anonymous wrote:luffy wrote:ຈຸດສູງສຸດຂອງສາດສະຫນາ crist ແມ່ນຫຍັງ ຄືບໍ່ຖາມພໍ່ໂຕເບິ່ງ ກະດຽວວ່າພໍ່ໂຕ ກະຖື ສາສະໜາ Christian!!
ຄັນຊັ້ນຊິເຫລິ້ນເນັດເຮັດຫຍັງ ຄັນບໍ່ເອົາໄວ້ແຊຄວາມຮູ້
ບໍ່ແມ່ນຊິເຫລິ້ນແຕ່ເພດບຸກ
ຈັກໜ້ອຍ ມຶງຫັນລະຊິຕາຍ ຫັນບັກຄວາຍມຶງ, ສ້າງຄວາມແຕກແຍກທາງສາສະໜາເນາະມຶງນິ!!
ການຢູ່ຮ່ວມກັນແບບສັນຕິ ບໍ່ບຽດບຽນຊຶ່ງກັນແລະກັນ, ຊ່ອຍເຫຼືອຜູ່ທີຕົກທຸກກວ່າເຮົາຄືເສັ້ນທາງທີ່ເກີດສຸກ.
ກູຖາມສູຊື່ໆຍ້ອນສົງໃສກະຜິດບໍ ກູກະບໍ່ຄິດດອກວ່າຄົນໃນເວັບນີ້ ຊິໃຈແຄບປານນີ້
Anonymous wrote:luffy wrote:ຈຸດສູງສຸດຂອງສາດສະຫນາ crist ແມ່ນຫຍັງ ການຢູ່ຮ່ວມກັນແບບສັນຕິ ບໍ່ບຽດບຽນຊຶ່ງກັນແລະກັນ, ຊ່ອຍເຫຼືອຜູ່ທີຕົກທຸກກວ່າເຮົາຄືເສັ້ນທາງທີ່ເກີດສຸກ.
ແລ້ວອັນທີ່ວ່າ ໃຜທີ່ບໍ່ນັບຖືພະເຈົ້າ ເຂົ້າໂບດທຸກທິດ ແມ່ນຈະບໍ່ໄດ້ຂຶ້ນສະຫວັນແມ່ນແທ້ບໍ
ຈຸດ ທີ່ເຈົ້າເວົ້ານີ້ ຄືຊິແມ່ນ ຈຸດປະສົງ ນໍ, ແມ່ນບໍ່? ຂ້ອຍບໍ່ໄດ້ເຂົ້າສາສນາ ຄຣິສຕຽນ Christian ແຕ່ກະຊິຂໍ ມີຄຳເຫັນເລັກນ້ອຍ.
ຕາມຄວາມເຊື່ອຂອງ ຄົນໃນຫລາຍສາສນາ ຈຸດປະສົງ ສູງສຸດ ແມ່ນຄ້າຍຄືກັນ ນັ້ນກໍຄື ຫລັງຈາກຕາຍແລ້ວ ຈິດ ຫລື ວິນຍານ ຊິໄດ້ໄປຢູ່ບ່ອນສນຸກ ສຸກສະບາຍ ທີ່ສຸດ ເຊິ່ງຫລາຍຄົນເອີ້ນວ່າ ສວັນ.
ແຕ່ເຮັດແນວໃດ ຈັ່ງຊິໄດ້ໄປສວັນນັ້ນ ແຕ່ລະສາສນາ ກະມີ ວິທີແຕກຕ່າງກັນແນ່.
ຂ້ອຍກະບໍ່ຮູ້ວ່າ ວິທີການຂອງໃຜ ຖືກ ຫລື ບໍ່ຖືກ . ຖ້າຊິຖາມກັນ ຕອບກັນ ກ່ຽວກັບວິທີເຫລົ່ານີ້ ກະແມ່ນວ່າ ຍືດຍາວຫລາຍ, ຊິພໍປານວ່າ ເຣື່ອງ ໄກ່ ກັບ ໄຂ່ ໃຜເກີດກ່ອນ ພຸ້ນລະ
ຄົນລາວສ່ວນຫລາຍເຂົ້າສາສນາພຸດ. ຂ້ອຍບໍ່ຮູ້ວ່າ ຄົນພຸດລາວ ສ່ວນຫລາຍ ໂດຍສະເພາະ ຜູ່ທີ່ບໍ່ໄດ້ບວດ ມີຄວາມເຈົ້າໃຈກ່ຽວກັບສາສນາພຸດຫລາຍປານໃດ, ບໍ່ທັນເວົ້າເຣື່ອງພາກປະຕິບັດເທື່ອ.
ຕາມທິສດີ ຫລືວ່າ ຄຳສອນ ຈຸດປະສົງສູງສຸດຂອງຄົນພຸດ ຄືຊິແມ່ນ ນິພພານ. ແຕ່ວ່າ ໂດຍທົ່ວໄປແລ້ວ ຄົນພຸດລາວສ່ວນຫລາຍ ບໍ່ເວົ້າເຖິງການປາຖນາ ເຂົ້າສູ່ນິພພານ. ຄືຊິແມ່ນວ່າ ມັນຍາກໂພດ ຕິບໍ ຫລືວ່າ ແນວໃດບຸ???