Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງລຸກຫຼານລາວນອກຄືບໍ່ເວົ້າລາວ

Senior Member

Status: Offline
Posts: 271
Date:
ເປັນຫຍັງລຸກຫຼານລາວນອກຄືບໍ່ເວົ້າລາວ

ຂ້ອຍຊິຂໍເວົ້າແຕ່ສະພາບການໃນເມືອງທີ່ຂ້ອຍຢູ່

1. ຄົນທີ່ມາຈາກປະເທດອື່ນ ເມື່ອເວລາມາຮອດປະເທດນີ້ ຍັງບໍ່ທັນປາກເວົ້າໄດ້ເກ່ງ ຄືມີອາຍຸປະມານ 5-6 ປີລົງໄປ ສ່ວນຫລາຍແລ້ວແມ່ນຊິເວົ້າພາສາພໍ່ແມ່ບໍ່ໄດ້ ຫລືວ່າໄດ້ພຽງແຕ່ເລັກນ້ອຍ. ໃນຈຳນວນນີ້ ກໍ່ມີຫລາຍເປີເຊັນທີ່ຟັງໄດ້ ເຂົ້າໃຈ ພາສາພໍ່ແມ່ ຫລາຍສົມຄວນ.

2. ຜູ່ທີ່ມາເກີດຢູ່ເມືອງໃໝ່ນີ້ ທີ່ມີພໍ່ແມ່ ທີ່ຍັງເວົ້າພາສາເດີມຂອງເພິ່ນ ກໍ່ຄ້າຍຄືກັບ ຂໍ້ໜຶ່ງ ແຕ່ອັດຕາ ຫລືວ່າ ເປີເຊັນ ຊິນ້ອຍລົງແນ່.

ຖ້າຫາກວ່າຜູ່ກ່ຽວຢູ່ໃນເຂດທີ່ມີຄົນປາກເວົ້າພາສາພໍ່ແມ່ຫລາຍ ອັດຕາ ຫລືວ່າ ເປີເຊັນ ຂອງຜູ່ເຂົ້າໃຈພາສານັ້ນ ກໍ່ສູງແນ່.

ໂຕຢ່າງວ່າ ຢູ່ເມືອງໜຶ່ງ ມີຄົນຫວຽດ ຢູ່ຫລາຍແສນຄົນ ແຕ່ມີຄົນລາວບໍ່ພໍ່ທໍ່ໃດພັນ. ແນ່ນອນວ່າ ເປີເຊັນ ຄົນຫວຽດ ທີ່ມາເກີດ ຫລືມາໃຫຍ່ ຢູ່ຫັ້ນ ທີ່ເວົ້າຫວຽດໄດ້ ແມ່ນຊິມີຫລາຍກວ່າຄົນລາວ ທີ່ມາເກີດຫລືມາໃຫຍ່ຢູ່ຫັ້ນ ທີ່ເຂົ້າໃຈຄວາມລາວ, ເພາະໄປທາງໃດ ກະຊິເຫັນແຕ່ຄົນຫວຽດ. ໂຕໜັງສືຫວຽດຢູ່ເຕັມທີບ ສະຖານີ ວິທຍຸ ແລະ ໂທຣະທັດ ໜັງສືພິມ ໃນທ້ອງຖິ່ນ ທີ່ເວົ້າ ທີ່ພິມ ພາສາຫວຽດກະມີ.

ແລະກໍ່ຍັງມີປັດໄຈລາງຢ່າງອີກ ທີ່ເຮັດໃຫ້ຄົນທີ່ມາຕັ້ງຖິ່ນຖານໃໝ່ ມີຄວາມສາມາດຮັກສາພາສາພໍ່ແມ່ ໄວ້ໄດ້ ຫລາຍ ຫລື ນ້ອຍແຕກຕ່າງກັນ.

ພໍ່ແມ່ທີ່ເປັນຄົນລາວ ທີ່ໄປຮຽນພາສາອັງກິດ ຖືກນາຍຄູ ຫລາຍບ່ອນແນະນຳວ່າ ຖ້າຢາກເກ່ງອັງກິດ ບາດເມືອເຮືອນ ໃຫ້ແອບເວົ້າກັບລູກຫັ້ນ.

ຄວາມຈິງກໍ່ມີຢູ່ ທີ່ຄົນລາວລາງຄົນ ບໍ່ຢາກເວົ້າພາສາລາວ ນຳລູກເລີຍ, ແຕ່ກໍ່ມີໜ້ອຍທີ່ສຸດ. ສ່ວນຫລາຍແລ້ວແມ່ນ ທຸກຍາກ ປາກກັດຕີນຖີບ ຫາລ້ຽງຊີບ. ເປົ້າໝາຍທຳອິດ ກໍ່ແມ່ນ ຢາກໃຫ້ລູກຫລານ ເປັນຄົນຮູ້ຜູ່ດີ ມີການສຶກສາ ມີວຽກ ມີການເຮັດ. ເຣື່ອງອື່ນໆແມ່ນສຳຮອງ. ເພາະເພິ່ນວ່າ "ທຸກ ເພິ່ນບໍ່ວ່າ ດີ"

-- Edited by PeaceBeWithUs on Sunday 11th of August 2013 11:20:47 AM

-- Edited by PeaceBeWithUs on Sunday 11th of August 2013 11:22:26 AM

-- Edited by PeaceBeWithUs on Sunday 11th of August 2013 11:26:05 AM

__________________
Anonymous

Date:

ພໍ່ແມ່ບໍ່ສອນຂະເຈົ້າເວົ້າລາວຫວະ.​ ບາງຄົນກະພັດໄປຮຽນພາສາໄທແທນ. 

__________________
Anonymous

Date:

ເປັນຫຍັງລູກຄົນວຽດນາມ ຄົນຈີນທີ່ເກີດໃຫຍ່ໃນປະເທດລາວບໍ່ສາມາດອ່ານ ຂຽນ ແລະເວົ້າພາສາວຽດນາມ

ພາສາຈີນໄດ້ຄືເດັກນ້ອຍທີ່ເກີດແລະໃຫຍ່ໃນປະເທດວຽດນາມ ປະເທດຈີນ?

__________________
Anonymous

Date:

Because they're automatic lao citizen derrrrrrrrr , don't be so dump.

__________________
Anonymous

Date:

Anonymous wrote:

Because they're automatic lao citizen derrrrrrrrr , don't be so dump.

 ເຂົາເກີດຢູ່ລາວ ມືນຕາຂຶ້ນມາກໍ່ໄດ້ຍິນພາສາລາວ, ໄປຮຽນໜັງສື 8 ຊົ່ວໂມງກໍ່ຮຽນພາສາລາວ

ໄປໃສມາໃສກໍ່ໄດ້ຍິນພາສາລາວ ອ່ານພາສາລາວ ເຂົ້າກິນລົງທ້ອງກໍ່ແມ່ນເຂົ້າລາວ, ສະນັ້້ນເຂົາ

ຈຶ່ງເວົ້າ ອ່ານແລະຂຽນພາສາລາວ.

__________________
Anonymous

Date:

Anonymous wrote:

ພໍ່ແມ່ບໍ່ສອນຂະເຈົ້າເວົ້າລາວຫວະ.​ ບາງຄົນກະພັດໄປຮຽນພາສາໄທແທນ. 

 Buk Khauy 

__________________
Anonymous

Date:

Anonymous wrote:

ເປັນຫຍັງລູກຄົນວຽດນາມ ຄົນຈີນທີ່ເກີດໃຫຍ່ໃນປະເທດລາວບໍ່ສາມາດອ່ານ ຂຽນ ແລະເວົ້າພາສາວຽດນາມ

ພາສາຈີນໄດ້ຄືເດັກນ້ອຍທີ່ເກີດແລະໃຫຍ່ໃນປະເທດວຽດນາມ ປະເທດຈີນ?

 เด็กจีน หรือเหวียดนามที่เกีดใหย่ในต่างประเทด บ่ว่าแต่อยู่ลาว หรือประเทศใด เขาจะเว้า และเขียนภาษาแม่ของเขาได้ทุกคน หากเป็นรุ่นทีี 1 เว้นเสียแต่รุ่นที่ 2-3 จะเว้าภาษาแม่ได้แน่บ่ได้แน่ ต่างจากลาวอยู่ต่างประเทศ พ่แม่เว้าลาว แต่ลูกเว้าบ่ได้อันนี้เสียหายแท้

__________________
Anonymous

Date:

Anonymous wrote:

ພໍ່ແມ່ບໍ່ສອນຂະເຈົ້າເວົ້າລາວຫວະ.​ ບາງຄົນກະພັດໄປຮຽນພາສາໄທແທນ. 

ເພາະພໍ່ແມ່ເຂົາ ບໍ່ເວົ້າພາສາລາວ ນຳພວກເຂົາ ແລະພວກເຂົາບໍ່ ໃດ້ຮຽນພາສາລາວ

ແລະບໍ່ໃດ້ເຄີຍສົນໃຈ ແລະຄືດວ່າຢາກກັບເມືອງລາວ ໄປຍາດອຳນາດ ກັບພວກລູກຫລານ

ປະຕິວັດ ຜູ້ມີອຳນາດໂດຍ ປະຊາຊົນບໍ່ໃດ້ ປ່ອນບັດເລືອກຕັ້ງ ໃຫ້ເປັນປະທານປະເທດ

ແລະເປັນຣັດຖະບານ. ພວກເຂົາເບືອນ່າຍ ການຫລີນເສັ້ນ ຫລີນສາຍ ເອົາແຕ່ລູກຫລານ

ແລະວົງຕະກຸນ ບາງໄອ້ບໍ່ມີການສືກສາສູງ ມາບໍຣີຫານປະເທດ ຊືງພາໃຫ້ ປະເທດດ້ອຍພັດທະນາ

ແລະມີແຕ່ ການສໍຣາຊບັງຫລວງ ພາກັນຮ່ວມມື ກັບເຈັກ ກັບແກວ ກອບໂກຍ ຜົນປະໂຫຍດ ຂອງປະເທດ.

__________________
Anonymous

Date:

  ຂ້ອຍບໍ່ແມ່ນລາວແລ້ວ

ໃຜຊິຢາກກັບເມືອ ປະເທດທີບໍ່ຫັຍງເປັນໜ້າພູມໃຈ ມີແຕ່ຄວາມເຈັບໃຈ

ທັງໃນປະວັດສາດ ແລະປັດຈຸບັນ ແລະບໍ່ເຫັນອະນາຄົດ ບໍ່ມີສິດເສຣີພາບ

ແລະປະຊາທິປະໃຕ ມີແຕ່ຢາກໄປທຽວ ລະຈາຍເງີນ ເທົ່ານັ້ນບໍ່ຢາກຢູ່.

__________________
Anonymous

Date:

ຫລານຂ້ອຍທຸກຄົນເຂົ້າໃຈພາສາລາວຂັ້ນພື້ນຖານ ແຕ່ອ່ານບໍ່ໄດ້ ຂຽນບໍ່ໄດ້

ຢູ່ວັດລາວ ວັນເສົາເພິ່ນສອນພາສາລາວໃຫ້ເດັກນ້ອຍລາວ ແຕ່ມັນໄກຈາກ

ເຮືອນຂ້ອຍປະມານ 3 ຊົ່ວໂມງເຄິ່ງ ກໍ່ເລີຍບໍ່ໄດ້ພາເຂົາໄປຮຽນ.

ໄດ້ຍິນລູກເຂີຍເວົ້າວ່າ ຖ້າລູກຊາຍຂອງລາວຈົບມັດທະຍົມປາຍ ລາວຈະສົ່ງ

ໄປຮຽນພາສາສາດຢູ່ ມຊ ຖ້າຄ່າຮຽນບໍ່ແພງເກີນໄປ.

 ປີລະລ້ານກວ່າກິບ ບໍ່ມີປັນຍາ ກ່າກັບມາຢູ່ເມືອງລາວສາ

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ພໍ່ແມ່ບໍ່ສອນຂະເຈົ້າເວົ້າລາວຫວະ.​ ບາງຄົນກະພັດໄປຮຽນພາສາໄທແທນ. 

ເພາະພໍ່ແມ່ເຂົາ ບໍ່ເວົ້າພາສາລາວ ນຳພວກເຂົາ ແລະພວກເຂົາບໍ່ ໃດ້ຮຽນພາສາລາວ

ແລະບໍ່ໃດ້ເຄີຍສົນໃຈ ແລະຄືດວ່າຢາກກັບເມືອງລາວ ໄປຍາດອຳນາດ ກັບພວກລູກຫລານ

ປະຕິວັດ ຜູ້ມີອຳນາດໂດຍ ປະຊາຊົນບໍ່ໃດ້ ປ່ອນບັດເລືອກຕັ້ງ ໃຫ້ເປັນປະທານປະເທດ

ແລະເປັນຣັດຖະບານ. ພວກເຂົາເບືອນ່າຍ ການຫລີນເສັ້ນ ຫລີນສາຍ ເອົາແຕ່ລູກຫລານ

ແລະວົງຕະກຸນ ບາງໄອ້ບໍ່ມີການສືກສາສູງ ມາບໍຣີຫານປະເທດ ຊືງພາໃຫ້ ປະເທດດ້ອຍພັດທະນາ

ແລະມີແຕ່ ການສໍຣາຊບັງຫລວງ ພາກັນຮ່ວມມື ກັບເຈັກ ກັບແກວ ກອບໂກຍ ຜົນປະໂຫຍດ ຂອງປະເທດ.

ໃຜຊິຢາກກັບເມືອ ປະເທດທີບໍ່ຫັຍງເປັນໜ້າພູມໃຈ ມີແຕ່ຄວາມເຈັບໃຈ

ທັງໃນປະວັດສາດ ແລະປັດຈຸບັນ ແລະບໍ່ເຫັນອະນາຄົດ ບໍ່ມີສິດເສຣີພາບ

ແລະປະຊາທິປະໃຕ ມີແຕ່ຢາກໄປທຽວ ລະຈາຍເງີນ ເທົ່ານັ້ນບໍ່ຢາກຢູ່.

 more proudly to be khee khaa hubsai xontiin Ameritiin!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard