ຊ່ວງນີ້ບໍ່ຄ່ອຍໄດ້ຍິນໃຜທີເວົ້າເຖິງການປູກຕົ້ນຢາງພາລາ ແລ້ວເນາະ
ບໍ່ແມ່ນເຂົາເຊົາການດຳເນີນການປູກແລ້ວວະ......
Anonymous wrote:ຊ່ວງນີ້ບໍ່ຄ່ອຍໄດ້ຍິນໃຜທີເວົ້າເຖິງການປູກຕົ້ນຢາງພາລາ ແລ້ວເນາະບໍ່ແມ່ນເຂົາເຊົາການດຳເນີນການປູກແລ້ວວະ......
ເລື່ອງນີ້ມັນຂື້ນກັບນະໂຍບາຍ ແລະ ຕລາດການຄ້າຂອງຈີນ.
ຖ້າມັນຮູ້ວ່າມີຢາງຫຼາຍມັນກະນອນເສີຍຄືໝາປະຫຳເຢັນສະບາຍຊາວນາ
ເພື່ອໃຫ້ຜູ່ປູກຢາງດີ້ນຮົ້ນຢາກຂາຍຢາງມາສຳລະໜີ້ເງິນກູ້ ແລ້ວ ມັນກໍ່ກົດລາຄາ
ຊາວສວນຢາງ ຫຼື ຄົນທີ່ປະກອບອາຊີບນີ້ກະຈຳເປັນມີສິດທຸກໄປຕໍ່.
ຈີນມັນເຊົາປູກຢາງແລ້ວຢູ່ບ້ານມັນ ເພາະມັນຮູ້ວ່າຕົ້ນຢາງເຮັດໃຫ້ດິນເຊື່ອມຄຸນນະພາບໄວ້
ແມ່ນ ແຕ່ການໄປລົງທຶນຢູ່ແຖວປະເທດຄົນດຳມັນກໍ່ທຳການປູກພືດກະສິກັມ ຫຼາຍ
ກວ່າອຸດສະຫະກັມ.ເພາະມັນຮູ້ແລ້ວວ່າ ກິນຢາງແທນເຂົ້າບໍ່ໄດ້.ຖ້າລາວແປງນາມາເປັນສວນ
ຢາງໝົດເຈັກຈະກຳນົດລາຄາຢາງສູງ 1 ຕໍ່ 10 ຂອງລາຄາເຂົ້າຂາຍໃຫ້ລາວກິນຢ່າງແນ່ນອນ
ຫູື ອາດໜັກກວ່ານັ້ນ.
ຕົ້ນຢາງພາລາ ເປັນຕົ້ນຊະນິດໜຶ່ງທີ່ ຈຳເປັນຕ້ອງດູດເອົານ້ຳມາ ລໍ່ລ້ຽງ ລຳຕົ້ນ ແລະ ສ້າງເປັນຢາງອອກມາ
ສິ່ງທີ່ຢາກ ເວົ້າສູ່ກັນນີ້ ກະ ຄື: ຖ້າລາວ ດຳເນີນຕໍ່ໃນການປູກຢາງພາລາ ປະເທດລາວ ຈະຕ້ອງໄດ້ຊື້ນ້ຳ ກິນ ແລະ ນ້ຳໃຊ້ ແນ່ນອນ
ສ່ວນ ຈີນ ນັ້ນ ຈະກັ້ນນ້ຳໄວ້ໄດ້ສະບາຍ ... ຖ້າລາວຂາດນ້ຳ ກຽມເບິ່ງໂລດ ຊິເກີດຫຍັງຂຶ້ນ ປະເທດລາວຊ້ຳພັດມີ ເຂື່ອນໄຟ້າຫຼາຍ
ຂາຍໃຫ້ປະເທດເພື່ອນບ້ານໄດ້ເງິນເຢິ ເລີຍ
ບໍ່ໄດ້ຍີນແລ້ວ ຖືກເຂົາຕົ້ມ, ຖ້າວ່າເປັນຜົນສໍາເລັດ ກໍອອກມາປະກາດໃຫ້ທັງໂລກຮູ້ ນີ້ແມ່ນຄວາມສະຫລາດສ່ອງ
ໃສຂອງພັກ ແລະລັດ. ອັດນີ້ ມິດປານຫມາຕົດ
Anonymous wrote:Anonymous wrote:ຊ່ວງນີ້ບໍ່ຄ່ອຍໄດ້ຍິນໃຜທີເວົ້າເຖິງການປູກຕົ້ນຢາງພາລາ ແລ້ວເນາະບໍ່ແມ່ນເຂົາເຊົາການດຳເນີນການປູກແລ້ວວະ...... ບໍ່ໄດ້ຍີນແລ້ວ ຖືກເຂົາຕົ້ມ, ຖ້າວ່າເປັນຜົນສໍາເລັດ ກໍອອກມາປະກາດໃຫ້ທັງໂລກຮູ້ ນີ້ແມ່ນຄວາມສະຫລາດສ່ອງ ໃສຂອງພັກ ແລະລັດ. ອັດນີ້ ມິດປານຫມາຕົດ
ຢາກເຫັນກໍລົງໄປໃຕ້ໄປເບິ່ງຢູ່ສາລະວັນອັດຕະປືພຸ້ນ ອະດີດດິນໄຮ່ດິນນາທີ່ເຄີຍເປັນແຫລ່ງທຳມາ
ຫາກິນຂອງວປະຊາຊົນລາວໄດ້ກັບກາຍມາເປັນປ່າຕົ້ນຢາງພະລາຂອງແກວໄປໝົດແລ້ວ. ເມື່ອບໍ່
ເຫິງຜ່ານມານີ້ກໍອຶກກະທຶກນຶກນອງພໍສົມຄວນວ່າປະຊາຊົນລາວມີວຽກເຮັດງານທຳຍ້ອນປ່າຢາງ
ພະລາຂອງແກວ ບາດແລ້ວກໍມິດປານໝາຕາຍເພາະແກວມັນຂົນເອົາຄົນມັນເຂົ້າມາເຮັດວຽກ
ໃຫ້ມັນເອງ ສ່ວນຄົນລາວມັນໄລ່ອອກໝົດ ໄລ່ອອກກໍອອກແບບຫາເລື່ອງຫາລາວໃສ່ອີກວ່າຂີ້ຄ້ານ
ມີແຕ່ລັກໄປນອນເວັນຍາມເວລາທຳງານ. ບາບບໍ່ແພ້ບຸນບາງປ່າກໍບໍ່ມີຄົນຮັກສາ ປະໃຫ້ເປັນໄປຕາມ
ມີຕາມເກີດຂອງທຳມະຊາດ, ບ່ອນໃດເຄີຍເປັນດິນໄຮ່ດິນນາຂອງປະຊາຊົນໃນເມືອ່ກ່ອນແລະກໍຢູ່ໃກ້
ໂຕເມືອງ ພວກແກວກໍມາຕິດປ້າຍຂາຍດິນເຫລົ່ານັ້ນ ຈັງແມ່ນມັນຄັກ ດິນດອນຕ່ອນຫຍ້າຂອງຄົນ
ລາວແທ້ໆ ແກວເສືອກມາເປັນເຈົ້າຂອງ. ໄປສັງເກດການເບິ່ງເອົາພີ່ນ້ອງລາວເອີຍ ຢຕ່ທາງໃຕ້ກໍແມ່ນ
ແມ່ນແກວ ແລະຢູ່ທາງເໜືອກໍແມ່ນເຈັກ ອັນແຂວງເລັກໆຄືໄຊຍະບູລີແລະເມືອງຈຳປາສັກຊ້ຳຜັດແມ່ນ
ໄທກຳລັງຈະອືນຫລຸດ ສຸດຊວຍປະເທດແມ່ຂອງກູ.
ອີກ 3 ປີ ທ່ານທອງສີຈະລາອອກຈາກການເປັນກໍາມະກອນໂຮງງານຜະລິດຣົຖ GM
ແລະຈະກັບໄປເປັນເສດຖີສວນຢາງຢູ່ພາກໃຕ້ຂອງປະເທດລາວ.
Anonymous wrote:ອີກ 3 ປີ ທ່ານທອງສີຈະລາອອກຈາກການເປັນກໍາມະກອນໂຮງງານຜະລິດຣົຖ GMແລະຈະກັບໄປເປັນເສດຖີສວນຢາງຢູ່ພາກໃຕ້ຂອງປະເທດລາວ.
ອາວຂ້ອຍ (ອາວທາງເມັຍ) ກໍເຮັດການຢູ່ບໍຣິສັດ GM Detroit Michigan ຕັ້ງແຕ່ມາຕົກ ອາເມຣິກາ
ແຕ່ປີ 1979 ຈົນຮອດປີ 2006 ເຣີ່ມແຕ່ເປັນກັມະກອນຊົ່ວໂມງເລື່ອນຂັ້ນຂຶ້ນມາແຕ່ລະຂັ້ນລະຂັ້ນຈົນ
ໄດ້ເປັນ Q.A. Supervisor ໃນປິ 1990 ແລະເຣີ່ມຕົ້ນເງິນເດືອນຈາກ $75,000.00 ຕໍ່ປີຈາກປີທຳ
ອິດໃນ Position ນີ້ ຈົນຂຶ້ນມາເຖິງ $105,000.00 ຕໍ່ປີໃນປີສຸດທ້າຍປີ 2006 ທີ່ເພິ່ນລາອອກເພື່ອ
ຫວັງຣວຍຈະເມືອເປັນເສຖີປ່າຢາງພະລາຢູ່ລາວ. 27 ປີທີ່ທຳງານຢູ່ບໍຣິສັດ ຈີເອັມ ຈົນທ້ອນຫອມເງິນ
ໄດ້ຫລາຍແສນເຕີບ ກໍຫອບເອົາເງິນສວ່ນນຶ່ງໃນຈຳນວນນັ້ນເມືອສ້າງປ່າຢາງພະລາເພື່ອຫວັງເປັນເສດ
ຖີໃນອານາຄົດ, ບໍ່ພໍ 3 ປີກໍກັບມາຫາຄອບຄົວຢູ່ອາເມຣິກາມືເປົ່າ. ດີແຕ່ລູກແລະເມັຍຍຶດເງິນຈຳນວນ
ນຶ່ງໄວ້ ຄົນຊັ້ນແມ່ແຈບໄປນຳກັນໝົດເລີຍ. ຖາມກໍບໍ່ໄດ້ກົກໄດ້ປາຍຫຍັງເລີຍ ມີແຕ່ເວົ້າວ່າຖືກເຂົົາໂກງ
ເກືອຍຈະມີໂອກາດກັບອະເມຣິກາວ່າຊັ້ນ. ບາດກັບມາແລ້ວຊ້ຳຖືກຕອນບໍ່ຣິສັດ ຈີເອັມ ກຳລັງຈະລົ້ມລະ
ລາຍໃນປີ 2009 ຂໍກັບເຂົ້າເຮັດການຄືນເຂົາກໍບໍ່ເອົາ ຈັ່ງແມ່ນມັນຄັກ, ດຽວນີ້ນັ່ງກິນນຳລູກກັບເມັຍ.
ບໍ່ສະອອນດອກເດີ້ໃຜຈະເມືອເປັນເສຖີສວນຢາງພະລາ ຫລືມີກິຈະການຕ່າງໆຢູ່ເມືອງລາວ, ເຫັນມາ
ຫລາຍຮ້ອຍລາຍແລ້ວ ທີ່ພາກັນເຈ້ງກັບມາ ຜູ້ໂຊກຮ້າຍຍັງຕິດຄຸກຢູ່ລາວພຸ້ນກໍຍັງມີ. ຄັນບໍ່ມີເງິນເຖິງ
$10 ລ້ານຂຶ້ນໄປບໍ່ຕ້ອງເຕື້ອງດອກ ເຮັດຕ້ອງເຮັດໃຫ້ເຂົ້າເຖິງເສັ້ນເຫຼັກລວດພຸ້ນໂລດ ກິຈະການຈຶ່ງຈະ
ຢືນຍົງຄົງຕົງຢູ່ໄດ້ ອັນເສັ້ນໝີ່ເສັ້ນເຝີທັມະດານີ້ມັນບໍ່ໜຽວ ຖືກນ້ຳກໍຂາດເປັນຕ່ອນເປັນຕ່ອນໄປແລ້ວ.
ນະໂຍບາຍການກະເສົດບໍ່ວ່າຈະປູກຫຍັງຢູ່ລາວ ເປັນນະໂຍບາຍຂາຍຝັນທັ້ງຫມົດ ລັດກະມີແຕ່ໃຫ້ປູກ ບາດປູກແລ້ວກະບໍ່ບອກວ່າຈະຊ່ວຍຂາຍອອກແນວໃດ໋ ຕະຫຼາດຢູ່ໄສ ມີໄຜແດຕ້ອງການຢາກໄດ້ ເວົ້າມາລະເຫຼືອໃຈນຳຫຼາຍ
ເຫັນເພິ່ນອອກໂທລະພາບ ໃຫ້ປະຊາຊົນປູກນັ້ນປູກນີ່ ແຕ່ບໍ່ຫາຕະຫຼາດໃຫ້ເຂົາ ຢາກເຮັດຄືປະເທດເພື່ອນບ້ານ ແຕ່ກະບໍ່ຄືເຂົາ
ເຫັນບໍຂະເຈົ້າຫມາກເງາະ ໝາກທຸລຽນ ຫມາກໄມ້ຕ່າງໆ ທາງພາກໃຕ້ ພາກເໜືອ ຂາຍລາຄາຕົກ ລັດຖະບານເພິ່ນຊ່ວຍໃຫ້ປະຊາຊົນນຳກັນອຸດຫນຸນ ຊື້ ເພື່ໃຫ້ເຈົ້າຂອງສວນໝາກໄມ້ຢູ່ໄດ້ ແຕ່ບ້ານເຮົາມີແຕ່ເຍ້າໃຫ້ກັນປູກແລ້ວປະໄປຖິ່ມໄປ ເວົ້າມາລະເຫຼືອໃຈຫຼາຍອີຫລີ
Anonymous wrote:ຕົ້ນຢາງພາລາ ເປັນຕົ້ນຊະນິດໜຶ່ງທີ່ ຈຳເປັນຕ້ອງດູດເອົານ້ຳມາ ລໍ່ລ້ຽງ ລຳຕົ້ນ ແລະ ສ້າງເປັນຢາງອອກມາສິ່ງທີ່ຢາກ ເວົ້າສູ່ກັນນີ້ ກະ ຄື: ຖ້າລາວ ດຳເນີນຕໍ່ໃນການປູກຢາງພາລາ ປະເທດລາວ ຈະຕ້ອງໄດ້ຊື້ນ້ຳ ກິນ ແລະ ນ້ຳໃຊ້ ແນ່ນອນສ່ວນ ຈີນ ນັ້ນ ຈະກັ້ນນ້ຳໄວ້ໄດ້ສະບາຍ ... ຖ້າລາວຂາດນ້ຳ ກຽມເບິ່ງໂລດ ຊິເກີດຫຍັງຂຶ້ນ ປະເທດລາວຊ້ຳພັດມີ ເຂື່ອນໄຟ້າຫຼາຍຂາຍໃຫ້ປະເທດເພື່ອນບ້ານໄດ້ເງິນເຢິ ເລີຍ
ຄືຊິແມ່ນນະໂຍບາຍຜູ້ຊີ້ນຳເສດຖະກິດ ຢາກໃຫ້ເຂື່ອນຂາດນຳຈຶ່ງສົງເສີມປູກຢາງພາລາໂດຽເຈຕະນາ ຫຼື
ຮູ້ເທົ່າບໍ່ເຖິງການ.ແຕ່ຄວາມຈິງແລ້ວແມ່ນຢາກຕັດໄມ້ໃນບໍລິເວນນັ້ນຊື່ໆດອກ.ເຂົາກຳໄລແຕ່ແລກໄດ້
ສຳປະທານແລ້ວ.ຢາງເຂົາຈະປູກ ຫຼື ບໍ່ກໍ່ບໍ່ສຳຄັນ.ບໍ່ດັ່ງນັ້ນຢ່າງດີເຂົາກໍ່ຈະຂາຍດິນທີ່ສຳປະທານໄດ້ຄືນ
ໃຫ້ລາວອີກດ້ວຍເຫດຜົນວ່າເອົາຄ່າບຸກເບີກຄືນ.ລາວກະຊິມາຂູດຮີດຂາຍກິນກຳໄລນຳປະຊາຊົນລາວ
ເຈົ້າຂອງດິນເດີມທີ່ທາງການສັ່ງຍົກຍ້າຍໃນເມື່ອກ່ອນອີກທອດນຶ່ງ.ຈັ່ງແມ່ນມີແຕ່ຄົນກໍ່ເວນ ແລະ
ຄວາມທຸກຍາກແກ່ປະຊາຊົນລາວແທ້ໆ.