ເພາະເທົ່າທີ່ເຫັນທຸກມື້ນີ້ເວລາເກີດອຸບັດຕິເຫດຕາມທ້ອງຖະໜົນ ໂດຍສະເພາະໂຕເມືອງໃຫ່ຍໆ
ຖ້າລາວເຮົາຫາກມີໜ່ວຍງານດັ່ງກ່າວ ຄິດວ່າຄົງເປັນປະໂຫຍດຕໍ່ສັງຄົມໂດຍລວມບໍ່ໜ້ອຍກໍ່ຫຼາຍ
ປະເທດລາວເປັນປະເທດທີ່ມີສັນຕິພາບ ມີຄວາມສະຫງົບສຸກທີ່ສຸດໃນອາຊຽນ
ເປັນຫຍັງຈຶ່ງຢາກສິ້ນເປືອງງົບປະມານ ເອົາເງິນຈໍານວນນັ້ນໄປສ້າງຈ່າຍໃຫ້
ອ້າຍເອື້ອຍຄູແລະຊື້ອຸບປະກອນການຮຽນຈະບໍ່ດີກ່ວາເບາະ?
ເດັກວັດ wrote:ເພາະເທົ່າທີ່ເຫັນທຸກມື້ນີ້ເວລາເກີດອຸບັດຕິເຫດຕາມທ້ອງຖະໜົນ ໂດຍສະເພາະໂຕເມືອງໃຫ່ຍໆຖ້າລາວເຮົາຫາກມີໜ່ວຍງານດັ່ງກ່າວ ຄິດວ່າຄົງເປັນປະໂຫຍດຕໍ່ສັງຄົມໂດຍລວມບໍ່ໜ້ອຍກໍ່ຫຼາຍ
ເຫັນດີຢ່າງຍິ່ງ ທຸກປະເທດເຂົາກໍ່ມີຫນ່ວຍງານສຸກເສີນໃນການບັນເທົາສາທາລະນະໄພ ເຊັ່ນ ເວລາເກີດອຸດບັດເຫດຕາມຕ້ອງຖະນົນ, ໄຟໃຫມ່, ນຳຖ້ວມ, ຕິກຖະລົມ, ການກໍ່ການຮ້າຍ, ແລະ ອື່ນໆ
Anonymous wrote:ປະເທດລາວເປັນປະເທດທີ່ມີສັນຕິພາບ ມີຄວາມສະຫງົບສຸກທີ່ສຸດໃນອາຊຽນເປັນຫຍັງຈຶ່ງຢາກສິ້ນເປືອງງົບປະມານ ເອົາເງິນຈໍານວນນັ້ນໄປສ້າງຈ່າຍໃຫ້ອ້າຍເອື້ອຍຄູແລະຊື້ອຸບປະກອນການຮຽນຈະບໍ່ດີກ່ວາເບາະ?
ແຕ່ຊີວິດແລະຊັບສິນຂອງປະຊາຊົນກໍ່ມີຄວາມສຳຄັນຄືກັນໄດ໋ທ່ານ
ຖ້າຫາກຄົນໃນຊາດມີຄວາມອ່ອນແອ ຮ່າງກາຍບໍ່ສົມບຸນອັນເນື່ອງມາ
ຈາກການເກີດອຸບັດຕິເຫດ ແລ້ວເຮັດແນວໃດຊິພາປະເທດໄປສູ່ຄວາມ
ຮຸ່ງເຮືອງສີວິໄລໄດ້.
ມັນກໍຖືກຄວາມທ່ານ ແຕ່ຖ້າມີໜ່ວຍງານດັ່ງກ່າວເຊື່ອແນ່ວ່າສະຖິຕິການຕາຍຈາກການເກີດອຸບັດຕິເຫດກໍຈະຫຼຸດນ້ອຍຖອຍລົງ
ຍ້ອນຜູ້ເພິ່ນປະຕິບັດໜ້າທີ່ດັ່ງກ່າວ ຈະປະຖົມພະຍາບານຄົນເຈັບເບື້ອງຕົ້ນຢ່າງຖືກວິທີກ່ອນນຳສົ່ງຫາໂຮງໝໍ