ໄປຢາມບ້ານເກີດເລີຍມີໂອກາດໄປທ່ຽວແຕ່ເໜືອເຖິງໃຕ້ ໄດ້ແຫວ່ຢາມຕາມເມືອງນ້ອຍເມືອງໃຫຍ່
ແລະບາງຄັ້ງກໍພັກເຊົາຢູ່ເຂດຊົນນະບົດ, ໄດ້ສ້າງຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນການຢູ່ກິນ
ຂອງພີ່ນ້ອງຊາວລາວໄດ້ປ່ຽນຈາກຂາດເຂີນມາພຽງພໍ.
ມີສິ່ງນຶ່ງທີ່ເຮັດໃຫ້ຂ້າພະເຈົ້າໄດ້ເຫັນປະຊາຊົນລາວແຕ່ເໜືອເຖິງໃຕ້, ບໍ່ວ່າໃນເມືອງຫລືຢູ່ບ້ານນອກ
ແມ່ນຄືກັນໝົດທີ່ບໍ່ນີຍົມເບິ່ງສະຖານນີທໍຣະທັດລາວ, ຕາມສັງເກດເຫັນແມ່ນ 95%ຂອງຊາວລາວ
ແມ່ນນິຍົມຊົມຊອບເບິ່ງສະຖານນີທໍຣະທັດໄທ. ເມືອມາພິສູດເບິ່ງແລ້ວ ຖາມສິບຄົນກໍຈະຕອບເປັນ
ແບບດຽວກັນທັງສິບຄົນວ່າ:
- ທໍລະທັດລາວເຮົາມີແຕ່ເພງກັບເພງ ທັງສາມທັງສີ່ສະຖານນີນັ້ນ ເອົາແຕ່ແນວເກົ່າອອກມາສາຍ
ກ້ຽວໄປວຽນມາ...ຊ່າງເປັນ....ຂີ້ຮ້າຍແທ້ໆ. ແນວສິເປັນຕາເບິ່ງແມ່ນເກືອບສິບໍ່ມີ ຄັນວ່າຂ່າວກໍ
ເຫດການມັນເກີດຜ່ານມາເປັນອາທິດ ລາງເທື່ອສອງອາທິດພຸ້ນລະແມຈັ່ງເອົາມາອອກຂ່າວ ມັນກໍ
ບໍ່ທັນການແລ້ວ. ເວົ້າລວມແລ້ວແມ່ນວ່າທໍລະທັດລາວບໍ່ມີແນວດຶງດູດຈິດໃຈຂອງຜູ້ເບິ່ງ ບໍ່ຄືທໍລະ
ທັດໄທ.
ພວກທ່ານຄຶດວ່າແນວໃດກ່ຽວກັບລາຍການຂອງສະຖານນີທໍຣະທັດລາວເຮົາ ຄວນດັດແປງປແກ້ໄຂ
ແນວໃດເພື່ອຈະດຶງດູດເອົາຊາວລາວໃຫ້ມີຄວາມສົນໃຈເຂົ້າມາເບິ່ງທໍຣະທັດລາວ?
ເວົ້າໄປໂລເລເຈົ້າຫັນນະ ພວກຫ່າງຮ້ານຄ້າຂາຍສີນຄ້າແລະບໍລີສັດ
ທີ່ໄດ້ມີການຜະລີດສີນຄ້າອອກມາຂາຍ ພວກເຂົາຄືໄດ້ຈ້າງທີວີຂອງ
ລາວໂຄສະນາໄຫ້ຫັນເດ ຖ້າວ່າບໍ່ມີຄົນລາວເບີ່ງທີວີລາວ
ບໍ່ເຊື່ອເຈົ້າດອກ
ບໍ່ມີຮູບ (ທີ່ວ່າ ໄປທ່ຽວເໜືອຮອດໃຕ້?) ...ບໍ່ມີວີດີໂອ ມາລົງ
ມີແຕ່ ມາ ຊື່ໆ......
ແນ່ນອນຫລາຍປາປາ(ເປັນ) ສະລະເວລາແລະຊັບສິນໄປພິສູດຮອດປະເທດລາວ
ເພື່ອຢາກຮູ້ເຫດຜົນໃນການທີ່ປະຊາຊົນລາວນິຍົມເບິ່ງສະຖານີໂທຣະພາບຂອງລາວ.
ສໍາລັບຂ້ານ້ອຍ ກ່ອນຈະເປີດໂທຣະທັດເບິ່ງໂທຣະພາບລາວ ຂ້ານ້ອຍຕ້ອງໄດ້ເອົາ
ໂທຣະທັດໄປເຂົ້າຕູ້ເຢັນກ່ອນປະມານ 2 ຊົ່ວໂມງຈຶ່ງເອົາອອກມາເປີດເບິ່ງຂ່າວລາວ
ຈຶ່ງຈະຮູ້ສຶກວ່າຂ່າວນັ້ນສົດເໝືອນຢູ່ໃນເຫດການ.
ແມ່ນຄວາມເຈົ້າຂອງກະທູ້ເວົ້າ ບໍ່ເຊື່ອລອງເລາະເບິ່ງກໍ່ໄດ້ຕອນຄ່ຳທຸກໆຄົວເຮືອນ ບໍ່ຊ່ອງ7ກໍ່ຊ່ອງ3!
ຟັນທົງໄດ້ເລີຍ!
____________________________________________________________________
ສິ່ງທີ່ເວົ້າມາ ລວມທັງຜູ້ອອກຄວາມເຫັນເທິງນີ້ນຳ (ແມ່ນຫຍັງ ຟັນທົງ ??????)
ຕົວຢ່າງທີ່ນັກຂ່າວ ເອົາມາອອກ:
ລັດຖະບານ ສປປ ລາວ ມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານນາງ ປູ້ ຈຽນ ກົວ
ໃນວັນທີ 3 ພຶດສະພາ 2013 ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາງ ປູ້ ຈ້ຽນກົວ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ແລະ ຫຼັງຈາກນັ້ນ ທ່ານຮອງນາຍົກກໍໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານນາງ ປູ້ ຈ້ຽນກົວ (Bu Jianguo) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພາຍຫຼັງທີ່ທ່ານໄດ້ສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ນັບແຕ່ເດືອນມີນາ 2010 ເປັນຕົ້ນມາ.
ໃນໂອກາດນີ້ ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການປະກອບສ່ວນຢ່າງຫ້າວຫັນ ແລະ ດ້້ວຍຄວາມຮັບຜິດຊອບສູງຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຈີນ ໃຫ້ມີບາດກ້າວຂະຫຍາຍຕົວເປັນຢ່າງດີຕະຫຼອດມາ ເຊິ່ງການມອບຫຼຽນໄຊມິດຕະພາບໃນຄັ້ງນີ້ ແມ່ນສະແດງເຖິງການຕີລາຄາສູງ ແລະ ຄວາມຮູ້ບຸນຄຸນຂອງພັກ ແລະ ລັດຖະບານ ສປປ ລາວ ຕໍ່ຜົນງານ ແລະ ປະກອບສ່ວນອັນສຳຄັນຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.
ໃນຕະຫຼອດໄລຍະ 3 ປີກວ່າທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ ນັ້ນ ທ່ານທູດ ປູ້ ຈ້ຽນກົວ ໄດ້ອອກແຮງເຄື່ອນໄຫວຊຸກຍູ້ຢ່າງຫ້າວຫັນ ໂດຍເຮັດໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໜັກແໜ້ນ ແລະ ເກີດດອກອອກຜົນຕົວຈິງ ເຊິ່ງໄດ້ສະແດງອອກໃນຫຼາຍເຫດການທີ່ສຳຄັນເຊັ່ນ:
-ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຈີນ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໄດ້ຊຸກຍູ້ການແລກປ່ຽນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນການຢ້ຽມຢາມຈີນ ແບບພາຍໃນຂອງຜູ້ນຳຂັ້ນສູງຂອງລາວ ການເຂົ້າຮ່ວມງານວາງສະແດງສິນຄ້າສາກົນປັກກິ່ງຄັ້ງທຳອິດ ແລະ ສືບຕໍ່ຢ້ຽມຢາມເຮັດວຽກຂອງທ່ານນາຍົກ ທອງສິງ ທຳມະວົງ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ສີ ຈິນຜິງ ຮອງປະທານປະເທດຈີນ ແລະ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ເວີນ ເຈຍ ປາວ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 9 (ASEM 9) ໃນປີ 2012ດ້ວຍຜົນສຳເລັດອັນຈົບງາມເປັນຢ່າງດີ ເຊິ່ງໄດ້ກາຍເປັນກຳລັງແຮງພັກດັນທີ່ຍິ່ງໃຫຍ່ ທີ່ເຮັດໃຫ້ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງຝ່າຍມີບາດກ້າວຂະຫຍາຍຕົວໃໝ່ຕື່ມອີກ ນອກຈາກນີ້ ທ່ານຍັງໄດ້ດຶງດູດນັກທຸລະກິດຈີນມາລົງທຶນຢູ່ ສປປ ລາວ ເພີ່ມຫຼາຍຂຶ້ນ ແລະ ການພົວພັນທາງດ້ານການຄ້າລະຫວ່າງສອງປະເທດ ກໍເພີ່ມຂຶ້ນຢ່າງໄວວາ.
ໄດ້ປະກອບສ່ວນເຂົ້າໃນວຽກງານກິດຈະກຳການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 50 ປີ ປະສົບຜົນສຳເລັດຢ່າງຈົບງາມ.
ໄດ້ປະກອບສ່ວນເຂົ້າໃນການຂົນຂວາຍການຊ່ວຍເຫຼືອຂອງລັດຖະບານຈີນ ໃຫ້ແກ່ລັດຖະບານລາວຢ່າງຫຼວງຫຼາຍ ໂດຍສະເພາະແມ່ນໂຄງການກໍ່ສ້າງຫໍປະຊຸມແຫ່ງຊາດ ໂຄງການຂະຫຍາຍລານຈອດຍົນ ໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງດອນໂຂງ ແຂວງຈຳປາສັກ ແລະ ອື່ນໆອີກຫຼາຍໂຄງການ.
ພິທີປະດັບຫຼຽນໄຊມິດຕະພາບ ໄດ້ຈັດຂຶ້ນທີ່ກະຊວງການຕ່າງປະເທດ ໂດຍມີທ່ານ ດຣ. ສິນລະວົງ ຄຸດໄພທູນ ທ່ານ ດຣ. ນາງ ສູນທອນ ໄຊຍະຈັກ ແລະ ການນຳຂັ້ນສູງຈາກກະຊວງອຸດສາຫະກຳ ແລະ ການຄ້າ ຄະນະກຳມາທິການຮ່ວມມື ລາວ-ຈີນ ຫ້ອງການລັດຖະບານ ພະນັກງານຂັ້ນສູງຂອງກະຊວງການຕ່າງປະເທດ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງຂອງສະຖານທູດຈີນປະຈຳ ສປປ ລາວ ເຂົ້າ