ພາຍຸລະດູຮອ້ນ ມັນໄດ້ເກີດຂື້ນ ສະເພາະທີ່ ແລະເກີດທັນທີທັນໃດ ໂດຍທີ່ບໍ່ທັນໄດ້ຕັ້ງຕົວ ແລະບໍ່ມີການເຕືອນລວ່ງຫນ້າ
ເຫດເກີດຂຶ້ນໃນ ຕອນແລງວັນທີ 28 ເມສາຜ່ານມາ ໃນເວລາປະມານ 20:00 ໂມງ ໄດ້ມີລົມພາຍຸພັດເຂົ້າຫມູ່ບ້ານຈັດສັນໄຊສົມບູນ ນະຄອນຫລວງວຽງຈັນ ຢ່າງຮຸນແຮງໃນຮອບຫລາຍປີເປັນເຫດເຮັດໃຫ້ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍນັບຮ້ອຍກວ່າ ຫລັງລວມມູນຄ່າຫລາຍຮ້ອຍລ້ານກີບຮ້າຍແຮງໄປນັ້ນຍັງມີຜູ້ເສຍຊີວິດຈາກເຫດຮ້າຍຄັ້ງນີ້ອີກ 1 ຄົນ.
ພາຍຸຫົວດັ່ງກ່າວຈະໃຊ້ເວລາບໍ່ຮອດ 30 ນາທີທີ່ພັດຖະຫລົ່ມເຂດຈັດສັນບ້ານໄຊສົມບູນ ແຕ່ກໍ່ໄດ້ນຳມາເຖິງຄວາມເສຍຫາຍໃຫ້ແກ່ເຮືອນຂອງປະຊາຊົນເປັນຕົ້ນແມ່ນຫລັງຄາຖືກຮື້ປະມານຮ້ອຍກວ່າ ຫລັງລວມມູນຄ່າຄວາມເສຍຫາຍເບື້ອງຕົ້ນປະມານ 250 ລ້ານກີບ ແລະ ຕະຫລາດບ້ານອີກ 300 ກວ່າລ້ານ ຂະນະທີ່ມີບາງເຂດທີ່ຍັງບໍ່ສາມາດປະເມີດຜົນເສຍຫາຍໄດ້ເທື່ອພາຍຸທີ່ພັດເຂົ້າໃນຄັ້ງນີ້ ແມ່ນເປັນຫົວທີສອງຂອງປີນີ້ ໂດຍຄັ້ງກ່ອນແມ່ນໃນປະມານວັນທີ 17 ເມສາຜ່ານມາ ແຕ່ບໍ່ມີການລາຍງານຄວາມເສຍຫາຍ ເຊິ່ງທ່ານລະບຸຕື່ມວ່າ: ຄັ້ງນີ້ຖືວ່າຮ້າຍ ແຮງໃນຮອບຫລາຍປີ ເຊິ່ງຄວາມເສຍຫລາຍເຖິງຂັ້ນມີຜູ້ເສຍຊີວິດ 1 ຄົນ (ເພດຊາຍ) ແລະ ໄດ້ຮັບບາດເຈັບອີກ ປະມານ 2-3 ຄົນ ໂດຍຜູ້ທີ່ເສຍຊີວິດນັ້ນ ແມ່ນຫນີພາຍຸໄປລີ້ຢູ່ກ້ອງຕະລ່າງເຮືອນແລ້ວເກີດເຮືອນລົ້ມທັບທ່ານ ພັນຕີ ສຸພີ ສະແຫວງດີ ກ່າວ.
ສ່ວນບັນດາບ້ານໃກ້ຄຽງເຂດບ້ານຈັດສັນໄຊສົມບູນກໍ່ໄດ້ຮັບຄວາມເສຍຫາຍເຊັ່ນດຽວກັນ ໂດຍປ້າຍໂຄສະນາຂະຫນາດໃຫຍ່ຢູ່ 3 ແຍກຈາກທາງເລກທີ 13 ໃຕ້ເຂົ້າຫາບ້ານດົງບັງລົ້ມລົງຈຳດິນ ແລະ ຫລັງຄາເຮືອນຂອງປະຊາຊົນຈຳນວນຫນຶ່ງໄດ້ຮັບຄວາມເສຍຫາຍ ແຕ່ກໍ່ຍັງບໍ່ທັນມີການລາຍງານຈາກເຈົ້າຫນ້າທີ່ກ່ຽວຂ້ອງ.
ນອກຈາກນັ້ນ ຫວາ່ງເດືອນກອ່ນ ຢູ່ຕົວເມືອງ ໃກສອນ ຍັງເກີດ ພາຍຸຖລົ່ມ ອັນໃດ້ສ້າງຄວາມເສັຍຫາຍ ຢ່າງຫລວງຫລາບເຊັ່ນກັນ
ສຳຫລັບ ຂພຈ ເອງ ຕອນປີກາຍ ກໍຖືກຫົວພາຍຸຖະຫລົ່ມເຮືອນຢູ່ທົ່ງນາ ຈົນທຳໃຫ້ ເທີບຫລັງຄາຫັກແລະກະເບື້ອງປີວກວ່າ 100 ແຜ່ນ
ສຳຫລັບ ເຂດບ້ານຈັດສັນ ໃຊສົມບູນ ມີທັງຫມົດ 601 ຄອບຄົວ, 606 ຫລັງຄາເຮືອນ ແລະ ມີປະຊາຊົນທັງຫມົດປະມານ 3 ພັນກວ່າຄົນໃນນີ້ຍິງ 1,5 ພັນຄົນ ເຊິ່ງ ພູມສັນຖານເປັນທົ່ງຮາບໂລ່ງ.
ແມ່ນ ບ້ານຈັດສັນ ໃຫມ່ ເນື່ອງຈາກຕອ້ງໄດ້ ຍົກຍ້າຍ ອອກຈາກ ເຂດ ກໍ່ສ້າງ ສະຫນາມກິລາ ເຂດທາງຫລັງທາດຫລວງ ເຂດ ຫາດດອນຈັນ ແລະຫລາຍໆບອ່ນທີ່ ຖືກກະທົບຈາກການກໍ່ສ້າງໂຄງການພາຍໃນນະຄອນຫລວງ
ຂພຈ ເຄີຍຮູ້ກັບກັບ ສອງຜົວເມັຍເຖົ້າຄູ່ນຶ່ງ ທີ່ໄດ້ຍ້າຍອອກຈາກ ດ້ານຫລັງທາດຫລວງ ຕອນຕຳອິດ ບໍ່ທັນມີເຮືອນຖາວອນຢູ່ ມີແຕ່ຕູບນອ້ຍຫລັງນຶ່ງ ພໍດີມື້ນຶ່ງ ພາຍຸເດືອນ 5 ພັດຖະລົ່ມ ເອົາຕູບຂອງລາວ ຫາຍໄປກັບແຮງລົມ ທັງສອງເຖົ້າໄດ້ແຕ່ ນັ່ງໃຫ້ ຍອ້ນບໍ່ມີບອ່ນຢູ່ ເປັນຫລາຍອາທິດ
ຂໍສະແດງຄວາມເຫັນໃຈ ແລພເປັນຫວ່ງເປັນໃຍ ນຳພີ່ນອ້ງຮວ່ມຊາດ ທີ່ຖືກຜົນກະທົບແບບບໍ່ທັນຕັ້ງຕົວໄດ້
ແມ່ນລົມເກີດຈາກທໍາມະຊາດຫລືເກີດຈາກ HAARP ?
ພາຍຸລະດູຮອ້ນເກີດຂຶ້ນຈາກການກະທົບກັນຂອງຄື້ນອາກາດຮອ້ນ ກັບອາກາດເຢັນ
ຢູ່ບ້ານເຮົາ ມັນມັກເກີດ ກອ່ນລະດູຝົນ ຄືຊາວງເດືອນ 4 ຫາເດືອນ 6
ແລະມັນຈະເກີດຂຶ້ນ ໃໃນບໍລິເວນບໍ່ກວ້າງ ໃນລັດສະຫມີ ປະມານ 10-20 ກລມ
ແລະຕາມສັງເກດເບິ່ງ ແມ່ນ ເວລາຕອນບ່າຍ ຄ້າຍຄ່ຳ ຫລື ຫົວຄ່ຳ ຕອນທີ່ ເວລາ ອາກາດຮອ້ນກັບເຢັນມາກະທົບກັນ
ສັນຍານທີບົ່ງບອກວ່າ ພາຍຸກຳລັງຈະເກີດ ຄື ອາກາດຮອ້ນ ເອົ້າເປັນເວລາຫລາຍມື້ຕິດຕໍ່ກັນ ຄວາມຊຸ່ມ ອາກາດສູງ ຈົນຮູ້ສຶກຫນຽວຕົນຕົວ ບໍ່ມີລົມ
ແຕ່ທອ້ງຟ້າ ຈະສະຫລົວ ມີເມກຫນາ ແຕ່ຢູ່ສູງ ແລະມີສີເທົາເຂັ້ມ ຕໍ່ມາ ຈະມີລົມພັດແຮງ ໄປທາງໃດທາງນຶ່ງ ແລວ້ເມກ ຈະກໍ່ຕົວແບບຫນາແຫນ້ນ ຢ່າງໄວວາ
ແລວ້ຈະເກີດຟ້າແມບ ແລະຟ້າຮອ້ງ ສຸດທ້າຍ ກໍຈະເກີດມີລົມ ແລະຝົນ ຕາມມາ ປະມານ 1 ຊົ່ວໂມງ ພາຍຸກໍຈະຫາຍໄປ
ແລວ້ແຕ່ ກໍລະນີ ຖ້າຮຸນແຮງ ກໍຈະມີທັງລົມ ທັງຝົນ ຟ້າຮອ້ງ ຟ້າຜ່າ ແລະຫມາກເຫັບຕົກ
ອັນຫນັກກວ່າຫມູ່ ແມ່ນລົມແຮງ ຊຶ່ງອາດທຳໃຫ້ບ້ານເຮືອນເພພັງໄດ້
ສ່ວນເລື້ອງຟ້າຜ່າ ເພື່ອປອ້ງກັນ ເວລາຢູ່ນອກເຮືອນໃຫ້ ນັ່ງກອດເຂົ່າ ກົ້ມລົງ ແລະຫ້າມເອົາຕີນຈຸ່ມນ້ຳ ຫ້າມໃສ່ໂມງຫລືວັດຖຸທີ່ເປັນທາດເຫລັກ ຫ້າມຢູ່ກອ້ງໄມ້ໃຫຍ່
ຖ້າຢູ່ໃນລົດ ຫ້າມຈັບຂອບລົດ ທີ່ເປັນເຫລັກ ໂທລະສັບມືຖື ຕອ້ງປິດ ຖ້າຢູ່ໃນເຮຶອນ ກໍບໍ່ໃຫ້ນັ່ງຕິດຝາ
ມີກໍລະນີນຶ່ງ ປີກາຍນີ້ເອງ ແມ່ເຖ້ົາ ຄົນນຶ່ງ ຖືກຟ້າຜ່າເສັຍຊີວິດ ຍອ້ນມີໂທລະສັບມືຖື ຢູ່ໃນຖົງ ຕອນກຳລັງດຳນາຢູ່