ຂໍອານຸຍາດບາດຄຳນຳທ່ານຜູ້ຮັບຜິດຊອບສີ່ງແວດລ້ອມ ນະຄອນຫຼວງວຽງຈັນ
ຕາມຄວາມຮັບຮູ້ຂອງຜູ້ຂ້າທີ່ການສືກສາບໍ່ສູງຄືທ່ານຫົວໜ້າ ອພບ, ທ່ານ ຫົວໜ້າ
ພນ ສີ່ງແວດລ້ອມນະຄອນຫຼວງ. ປະຈຸບັນເຫັນວ່າ ສະພາບແວດລ້ອມໃນ ນະຄອນຫຼວງ
ນັບມື້ ນັບຊຸດໂຊມລົງໄປເລື້ອຍໆ ໂດຍສະເພາະແມ່ນ ຮ່ອງລະບາຍນ້ຳ, ການຖີ້ມຂີ້ເຫຍື້ອ
ຊະຊາຍ ຝຸ່ນ ແລະ ເສດດີນຕົກຊະຊາຍນຳຖະໜົນຫົນທາງ ຍ້ອນລົດແກ່ດີນ ແລະ ການກໍ່
ສ້າງຕ່າງໆ. ນ້ຳຮ່ອງແຊງໃນປະຈຸບັນເນົ່າເໝັນ ກາຍໄປ ມາ ຈົນຊິໄດ້ອັດດັງແລ້ວ ຍ່ອນຜູ້
ອາໄສຢູ່ ແລະ ຮ້ານອາຫານລຽບຕາມຮ່ອງຖີ້ມຂີ້ເຫຍື້ອລົງ ປ່ອຍນ້ຳເປື້ອນທີ່ບໍ່ຜ່ານການບຳ
ບັດລົງໄປ. ຜູ້ຂ້າວ່າພາສ່ວນຮັບຜິດຊອບ ແລະ ອຳນາດການປົກຄອງ ຄວນລົງແກ້ໄຂແລ້ວ
ບໍ່ກ່ອນທີ່ຈະສວຍເກີນແກ້ ຄືປະເທດໃກ້ຄຽງເຮົາປະສົບບັນຫາຢູ່, ລະບຽບມີ ກົດໝາຍມີ
ທີ່ສາມາດນຳໃຊ້ເປັນເຄື່ອງມືທາງດ້ານນິຕິກຳ ແຕ່ບໍ່ມີຜູ້ໃດນຳໃຊ້ ບໍ່ມີຜູ້ໃດປະຕິບັດ.
ຄວນ Active ແດ່ທ່ານເອີຍ ເງີນເດືອນກໍ່ສູງ ຂໍ້ສະດວກກໍ່ມີຄົບຊຸດແລ້ວ ເຫັນໃຈກຳມະກອນ,
ປະຊາຊົນຜູ້ເສຍພາສີແດ່
ຂໍຍົກຍ້ອງສັນຣະເສີນທີ່ນໍາບັນຫານີ້ມາສົນທະນາ, ຫວັງວ່າເຈົ້າໜ້າທີ່ໆກ່ຽວຂ້ອງຜ່ານມາເຫັນ
ຄົງຍົກເອົາບັນຫານີ້ໄປແກ້ໄຂ. ຂອບໃຈ !
ດີແລ້ວ ທີ່ທ່ານ ຢູ່ບ່ອນນີ້...
ຖ້າມີກ້ອງຖ່າຍຮູບ ແລ້ວຂໍໃຫ້ທ່ານໄປຖ່າຍເອົາຮູບ
ແລ້ວເອົາມາລົງພ້ອມ...ໂອເຄ ?
ລູກບໍຣິຄັນ wrote:ຂໍອານຸຍາດບາດຄຳນຳທ່ານຜູ້ຮັບຜິດຊອບສີ່ງແວດລ້ອມ ນະຄອນຫຼວງວຽງຈັນຕາມຄວາມຮັບຮູ້ຂອງຜູ້ຂ້າທີ່ການສືກສາບໍ່ສູງຄືທ່ານຫົວໜ້າ ອພບ, ທ່ານ ຫົວໜ້າພນ ສີ່ງແວດລ້ອມນະຄອນຫຼວງ. ປະຈຸບັນເຫັນວ່າ ສະພາບແວດລ້ອມໃນ ນະຄອນຫຼວງນັບມື້ ນັບຊຸດໂຊມລົງໄປເລື້ອຍໆ ໂດຍສະເພາະແມ່ນ ຮ່ອງລະບາຍນ້ຳ, ການຖີ້ມຂີ້ເຫຍື້ອຊະຊາຍ ຝຸ່ນ ແລະ ເສດດີນຕົກຊະຊາຍນຳຖະໜົນຫົນທາງ ຍ້ອນລົດແກ່ດີນ ແລະ ການກໍ່ສ້າງຕ່າງໆ. ນ້ຳຮ່ອງແຊງໃນປະຈຸບັນເນົ່າເໝັນ ກາຍໄປ ມາ ຈົນຊິໄດ້ອັດດັງແລ້ວ ຍ່ອນຜູ້ອາໄສຢູ່ ແລະ ຮ້ານອາຫານລຽບຕາມຮ່ອງຖີ້ມຂີ້ເຫຍື້ອລົງ ປ່ອຍນ້ຳເປື້ອນທີ່ບໍ່ຜ່ານການບຳບັດລົງໄປ. ຜູ້ຂ້າວ່າພາສ່ວນຮັບຜິດຊອບ ແລະ ອຳນາດການປົກຄອງ ຄວນລົງແກ້ໄຂແລ້ວບໍ່ກ່ອນທີ່ຈະສວຍເກີນແກ້ ຄືປະເທດໃກ້ຄຽງເຮົາປະສົບບັນຫາຢູ່, ລະບຽບມີ ກົດໝາຍມີທີ່ສາມາດນຳໃຊ້ເປັນເຄື່ອງມືທາງດ້ານນິຕິກຳ ແຕ່ບໍ່ມີຜູ້ໃດນຳໃຊ້ ບໍ່ມີຜູ້ໃດປະຕິບັດ.ຄວນ Active ແດ່ທ່ານເອີຍ ເງີນເດືອນກໍ່ສູງ ຂໍ້ສະດວກກໍ່ມີຄົບຊຸດແລ້ວ ເຫັນໃຈກຳມະກອນ,ປະຊາຊົນຜູ້ເສຍພາສີແດ່
ບັນຫາທີ່ທ່ານຍົກຂຶ້ນມານີ້ແມ່ນບັນຫາອັນຮີບດ່ວນແທ້ໆທີ່ພະນັກງານພາກສ່ວນກ່ຽວຂ້ອງຂອງກຳແພງນະຄອນວຽງຈັນຈະຕ້ອງ
ປະຕິບັດຢ່າງເຂັມງວດແລະຮີບຮ້ອນແກ້ໄຂ ເພາະວ່ານະຄອນຫຼວງວຽງຈັນແມ່ນໃບໜ້າໃບຕາຂອງຊາດລາວແທ້ໆ.
ພວກເຮົາໄປເຫັນປະເທດອຸດສາຫະກຳໃຫຍ່ທາງແຖວຢູຣົບພຸ້ນເພິ່່ນເອົາເວລາກາງຄືນປັດກວາດຖະໜົນຫົນທາງ ເພາະວ່າກາງຄືນ
ທ້ອງຖະໜົນກໍ່ຈະຫຼຸດຜ່ອນການສັນຈອນບໍ່ມີລົດຫຼາຍ.
ສິ່ງສຳຄັນຂໍໃຫ້ກະຊວງສຶກສານຳເອົາບັນຫາອະນາໄມແລະກົດລະບຽບຂອງການສັນຈອນແຊກຊ້ອນເຂົ້າວິຊາຮຽນແລະບົ່ມສອນເດັກ ມາແຕ່ຂັ້ນອານຸບານພຸ້ນ!
ກົມກໍ່ສ້າງແລະບຳລຸງຄູຕ້ອງເນັ້ນໜັກແລະສິດສອນສອງວິຊານີ້ເຂົ້າຕື່ມ ບໍ່ດັ່ງນັ້ນບັນຫາດັ່ງກ່າວຈະແກ້ບໍ່ຕົກຈັກເທື່ອ.
ຂໍໂທດທ່ານຫຼາຍໆເນີທີ່່ຜູ້ຂ້າໄດ້ເວົ້າບັນຫາການສັນຈອນເຂົ້ານຳ ຍ້ອນວ່າບັນຫາສອງຢ່າງນີ້ແມ່ນບັນຫາອັນທ້າທາຍຕົ້ນຕໍ
ຂອງນະຄອນຫຼວງແລະຂອງຊາດລາວເຮົາໂດຍສະເພາະ!
ບອ່ນນີ້ເດ ເພີ່ນວ່າສີແກ້ມາເປັນ ປີແລວ້ໃດ ດຽວນີ້ ເປັນແນວໃດນໍ ທາງສີໂຄດ
ພາບນີ້ ຕອ້ງສັງເກດວ່າ
ພາບເບື້ອງຊ້າຍ ເຖີງຈະມີຫຍ້າປົກຄຸມ ແຕ່ ບໍ່ມີກິ່ນເຫມັນ
ສຳຫລັບ ພາບເບື້ອງຂວາ ນຳ້ຈະມີກິ່ນເຫມັນ
ດັ່ງນັ້ນ ນ້ຳ ຮອ່ງແຊງ ແຕ່ກອ່ນ ບໍ່ໄດ້ມີກີ່ນເຫມັນ ຍອ້ນເປັນຮອ່ງນ້ຳທຳມະຊາດ
ແຕ່ດຽວນີ້ ຫລັງຈາກ ເພິ່ນ ກໍ່ສ້າງຕາຝັ່ງ ນ້ຳຈະເນົ່າຫລາຍຂຶ້ນກວ່າເກົ່າ
ຍອ້ນບໍ່ມີແຫລ່ງ ບຳບັດ ທຳມະຊາດ
ອັນນີ້ເຂົາເອີ້ນວ່າການບໍລິຫານຕົວເມືອງ ວຽງຈັນ ກຳລັງກ້າວເຂົ້າສູ່ເມືອງໃຫຍ່ ຖ້າບໍ່ມີລະບົບການບໍລິຫານຈັດການທີ່ດີ ວຽງຈັນຈະເນົ່າເຫມັນ ຄື ພະນົມເປັນ ກັບ ບາງກອກ
ປະເທດທີ່ຈະເລີນແລ້ວ ເຂົາຈະຮູ້ບັນຫານີ້ເປັນຢ່າງດີ