ທ່ານເຫັນດີ ບໍ່ ຖ້າ ແຕ່ລະບ້ານ ຕາມຊົນນະບົດ ມີ ບອ່ນຮັບແຂກ ແບບ Homestay
ເພື່ອດຶງດູດນັກທອ່ງທ່ຽວ ແລະຊາວບ້ານກໍຈະມີລາຍຮັບໂດຍກົງຈາກການທອ່ງທ່ຽວ ນຳອີກ
Anonymous wrote:ທ່ານເຫັນດີ ບໍ່ ຖ້າ ແຕ່ລະບ້ານ ຕາມຊົນນະບົດ ມີ ບອ່ນຮັບແຂກ ແບບ Homestayເພື່ອດຶງດູດນັກທອ່ງທ່ຽວ ແລະຊາວບ້ານກໍຈະມີລາຍຮັບໂດຍກົງຈາກການທອ່ງທ່ຽວ ນຳອີກ
WE LOVE LAO HOMESTAY STYE... JUST SIMPLY BEAUTIFUL!!!
ແນ່ນອນ ເຫັນດີຢ່າງທີ່ສຸດ
ດີ ສຳລັບເຈົ້າຂອງເຮືອນ ທີ່ຈະມີລາຍໄດ້ຕື່ມ ໄດ້ໄກ້ຊິດແລະຮຽນຮູ້ຈາກຄົນຕ່າງຖິ່ນ
ເຮັດໃຫ້ຫູຕາກ້ວາງໄກຂື້ນ ແນວໃດເຂົາບໍ່ຮູ້ບໍ່ເຄີຍ ເຂົາກໍ່ຈະພັດທະນາໂຕເອງຂື້ນ
ດີ ສຳລັບນັກທ່ອງທ່ຽວທີ່ມີທຶນຮອນໜ້ອຍ ຈະໄດ້ມີທີ່ພັກອາໄສ
ແລະສຳຜັດຊີວິດການເປັນຢູ່ຂອງຊາວບ້ານຢ່າງແທ້ຈິງ
ເຊິ່ງແມ່ນຄວາມຕ້ອງການຂອງນັກທ່ອງທ່ຽວອີກຫຼວງຫຼາຍທົ່ວໂລກ
ດີ ສຳລັບປະເທດຊາດ ເງິນຈະເຂົ້າປະເທດອີກຈຳນວນມະຫາສານ
ເຖິງນັກທ່ອງທ່ຽວກຸ່ມນີ້ຈະມີເງິນມາໃຊ້ຈ່າຍບໍ່ຫຼາຍ ແຕ່ຈຳນວນນັກທ່ອງທ່ຽວທີ່ມີຫຼາຍ
ອາດຈະຫຼາຍກວ່ານັກທ່ອງທ່ຽວມີເງິນເສັຽອີກ ກໍ່ຈະເຮັດໃຫ້ມີລາຍໄດ້ມະຫາສານຄືກັນ
ນອກຈາກນັ້ນ ໃນທາງອ້ອມຍັງເຮັດໃຫ້ຄຸນນະພາບຂອງປະຊາຊົນດີຂື້ນ
ປະຊາຊົນທີ່ຂາດຄວາມຮູ້ ເຂົາກໍ່ຈະຂວານຂວາຍ ກະຕືລືລົ້ນຫາຄວາມຄວາມຮູ້ມາໃສ່ໂຕເອງແບບອໍໂຕໂນມັດ
ບ້ານເມືອງຈະສະອາດງາມຕາ ຍ້ອນເຈົ້າຂອງເຮືອນຈະຊ່ອຍດູແລຄົນລະໄມ້ຄົນລະມື
ທັງນີ້ແລະທັງນັ້ນ ຣັຖຕ້ອງເອົາໃຈໃສສົ່ງເສີມຊຸກຍູ້ ໃຫ້ຄວາມຮ່ວມມືແລະແນະນຳແກ່ຊາວບ້ານ
ຣັຖຕ້ອງເປັນອີກແຮງທີ່ຊ່ອຍຫາລູກຄ້າໃຫ້ຊາວບ້ານ ຊ່ອຍໂຄສະນາຕາມສື່ຕ່າງ ໆ ໃຫ້ຊາວຕ່າງຊາດໄດ້ຮູ້
ສຸດທ້າຍ ຣັຖບານຕ້ອງເບິ່ງແຍງ
ຄວບຄຸມຄຸນນະພາບຂອງໂຮມສະເຕໃຫ້ໄດ້ມາດຕະຖານຕາມທີ່ຄວນເປັນ ທັງລາຄາແລະຄວາມພ້ອມ
ຍັງມີຫຍັງອີກບໍ່ ຄຶດກ່ອນເດີ