ຫລັງຈາກທີ່ເຮັດສົງຄາມຢູ່ອາຟການິສຖານ ແລະ ອີຣັກມາຫລາຍກວ່າ 10 ປີ ທີ່ກໍ່ຂຶ້ນໂຍ ຈອຊ ດັບເບີລຢູ ບຸຊ ກະເປົ໋າຂອງລູງແຊມ ກໍ່ລ້ອຍລໍ້ລົງ ແລະ ເປັນຫນີ້ເປັນສິນໄປທົ່ວ. ເມືອ ໂອບາມາຂຶ້ນກຳນຳນາດ ຈຳເປັນຕ້ອງຫລຸດຜ່ນຄ່າໃຊ້ຈ່າຍຢ່າງຫນັກ ກ່ອນທີ່ປະເທດຈະລົ້ມລະລາຍຈາກຫນີ້ສິນ. ໂອບາມາ ມີຄວາມລະມັດລະວັງເປັນພິເສດໃນການກໍ່ສົງຄາມຄັ້ງໃຫມ່ ເຊັ່ນ ຢູ່ ຊີເຣຍ. ອາເມລິກາຈະບໍ່ເຮັດສົງຄາມເອງ ແຕ່ ຫັນໄປຮ່ວມມືກັບພັນທະມິດເກົ່າຄືກຸ່ມອາລກໍອິດະ ໃນການໂຄ້ນລົມປະທານາທິບໍດີ ອັລ ອັຊຊາຊ. ປັດຈຸບັນ ຄວາມສຳພັນລະຫວ່າງທັງສອງ ຍັງຄົງລະຫວາດລະແວງກັນຢູ່ ເນື່ອງຈາກວ່າໄດ້ລົບກັນມາຫລາຍປີ ຢູ່ ອີຣັກ ແລະ ອາຟກາ. ແຕ່ພາຍໃຕ້ສະພາບການປະຈຸບັດ ອາເມລິກາຕ້ອງນຳໃຊ້ກຸ່ມກໍ່ການຮ້າຍນີ້ອີກເທື່ອໃຫມ່ ຫລັງຈາກທີ່ເຄີຍຮ່ວມມືກັບໃນການຕໍ່ສູ້ກັບລັດເຊຍຢູ່ອັຟການິດສະຖານຈົນໄດ້ໄຊຊະນະ. ທີ່ເປັນແນວນັ້ນຍ້ອນວ່າ ທ່ານທູດຂອງອາເມລິກາໄດ້ຖືກກຸ່ມມຸສະລິຫົວຮຸນແຮງ ໄດ້ສັງຫານ ແລະ ເຜົາສະຖານທູດອາເມລິກາຢູ່ລິເບຍ ທັງທີ່ອາເມລິກາໄດ້ສົ່ງອາວຸດໃຫ້ເຂົາເຈົ້າໃນການໂຄ້ນລົ້ມກັດດາຟີ. ປັດຈຸບັນມີກຸ່ມອີສະລາກຳລັງຕໍ່ສູ່ຢູ່ໃນຊີເຣຍ ປະມານ 80% ຂອງນັກຮົບ ແມ່ນາມຈາກນອກປະເທດ. ມີຊາວຊີເຣຍຮ່ວມມືພຽງ 20%
Chuck Hagel ເຕືອນທັມນຽບ 5 ແຈບໍ່ໃຫ້ຕັດງົບໃນການປ້ອງກັນປະເທດ
ຫລາຍກ່ວາ 41 ພັນລ້ານໂດລາໃນປີ 2013 ແລະຂໍງົບໃຊ້ໃນປີ 2014 ປະ
ມາ 550 ພັນລ້ານ ແຕ່ BCA ອາດຈະໃຫ້ໄດ້ແຕ່ 475 ພັນລ້ານ.
ເຖິງວ່າອາເມຣິກາຈະຕັດງົບທາງດ້ານການທະຫານລົງຫລາຍ ແຕ່ກໍ່ຍັງຮັກສາ
ຕໍາແໜ່ງທີ1 ໃນໂລກທີ່ໃຊ້ຈ່າຍງົບຫລາຍ ຖ້າທຽບໃສ່ຈີນທີ່ໃຊ້ງົບພຽງແຕ່ 2%
ຂອງຍອດຜົນຜະລິດລວມ ຫລື 162 ພັນລ້ານໂດລາ ແລະຣັຖເຊັຽ 90 ພັນລ້ານ.
ທີ່ເປັນແນວນັ້ນຍ້ອນອາເມລິກາຜະລິດຍົນຖີ້ມລະເບີບ ສະເຕລທ ລຳລະ 1 ພັນລ້ານໂດລາ