Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕາຕີໂຢນເປ ແລະ ບາບີຮາຍ ແປວ່າຫຍັງ
Anonymous

Date:
ຕາຕີໂຢນເປ ແລະ ບາບີຮາຍ ແປວ່າຫຍັງ


ຈາກເນື້ອເພັງຂັບທຸ້ມຫຼວງພະບາງ ໃຜຕອບໄດ້ຂ້າພະເຈົ້າຊິໃຫ້ຮາງວັນເດີ້ ຂໍຂອບໃຈ



__________________
Anonymous

Date:

ອີ່ຫຍັງລາງວັນ ເອົາຢູ່ໃສ



__________________
Anonymous

Date:

ບາບີຮາຍ=ບາຍບີຫຮີ



__________________
Anonymous

Date:

Anonymous wrote:

ບາບີຮາຍ=ບາຍບີຫຮີ


 ແມ່ນຫຍັງນໍ



__________________
Anonymous

Date:

ຄົນຫລວງພະບາງເວົ້າແທ້ແມ່ນ: ຕາຕີໂຍນເປັງ, ມີຄວາມໝາຍວ່າ :ແລ້ວ ຫລື ຈົບ (ບາງຄົນຍັງໃຊ້ແທນຄຳວ່າ ຕາຍແລ້ວ). ສັງເກດເບິ່ງງ່າຍໆ ວ່າ ຕາຕີໂຍນເປັງ ຈະນຳໃຊ້ເວລາຈົບຂັບທຸ້ມເທົ່ານັ້ນ. ພາສາຫຍັງກໍ່ບໍ່ຮູ້ ອັນນີ້ແມ່ນຄວາມໝາຍຂອງຄົນທ້ອງຖິ່ນ. ຖ້າຜິດພາດຂໍອາໄພ



__________________
Anonymous

Date:

Anonymous wrote:

ຄົນຫລວງພະບາງເວົ້າແທ້ແມ່ນ: ຕາຕີໂຍນເປັງ, ມີຄວາມໝາຍວ່າ :ແລ້ວ ຫລື ຈົບ (ບາງຄົນຍັງໃຊ້ແທນຄຳວ່າ ຕາຍແລ້ວ). ສັງເກດເບິ່ງງ່າຍໆ ວ່າ ຕາຕີໂຍນເປັງ ຈະນຳໃຊ້ເວລາຈົບຂັບທຸ້ມເທົ່ານັ້ນ. ພາສາຫຍັງກໍ່ບໍ່ຮູ້ ອັນນີ້ແມ່ນຄວາມໝາຍຂອງຄົນທ້ອງຖິ່ນ. ຖ້າຜິດພາດຂໍອາໄພ


 ບາບີຮາຍ ຄືຊິມາຈາກ ບ່າວຂີ້ຮ້າຍ ຕິເບາະ



__________________
Anonymous

Date:

ເຢີເຂົ້າໄປມີຄວາມໝາຍວ່າແນວໃດ? ຂອບໃຈລ່ວງໜ້າ



__________________
Anonymous

Date:

ເຈົ້າຄືມາຈອບຖາມຂ້ອຍເທື່ອລະຄວາມແທ້ ,? ອີ່ເຍີກເຂົ້າໄປ ບໍ່ແມ່ນ ເຍີເຂົ້າໄປເທົ່ານັ້ນ

ເອົາຂອງຂວັນມາກ່ອນສຳລັບເທື່ອນີ້, ບໍ່ວ່າແຕ່ເຈົ້າແລະຂ້ອຍດອກທ່ີບໍ່ເຂົ້າໃຈຄວາມໝາຍ ຕະຕີໂຍນເປັງ ເມື່ອສິບປີກ່ອນກໍ່ເຄີຍມີ ລັດຖະມົນຕີ ທ່ານນຶ່ງຊຶ່ງເປັນຄົນທາງເໜືອ ນີ້ລະ ຖາມຂ້ອຍກ່ຽວກັບຄວາມໝາຍນີ້ ຂ້ອຍກໍບໍ່ຊ່າງຈະຕອບເພື່ອ ຈາກນັ້ນຂ້ອຍກໍ່ພະຍາຍາມຖາມຫລາຍຄົນ ກໍ່ບໍ່ມີໃຜສາມາດໃຫ້ຄວາມ ກະຈ່າງແຈ້ງໄດ້ ຕໍ່ມາມື້ນຶ່ງຂ້ອຍກໍ່ມີໂອກາດ ຍົກຈອກກັບອ້າຍນ້ອງຫ້ອງການ ກໍ່ເລີຍ ຍົກເອົາຄຳນີ້ມາຖາມອິກ ຜູ້ຈະວ່າແນວໃດກໍ່ມີ ໃນນີ້ມີພະນັກງານວິ້ງເຕັ້ນຕິດຕໍ່ພາຍນອກຮັບສົ່ງເອກະສານຜູ້ນຶ່ງ ຊຶ່ງເປັນຄົນມັກສ້າງສັນພົບປະກັບຫລາຍຄົນ ຫົວຂື້ນແລະເວົ້າ ຂອງແນວນີ້ເດັກນ້ອຍແຖວບ້ານນ້ອງ ເຂົາກໍ່ຍັງຮູ້ : ເຊັ່ນເຂົາຢອກກັນວ່າ ພໍ່ບັກຄຳ ຕະຕີໂຍນເປັງ ແລ້ວ (ແປວ່າຕາຍແລ້ວ)

ຕະຕີໂຍນເປັງ ເວລາໃດຕ້ອງຢຸດເວລານັ້ນ,​ ຜູ້ໃດຕົບມືເຫລືອ ຫລືຕີລະນາດເຫລືອ ກໍ່ຈະຖຶກປັບໃໝ (ໂດຍໃຫ້ກິນເຫລົ້າ),​ ເມື່ອຂ້ອຍມາຟັງເບິ່ງເຫດຜົນ ກໍ່ຄືຈະແມ່ນແນວນັ້ນ...ທ່ານໃດມີຄວາມຄິດໃໝ່ກໍ່ເອົາແລກປ່ຽນກັນໄດ້ ຂອບໃຈ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard