ຂ້າພະເຈົ້າ ໄປເຮັດໃບແຈ້ງໂທດເບີ 3 ຢູ່ທີ່ສານນະຄອນຫຼວງ
ເມື່ອຈ່າຍຄ່າ ທຳນຽມໃບແຈ້ງໂທດ ພະນັກງານຮັບເງິນ ພັດບໍ່ມີໃບຮັບເງິນໃຫ້ຂ້ອຍ ແລະໃບນັດເອົາໃບແຈ້ງໂທດ ກໍ່ບໍ່ມີ
ພະນັກງານຂາເຂົ້າ-ຂາອອກ ມີແຕ່ບອກວ່າອາທິດ ມາເອົາໃບແຈ້ງໂທດ ບາດໄປເອົາບອກວ່າ ຍັງເຮັດບໍ່ທັນແລ້ວ ນັດຕໍ່ໄປອີກ
ຂ້າພະເຈົ້າ ໄດ້ຈ່າຍເງິນໄປແລ້ວ 260.000ກີບ.
ຢາກໃຫ້ພາກສ່ວນສານນະຄອນຫຼວງ ອອກໃບນັດ ລວມທັງໃບຮັບເງິນໃຫ້ແກ່ປະຊາຊົນ ທີ່ໄປໃຊ້ບໍລິການ ຂອງສານນະຄອນຫຼວງ.
ປະຊາຊົນລາວ wrote:ຂ້າພະເຈົ້າ ໄປເຮັດໃບແຈ້ງໂທດເບີ 3 ຢູ່ທີ່ສານນະຄອນຫຼວງເມື່ອຈ່າຍຄ່າ ທຳນຽມໃບແຈ້ງໂທດ ພະນັກງານຮັບເງິນ ພັດບໍ່ມີໃບຮັບເງິນໃຫ້ຂ້ອຍ ແລະໃບນັດເອົາໃບແຈ້ງໂທດ ກໍ່ບໍ່ມີພະນັກງານຂາເຂົ້າ-ຂາອອກ ມີແຕ່ບອກວ່າອາທິດ ມາເອົາໃບແຈ້ງໂທດ ບາດໄປເອົາບອກວ່າ ຍັງເຮັດບໍ່ທັນແລ້ວ ນັດຕໍ່ໄປອີກຂ້າພະເຈົ້າ ໄດ້ຈ່າຍເງິນໄປແລ້ວ 260.000ກີບ.ຢາກໃຫ້ພາກສ່ວນສານນະຄອນຫຼວງ ອອກໃບນັດ ລວມທັງໃບຮັບເງິນໃຫ້ແກ່ປະຊາຊົນ ທີ່ໄປໃຊ້ບໍລິການ ຂອງສານນະຄອນຫຼວງ.
ເຂົາໂກງເຈົ້າແລ້ວ.ໃກ້ຂຽນຈົດໝາຍໄປປ່ອນລົງຕູ້ຮ້ອງທຸກ,ສົ່ງເຂົ້າສະພາໃຫ້ຜູ້ແທ່ນພັກຕໍ່ວ່າໃຫ້.
ເສຍເງິນ 10,000 ກີບ ຄ່າທຳນຽມຫນຶ່ງຫນາ
ຄວາມຜິດຢູ່ກັບທ່ານເອງ ບໍ່ຕ້ອງຈົກເງິນອອກຈ່າຍກ່ອນຈະໄດ້ໃບລາຍງານ
ແລະໃບຮັບເງິນຈາກພະນັກງານ ເຮົາຕ້ອງສລາດກ່ອນເຂົາ
ຂ້ອຍໂລດເບື່ອຫລາຍ ກັບຄຳວ່າ ລ້ຽງນ້ຳລ້ຽງໃນນິ ໄປໃສ່ກະໄດ້ຍິນ
ຂ້ອຍໄປເຮັດສາມມື້ໄດ້ ຄ່າທຳນຽມ 15.000 ກີບ
ເຮັດແນວເພິ່ນຊິໄດ້ເງິນ!
ຈົບ!
Anonymous wrote: ຄວາມຜິດຢູ່ກັບທ່ານເອງ ບໍ່ຕ້ອງຈົກເງິນອອກຈ່າຍກ່ອນຈະໄດ້ໃບລາຍງານ ແລະໃບຮັບເງິນຈາກພະນັກງານ ເຮົາຕ້ອງສລາດກ່ອນເຂົາ
ຄັນເຮັດຄືທ່ານວ່ານັ້ນ ພະນັກງານຜູ້ທີ່ເຮັດ ນັ່ງແກະຂີ້ເລັບມືໃຫ້ເບີ່ງຊື່ໆດ໋ອກ..
ແມ່ນຕ້ອງຫົວໄວທັນພວກພະນັກງານບໍ່ວ່າພະນັກງານຢູ່ກະຊວງໃດ
ກໍຕາມ ກ່ອນຈະຈ່າຍເງີນໄຫ້ເຂົາ ຕ້ອງຖາມເຂົາວ່າຫລັງຈ່າຍເງີນໄປ
ຈະເຮັດໃບໄດ້ຮັບເງີນໄຫ້ເຮົາຫຼືບໍ່ ໝູ່ຂອງ ຂພຈ ໄປຝາກຊອງໜັງສື
ດ່ວນໄປເມືອງນອກ ພະນັກງານໄປສະນີວ່າ ໂອເຄ ຝາກທຳມະດາ
26 000 ຝາກດ່ວນ52 000 ໝູ່ ຂພຈ ກໍເລີຍຈ່າຍ52 000 ໂດຍ
ບໍ່ໄດ້ຖາມເອົາໃບຮັບເງີນຈາກ ພະນັກງານໄປສະນີ ຜູ່ລໍຮັບເອົາໜັງສື
ຝາກດ່ວນ ເປັນເດືອນຈື່ງໄດ້ຮັບແລະເບີ່ງຄ່າທຳນຽມໄປສະນີແມ່ນເພີ່ນ
ໃສ່ແຕ່26000 ລາຄາຝາກທຳມະດາ ອີກ26000ບຸລຸດໄປສະນີເພີ່ນເອົາ
ໃສ່ຖົງເພີ່ນເອງ ສະນັ້ນພີ່ນ້ອງລາວທັງຫລາຍກ່ອນຈະຈ່າຍເງີນໄຫ້ກົມໃດ
ກະຊວງໃດໄຫ້ຖາມເພີ່ນກ່ອນເພີ່ນຈະເຮັດໃບຮັບເງີນໄຫ້ບໍຫລັງຈາກທີ່
ຈ່າຍເງີນໄປແລ້ວ ເພືອເປັນຫລັກຖານໃນຂ້າງໜ້າ
ປານບ້ານປ່າເມືອງເຖື່ອນເອົາໂລດເນາະອັນບ້ານເກີດເມືອງນອນຂອງກູນີ້ນະ
ບໍ່ມີກົດບໍ່ມີເກນຫຍັງໝົດ ເຮັດແນວໃດ ແລະດົນປານໃດຈຶ່ງຈະກ້າວຂຶ້ນເຖິງ
ສັງຄົມນິຍົມລະທ່ານຜູ້ນຳທັງຫລາຍເອີຍ??????????????????????????
ພາກັນກິນຕັ້ງແຕ່ຂັ້ນບ້ານຂຶ້ນຮອດເຖິງຂັ້ນປະເທດ, ຜູ້ປະຊາຊົນຫາເຊົ້ກິນຄ່ຳ
ຈະຢູ່ຈະກິນກັນແນວໃດ???????????????????????????????????????
ຄຶດມາແລ້ວອຸກ ຖ້າຈະໄປຜູກຄໍຕາຍຊ້ຳຜັດຄານຳບັນຫາເລື່ອງຫໍ່ເຂົ້າງາຍໄປ
ພ້ອມ ເພາະບໍ່ມີຮອດແນວຈະຫໍ່ເປັນເຂົ້າງາຍເລີຍ.
zack wrote:wao lie juk noy pai yarm laos bor dai ner
wao lie juk noy pai yarm laos bor dai ner
yes make me wonder too Zack , how do they (Lao govt)
know , if you don't turn me in
Anonymous wrote: ປານບ້ານປ່າເມືອງເຖື່ອນເອົາໂລດເນາະອັນບ້ານເກີດເມືອງນອນຂອງກູນີ້ນະບໍ່ມີກົດບໍ່ມີເກນຫຍັງໝົດ ເຮັດແນວໃດ ແລະດົນປານໃດຈຶ່ງຈະກ້າວຂຶ້ນເຖິງສັງຄົມນິຍົມລະທ່ານຜູ້ນຳທັງຫລາຍເອີຍ??????????????????????????ພາກັນກິນຕັ້ງແຕ່ຂັ້ນບ້ານຂຶ້ນຮອດເຖິງຂັ້ນປະເທດ, ຜູ້ປະຊາຊົນຫາເຊົ້ກິນຄ່ຳຈະຢູ່ຈະກິນກັນແນວໃດ???????????????????????????????????????ຄຶດມາແລ້ວອຸກ ຖ້າຈະໄປຜູກຄໍຕາຍຊ້ຳຜັດຄານຳບັນຫາເລື່ອງຫໍ່ເຂົ້າງາຍໄປພ້ອມ ເພາະບໍ່ມີຮອດແນວຈະຫໍ່ເປັນເຂົ້າງາຍເລີຍ.
ບໍ່ແມ່ນແນວນັ້ນດອກທ່ານເອີຍ ພວກທີ່ເສຍເງິນແບບນັ້ນ ແມ່ນພວກມັກງ່າຍ, ບໍ່ຊອກຮູ້ ແລະ ບໍ່ຮູ້ຂັ້ນຕອນຂອງການເຮັດວຽກໃນແຕ່ລະບ່ອນ ທີ່ມັກພົບບັນຫາດັ່ງກ່າວສ່ວນບ່ອນທີ່ມີການເສຍຄ່າທຳນຽມເອກະສານ ເພິ່ນກໍ່ຕິດປະກາດໄວ້ໃຫ້ເຫັນໂລດ. ສ່ວນໃບຮັບເງິນນັ້ນ ຈະມີແຕ່ພາກສ່ວນຄຸ້ມຄອງການເງິນເທົ່ານັ້ນ. ສ່ວນພາກສ່ວນບໍລິຫານເພິ່ນຈະຂຽນໃສ່ປຶ້ມໄວ້ ເພື່ອສະຫຼູບ ແລະ ນຳໃຊ້ໃນວຽກງານບໍລິຫານຂອງບ່ອນດັ່ງກ່າວ.