ຖ້າກ້ອງວົງຈອນປິດຂອງຈິງກໍອາດຈັບຄົນຮ້າຍໄດ້.
Anonymous wrote:ຖ້າກ້ອງວົງຈອນປິດຂອງຈິງກໍອາດຈັບຄົນຮ້າຍໄດ້.
ໂຢ໋...!? ສັ່ງແວ່ນຣົຖເຂົ້າມາຂາຍ ຈ່າຍຄ່າພາສີ-ບໍ່ມີຄົນຊື້..!
ຄືກັບມີຫົວຄົນຂາຍ ຄົງຕາຍກ້ຽງພີ່ນ້ອງ-ເຮີຍ..?
ເປີດຮ້ານຈອດຕີນຣົຖ ໝົດຕະປູຫວ່ານ-ມື້ລະຄຸ໋..!?
ສາາາາາ-ທຸ໋..! ຂໍໃຫ້ລວຍໄວ-ໆ ໃຜເປີດຮ້ານຂາຍເຄື່ອງອາໄລ່..?
ການຈັບຄົນຮ້າຍຢູ່ລາວບໍ່ຄືປະເທດອື່ນໆໄດ໊ ອາວເອີຍ ຕໍ່ໃຫ້ມີກ້ອງວົງຈອນປິດເຖີດ ຖ້າບໍ່ມີເງິນ
ໃສ່ຊອງໃຫ້ຕຳຫລວດ ຈ້າງແດ່ພວກເພິ່ນຈະໄປຈັບຄົນຮ້າຍມາດຳເນີນຄະດີ. ດີບໍ່ດີຕຳຫລວດໄປ
ຂູ່ເອົາເງິນນຳຄົນຮ້າຍຊ້ຳເພື່ອປິດຫູບັງຕາຕຳຫລວດ ເວົ້າແລ້ວ ມີຄົນຮ້າຍຫລາຍເທົ່າໃດ ແຮງເປັນ
ການດີຕໍ່ຕຳຫລວດ ເພາະຈະມີລາຍໄດ້ພິເສດ ດັ່ງນັ້ນແລ້່ວ ຄົນຮ້າຍຈຶ່ງລອຍນວນຢູ່ ເພາະຄຳຫລວດ
ອາໄສກິນນຳໂຈນອັນຢູ່ເມືອງລາວເຮົານີ້ໜາ.
ເປັນຫຍັງ ຄືພາກັນເອົາເງີນ ຫລື ວັດຖຸຸຸມີຄ່າໄວ້ໃນລົດ
ຄັນເກີດເສຽຫາຍມາ ກະເວົ້າ ຮ້ອຍລ້ານ, ພັນລ້ານ
ຄວາມຈິງມັນກະແມ່ນ ຢູ່ບໍ່ ?
Anonymous wrote:ເປັນຫຍັງ ຄືພາກັນເອົາເງີນ ຫລື ວັດຖຸຸຸມີຄ່າໄວ້ໃນລົດຄັນເກີດເສຽຫາຍມາ ກະເວົ້າ ຮ້ອຍລ້ານ, ພັນລ້ານຄວາມຈິງມັນກະແມ່ນ ຢູ່ບໍ່ ?
ໃຜໆກໍຮູ້ ວ່າຣົຖ ຫລື ເຮືອນ ເມື່ອຖືກຄົນຮ້າຍງັດແງະເຂົ້າໄປເອົາສິ່ງຂອງ
ແລ້ວຜົນຕາມມາກໍແມ່ນໄປ Claim ປະກັນພັຍ. ຢູ່ອາເມຣິກາຈຳພວກ
ເຮືອນເສຖີບໍ່ມີຖືກງັດແງະ ມັນສຳເພາະມາງັດມາແງະແຕ່ເຮືອນຄົນລາວ
ເປັນປະຈຳ, ມື້ນນີ້ລະແມ່ນເຮືອນຕູ້ສາ ມື້ໜ້າລະແມ່ນເຮືອນຕູ້ສີ ເກີດມີ
ເຫດການແບບນີ້ທຸກໆຣັຖໂດຍສະເພາະແມ່ນລ້ວນແລ້ວແຕ່ເປັນເຮືອນ
ຄົນລາວ. ບາດໄປ claim ປະກັນພັຍແມ່ນແຈ້ງການໄປວ່າ ຖຶກຄົນຮ້າຍ
ຫຸບເອົາຕູ້ເຊັບໄປ ເສັຍຄຳເປັນກິໂລແລະເງິນສົດຈຳນວນໜຶ່ງ, ບໍ່ຈັກວ່າ
ພວກຂະເຈົ້າໄປເອົາ Receipts ຊື້ຄຳມາແຕ່ໃສ ມາໄລ່ເບິ່ງກໍແມ່ນຈຸບປັບ
ກັບຈຳນວນນ້ຳໜັກຂອງຄຳທີ່ແຈ້ງໄປວ່າຖືກຄົນຮ້າຍຫອບເອົາໄປນັ້ນ.
ສ່ວນເງິນສົດຈະເສັຍໄປເປັນລ້ານປະກັນພັຍກໍຈ່າຍສູງສຸດພຽງ 2 ພັນ
ໂດລລາເທົ່ານັ້ນ, ສ່ວນຄຳແລະເຄື່ອງເອ້ຕ່າງໆແມ່ນປະກັນພັຍຈ່າຍໃຫ້
ເຕັມ100%ໂລດ. ແຕ່ຄົນລາວຈຳພວກວ່າມານັ້ນແມ່ນມີເງິນຝາກທະນາ
ຄານຜູ້ໃດຢ່າງຕ່ຳແມ່ນນ້ອງແສນຂຶນໄປເພື່ອເປັນຫລັກຖານອ້າງອິງວ່າ
ເປັນຄົນມີເງິນມີຄຳແລະເຄື່ອງເພັດຂອງພອຍອິຫລີ ເພື່ອໃຫ້ເຈົ້າໜ້າທີ່ຕຳ
ຣວດແລະບໍຣິສັດປະກັນພັຍເຊື່ອ. ຈົນເປັນເຫດໃຫ້ກົມຕຳຣວດແລະບໍຣິສັດ
ປະກັນພັຍມາຕັ້ງຄຳຖາມວ່າເປັນຫຍັງຄົນຮ້າຍຈຶ່ງມັກງັດແງະເຂົ້າແຕ່ເຮືອນ
ຄົນລາວ? ຄົນລາວກໍຕອບແບບສລາດທີ່ສຸດກໍຄືວ່າ ຄົນຮ້າຍຮູ້ວ່າຄົນລາວບໍ່
ມັກເອົາເງິນແລະຄຳໄປຝາກໄວ້ທີ່ທະນາຄານ ຄົນລາວມັກໃສ່ຕູ້ເຊັບໄວ້ໃນເຮືອນ.
ຄົນລາວຢູ່ອາເມຣິກາຮັ່ງຍ້ອນໂຈນຂຶ້ນບ້ານຂຶ້ນເຮືອນນີ້ລະພີ່ນ້ອງເອີຍ ເພາະ
ໂຈນຂຶ້ນເຮືອນຄັ້ງໃດແມ່ນໄດ້ເງິນເປັນ ແສນສອງແສນໂດລລາ ພຸ້ນລະ.