ຈາກເນື້ອເພັງຂັບທຸ້ມຫຼວງພະບາງ ໃຜຕອບໄດ້ຂ້າພະເຈົ້າຊິໃຫ້ຮາງວັນເດີ້ ຂໍຂອບໃຈ
ອີ່ຫຍັງລາງວັນ ເອົາຢູ່ໃສ
ບາບີຮາຍ=ບາຍບີຫຮີ
Anonymous wrote:ບາບີຮາຍ=ບາຍບີຫຮີ
ແມ່ນຫຍັງນໍ
ຄົນຫລວງພະບາງເວົ້າແທ້ແມ່ນ: ຕາຕີໂຍນເປັງ, ມີຄວາມໝາຍວ່າ :ແລ້ວ ຫລື ຈົບ (ບາງຄົນຍັງໃຊ້ແທນຄຳວ່າ ຕາຍແລ້ວ). ສັງເກດເບິ່ງງ່າຍໆ ວ່າ ຕາຕີໂຍນເປັງ ຈະນຳໃຊ້ເວລາຈົບຂັບທຸ້ມເທົ່ານັ້ນ. ພາສາຫຍັງກໍ່ບໍ່ຮູ້ ອັນນີ້ແມ່ນຄວາມໝາຍຂອງຄົນທ້ອງຖິ່ນ. ຖ້າຜິດພາດຂໍອາໄພ
Anonymous wrote:ຄົນຫລວງພະບາງເວົ້າແທ້ແມ່ນ: ຕາຕີໂຍນເປັງ, ມີຄວາມໝາຍວ່າ :ແລ້ວ ຫລື ຈົບ (ບາງຄົນຍັງໃຊ້ແທນຄຳວ່າ ຕາຍແລ້ວ). ສັງເກດເບິ່ງງ່າຍໆ ວ່າ ຕາຕີໂຍນເປັງ ຈະນຳໃຊ້ເວລາຈົບຂັບທຸ້ມເທົ່ານັ້ນ. ພາສາຫຍັງກໍ່ບໍ່ຮູ້ ອັນນີ້ແມ່ນຄວາມໝາຍຂອງຄົນທ້ອງຖິ່ນ. ຖ້າຜິດພາດຂໍອາໄພ
ບາບີຮາຍ ຄືຊິມາຈາກ ບ່າວຂີ້ຮ້າຍ ຕິເບາະ
ເຢີເຂົ້າໄປມີຄວາມໝາຍວ່າແນວໃດ? ຂອບໃຈລ່ວງໜ້າ
ເຈົ້າຄືມາຈອບຖາມຂ້ອຍເທື່ອລະຄວາມແທ້ ,? ອີ່ເຍີກເຂົ້າໄປ ບໍ່ແມ່ນ ເຍີເຂົ້າໄປເທົ່ານັ້ນ
ເອົາຂອງຂວັນມາກ່ອນສຳລັບເທື່ອນີ້, ບໍ່ວ່າແຕ່ເຈົ້າແລະຂ້ອຍດອກທ່ີບໍ່ເຂົ້າໃຈຄວາມໝາຍ ຕະຕີໂຍນເປັງ ເມື່ອສິບປີກ່ອນກໍ່ເຄີຍມີ ລັດຖະມົນຕີ ທ່ານນຶ່ງຊຶ່ງເປັນຄົນທາງເໜືອ ນີ້ລະ ຖາມຂ້ອຍກ່ຽວກັບຄວາມໝາຍນີ້ ຂ້ອຍກໍບໍ່ຊ່າງຈະຕອບເພື່ອ ຈາກນັ້ນຂ້ອຍກໍ່ພະຍາຍາມຖາມຫລາຍຄົນ ກໍ່ບໍ່ມີໃຜສາມາດໃຫ້ຄວາມ ກະຈ່າງແຈ້ງໄດ້ ຕໍ່ມາມື້ນຶ່ງຂ້ອຍກໍ່ມີໂອກາດ ຍົກຈອກກັບອ້າຍນ້ອງຫ້ອງການ ກໍ່ເລີຍ ຍົກເອົາຄຳນີ້ມາຖາມອິກ ຜູ້ຈະວ່າແນວໃດກໍ່ມີ ໃນນີ້ມີພະນັກງານວິ້ງເຕັ້ນຕິດຕໍ່ພາຍນອກຮັບສົ່ງເອກະສານຜູ້ນຶ່ງ ຊຶ່ງເປັນຄົນມັກສ້າງສັນພົບປະກັບຫລາຍຄົນ ຫົວຂື້ນແລະເວົ້າ ຂອງແນວນີ້ເດັກນ້ອຍແຖວບ້ານນ້ອງ ເຂົາກໍ່ຍັງຮູ້ : ເຊັ່ນເຂົາຢອກກັນວ່າ ພໍ່ບັກຄຳ ຕະຕີໂຍນເປັງ ແລ້ວ (ແປວ່າຕາຍແລ້ວ)
ຕະຕີໂຍນເປັງ ເວລາໃດຕ້ອງຢຸດເວລານັ້ນ, ຜູ້ໃດຕົບມືເຫລືອ ຫລືຕີລະນາດເຫລືອ ກໍ່ຈະຖຶກປັບໃໝ (ໂດຍໃຫ້ກິນເຫລົ້າ), ເມື່ອຂ້ອຍມາຟັງເບິ່ງເຫດຜົນ ກໍ່ຄືຈະແມ່ນແນວນັ້ນ...ທ່ານໃດມີຄວາມຄິດໃໝ່ກໍ່ເອົາແລກປ່ຽນກັນໄດ້ ຂອບໃຈ.