ຂົວຂ້າມນ້ຳຕອນມີຄວາມຍາວທັງຫມົດ 98 ແມັດ ກວ້າງ 4 ແມັດ ແລະ ມີອາຍຸການໃຊ້ງານມາປະມານ 30 ປີ ເປັນຂົວເຫລັກ ແຕ່ຄວາມອາດສາມາດຮອງຮັບນ້ຳຫນັກໄດ້ຫລາຍສຸດພຽງ 20 ໂຕນ
ຂົວດັ່ງກ່າວໄດ້ຫັກພາຍຫລັງທີ່ລົດບັນທຸກຫີນດ້ວຍນ້ຳຫນັກປະມານ 30 ໂຕນຂັບໂດຍ ທ້າວ ອຸໄທ ປະຊາຊົນບ້ານທົ່ງປົ່ງເມືອງສີໂຄດຕະບອງ ກຳລັງແລ່ນເຂົ້າເພື່ອມຸ່ງຫນ້າມາສູ່ນະຄອນຫລວງວຽງຈັນໃນເວລາປະມານ 10:20 ໂມງ ຂອງວັນທີ 31 ກໍລະກົດ 2013 ຜ່ານມາ ແຕ່ອຸບັດເຫດຄັ້ງນີ້ແມ່ນບໍ່ມີບຸກຄົນໃດບາດເຈັບ ຫລື ເສຍຊີວິດ.
ໄຄແດ່ທີ່ບໍ່ມີໄຜເສຍຊີວິດ
Anonymous wrote:ຂົວຂ້າມນ້ຳຕອນມີຄວາມຍາວທັງຫມົດ 98 ແມັດ ກວ້າງ 4 ແມັດ ແລະ ມີອາຍຸການໃຊ້ງານມາປະມານ 30 ປີ ເປັນຂົວເຫລັກ ແຕ່ຄວາມອາດສາມາດຮອງຮັບນ້ຳຫນັກໄດ້ຫລາຍສຸດພຽງ 20 ໂຕນ ຂົວດັ່ງກ່າວໄດ້ຫັກພາຍຫລັງທີ່ລົດບັນທຸກຫີນດ້ວຍນ້ຳຫນັກປະມານ 30 ໂຕນຂັບໂດຍ ທ້າວ ອຸໄທ ປະຊາຊົນບ້ານທົ່ງປົ່ງເມືອງສີໂຄດຕະບອງ ກຳລັງແລ່ນເຂົ້າເພື່ອມຸ່ງຫນ້າມາສູ່ນະຄອນຫລວງວຽງຈັນໃນເວລາປະມານ 10:20 ໂມງ ຂອງວັນທີ 31 ກໍລະກົດ 2013 ຜ່ານມາ ແຕ່ອຸບັດເຫດຄັ້ງນີ້ແມ່ນບໍ່ມີບຸກຄົນໃດບາດເຈັບ ຫລື ເສຍຊີວິດ.
ໃສ່ເກີນນໍ້າໜັກອະນຸຍາດເຮັດໃຫ້ຊັພສິນຂອງປະຊາຊົນເສັຍຫາຍຄວນຈັບມາຕອນຫຳ.
Kou vah leo nah!!!!!
ໃນກໍຣະນີນີ້ແມ່ນບໍຣິສັດຣົຖຂົນສົ່ງເປັນຜູ່ຮັບຜິດຊອບສ້ອມແປງຫລືບໍຣິສັດປະກັນໄພ?
Anonymous wrote:ໃນກໍຣະນີນີ້ແມ່ນບໍຣິສັດຣົຖຂົນສົ່ງເປັນຜູ່ຮັບຜິດຊອບສ້ອມແປງຫລືບໍຣິສັດປະກັນໄພ?
100% ກໍ່ຕ້ອງແມ່ນບໍລິສັດຂົນສົ່ງຫັ້ນລະເປັນຜູ້ຮັບຜິບຊອບ ຮູ້ທັ້ງຮູ້ວ່າຂົວ
ຮັບນ້ຳໜັກສູງສຸດໄດ້ພຽງ 20 ໂຕ່ນ ແຕ່ເພີ່ນພັດບັນທຸກຮອດ 30 ໂຕ່ນ
ນີ້ແມ່ນ ມູນເກົ່າ ອາເມຣິ່ກາ ປະໄວ້ໃຫ້ ຂອບໃຈເດີ້ ກາ
ຂົວຢູ່ເມືອງສັງທອງ ແມ່ນບໍ
Anonymous wrote:Anonymous wrote:ໃນກໍຣະນີນີ້ແມ່ນບໍຣິສັດຣົຖຂົນສົ່ງເປັນຜູ່ຮັບຜິດຊອບສ້ອມແປງຫລືບໍຣິສັດປະກັນໄພ? 100% ກໍ່ຕ້ອງແມ່ນບໍລິສັດຂົນສົ່ງຫັ້ນລະເປັນຜູ້ຮັບຜິບຊອບ ຮູ້ທັ້ງຮູ້ວ່າຂົວຮັບນ້ຳໜັກສູງສຸດໄດ້ພຽງ 20 ໂຕ່ນ ແຕ່ເພີ່ນພັດບັນທຸກຮອດ 30 ໂຕ່ນ
ເທື່ອໜ້າເອົາ ໂບ່ອິ້ງ747 ລົງຂົວຫາດດອນຈັນເດີ້..!
ນີ້ແຫລະໃບຂັບຂີ່ '' ຕ້ອງໃຊ້ໃບເບີ່ງຂີ່ນຳ ຈື່ງຈະບໍ່ພາດພັ້ງ ''
Anonymous wrote:ນີ້ແມ່ນ ມູນເກົ່າ ອາເມຣິ່ກາ ປະໄວ້ໃຫ້ ຂອບໃຈເດີ້ ກາ
ກໍຍັງໄຄກ່ອນບໍ່ມີໃຊ້ຕິເບາະ ຈະເຂົ້າເຖິງເຄິ່ງສັຕວັດແລ້ວ ຄືບໍ່ສ້າງຂົວໃໝ່ແລະມາຕຖານດີກ່ອນຂອງຈັກະພັດ
ລະ? ຈັ່ງແມ່ນຂີ້ທຸກມາສຳຫາວລືມບຸນຄຸນຂອງຂົວບັກກາເນາະ.
Anonymous wrote:Anonymous wrote:ນີ້ແມ່ນ ມູນເກົ່າ ອາເມຣິ່ກາ ປະໄວ້ໃຫ້ ຂອບໃຈເດີ້ ກາ ກໍຍັງໄຄກ່ອນບໍ່ມີໃຊ້ຕິເບາະ ຈະເຂົ້າເຖິງເຄິ່ງສັຕວັດແລ້ວ ຄືບໍ່ສ້າງຂົວໃໝ່ແລະມາຕຖານດີກ່ອນຂອງຈັກະພັດລະ? ຈັ່ງແມ່ນຂີ້ທຸກມາສຳຫາວລືມບຸນຄຸນຂອງຂົວບັກກາເນາະ.
ຄັນບໍ່ຮູ້ກໍ່ຢ່າເວົ້າສາ, ຂົວເຫຼັກທີ່ຫັກນັນກໍ່ສ້າງໃນສະໄໝລະບອບໃໝ່ສັງຄົມນິຍົມນີ້ລະ
ຍ້ອນພັກ-ລັດເພີ່ນເຫັນໄດ້ຄວາມສຳຄັນຂອງການສ້າງສາພັດທະນາປະເທດຊາດ, ໃຫ້ການ
ຄົມມະນາຄົມທະລຸໂລ່ງ, ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ ປຊຊ ຢູ່ຊົນນະບົດໄດ້ຮັບການ
ປັບປຸງໃຫ້ດີຂື້ນກວ່າສະໄໝລະບອບເກົ່າ ເພີ່ນຈື່ງສ້າງຂົວເຫຼັກແຫ່ງນີ້ ໃນຊຸມປີ 80 ນີ້ລະ.
ປະຈຸບັນເພີ່ນກໍ່ກຳລັງສ້າງຂົວໃໝ່ ທີ່ເປັນຂົວຄອນກຣີດອັດແຮງຢູ່ ຍັງບໍ່ທັນແລ້ວ.
ດຽວນີ້ເຂົາແປງແລ້ວ
Anonymous wrote:Anonymous wrote:Anonymous wrote:ນີ້ແມ່ນ ມູນເກົ່າ ອາເມຣິ່ກາ ປະໄວ້ໃຫ້ ຂອບໃຈເດີ້ ກາ ກໍຍັງໄຄກ່ອນບໍ່ມີໃຊ້ຕິເບາະ ຈະເຂົ້າເຖິງເຄິ່ງສັຕວັດແລ້ວ ຄືບໍ່ສ້າງຂົວໃໝ່ແລະມາຕຖານດີກ່ອນຂອງຈັກະພັດລະ? ຈັ່ງແມ່ນຂີ້ທຸກມາສຳຫາວລືມບຸນຄຸນຂອງຂົວບັກກາເນາະ. ຄັນບໍ່ຮູ້ກໍ່ຢ່າເວົ້າສາ, ຂົວເຫຼັກທີ່ຫັກນັນກໍ່ສ້າງໃນສະໄໝລະບອບໃໝ່ສັງຄົມນິຍົມນີ້ລະຍ້ອນພັກ-ລັດເພີ່ນເຫັນໄດ້ຄວາມສຳຄັນຂອງການສ້າງສາພັດທະນາປະເທດຊາດ, ໃຫ້ການຄົມມະນາຄົມທະລຸໂລ່ງ, ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ ປຊຊ ຢູ່ຊົນນະບົດໄດ້ຮັບການປັບປຸງໃຫ້ດີຂື້ນກວ່າສະໄໝລະບອບເກົ່າ ເພີ່ນຈື່ງສ້າງຂົວເຫຼັກແຫ່ງນີ້ ໃນຊຸມປີ 80 ນີ້ລະ.ປະຈຸບັນເພີ່ນກໍ່ກຳລັງສ້າງຂົວໃໝ່ ທີ່ເປັນຂົວຄອນກຣີດອັດແຮງຢູ່ ຍັງບໍ່ທັນແລ້ວ.
ເອົາອິຫຍັງມາເວົ້າພໍ່ອາວ! ຂົວເຫຼັກຂ້າມນ້ຳຕອນນີ້ສ້າງແຕ່ປີ 1972 ພຸ້ນ ແລະກໍເປັນມີອາຍຸໄດ້ 41 ປີແລ້ວ,
ມີຄຸນນະພາບແລະມາດຕະຖານດີ ແຕ່ວ່າຫລັງຈາກມີການຂົນແຮ່ຂົນຊາຍຜ່ານຂົວເສັ້ນນີ້ບໍ່ມີໃຜຫລືບໍ່ລິສັດ
ແຮ່-ຊາຍບໍລິສັດໃດເຄົາລົບກົດລະບຽບທາງດ້ານນ້ຳໜັກທີ່ທາງການວາງອອກ ເພາະມີເຈົ້ານາຍບາງຄົນຖືກຊື້
ດ້ວຍເງິນຈາກພວກບໍລິສັດແຮ່-ຊາຍກໍເລີຍເປັນເຫດໃຫ້ລົດບັນທຸກແລ່ນຜ່ານຂົວດ້ວຍນ້ຳໜັກເກີນທີ່ຂົວຈະ
ຮັບທານໄດ້, ຫລາຍເທື່ອຕໍ່ຫລາຍທີທີ່ເກີນນ້ຳໜັກຂົວກໍເລີຍຫັກ. ຖ້າທຸກພາກສ່ວນນັບຖືກົດລະບຽບຂົວເສັ້ນ
ນີ້ຍັງໃຊ້ໄດ້ໄປນານເປັນ 20-30ປີທາງໜ້າພຸ້ນ ແຕ່ສັນດານຄົນລາວເຮົາແມ່ນຢູ່ເໜືອກົດລະບຽບນຳກັນທັງ
ນັ້ນນັບຕັ້ງແຕ່ຂົັ້ນບ້ານຮອດຂັ້ນປະເທດແມ່ນ ເຊມຊຽດ ກັນໝົດເລີຍ.