Zhang Hongbing ເປັນນັກປະຕິວັດຫົວຮຸນແຮງທີ່ນິຍົມຊົມຊອບຣັຖທິເໝົາເຈຕຸງ ໄດ້ສາຣະພາບກັບສານຍຸຕິທໍາ
ແຂວງ Zhejiang ວ່າ 40 ປີກ່ອນ ຕົນເປັນຊາວໜຸ່ມເລືອດຮ້ອນບໍ່ຮູ້ຖືກບໍ່ຮູ້ຜິດ ຢາກດີຢາກເດັ່ນຈົນໄດ້ຂ້າຕີບີໂບຍ
ຄົນໃນໝູ່ບ້ານ ໝູ່ຄູ່ ຍາດພີ່ນ້ອງແລະແມ່ຜູ່ບັງເກີດເກົ້າຂອງຕົນເພື່ອສໍາເລັດພາຣະກິດການປະຕິວັດທາງວັດທະນະທໍາ
ຂອງທ່ານປະທານເໝົາເຈຕຸງວາງອອກ.
ເຖິງທ້າວ Zhang Hongbing ຈະໄຫ້ຈົນນໍ້າຕາເປັນເລືອດ ແມ່ຜູ່ບັງເກີດເກົ້າທີ່ມີບຸນຄຸນລົ້ນຟ້າເຫລືອແຜ່ນດິນຂອງ
ລາວກໍ່ບໍ່ລຸກຟື້ນຈາກຫລຸມຝັງສົບໄດ້. ຍາດພີ່ນ້ອງຂອງຜູ່ເຄາະຮ້າຍບໍ່ເຫັນດີທີ່ສານຕັດສິນຈໍາຄຸກທ້າວ Zhang ພຽງ
ແຕ່ 42 ເດືອນ, ເຊື່ອວ່າ ຖ້າຂຶ້ນສານເປົ໊າບຸ້ນຈິ້ນ ທ້າວ Zhang ຕ້ອງໄດ້ຈໍາຄຸກ 500 ຊາດແທ້ໆ.
http://newsinfo.inquirer.net/463853/aging-chinese-apologize-for-cultural-revolution-evil
ພໍ່ຕູ້ເຖົ້າໂຈ້ຍເອີຍ ... ຈັກເອົາມາລົງເຮັດຫຍັງ ?
ມັນບໍ່ມີຫຍັງ ກ່ຽວຂ້ອງ ກັບເມືອງລາວ
ຄົນລາວກໍ່ມີຄົນຂ້າພໍ່ຕົນເອງເພື່ອສະແດງຄວາມຈົ່ງຮັກພັກດີຕໍ່ພັກ.
Anonymous wrote:ຄົນລາວກໍ່ມີຄົນຂ້າພໍ່ຕົນເອງເພື່ອສະແດງຄວາມຈົ່ງຮັກພັກດີຕໍ່ພັກ.
ພໍ່ຂ້າລູກກໍມີ ຜົວຂ້າເມຍກໍມີ ເມຍຂ້າຜົວກໍມີ ລູກຂ້າທັງພໍ່ກັບແມ່ກໍມີ.