ສະບາຍດີ ຂ້ອຍມີປັນຫາໃນການພິມ ພາສາລາວ ໃນ word
ມັນຜິດຢູ່ບ່ອນວ່າ ຂ້ອຍພິມຄຳວ່າ " ເຂົ້າ " ແຕ່ມັນອອກມາເປັນ " ເຂຳາ"
ໃຜຮູ້ຊ່ວຍບອກແດ່ ຂອບໃຈຫຼາຍໆ...
ກະຣຸນາບອກຂໍ້ມູນຣະອຽດແດ່ວ່າໃຊ້ຣະບົບການທໍາງານຫຍັງ? Windows XP, Vista, 7 ຫລື Windows 8
Microsoft Word Version ໃດ?
ໃຊ້ແປ້ນພິມລາວທີ່ຕິດມາກັບ Windows ບໍ? ຫລືແປ້ນພິມຊະນິດໃດ? ໃຊ້ຕົວອັກສອນລາວຊະນິດໃດ?
ໂຊກດີ
ອາດຈະເປັນຍ້ອນວ່າຊອບແວບໍ່ອູ້ມຈຶ່ງອອກມາແບບນີ້.
Anonymous wrote:ອາດຈະເປັນຍ້ອນວ່າຊອບແວບໍ່ອູ້ມຈຶ່ງອອກມາແບບນີ້.
ເປັນຮ້າຍປານນີ້ພຸ້ນຫວາອັນຄົນລາວຢູ່ ສປປ ລາວຫັ້ນ, ຂຽນພາສາຊາດຂອງໂຕເອງ
ກໍຍັງຂຽນຜິດຕະພຶດຕະພືເຖິງຂັ້ນໃຊ້ບໍ່ໄດ້. ອັນພາກສ່ວນຄຸ້ມກັນສະຖາບັນອັກສອນ
ສາດພາກັນເຮັດຫຍັງຢູ່ ຄືບໍ່ມີທ່າທີເຂົ້າມາແກ້ໄຂບັນຫາໃນການສະກົດພາສາລາວໃຫ້
ຖືກຕ້ອງຕາມຫລັກໄວຍະກອນ? ພາສາຊາດຂອງຕົນເອງແທ້ໆຍັງບໍ່ມີຫລັກການຫລື
ກົດລະບຽບໃນການຂຽນໃຫ້ຢູ່ໃນຫລັກໄວຍະກອນໄດ້ ສົມພໍຫັ້ນແລ້ວປະເທດເພື່ອນ
ບ້ານຈຶ່ງດູຖູກວ່າພາສາລາວຫລ້າຫລັງທີ່ສຸດກ່ອນໝູ່ທຸກໆພາສາໃນໂລກນີ້.
ມືນຕາເບິ່ງແດ່ເດີ້ ລັດຖະມົນຕີກະຊວງສຶກສາເອີຍ ຖ້າປະປ່ອຍໄວ້ແບບນີ້ອີກບໍ່ເຫິງ
ພາສາລາວຈະຢ້ອຍຢັບແລະຊຸດໂຊມລົງໄປກ່ອນນີ້.
Anonymous wrote:Anonymous wrote:ອາດຈະເປັນຍ້ອນວ່າຊອບແວບໍ່ອູ້ມຈຶ່ງອອກມາແບບນີ້. ເປັນຮ້າຍປານນີ້ພຸ້ນຫວາອັນຄົນລາວຢູ່ ສປປ ລາວຫັ້ນ, ຂຽນພາສາຊາດຂອງໂຕເອງກໍຍັງຂຽນຜິດຕະພຶດຕະພືເຖິງຂັ້ນໃຊ້ບໍ່ໄດ້. ອັນພາກສ່ວນຄຸ້ມກັນສະຖາບັນອັກສອນສາດພາກັນເຮັດຫຍັງຢູ່ ຄືບໍ່ມີທ່າທີເຂົ້າມາແກ້ໄຂບັນຫາໃນການສະກົດພາສາລາວໃຫ້ຖືກຕ້ອງຕາມຫລັກໄວຍະກອນ? ພາສາຊາດຂອງຕົນເອງແທ້ໆຍັງບໍ່ມີຫລັກການຫລືກົດລະບຽບໃນການຂຽນໃຫ້ຢູ່ໃນຫລັກໄວຍະກອນໄດ້ ສົມພໍຫັ້ນແລ້ວປະເທດເພື່ອນບ້ານຈຶ່ງດູຖູກວ່າພາສາລາວຫລ້າຫລັງທີ່ສຸດກ່ອນໝູ່ທຸກໆພາສາໃນໂລກນີ້. ມືນຕາເບິ່ງແດ່ເດີ້ ລັດຖະມົນຕີກະຊວງສຶກສາເອີຍ ຖ້າປະປ່ອຍໄວ້ແບບນີ້ອີກບໍ່ເຫິງພາສາລາວຈະຢ້ອຍຢັບແລະຊຸດໂຊມລົງໄປກ່ອນນີ້.
ເຂົາບໍ່ແຄແລ້ວ ເພາະວ່າອີກບໍ່ດົນເຂົາຈະເຊົາໃຊ້ອັກສອນລາວແລ້ວ ເຂົາຈະໃຊ້ພາສາວຽດເອົາແລ້ວ
ບ້ານນີ້ເມືອງນີ້ຄືມາປ່ອຍໃຫ້ແກວເຂົ້າມາໃຊ້ອຳນາດບາດໃຫຍ່ ແຊກແຊງໄປໝົດທຸກຢ່າງແທ້ວາ?
ນີ້ແມ່ນຕົວຢ່າງນຶ່ງຂອງຄວາມຜິດພາດທາງດ້ານການສະກົດ, ຫົນທາງຢູ່ໃນໂຮງຮຽນແທ້ໆກໍ່ຍັງສະກົດບໍ່ຖືກ
ຫົວໜ້າໝວດໂຮງຮຽນທຽວຈົນຕີນຣົຖຫ້ຽນກໍ່ຍັງບໍ່ເຫັນຄວາມຜິດ.