ແມ່ນບໍ່ວ່າ ແຕ່ກອ່ນ ອະເມລິກາ ມີລະບອບຂ້າທາດ ຈຳແນກຜີວ
ແລະ ໄດ້ຍິນວ່າ ຄົນລາວຢູ່ອະເມລິກາ ເຮັດວຽກເກີນ 8 ຊົ່ວໂມງ
ບາງຄົນ ຢູ່ແບບລີ້ໆ ລັບໆ
ບາງຄົນ ເຮັດວຽກ ແບບຫາເງິນສົດ
ເລົ່າໃຫ້ຟັງແດ່ວ່າ ກົດຫມາຍແຮງງານເປັນແນວໃດ
ຄົນລາວຢູ່ ອະເມລິກາ ມີວັນກຳມະກອນຢູ່ບໍ່
ຢ່າເວົ້າຫຼາຍ ຈະຂື້ນສັງຄົມນິຍົມແທ້ໆ ຍັງຕ້ອງໄດ້ເພິ່ງທຶນນິຍົມ!
ຖ້າບໍ່ອາໃສທຶນນິຍົມລາວເຮົາຈະເປັນແນວໃດ ໂຄສະນາເປັ້ງໆວ່າທືນນິຍົມນິຍົມກົດຂີ່ຂູດຮີດ ແລ້ວແມ່ນໃຜກົ້ມຫົວເລຍສອກທຶນນິຍົມຢູ່ທຸກມື້ນີ້!
ຢູ່ລາວ ຮອ້ງວ່າ ນັກລົງທຶນ ບໍ່ແມ່ນນາຍທຶນ
ອາຍາເອີຍ
Anonymous wrote: ຢູ່ລາວ ຮອ້ງວ່າ ນັກລົງທຶນ ບໍ່ແມ່ນນາຍທຶນ ອາຍາເອີຍ
ແລ້ວນັກລົງທຶນທີ່ທ່ານວ່ານັ້ນແມ່ນໃຜ ອັນນັ້ນແລະນາຍທຶນ!
ບັກລ້າເອີຍ!
ເປັນຫຍັງບໍ່ເຮັດສະຫະກອນລວມໝູ່ເພື່ອກ້າວຂື້ນສັງຄົມນິຍົມ?
ເປັນຫຍັງເຈົ້ານາຍບໍ່ຂີ່ລົດກາຍຕ້ຽນຂອງໂຊວຽດ?
Anonymous wrote:ແມ່ນບໍ່ວ່າ ແຕ່ກອ່ນ ອະເມລິກາ ມີລະບອບຂ້າທາດ ຈຳແນກຜີວແລະ ໄດ້ຍິນວ່າ ຄົນລາວຢູ່ອະເມລິກາ ເຮັດວຽກເກີນ 8 ຊົ່ວໂມງບາງຄົນ ຢູ່ແບບລີ້ໆ ລັບໆ ບາງຄົນ ເຮັດວຽກ ແບບຫາເງິນສົດ ເລົ່າໃຫ້ຟັງແດ່ວ່າ ກົດຫມາຍແຮງງານເປັນແນວໃດຄົນລາວຢູ່ ອະເມລິກາ ມີວັນກຳມະກອນຢູ່ບໍ່
ມັນບໍ່ກຽວກັບນາຍທືນ ມັນຂື້ນຢູ້ກັບຣັດຖະບານສໍ້ຣາຊບັງຫລວງເອົາປຽບປະຊາຊົນ
ບໍ່ຕ່າງກັບຣັດຖະບານຈີນ ຊືງເອົາສ່ວນກຳໄຮຫລາຍແຕ່ໍ່ແບງໃຫ້ພວກແຮງງານ
ຖ້າຢາກກັບຄືນໄປເປັນນະໂຍບາຍຂອງສະຫະພາບໂຊວຽດມາກເລນີນ( Communism Marx Lenin)
ຄົງຈະໄປບໍ່ຮອດຄືຄິວບາ ( Cuba )ຈັງຊັນຈີນແດງຊືງຫັນມາຫານາຍທືນປຽນຄຳເວົ້າໂຕເອງວ່າຊັງນາຍທືນ
ດີຫລືຊົວມັນຢູ່ນຳການສັດຊືແລະສໍ້ຣາຊບັງຫລວງຂອງພັກລັດ
ສາຫະກອນ ກໍແມ່ນ ຮູບແບບນຶ່ງຂອງການສ້າງເສດຖະກິດ ແຕ່ຍອ້ນການ ບໍລິຫານຈັດການ ບໍ່ໄດ້ດີ ແລະຂາດທຶນຮອນ ຈຶ່ງຕອ້ງປະໄປ
ເລີຍຫັນ ມາເຮັດການຜລິດ ແບບບຸກຄົນ ຈຶ່ງນຳຜົນໄດ້ທີ່ດີກວ່າ ບໍ່ວ່າ ທາງດ້ານພາສີ ຫລືບຸກຄົນ
ວັນນຶ່ງຂ້າງຫນ້າ ຖ້າມີການບໍລິຫານຈັດການດີ ການຜລິດບາງຢ່າງອາດຈັດເປັນແບບກະສິກອນໄດ້ ເຊັ່ນວ່າ ກາສິກອນຕ່ຳແຜ່ນແພ ຫາປາ ອື່ນໆ
ສວ່ນເອກະຊົນ ກໍແມ່ນສວ່ນນຶ່ງ ຂອງເສດຖະກິດ ໂດຍລັດ ໄດ້ອະນຸຍາດ ໃຫ້ເອກະຊົນ ທັງພາຍໃນ ແລະຕ່າງປະເທດ ໃນຮູບແບບສຳປະທານ ທີ່ມີລັດຖືຮຸ້ນນຳ
ເຊັ່ນເຂື່ອນນ້ຳເທີນ ລັດຈະໄດ້ທັງ ສວ່ນແບ່ງ ກຳໄລ ພາສີອາກອນ ແລະຄ່າ ສຳປະທານ ນຳອີກ
ສ່ວນກຳມະກອນ ຢູ່ແຕ່ລະບໍລິສັດ ຕ່າງໆ ຕັດຫຍິບ ເບັຍ ນ້ຳຫວານ ແມ່ນໄດ້ເປັນສາມະຊິກຊາວຫນຸ່ມ ກຳມະບານ ພັກ ໂດຍຂຶ້ນກັບ ອົງການຈັດຕັ້ງລັດ ເປັນຜູ້ຄຸ້ມຄອງ
ວັນທີ 1 ເດືອນ 5 ທຸກສຳນັກງານ ອົງການ ແລະ ບໍລິສັດ ໄດ້ສະເຫລີມສະຫລອງ ວັນກຳມະກອນສາກົນ ກັນຢ່າງມ່ວນຊື່ນ
ບໍ່ຄືກັບ ຄືຢູ່ໃນຮູບຂ້າງເທິງ
ກໍ່ມີແທ້ວັນກໍາມະກອນ ແຕ່ບໍ່ໄດ້ສະຫລອງໃນວັນທີ 1 ພຶສະພາ, ວັນກໍາມະກອນໃນສະຫະຣັຖແມ່ນ
ວັນຈັນທໍາອິດ ຂອງເດືອນກັນຍາ ຊຶ່ງໃນປີ 2013 ຖືກວັນຈັນ ທີ 2.
ຕາມກົດໝາຍ ຄົນງານຄົນນຶ່ງມີສິດເຮັດວຽກ 40 ຊົ່ວໂມງຕໍ່ອາທິດ ຫລືມື້ນຶ່ງ 8 ໂມງຊົ່ວໂມງ, ໂຮງ
ງານບາງແຫ່ງມີວຽກຫລາຍ ຈໍາຕ້ອງຂໍຄວາມຊ່ອຍເຫລືອຈາກຄົນງານໃຫ້ເຮັດວຽກລ່ວງເວລາ ໝາຍ
ຄວາມວ່າເຮັດວຽກ 10 ຊົ່ວໂມງຕໍ່ວັນ. ຄ່າແຮງງານທີ່ເຮັດວລ່ວງເວລາ ຈະຕ້ອງຫລາຍກ່ວາຄ່າແຮງ
ງານໃນເວລາທໍາມະດາປະມານເຄິ່ງນຶ່ງ, ຕົວຢ່າງ ຄ່າແຮງ 10 ໂດລາຕໍ່ຊົ່ວໂມງ ຕ້ອງຈ່າຍ 15 ໂດລາ.
ການເຮັດວຽກລ່ວງເວລາຕ້ອງເປັນການສະໝັກໃຈ, ສໍາລັບຂ້ອຍແລ້ວ ຈະເຮັດເຮັດແຕ່ວັນຣາຊະການ
ສ່ວນວັນເສົາແລະວັນອາທິດຈະບໍ່ເຮັດເດັດຂາດເພາະຢາກໃຊ້ເວລາກັບຄອບຄົວ.
ສ່ວນຄົນລາວທີ່ມາຢ້ຽມຢາມທີ່ນ້ອງແລະສວຍໂອກາດໄປເຮັດວຽກເອົາເງິນສົດນັ້ນມີແທ້ເນີ, ສ່ວນຫລາຍ
ຈະເຮັດຢູ່ຕາມຮ້ານອາຫານໄທ-ລາວ ໂຮງງານຕັດຫຍິບ ຕາມຮົ້ວໄຮ່ນາສວນ.
ຖ້າທ່ານສົນໃຈຢາກຮູ້ຕື່ມກົດໝາຍແຮງງານໃນສະຫະຣັຖ ກໍ່ເຂົ້າໄປສຶກສາໄດ້ຕາມລິ້ງລຸ່ມນີ້:
http://www.dol.gov/compliance/guide/
Anonymous wrote:Anonymous wrote: ຢູ່ລາວ ຮອ້ງວ່າ ນັກລົງທຶນ ບໍ່ແມ່ນນາຍທຶນ ອາຍາເອີຍ ແລ້ວນັກລົງທຶນທີ່ທ່ານວ່ານັ້ນແມ່ນໃຜ ອັນນັ້ນແລະນາຍທຶນ!ບັກລ້າເອີຍ!ເປັນຫຍັງບໍ່ເຮັດສະຫະກອນລວມໝູ່ເພື່ອກ້າວຂື້ນສັງຄົມນິຍົມ?ເປັນຫຍັງເຈົ້ານາຍບໍ່ຂີ່ລົດກາຍຕ້ຽນຂອງໂຊວຽດ?
ຢູ່ ສປປ ລາວ ນາຍທືນ ແລະ ຊົນຊັ້ນ ແມ່ນຖືກລົບລ້າງໄປພ້ອມກັບລະບອບລາຊາທິປະໄຕພຸ້ນແລ້ວ
ປະຈຸບັນ ມີແຕ່ ນັກທຸລະກິດ ແລະ ນັກລົງທືນ ເທົ່ານັ້ນ.
ຊົນຊັ້ນນັ້ນແມ່ນບໍ່ມີອີກແລ້ວ ມີແຕ່ຊັ້ນຄົນ.
Anonymous wrote:Anonymous wrote:Anonymous wrote: ຢູ່ລາວ ຮອ້ງວ່າ ນັກລົງທຶນ ບໍ່ແມ່ນນາຍທຶນ ອາຍາເອີຍ ແລ້ວນັກລົງທຶນທີ່ທ່ານວ່ານັ້ນແມ່ນໃຜ ອັນນັ້ນແລະນາຍທຶນ!ບັກລ້າເອີຍ!ເປັນຫຍັງບໍ່ເຮັດສະຫະກອນລວມໝູ່ເພື່ອກ້າວຂື້ນສັງຄົມນິຍົມ?ເປັນຫຍັງເຈົ້ານາຍບໍ່ຂີ່ລົດກາຍຕ້ຽນຂອງໂຊວຽດ? ຢູ່ ສປປ ລາວ ນາຍທືນ ແລະ ຊົນຊັ້ນ ແມ່ນຖືກລົບລ້າງໄປພ້ອມກັບລະບອບລາຊາທິປະໄຕພຸ້ນແລ້ວປະຈຸບັນ ມີແຕ່ ນັກທຸລະກິດ ແລະ ນັກລົງທືນ ເທົ່ານັ້ນ. ຊົນຊັ້ນນັ້ນແມ່ນບໍ່ມີອີກແລ້ວ ມີແຕ່ຊັ້ນຄົນ.
ຂໍຣົບກວນອະທິບາຍຄວາມໝາຍຂອງຄໍາວ່າຊົນຊັ້ນແລະຊັ້ນຄົນໃຫ້ຮູ້ນໍາແດ່ວ່າມັນແຕກຕ່າງກັນແນວໃດ?
ຂອບໃຈຫລາຍໆ.
ສະໃຫມລະບອຍເກົ່າມີ ຊົນຊັ້ນ ສັກດີນາ ຊົນຊັ້ນເຈົ້າຂຸນມຸນນາຍ ຊົນຊັ້ນນາຍທຶນ ແລະຊົນຊັ້ນກຳມະກອນຊາວນາ
ຊົນຊັ້ນສັກດີນາ ແມ່ນສູງສົ່ງ ທຸກຄົນຕອ້ງກາບ ຕອ້ງຄານ
ຊົນຊັ້ນເຈົ້າຂຸນມຸນນາຍ ແມ່ນອາໃສບາລະມີຂອງສັກດີນາ ຢູ່ຢ່າງຂຸນນາງ ມີນິດໃສເປັນນາຍ ມັກດູຖູກຄົນທຸກ ຄົນຍາກ ຕອ້ງໃຫ້ມີຄົນກາບໄຫວ້
ມີບາງຄົນມີນິດໃສຊາດນິຍົມ ຣັກສາເດີມຕະຫລອດ ມີນິດໃສຂີ້ຫຶງ ຂີ້ໂມ້
ສວ່ນ ບັນດານາຍທະຫານ ກໍເປັນແບບຂຸນພົນຜະເດັດການ ຖືລູກນອ້ງເປັນພຽງອາຣັກຂາ ຖ້າບໍ່ພໍໃຈ ກໍຈົກປຶນຍິງຖິ້ມຕໍ່ຫນ້າຕໍຕາ ມີການແຍ່ງຊິງອຳນາດ ມີ ການປະຕິວັດ ຂ້າກັນຕະຫລອດ
ຕົກມາດຽວນີ້ ມີຊັ້ນຄົນ ທຸກ ປານກາງ ແລະຮັ່ງມີ ຕາມພາສາຄົນລາວ
ແຕ່ທຸກຄົນມີສິດສະເຫມີພາບທາງດ້ານກົດຫມາຍ
ເຖິງວ່າມີການ ໂດຍກັນ ແຕ່ກໍແມ່ນ ໂດຍແບບສຸພາບ ລະຫວ່າງຜູ້ນອ້ຍ ແລະຜູ້ໃຫຍ່
ສວ່ນຄຳວ່າ ຈ້າວ ແມ່ນລະຫວ່າງ ຊັ້ນຄົນຕ່າງໆ
ສັງຄົມລາວ ດຽວນີ້ ມີອັນຄ້າຍຄຽງກັບສັງຄົມ ອະເມລິກາ
ແຕ່ ແຕກຕ່າງກັບສັງຄົມ ເພື່ອນບ້ານ ດ້ານຕາເວັນຕົກ ຢ່າງເຫັນແຈ້ງ