ຢາກຂໍຖາມບັນດາທ່ານທັງຫລາຍທີ່ຮູ້ວິທີເຮັດໜໍ່ໄມ້ດອງຫລືໜໍ່ໃສ່ປິດ
ຢູ່ບ້ານເຮົາລະດູນີແມ່ນມີໜໍ່ໄມ້ຕາມປ່າທຳມະຊາດຢ່າງຫລວງຫລາຍ
ຈົນກິນນຳກະບໍ່ທັນ ແຕ່ວ່າບາດຕົກລະດູແລ້ງມາພັດຂາດແຄນໜໍ່ໄມ້ກິນ
ໃນບາງທ້ອງຖິ່ນ. ສະນັ້ນຈິ່ງຢາກຖະໜອມອາຫານຊະນິດນີ້ໄວ້ກິນດົນໆແດ່
ຈິງຢາກຖາມພີ່ນ້ອງເຮົາວ່າ ເຮັດໜໍ່ໄມ້ປິດເຮັດແນວໃດ, ສ່ວນໜໍ່ສົ້ມນັ້ນ
ພໍເຮັດໄດ້ຢູ່ແຕ່ຖ້າທ່ານໃດມີວີທີເຮັດແລ້ວມັນບໍ່ມີສີຄ້ຳນັ້ນຊ່ວຍແບ່ງປັນນຳແດ່
ຂໍຂອບໃຈລ່ວງໜ້າເດີພີ່ນ້ອງລາວ ແລະ ພີ່ນ້ອງໄທເອີຍ
ປອກໜໍ່ດີໆ ລ້າງໃຫ້ສະອາດ ຕົ້ມນ້ຳໃຫ້ພົດ ແລ້ວເອົາໜໍ່ລົງປະໄວ້ປະມານ3ນາທີແລ້ວໜໍ່ໜໍ່ອອກໃສ່ປິດ ອັດໃຫ້ແໜ້ນ ບໍ່ໃຫ້ອາກາດເຂົ້າ ເກັບໄວ້ໄດ້ຮອດ3ປີ!
ຈົບ!
ຂອບເຈີເນີອາວເນີຊິໄປລອງເຮັດຕາມບອກນັ້ນຍາມແລ້ງປີໜ້າເຈົ້າໄປຢາມຂ້ອຍຊິເຮັດແກງສູ່ກີນເນີ
Anonymous wrote:ຂອບເຈີເນີອາວເນີຊິໄປລອງເຮັດຕາມບອກນັ້ນຍາມແລ້ງປີໜ້າເຈົ້າໄປຢາມຂ້ອຍຊິເຮັດແກງສູ່ກີນເນີ
ບໍ່ເປັນເລີ!!!
ຂໍແນະນຳຕື່ມໜ້ອຍນຶ່ງ ການຕົ້ມປະມານ3ນາທີແມ່ນຕາຍຕົວ ໝາຍຄວາມວ່າພໍໃຫ້ສຸກມາດໆຫັ້ນນ່າ!
Anonymous wrote:Anonymous wrote:ຂອບເຈີເນີອາວເນີຊິໄປລອງເຮັດຕາມບອກນັ້ນຍາມແລ້ງປີໜ້າເຈົ້າໄປຢາມຂ້ອຍຊິເຮັດແກງສູ່ກີນເນີ ບໍ່ເປັນເລີ!!!ຂໍແນະນຳຕື່ມໜ້ອຍນຶ່ງ ການຕົ້ມປະມານ3ນາທີແມ່ນຕາຍຕົວ ໝາຍຄວາມວ່າພໍໃຫ້ສຸກມາດໆຫັ້ນນ່າ!
ໝາຍເຫດ: ຖ້າອາກາດເຂົ້າຈະເຮັດໃຫ້ໜໍ່ໄມ້ສົ້ມຫຼືບູດ!
ຂໍອວຍພອນໃຫ້ເປັນເສດຖີ ສົ່ງອອກໜໍ່ໄມ້!
ເພື່ອມີລາຍໄດ້ຍືນຍົງ ແລະ ຮັກສາສະພາບແວດລ້ອມຕາມນະໂຍບາຍສີ່າມສ້າງຂອງພັກລັດ
ຄິດວ່າໃຫ້ເຈົ້າໄປສັມປະທານເຈີ້ຍພູຈັກແຫ່ງ ແລ້ວລົງມືປູກໄມ້ໄຜ່ນາໆພັນຈະເປັນການດີ.
ເພາະປ່າໄມ້ທັມມະຊາດອີກບໍ່ດົນກໍ່ຈະບໍ່ມີໃຫ້ເຈົ້າກະຕວງເອົາຜົລປະໂຫຍດໄດ້ອີກແລ້ວ.
ຖ້າຂາດແຮງງານບອກມາຊິໄປຊ່ວຍຖ້າມີລູກສາວ.