Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປາກົດການທຸບແວ່ນລົດເກີດຂຶ້ນອີກແລ້ວ
Anonymous

Date:
ປາກົດການທຸບແວ່ນລົດເກີດຂຶ້ນອີກແລ້ວ


ປາກົດການທຸບແວ່ນລົດເກີດຂຶ້ນອີກແລ້ວ

 


 
         ປັດຈຸ​ບັນ​ເຈົ້າໜ້າທີ່ ປກສ ​ເມືອງ ສີ​ສັດຕະ​ນາກ ນະຄອນ ຫຼວງວຽງຈັນ ພວມເລັ່ງຕິດ ຕາມ​ສືບສວນນຳ​ຈັບ​ຄົນ​ຮ້າຍ ທຸບ​ແວ່ນ​ລົດ​ໂຕ​ໂຍຕ້າ ວີ​ໂກ້ ຄັນໜຶ່ງໝາຍ​ເລກ​ທະບຽນ ບທ 2512(ປ້າຍ​ປະ​ເທດ​ໄທ) ທີ່​ຈອດ​ໄວ້​ຢູ່​ແຄມ​ທາງ​ເຂດ​ບ້ານ ດົງ​ປ່າ​ລານ ເມືອງ ສີ​ສັດຕະ​ນາກ ນະ ຄອນຫຼວງວຽງຈັນ, ​ໃນ​ວັນ​ທີ 5 ສິງຫາ ນີ້ ແລະ ຜູ້​ຮ້າຍ​ໄດ້​ລັກ​ເອົາ​ເງີ​ນ ຈຳນວນ 5 ລ້ານ​ກ່ວາ​ກີບ​ທີ່​ປະ​ໄວ້​ໃນ​ລົດ​ດັ່ງກ່າວ, ຜູ້​ເປັນ​ເຈົ້າ​ຂອງລົດ​ແຈ້ງວ່າ: ​ຕົນໄດ້​ນອນ​ຢູ່​ໃນ​ເຮືອນ ແລະ ​​ໄດ້​ຈອດ​ລົດ​ໄວ້ ໜ້າບ້ານ ຈາກ​ນັ້ນໄດ້​ຍິນ​ສຽງ​ແກ້ວ​ແວ່ນ​ແຕກ ຈຶ່ງ​ຟ້າວ​ແລ່ນ​ອອກ​ມາ​ເບິ່ງ ພົບ​ວ່າ​ເຫັນ​ແວ່ນ​ລົດ​ຕົນ​ເອງ​ຖືກ​ທຸບ ຈຶ່ງ​ໄດ້​ແຈ້ງ​ຕໍ່​ເຈົ້າໜ້າທີ່​ເພື່ອ​ຊ່ວຍ​ນຳຕາມ​ຫາ​ຄົນ​ຮ້າຍ​ມາດຳ​ເນີນ​ຄະດີ.
        ​ເຈົ້າໜ້າທີ່ ປກສ ​ເມືອງ ສີ​ສັດ ຕະ​ນາກ ​ໃຫ້​ຮູ້​ວ່າ: ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ ແລະ ກວດກາ​ສະຖານ​ທີ່​ເກີດ​ເຫດ ​ແລະ ກວດກາ​ກ້ອງ​ວົງ​ຈອນ​ປິດ ພົບ​ວ່າ​ຜູ້​ຕ້ອງ​ສົງ​ໃສ ໄດ້​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ຜູ້​ເສຍ​ຫາຍ ກ່ອນ​ຈະ​ລົງມື​ທຸບ​ແວ່ນ​ລົດ​ແລ້ວ​ນຳ​ເອົາ​ເງີ​ນສົດຫຼົບໜີ​ໄປ.

         ​ແນວ​ໃດ​ກໍ​ຕາມ ​ເຫດການ​ທຸບ​ແວ່ນ​ລົດ​ແມ່ນ​ຖື​ເປັນ​ປະກົດ​ການ​ຫຍໍ້​ທໍ້​ທາງ​ສັງຄົມ ເຊິ່ງ​ຜ່ານ​ມາ​ກໍ​ມີ​ການ​ເກີດ​ສະພາບ​ດັ່ງກ່າວ​ຂື້ນຫຼາຍ​ແຫ່ງ​ຢູ່ ນະຄອນຫຼວງ ວຽງຈັນ​ຄື: ​ໃນ​ປີຜ່ານມາ ​ໄດ້​ມີ​ຄົນ​ຮ້າຍ​ທຸບ​ແວ່ນ​ລົດທີ່​ຈອດ​ໄວ້​ຢູ່​ເຂດ​ບ້ານ ທົ່ງ​ສາງ​ນາງ ​ເມືອງ ຈັນທະ​ບູລີ ນະຄອນຫຼວງວຽງຈັນ ໄດ້​ເງີ​ນ​ໄປ 100 ລ້ານກ່ວາ​ກີບ​ແລ້ວຫຼົບ ໜີ​ໄປ ​ແລະ ​​ເມື່ອ​ບໍ່​ດົນ​ມານີ້ ກໍ​ໄດ້​ເກີດ​ເຫດ​ຄົນ​ຮ້າຍ​ທຸບ​ແວ່ນ​ລົດ​ຂອງ​ປະຊາຊົນ ຢູ່​ເຂດ ບ້ານ ໂພນ​ທັນ ເມືອງ ສີ​ສັດຈະ​ນາກ ນະຄອນຫຼວງ ຽງຈັນ ເຊິ່ງ​ທາງ​ເຈົ້າໜ້າທີ່​ເລັ່ງຕິດຕາມ​ນຳ​ຈັບ​ຄົນ​ຮ້າຍ​ທີ່​ກໍ່​ເຫດ​ມາ​ດຳ​ເນີນ​ຄະດີ ແລະ ສະ​ເພາະ​ໃນ 6 ເດືອນ​ຕົ້ນ​ປີມີ​ເຫດການ​ຄົນ​ຮ້າຍ​ທຸບ​ແວ່ນ​ລົດ ​ເພື່ອ​ຊີງ​ຊັບ​ມາ​ແລ້ວ 9 ຄັ້ງ.


__________________
Anonymous

Date:

ຖ້າກ້ອງວົງຈອນປິດຂອງຈິງກໍອາດຈັບຄົນຮ້າຍໄດ້.



__________________
ເດັກເອີຍເດັກ

Date:

Anonymous wrote:

ຖ້າກ້ອງວົງຈອນປິດຂອງຈິງກໍອາດຈັບຄົນຮ້າຍໄດ້.


 ໂຢ໋...!? ສັ່ງແວ່ນຣົຖເຂົ້າມາຂາຍ ຈ່າຍຄ່າພາສີ-ບໍ່ມີຄົນຊື້..!confuseconfuseconfuse

           ຄືກັບມີຫົວຄົນຂາຍ ຄົງຕາຍກ້ຽງພີ່ນ້ອງ-ເຮີຍ..?biggrinbiggrinbiggrin

           ເປີດຮ້ານຈອດຕີນຣົຖ ໝົດຕະປູຫວ່ານ-ມື້ລະຄຸ໋..!?nonono

           ສາາາາາ-ທຸ໋..! ຂໍໃຫ້ລວຍໄວ-ໆ ໃຜເປີດຮ້ານຂາຍເຄື່ອງອາໄລ່..?biggrinbiggrinbiggrin



__________________
Anonymous

Date:

Anonymous wrote:

ຖ້າກ້ອງວົງຈອນປິດຂອງຈິງກໍອາດຈັບຄົນຮ້າຍໄດ້.


 ການຈັບຄົນຮ້າຍຢູ່ລາວບໍ່ຄືປະເທດອື່ນໆໄດ໊ ອາວເອີຍ ຕໍ່ໃຫ້ມີກ້ອງວົງຈອນປິດເຖີດ ຖ້າບໍ່ມີເງິນ

ໃສ່ຊອງໃຫ້ຕຳຫລວດ ຈ້າງແດ່ພວກເພິ່ນຈະໄປຈັບຄົນຮ້າຍມາດຳເນີນຄະດີ. ດີບໍ່ດີຕຳຫລວດໄປ

ຂູ່ເອົາເງິນນຳຄົນຮ້າຍຊ້ຳເພື່ອປິດຫູບັງຕາຕຳຫລວດ ເວົ້າແລ້ວ ມີຄົນຮ້າຍຫລາຍເທົ່າໃດ ແຮງເປັນ

ການດີຕໍ່ຕຳຫລວດ ເພາະຈະມີລາຍໄດ້ພິເສດ ດັ່ງນັ້ນແລ້່ວ ຄົນຮ້າຍຈຶ່ງລອຍນວນຢູ່ ເພາະຄຳຫລວດ

ອາໄສກິນນຳໂຈນອັນຢູ່ເມືອງລາວເຮົານີ້ໜາ.



__________________
Anonymous

Date:

ເປັນຫຍັງ ຄືພາກັນເອົາເງີນ ຫລື ວັດຖຸຸຸມີຄ່າໄວ້ໃນລົດ

ຄັນເກີດເສຽຫາຍມາ ກະເວົ້າ ຮ້ອຍລ້ານ, ພັນລ້ານ

ຄວາມຈິງມັນກະແມ່ນ ຢູ່ບໍ່ ?



__________________
Anonymous

Date:

Anonymous wrote:

ເປັນຫຍັງ ຄືພາກັນເອົາເງີນ ຫລື ວັດຖຸຸຸມີຄ່າໄວ້ໃນລົດ

ຄັນເກີດເສຽຫາຍມາ ກະເວົ້າ ຮ້ອຍລ້ານ, ພັນລ້ານ

ຄວາມຈິງມັນກະແມ່ນ ຢູ່ບໍ່ ?


ໃຜໆກໍຮູ້ ວ່າຣົຖ ຫລື ເຮືອນ ເມື່ອຖືກຄົນຮ້າຍງັດແງະເຂົ້າໄປເອົາສິ່ງຂອງ

ແລ້ວຜົນຕາມມາກໍແມ່ນໄປ Claim ປະກັນພັຍ. ຢູ່ອາເມຣິກາຈຳພວກ

ເຮືອນເສຖີບໍ່ມີຖືກງັດແງະ ມັນສຳເພາະມາງັດມາແງະແຕ່ເຮືອນຄົນລາວ

ເປັນປະຈຳ, ມື້ນນີ້ລະແມ່ນເຮືອນຕູ້ສາ ມື້ໜ້າລະແມ່ນເຮືອນຕູ້ສີ ເກີດມີ

ເຫດການແບບນີ້ທຸກໆຣັຖໂດຍສະເພາະແມ່ນລ້ວນແລ້ວແຕ່ເປັນເຮືອນ

ຄົນລາວ. ບາດໄປ claim ປະກັນພັຍແມ່ນແຈ້ງການໄປວ່າ ຖຶກຄົນຮ້າຍ

ຫຸບເອົາຕູ້ເຊັບໄປ ເສັຍຄຳເປັນກິໂລແລະເງິນສົດຈຳນວນໜຶ່ງ, ບໍ່ຈັກວ່າ

ພວກຂະເຈົ້າໄປເອົາ Receipts ຊື້ຄຳມາແຕ່ໃສ ມາໄລ່ເບິ່ງກໍແມ່ນຈຸບປັບ

ກັບຈຳນວນນ້ຳໜັກຂອງຄຳທີ່ແຈ້ງໄປວ່າຖືກຄົນຮ້າຍຫອບເອົາໄປນັ້ນ.

ສ່ວນເງິນສົດຈະເສັຍໄປເປັນລ້ານປະກັນພັຍກໍຈ່າຍສູງສຸດພຽງ 2 ພັນ

ໂດລລາເທົ່ານັ້ນ, ສ່ວນຄຳແລະເຄື່ອງເອ້ຕ່າງໆແມ່ນປະກັນພັຍຈ່າຍໃຫ້

ເຕັມ100%ໂລດ. ແຕ່ຄົນລາວຈຳພວກວ່າມານັ້ນແມ່ນມີເງິນຝາກທະນາ

ຄານຜູ້ໃດຢ່າງຕ່ຳແມ່ນນ້ອງແສນຂຶນໄປເພື່ອເປັນຫລັກຖານອ້າງອິງວ່າ

ເປັນຄົນມີເງິນມີຄຳແລະເຄື່ອງເພັດຂອງພອຍອິຫລີ ເພື່ອໃຫ້ເຈົ້າໜ້າທີ່ຕຳ

ຣວດແລະບໍຣິສັດປະກັນພັຍເຊື່ອ. ຈົນເປັນເຫດໃຫ້ກົມຕຳຣວດແລະບໍຣິສັດ

ປະກັນພັຍມາຕັ້ງຄຳຖາມວ່າເປັນຫຍັງຄົນຮ້າຍຈຶ່ງມັກງັດແງະເຂົ້າແຕ່ເຮືອນ

ຄົນລາວ? ຄົນລາວກໍຕອບແບບສລາດທີ່ສຸດກໍຄືວ່າ ຄົນຮ້າຍຮູ້ວ່າຄົນລາວບໍ່

ມັກເອົາເງິນແລະຄຳໄປຝາກໄວ້ທີ່ທະນາຄານ ຄົນລາວມັກໃສ່ຕູ້ເຊັບໄວ້ໃນເຮືອນ.

ຄົນລາວຢູ່ອາເມຣິກາຮັ່ງຍ້ອນໂຈນຂຶ້ນບ້ານຂຶ້ນເຮືອນນີ້ລະພີ່ນ້ອງເອີຍ ເພາະ

ໂຈນຂຶ້ນເຮືອນຄັ້ງໃດແມ່ນໄດ້ເງິນເປັນ ແສນສອງແສນໂດລລາ ພຸ້ນລະ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard