ມີຄົນເວົ້າວ່າຄົນລາວຊື່ໂພດ
ຈົນຖືກຄົນຈີນ ຄົນຫວຽດຫລອກຫມົດ ໂດນສະເພາະແມ່ນຊາດຕົນເອງ
ເຂົາສິເອົາໄປຫມົດແລ້ວ ພວກຜູ້ໃຫຍ່ກະຫວັງແຕ່ເງິນຍອມເຂົາໄປຫມົດ
ເຂົາເວົ້າຫຍັງມາ ເອີໄປຫມັດ ຄວາມຄິດຕົນເອງບໍ່ມີ ຖ້າມີໃຕ້ໂຕະມາແຮ່ງ ເອີໆ ໄວ
ຫວຽດນາມມັນສະຫລາດ ປະຫວັດສາດຜ່ານມາມັນເອົາຂະເຫມນໄດ້ແລ້ວ (ພາກໃຕ້ຫວຽດນາມ)
ຄົນຂະເຫມນຊັງຫວຽດເຂົ້າກະດູກດຳ ປັດຈຸບັນຄົນຂະເຫມນມອງວ່າຫວຽດນາມກຳລັງສິກືນກິນລາວ
ຫລອກລວງລາວ ເພາະລາວຊື່ໂພດ ຫລອກງ່າຍວ່າຊັ້ນ
ເບິ່ງຈາກມຸມໃດຈຶ່ງເຫັນວ່າສາຍພົວພັນແບບພິເສດລາວ-ຫວຽດນາມ ແມ່ນແຜນການກືນກິນລາວ
ຂອງຫວຽດນາມ? ສັນຍາ 18 ຂໍ້ທີ່ທ່ານໄກສອນ ພົມວິຫານ ເຊັນກັບທ່ານຟາມວັນດົ໊ງ ໃນວັນທີ 17
ກໍລະກົດ ປີ 1977 ສັນຍາຂໍ້ໃດທີ່ບົ່ງບອກວ່າທ່ານໄກສອນ ພົມວິຫານ ຍົກຊາດລາວໃຫ້ຫວຽດນາມ?
ຄົນລາວຊື່ ຫຼື ສະຫຼາດບໍ່ທັນຄົນຕ່າງຊາດ.?
ແຕ່ກັບຄົນລາວດ້ວຍກັນຕົວະເກ່ງທີ່ສຸດ.ເບິ່ງແຕ່ສັນຍາໂຮມລາວ 3 ຄັ້ງ
ກໍ່ໂຮມກັນບໍ່ໄດ້.ສຸດທ້າຍປະຊາຊົນລາວຫຼາຍແສນຄົນຕ້ອງໄດ້ກາຍເປັນ
ອົພຍົກຢູ່ຕ່າງປະເທດ.ນີ້ຄືຄວາມຊື່ຂອງໂຄດລາວ.
ມັນກໍ່ເປັນຕາຄິດ ແຕ່ຈະເຮັດຈັ່ງໃດ ຜູ້ນຳ ເພິ່ນຮັດແໜ້ນຄວາມສຳພັນ ແລະເຊື່ອໝັ້ນ
ແລະ ສັນຍາ 18 ຂໍ້ ກໍ່ບໍ່ເຄີຍອ່ານ...
ຊື່ແມ່ນດີແຕ່ຊື່ແລ້ວໂງ່ແມ່ນບໍ່ດີ!
Anonymous wrote:ເບິ່ງຈາກມຸມໃດຈຶ່ງເຫັນວ່າສາຍພົວພັນແບບພິເສດລາວ-ຫວຽດນາມ ແມ່ນແຜນການກືນກິນລາວຂອງຫວຽດນາມ? ສັນຍາ 18 ຂໍ້ທີ່ທ່ານໄກສອນ ພົມວິຫານ ເຊັນກັບທ່ານຟາມວັນດົ໊ງ ໃນວັນທີ 17ກໍລະກົດ ປີ 1977 ສັນຍາຂໍ້ໃດທີ່ບົ່ງບອກວ່າທ່ານໄກສອນ ພົມວິຫານ ຍົກຊາດລາວໃຫ້ຫວຽດນາມ?
ແມ່ນໃຜ່ແດ່ມີ ສັນຍາມິດຕະພາບພິເສດ 18ຂໍ້ນັ້ນເອົາມາໂພສ ໃຫ້ອ່ານແດ່ ຢາກອ່ານ
sorry; we are moving forward to prosperity we can't move back to 1960 again sir you're now 73 years behind us.
ຊື່ຫຼາຍກະບໍ່ດີດອກ. ປະເທດທີ່ຈະເລີນໆ ສ່ວນຫຼາຍກະເປັນປະເທດທີ່ບໍ່ໍຊື່ເລີຍ ເຊັ່ນ ອັງກິດ ຝະລັ່ງ ອາເມລິກາ ຈີນ ໄທ. ປະເທດພວກນີ້ເຄີຍມີອານາຈັກຫຼືແຜ່ນດິນໃຫຍ່ຂະຫຍາຍໄດ້ກະເພາະການໂກງ. ຕ້ອງມີເລ່ຫຼ່ຽມຫຼອກລໍ່ຄົນເຖິງຈະຢູ່ລອດ. ຄັນບໍ່ໂກງເຂົາກ່ອນ ເຂົາກະຕ້ອງມາໂກງເຮົາທີຫຼັງ.
Anonymous wrote:ຊື່ຫຼາຍກະບໍ່ດີດອກ. ປະເທດທີ່ຈະເລີນໆ ສ່ວນຫຼາຍກະເປັນປະເທດທີ່ບໍ່ໍຊື່ເລີຍ ເຊັ່ນ ອັງກິດ ຝະລັ່ງ ອາເມລິກາ ຈີນ ໄທ. ປະເທດພວກນີ້ເຄີຍມີອານາຈັກຫຼືແຜ່ນດິນໃຫຍ່ຂະຫຍາຍໄດ້ກະເພາະການໂກງ. ຕ້ອງມີເລ່ຫຼ່ຽມຫຼອກລໍ່ຄົນເຖິງຈະຢູ່ລອດ. ຄັນບໍ່ໂກງເຂົາກ່ອນ ເຂົາກະຕ້ອງມາໂກງເຮົາທີຫຼັງ.
ຖືກຕ້ອງຄຳເວົ້າຂອງສະຫາຍ.ແຕ່ລາວມັກໂກງກັນເອງຫຼາຍກວ່າແຕ່ຕົກເປັນເຫຍື່ອຂອງຕ່າງຊາດ,ບໍ່ວ່າ
ລະດັບປະຊາຊົນ ແລະ ການນຳ.ແມ່ນແຕ່ພຼະທີ່ມາແຕ່ລາວຜູ່ທີ່ໄຮ້ແລ້ວຊຶ່ງກິເຫຼດທີ່ຄົນລາວອົພຍົກປະກັນ
ມາເພື່ອໃຫ້ມາເປັນທີ່ເພິ່ງທາງໃຈແລະນຳພາໃນທາງສາດສະໜາແຕ່ກັບມາກອບໂກຍຜົນປະໂຫຍດໂດຽ
ອາໃສຜ້າເຫຼືອງ.ຕາມຂ່າວພີ່ນ້ອງຢູ່ຝຣັງເສດບອກມາໃຫ້ຮູ້ວ່າມີຈຳນວນບໍ່ນ້ອຍພຼະສົງສົ່ງນອກຂອງລາວ
ມີເງິນຝາກກັບບ້ານເພື່ອປຸກເຮືອນໃຫ້ຄົນຕ່າງປະເທດເຊົ່າ,ຊື້ລົດລາເຮັດທຸລະກິດການຄ້າ,ທ່ອງທ່ຽວ
ບາງອົງກ່ອນກັບກໍ່ພາກັນຂາຍວັດແລ້ວຫຸບເງິນເມື່ອໝົດ.
ຄືແນວນີ້ຂ້ອຍບໍ່ເຊື້ອອີກແລ້ວຜູ່ອ້າງຕົນວ່າເປັນສາວົກຂອງພຼະເຈົ້າ.ມີແຕ່ຝາກຄວາມເຊື່ອໄວ້ກັບຄຳສອນເທົ່ານັ້ນ.