ແບບວ່າສົມມຸດວ່າສະຖານທູດຕ່າງປະເທດຢູ່ໃນປະເທດລາວ
ກະເຈົ້າຕ້ອງເອົາໜັງສືຂອງເຂົາເຈົ້າຂື້ນເທິ່ງຫົວແລ້ວເອົາໜັງສືລາວລົງລຸ່ມ
ທີ່ເຮັດແບບນີ້ຖືກບໍ່
ແລ້ວໂດຍທົ່ວໄປຫຼັກການສາກົນເຂົາເຮັດແນວໃດ
ຕອບໃຫ້ຫາຍຂ້ອງໃຈແດ່ຄາໃຈມາດົນແລ້ວ
ໄດ້ຄຳຕອບຄັກໆແລ້ວຂ້ານ້ອຍຈະລົບໂພດເລີຍ
ຍ້ານມັນລົບກວນຄົນອື່ນ
ຂົງເຂດສະຖານທູດປຽບດັ່ງປະເທດຂອງເຂົາ
ເຂົາຢາກເຮັດຫຍັງກໍ່ໄດ້ຕາມກົດໝາຍຂອງປະເທດເຂົາ
ຄົນທີ່ຢາກລີ້ພັຍ ເຂົ້າໄປໃນສະຖານທູດແລ້ວ
ເຈົ້າໜ້າທີ່ນອກສະຖານທູດບໍ່ມີສິດບຸກເຂົ້າໄປຈັບອອກມາໄດ້
ນອກຈາກທ່ານທູດບໍ່ຍອມຮັບຜູ້ລີ້ພັຍນັ້ນ
ເພິ່ນອະນຸຍາດກ່ອນຈຶ່ງເຂ້າໄປຈັບອອກມາ
ອັນນີ້ແມ່ນຂໍ້ຕົກລົງລະຫວ່າງປະເທດ ຫຼືກົດໝາຍການທູດສາກົນ
ດັ່ງນັ້ນ ໃນບໍຣິເວນສະຖານທູດ
ເພິ່ນຢາກໃຫ້ມີພາສາລາວ ຫຼືບໍ່ມີຈັກໂຕກໍ່ໄດ້
ສະຖານທູດລາວຢູ່ຕ່າງປະເທດກໍ່ຄືກັນ
ປ້າຍຕ່າງໆ ຢາກຂຽນແຕ່ພາສາລາວທັງເໝິດກະບໍ່ຜິດໃຜ(ຖ້າໝັ້ນໃຈວ່າຄົນຕ່າງຊາດອ່ານອອກ)
ສະຖານທູດລາວໃນໄທຍ
ປ້າຍສະຖານທູດປະເທດກັມປູເຈັຽໃນໄທຍ ບໍ່ມີພາສາໄທຍ
Anonymous wrote:ຂົງເຂດສະຖານທູດປຽບດັ່ງປະເທດຂອງເຂົາເຂົາຢາກເຮັດຫຍັງກໍ່ໄດ້ຕາມກົດໝາຍຂອງປະເທດເຂົາຄົນທີ່ຢາກລີ້ພັຍ ເຂົ້າໄປໃນສະຖານທູດແລ້ວເຈົ້າໜ້າທີ່ນອກສະຖານທູດບໍ່ມີສິດບຸກເຂົ້າໄປຈັບອອກມາໄດ້ນອກຈາກທ່ານທູດບໍ່ຍອມຮັບຜູ້ລີ້ພັຍນັ້ນ ເພິ່ນອະນຸຍາດກ່ອນຈຶ່ງເຂ້າໄປຈັບອອກມາອັນນີ້ແມ່ນຂໍ້ຕົກລົງລະຫວ່າງປະເທດ ຫຼືກົດໝາຍການທູດສາກົນ ດັ່ງນັ້ນ ໃນບໍຣິເວນສະຖານທູດ ເພິ່ນຢາກໃຫ້ມີພາສາລາວ ຫຼືບໍ່ມີຈັກໂຕກໍ່ໄດ້ສະຖານທູດລາວຢູ່ຕ່າງປະເທດກໍ່ຄືກັນ ປ້າຍຕ່າງໆ ຢາກຂຽນແຕ່ພາສາລາວທັງເໝິດກະບໍ່ຜິດໃຜ(ຖ້າໝັ້ນໃຈວ່າຄົນຕ່າງຊາດອ່ານອອກ)
ນີ້ແມ່ນຄຳເຫັນສ່ວນຕົວຂອງຂ້າພະເຈົ້າເອງ, ຕາມຫຼັກການການທູດແລ້ວ ດັ່ງທີ່ທ່ານເວົ້າມາໃນເບື້ອງຕົ້ນວ່າ
"ຂົງເຂດສະຖານທູດປຽບດັ່ງປະເທດຂອງເຂົາເຂົາຢາກເຮັດຫຍັງກໍ່ໄດ້ຕາມກົດໝາຍຂອງປະເທດເຂົາ" ນັ້ນ
ມັນກໍ່ບໍ່ໄດ້ຖືກຕ້ອງສະເໜີໄປ, ເພາະໃນຂົງເຂດວຽກງານການທູດ ຖ້າຫາກຮູ້ວ່າ ທູດປະຈຳລັດທີ່ຮັບນັ້ນ
ຫາກເປັນ ຕົກເປັນບຸກຄົນທີ່ບໍ່ເພິ່ງປະສົງຂອງລັດທີ່ຮັບ ອັນເນື່ອງມາຈາກການເປັນສາຍລັບ ຫຼືເປັນກຸ່ມຄົນທີ່
ເບື້ອງຫຼັງການກໍ່ຄວາມບໍ່ສະຫງົບ ແລະເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຕໍ່ລັດທີ່ຮັບ ດັ່ງນັ້ນລັດທີ່ຮັບກໍ່ສາມາດຂັບໄລ່ທູດ
ຂອງລັດທີ່ສົ່ງອອກນອກປະເທດໄດ້ພາຍໃນ 24 ຊົ່ວໂມງ.
ສຳລັບການນຳໃຊ້ພາສາທີ່ຂຽນຊື່ຂອງສະຖານທູດນັ້ນ ມັນຂຶ້ນກັບລັດທີ່ສົ່ງ ແລະລັດທີ່ຮັບ ເຈລະຈາກັນ ວາຈະໃຫ້ນຳໃຊ້
ພາສາໃດ. ສຳລັບສປປ ລາວ ແລ້ວ ການນຳໃຊ້ພາສາສຳລັບຂຽນຊື່ສະຖານທູດນັ້ນແມ່ນຄຳນຶ່ງເຖິງຫຼັກພິທີການທູດ
ການຄົບລົບອຳນາດອະທິປະໄຕຂອງລັດທີ່ຮັບ ແລະການເຈລະຈາກັບລັດທີ່ຮັບ (ແນວໃດກໍ່ຕາມນີ້ກໍ່ແມ່ນທັດສະນະສ່ວນຕົວ
ຖືກບໍ່ຖືກແນວໃດ ກໍ່ຂໍຝາກໃຫ້ຜູ້ທີ່ມີຄວາມຮູ້ດ້ານນີ້ຊ່ວຍຊີ້ແຈງລົງເລິກໃຫ້ແນ່).