ຫຼັງປະສົບຜົນສຳເລັດປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດ ກໍຄືການດຳເນີນກິດຈະການນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ ອັນເຮັດໃຫ້ບໍລິສັດລັດວິສາຫະກິດຫວຍພັດທະນາ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຂະນະດຽວກັນ ກໍໄດ້ປະກອບສ່ວນໃຫ້ແກ່ສັງຄົມຫຼາຍດ້ານ ລວມເປັນເງິນຫຼາຍຕື້ກີບ ເຊິ່ງຜົນງານດີເດັ່ນຄືດັ່ງກ່າວ ໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ-ລັດຖະບານ ດັ່ງວັນທີ 12 ເມສາ 2013 ບໍລິສັດລັດວິສາຫະກິດຫວຍພັດທະນາ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ໂດຍທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີວ່າການກະຊວງການເງິນ ໃຫ້ກຽດປະດັບ ແລະ ມີບັນດາຫົວໜ້າກົມຈາກກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຂະນະທີ່ກະຊວງການເງິນ ກໍຄືບໍລິສັດລັດວິສາຫະກິດຫວຍພັດທະນາ ກໍໄດ້ມອບໃບຍ້ອງຍໍໃຫ້ແກ່ຕົວແທນຈຳໜ່າຍໃນທົ່ວປະເທດຕື່ມອີກ.
ທ່ານ ພູເພັດ ຄຳພູນວົງ ໄດ້ກ່າວຊົມເຊີຍຜົນງານ ທີ່ບໍລິສັດລັດວິສາຫະກິດຫວຍພັດທະນາຍາດມາໄດ້ ທັງໄດ້ເນັ້ນໃຫ້ຫວຍພັດທະນາ ທີ່ເປັນພາກສ່ວນໜຶ່ງທີ່ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ດີນັ້ນ ເອົາໃຈໃສ່ມອບພັນທະແຕ່ລະປີໃຫ້ເພີ່ມຂຶ້ນ ອັນເປັນຖານລາຍຮັບທີ່ສຳຄັນໃຫ້ແກ່ງົບປະມານຂອງລັດ ແລະ ເພື່ອບັນລຸເປົ້າໝາຍນັ້ນ ຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງ ຕະຫຼອດຮອດພະນັກງານບໍລິສັດລັດວິສາຫະກິດຫວຍພັດທະນາ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າສ້າງຜະລິດຕະພັນໃໝ່ໃຫ້ມີຫຼາຍຮູບແບບຢ່າງຖືກຕ້ອງເໝາະສົມ ພ້ອມກັນເປັນເຈົ້າການຕ້ານ ແລະ ສະກັດກັ້ນຫວຍທີ່ບໍ່ຖືກຕ້ອງຕາມກົດໝາຍ ເພື່ອເຮັດໃຫ້ການດຳເນີນກິດຈະການເຕີບໃຫຍ່ຂະຫຍາຍຕົວ ສາມາດສ້າງລາຍຮັບໄດ້ຫຼາຍຂຶ້ນເປັນລຳດັບ
ຂາຍດິບ ຂາຍດີ ອີຫລີ
ເງິນຊຶ້ເລກ ຊື້ຫວຍແບບບໍ່ອັ້ນເດີ
ໃຜວ່າ ຄົນລາວທຸກ
Anonymous wrote:ຫຼັງປະສົບຜົນສຳເລັດປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດ ກໍຄືການດຳເນີນກິດຈະການນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ ອັນເຮັດໃຫ້ບໍລິສັດລັດວິສາຫະກິດຫວຍພັດທະນາ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຂະນະດຽວກັນ ກໍໄດ້ປະກອບສ່ວນໃຫ້ແກ່ສັງຄົມຫຼາຍດ້ານ ລວມເປັນເງິນຫຼາຍຕື້ກີບ ເຊິ່ງຜົນງານດີເດັ່ນຄືດັ່ງກ່າວ ໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ-ລັດຖະບານ ດັ່ງວັນທີ 12 ເມສາ 2013 ບໍລິສັດລັດວິສາຫະກິດຫວຍພັດທະນາ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ໂດຍທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີວ່າການກະຊວງການເງິນ ໃຫ້ກຽດປະດັບ ແລະ ມີບັນດາຫົວໜ້າກົມຈາກກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຂະນະທີ່ກະຊວງການເງິນ ກໍຄືບໍລິສັດລັດວິສາຫະກິດຫວຍພັດທະນາ ກໍໄດ້ມອບໃບຍ້ອງຍໍໃຫ້ແກ່ຕົວແທນຈຳໜ່າຍໃນທົ່ວປະເທດຕື່ມອີກ. ທ່ານ ພູເພັດ ຄຳພູນວົງ ໄດ້ກ່າວຊົມເຊີຍຜົນງານ ທີ່ບໍລິສັດລັດວິສາຫະກິດຫວຍພັດທະນາຍາດມາໄດ້ ທັງໄດ້ເນັ້ນໃຫ້ຫວຍພັດທະນາ ທີ່ເປັນພາກສ່ວນໜຶ່ງທີ່ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ດີນັ້ນ ເອົາໃຈໃສ່ມອບພັນທະແຕ່ລະປີໃຫ້ເພີ່ມຂຶ້ນ ອັນເປັນຖານລາຍຮັບທີ່ສຳຄັນໃຫ້ແກ່ງົບປະມານຂອງລັດ ແລະ ເພື່ອບັນລຸເປົ້າໝາຍນັ້ນ ຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງ ຕະຫຼອດຮອດພະນັກງານບໍລິສັດລັດວິສາຫະກິດຫວຍພັດທະນາ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າສ້າງຜະລິດຕະພັນໃໝ່ໃຫ້ມີຫຼາຍຮູບແບບຢ່າງຖືກຕ້ອງເໝາະສົມ ພ້ອມກັນເປັນເຈົ້າການຕ້ານ ແລະ ສະກັດກັ້ນຫວຍທີ່ບໍ່ຖືກຕ້ອງຕາມກົດໝາຍ ເພື່ອເຮັດໃຫ້ການດຳເນີນກິດຈະການເຕີບໃຫຍ່ຂະຫຍາຍຕົວ ສາມາດສ້າງລາຍຮັບໄດ້ຫຼາຍຂຶ້ນເປັນລຳດັບ
ການພະນັນຜິດກົດໝາຍ ແຕ່ລັດພັດສົ່ງເສີມໃຫ້ຫລິ້ນຫວຍ ຂອງລັດເອງ
ຂ້ອຍຖືວ່າ ການຫລິ້ນຫວຍແມ່ນການພະນັນ
Zack , ຫວຍພັດທະນາເປັນການພະນັນທີ່ຖືກຕ້ອງຕາມກົດໝາຍແລະນໍາລາຍໄດ້ງາມມາໃຫ້ລັດແລະເຈົ້າຂອງຫວຍ.
ຫລາຍໆໝູ່ບ້ານທີ່ສອກຫລີກຫ່າງໄກມີຫົນທາງປູຢາງເຂົ້າບ້ານ ມີນໍ້າສະອາດດື່ມ ມີໄຟຟ້າໃຊ້ໃຕ້ສຫວ່າງສະໄຫວກໍ່
ຍ້ອນເງິນທີ່ໄດ້ມາຈາກຫວຍພັດທະນາເປັນສ່ວນໃຫຍ່ ບໍ່ແມ່ນໄດ້ຈາກການຊ່ອຍເຫລືອຂອງສາກົນຄືເຂົາປ່າວຂ່າວ,
ສະນັ້ນ ຜູ່ເຮັດວຽກດີ ມີຜົນງານເດັ່ນກໍ່ຄວນຍົກຍ້ອງສັນລະເສີນ.
Anonymous wrote: ຂາຍດິບ ຂາຍດີ ອີຫລີ ເງິນຊຶ້ເລກ ຊື້ຫວຍແບບບໍ່ອັ້ນເດີ ໃຜວ່າ ຄົນລາວທຸກ
ບໍ່ທຸກດອກ
ເງິນຈະຊື້ເຂົ້າມາຊິແຕກກະບໍ່ມີ
ເງິນມີທໍ່ໃດຂອດເຂາະຂອດຂ້ຽວເອົາໄປຊື້ຫວຍເໝິດ
ຊ້ຳບໍ່ໜຳຫາຢືມບ້ານຢືມເມືອງ ຕົວະວ່າຊິເອົາໄປໃຊ້ນັ້ນໃຊ້ນີ້
ໃຊ້ແມ່ມັນຫຍັງ ພຸ້ນ ເງິນໄປຢູ່ກັບພວກຂາຍຫວຍເໝິດກ້ຽງ
ຕື່ນນອນມາໂສເຫຼ້ແຕ່ຄວາມຝັນ ຕີເປັນເລກທຸກມື້
ຫຼິ້ນຫວຍມາຈັກປີມີແຕ່ທຸກ ມີໃຜຮັ່ງຍ້ອນຫວຍຈັກຄົນບໍ່