Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການບໍລິການຂອງ ອປສ
ກຳມະກອນ

Date:
ການບໍລິການຂອງ ອປສ


ຢູ່ໂຮງພະຍາບານ ມະໂຫສົດ ອປສ ເພີ່ນຈັດຈຸດໃຫ້ບໍລິການສຳລັບຄົນເຈັບເຂົ້າມາກວດພະຍາດ

ທົ່ວໄປຢູ່ຈຸດດຽວຄື ຢູ່ທີ່ອາຄານກວດເຂດນອກ, ເຊີ່ງຄົນເຈັບທີ່ເຂົ້າມາກວດ ມາພົບໝໍບໍ່ວ່າຈະ

ເປັນພະຍາດຫຍັງກໍ່ຕາມ ຕ້ອງມາຜ່ານຢູ່ບ່ອນນັ້ນບ່ອນດຽວ. ມີມື້ໜື່ງ ຂພຈ ໄປກວດສຸຂະພາບ

ເລີຍເຫັນ 2 ຜູ້ເຖົ້າຄູ່ໜື່ງ ບໍ່ມີລູກຫລານມານຳ, ເພີ່ນຄືຊິແມ່ນ ພງ ບຳນານ ສຸຂະພາບກໍ່ບໍ່ຄ່ອຍ

ແຂງແຮງຕາມພາສາຄົນແກ່ຫັ້ນລະ ຍ່າງກໍ່ໃຊ້ໄມ້ເທົ້າ, ເພີ່ນບໍ່ຮູ້ຈັກ ຄິດວ່າຢູ່ຕືກພະຍາດຫົວໃຈ

ກໍ່ຊິມີບ່ອນຈຳກາ ອປສ ເພີ່ນຈື່ງບໍ່ແວະເຂົ້າຕືກເຂດນອກ. ເມື່ອເປັນແນວນັ້ນພະຍາບານກໍ່ເລີຍ

ບອກເພີ່ນໄປຈ້ຳກາຜ່ານຢູ່ບ່ອນດັ່ງກ່າວ. ບັນດາທ່ານກໍ່ລອງຄິດເບີ່ງ ຖ້າຄົນເຈັບ ທີ່ອ່ອນເພຍ ບໍ່

ມີຜູ້ຊ່ວຍ ໄປກວດສຸຂະພາບຢູ່ຕືກ ຫົວໃຈ ຫລື ຕືກພະຍາດປອດ ມັນໄກຈາກຕືກເຂດນອກສົມຄວນ

ແລະ ຕ້ອງກັບ ໄປ ກັບມາ ສອງຮອບຈື່ງຈະໄດ້ຢາ. ເປັນຫຍັງຈື່ງບໍ່ຕັ້ງຈຸດໃຫ້ບໍລິການຫລາຍຈຸດແດ່?

ເພື່ອອຳນວຍຄວາມສະດວກໃຫ້ຜູ້ໃຊ້ບໍລິການ ບໍ່ແມ່ນຊິມີແຕ່ໃຊ້ອຳນາດທາງກົດໝາຍບັງຄັບໃຫ້

ຄົນເຂົ້າ ເພື່ອຈະໄດ້ເງີນເຂົ້າຫລາຍ ແຕ່ບໍ່ໃຫ້ຄວາມສະດວກແກ່ຜູ້ໃຊ້ບໍລິການ ເທົ່າທີ່ຄວນ, ຊ້ຳບໍ່ພໍ

ແພດໝໍກໍ່ບໍ່ຢາກໃຫ້ຢາດີ ມີຄຸນນະພາບແກ່ຜູ້ໃຊ້ບັດ



__________________
Anonymous

Date:

ຂ້ານ້ອຍຂໍຍ້ອງຍໍສັນລະເສີນທີ່ທ່ານຍົກບັນຫານີ້ມາສົນທະນາ, ຖ້າຂ້ານ້ອຍໄດ້ພົບ ດຣ. ຄໍາແສນ

ຈະສະເໜີໃຫ້ເພິ່ນແກ້ໄຂ.



__________________
Anonymous

Date:

ກຳມະກອນ wrote:

ຢູ່ໂຮງພະຍາບານ ມະໂຫສົດ ອປສ ເພີ່ນຈັດຈຸດໃຫ້ບໍລິການສຳລັບຄົນເຈັບເຂົ້າມາກວດພະຍາດ

ທົ່ວໄປຢູ່ຈຸດດຽວຄື ຢູ່ທີ່ອາຄານກວດເຂດນອກ, ເຊີ່ງຄົນເຈັບທີ່ເຂົ້າມາກວດ ມາພົບໝໍບໍ່ວ່າຈະ

ເປັນພະຍາດຫຍັງກໍ່ຕາມ ຕ້ອງມາຜ່ານຢູ່ບ່ອນນັ້ນບ່ອນດຽວ. ມີມື້ໜື່ງ ຂພຈ ໄປກວດສຸຂະພາບ

ເລີຍເຫັນ 2 ຜູ້ເຖົ້າຄູ່ໜື່ງ ບໍ່ມີລູກຫລານມານຳ, ເພີ່ນຄືຊິແມ່ນ ພງ ບຳນານ ສຸຂະພາບກໍ່ບໍ່ຄ່ອຍ

ແຂງແຮງຕາມພາສາຄົນແກ່ຫັ້ນລະ ຍ່າງກໍ່ໃຊ້ໄມ້ເທົ້າ, ເພີ່ນບໍ່ຮູ້ຈັກ ຄິດວ່າຢູ່ຕືກພະຍາດຫົວໃຈ

ກໍ່ຊິມີບ່ອນຈຳກາ ອປສ ເພີ່ນຈື່ງບໍ່ແວະເຂົ້າຕືກເຂດນອກ. ເມື່ອເປັນແນວນັ້ນພະຍາບານກໍ່ເລີຍ

ບອກເພີ່ນໄປຈ້ຳກາຜ່ານຢູ່ບ່ອນດັ່ງກ່າວ. ບັນດາທ່ານກໍ່ລອງຄິດເບີ່ງ ຖ້າຄົນເຈັບ ທີ່ອ່ອນເພຍ ບໍ່

ມີຜູ້ຊ່ວຍ ໄປກວດສຸຂະພາບຢູ່ຕືກ ຫົວໃຈ ຫລື ຕືກພະຍາດປອດ ມັນໄກຈາກຕືກເຂດນອກສົມຄວນ

ແລະ ຕ້ອງກັບ ໄປ ກັບມາ ສອງຮອບຈື່ງຈະໄດ້ຢາ. ເປັນຫຍັງຈື່ງບໍ່ຕັ້ງຈຸດໃຫ້ບໍລິການຫລາຍຈຸດແດ່?

ເພື່ອອຳນວຍຄວາມສະດວກໃຫ້ຜູ້ໃຊ້ບໍລິການ ບໍ່ແມ່ນຊິມີແຕ່ໃຊ້ອຳນາດທາງກົດໝາຍບັງຄັບໃຫ້

ຄົນເຂົ້າ ເພື່ອຈະໄດ້ເງີນເຂົ້າຫລາຍ ແຕ່ບໍ່ໃຫ້ຄວາມສະດວກແກ່ຜູ້ໃຊ້ບໍລິການ ເທົ່າທີ່ຄວນ, ຊ້ຳບໍ່ພໍ

ແພດໝໍກໍ່ບໍ່ຢາກໃຫ້ຢາດີ ມີຄຸນນະພາບແກ່ຜູ້ໃຊ້ບັດ


 ໃຫ້ອົດສາໄປກ່ອນ ເຊື່ອວ່າຈະມີການປັບປຸງການບໍລິການຂຶ້ນໄປເລື້ອຍ ເພາະເຊື່ອຫມັ້ນໃນການນຳພາຂອງພັກທີ່ສະຫລາດສ່ອງໃສ່ ອັນມີສະຫາຍຈູມ ເປັນຜູ້ ເຍີອງທາງ biggrinbiggrinbiggrinbiggrinbiggrin



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard