http://www.guardian.co.uk/world/2013/apr/23/north-korea-demands-nuclear-club
ບໍ່ຮູ້ວ່າອາເມລິກາສິທຳໃຈຍອມຮັບສະມາຊິກໃຫມ່ໄດ້ຊ່ຳໃດ໋ທີ່ຢາກເຂົ້າເປັນສະມາຊິກຊົມລົມໃນ 5 ປະເທດທີ່ມີອາວຸດນິວເຄລຍ. ຄາດເອົາໄວ້ວ່າຫລັງຈາກ ສປປ ເກົາຫລີເຂົ້າໄດ້ແລ້ວ ເອຍຣານ ກະສິຂໍເຂົ້ານຳ. ເບິ່ງຊົງງານນີ້ ອາເມລິການຄົງສິທຳໃຈລຳບາກທີ່ຈະໄດ້ສ່ຽວໃຫມ່ (ທີ່ບໍ່ຕ້ອງການ)
ລ້ຽງປະຊາຊົນໃຫ້ອິ່ມໜໍາາລານກ່ອນ ຈຶ່ງຜະລິດນິວຄະເລຍ.
ສ່ວນຫລາຍປະເທດທີ່ມີນິວເຄລຍມັກຂົ່ມເຫັ່ງປະເທດທີ່ບໍ່ມີນິວເຄລຍ - ເຂົາກະຢາກມີຄືກັນ ຈະໄດ້ປ້ອງກັນໂດເອງບໍ່ໃຫ້ປະເທດໃຫຍ່ລັງແກ່ປະເທດນ້ອຍ ຍົກຕົວຢ່າງ ລັດເຊຍ ລັງແກ່ ຈໍເຈຍ
ຜູ້ໃດກໍ່ຢາກມີຫັ້ນແລ້ວນິວເຄຍຫັ້ນແນວວ່າມີແລ້ວຜູ້ໃດກໍ່ຢ້ານຖ້າບໍ່ແພງຫຼາຍຊິສະເໝີນຳທ່ານຈູມ
ໃຫ້ເພິ່ນຂໍຊຶ້ນຳເກົາຫຼີເໜຶອຈັກລູກເພຶ່ອເອົາໄວ້ປ້ອງກັນປະເທດລາວ.
ມີແລ້ວເຮັດຫຍັງໄດ້? ປະຊາຊົນຫີວຕາຍທົ່ປະເທດ ຄືບໍ່ເອົາເງິນທີ່ສ້າງຣະເບີດນິວເຄັລຍຊື້ອາຫານມາລ້ຽງເຂົາ?
ປະເທດປາກິສຖານກໍປະເທດນຶ່ງທີ່ຂຍອງຂແຍງເບັ່ງໃສ່ອິນເດັຍພາຍຫລັງມີລະເບີດນິວເຄັລຍ ແຕ່ຜົນສຸເທ້າຍ
ປະຊາຊົນຂ້າກັນເອງຍ້ອນບໍ່ມີອາຫານຍັດທ້ອງ.
if you don't have it . they will treat you like a dog on the street . that's what we call * tine xang yieb pak nok* no voice.
Anonymous wrote:ລ້ຽງປະຊາຊົນໃຫ້ອິ່ມໜໍາາລານກ່ອນ ຈຶ່ງຜະລິດນິວຄະເລຍ.
ເພື່ອຄວາມຫມັ້ນຄົງຂອງເຂົາ ມັນກໍ່ຈຳເປັນຕ້ອງໄດ້ເຮັດ
ທຸກກໍ່ຕ້ອງໄດ້ອົດ. ຖ້າປະເທດບໍ່ມີສະຖຽນລະພາບ ການພັດທະນາ
ເສຖກິດກໍ່ເຮັດໄດ້ຍາກ. ອະເມຣິກາກໍ່ສນຸກຂົ່ມເຫັງອີກ
North Korea had been a party to the NPT but withdrew in 2003,i think it s fine to allow N,korea to join the club..when they join the club, they will have more regulations.
Anonymous wrote: http://www.guardian.co.uk/world/2013/apr/23/north-korea-demands-nuclear-club ບໍ່ຮູ້ວ່າອາເມລິກາສິທຳໃຈຍອມຮັບສະມາຊິກໃຫມ່ໄດ້ຊ່ຳໃດ໋ທີ່ຢາກເຂົ້າເປັນສະມາຊິກຊົມລົມໃນ 5 ປະເທດທີ່ມີອາວຸດນິວເຄລຍ. ຄາດເອົາໄວ້ວ່າຫລັງຈາກ ສປປ ເກົາຫລີເຂົ້າໄດ້ແລ້ວ ເອຍຣານ ກະສິຂໍເຂົ້ານຳ. ເບິ່ງຊົງງານນີ້ ອາເມລິການຄົງສິທຳໃຈລຳບາກທີ່ຈະໄດ້ສ່ຽວໃຫມ່ (ທີ່ບໍ່ຕ້ອງການ)
ສະບາຍດີພີ່ນ້ອງເພືອ່ນຮ່ວມຊາດທີ່ຮັກແພງ ທັງໃນ ແລະ ນອກ ປທ.
ຕາມປົກກະຕິໃນ ປທ ທີ່ປົກຄອງກັນດ້ວຍສິນທັມ ແລະ ກົດໝາຍ ລຖບ ເຂົາຈະຕ້ອງຮັກສາ ຄວາມສະຫັວດດີພາບ
ພາລາດອນພາບ ການຢູ່ການກິນປາກທ້ອງ ຂອງ ປຊຊ ໃນ ຊາດຂອງເຂົາ ກ່ອນເຂົາຈະເອົາງົບປະມານນັ້ນມາສ້າງອາວຸດ
ແຂ່ງຂັນກັນ ຄື ປທ ຂີ້ ທຸກ ຄອມມິວນິສທັງຫລາຍ. ນີ້ຄືຫັລກການ government of the people, by the
people, and for the people. ໝາຍຄວາມວ່າ ເຂົາຕອ້ງ Take care of people first. ດັ່ງ ນັ້ນ ງົບ ປະມານ
Health and Human Services ຂອງຊາດ ເຂົາ ຈະລາຍກົ່ວາ ງົບ ປະມານປ້ອງກັນປະເທດ ຕັ້ງ 2-3 ເທົ້າຕົວ.
ຂີ້ຊ້າງ...ໂດຍສະເພາະ ອາວຸດຈີນແດງ ແລະ ລັດເຊັຽ ແມ່ນ prepare for WWII, not WWIII. ຫາກເກີດ Direct
Confrontation between North Korea and The United States most North Korea conventional
weapons ຈະຖືກອະເມຣິກາທໍາລາຍດ້ວຍຣະບົບ GPS ໃຫ້ລາບຄາບຊີ້ນເຊີງ ໃນ First strike. ຢ່າອວດສາມຫາວ ເອົາ
ປທຊ ໄປ ໂດນກັບ ມະຫາອໍານາດທີໝຶ່ງຂອງໂລກ. ບົດຮຽນນີ້ ປະກົດ ວ່າ ເຮົາຮຽນຜ່ານມາແລ້ວ ເມືອ່ ສະມອງກົບ ສຸພານຸວົງສ໌
ແລະ ສະມອງ ຮວກ ໄກສອນ ໃດ້ເອົາ ປທຊ ລາວ ໄປ ຊົນກັບ ມະຫາອໍານາດ ທີໝຶ່ງຂອງໂລກ. ການເອົາ ປທ ຊາດນ້ອຍໆ ໄປຊົນກັບ
ມະຫາອໍານາດ ທີ່ມີ ເສຍານຸພາບທາງດ້ານການທະຫານ ທົ່ວໂລກ ກໍ ບໍ່ຕ່າງຫັຍງ ກັບ ເຮົາເອົາໄຂ່ໄປ ຖັບໄສ່ຫີນ. ຖາມ ເຮົາເອົງວ່າ
ຣະວ່າງ ໄຂ່ກັບຫີນ ໄຜ ຈະແຕກກ່ອນໄຜ? ຫັວງວ່າ ເຈົ້າຂອງ ກະທູ້ນີ້ ຈະຮຽນ: ຫັລກການ ພິໄຊສົງຄາມ ແລະ ການທູດ.
ປທລ ເປັນ ປທ ນ້ອຍໆ: ເຮົາ ກົ່ງໃດ້ ແຕ່ ເຮົາ ຫັກບໍ່ໃດ້. (We can bend but we can't break).
ສິດເອກ ພະເຈົ້າ ຟ້າງຸ່ມ.
ເຫັນແຕ່ຂ່າວອົດອາຫານ ອອກມາຈາກ ຂ່າວຕາເວັນຕົກ ບໍ່ມີໃຜຢາກເຊື່ອ ເພາະຢ້ານວ່າ ການໂຄສະນາຊວນເຊື່ອທຳລາຍລະບອບ ສັງຄົມນິຍົມ ແລະ ປະຊາຊົນເກົາຫລີເຫນືອ ທຸກມື້ນີ້ກໍ່ສຸກສະບາຍດີ ທຸກຄົນມີວຽກເຮັດງານທຳ ບໍ່ຫວ່າງງານ. ການມີຄວາມສຸກບໍ່ຈຳເປັນຕ້ອງມີເງິນຫລາຍ ແຕ່ທຸກຄົນມີຄວາມຮັກແພງ ແລະ ຊ່ວຍເຫລືອກັນ ບໍ່ເຫັນແກ່ຕົວ ແລະ ແບ່ງຊັນວັນນະທາງສັງຄົມ ແລະ ເສດຖະກິດ
Anonymous wrote:ເຫັນແຕ່ຂ່າວອົດອາຫານ ອອກມາຈາກ ຂ່າວຕາເວັນຕົກ ບໍ່ມີໃຜຢາກເຊື່ອ ເພາະຢ້ານວ່າ ການໂຄສະນາຊວນເຊື່ອທຳລາຍລະບອບ ສັງຄົມນິຍົມ ແລະ ປະຊາຊົນເກົາຫລີເຫນືອ ທຸກມື້ນີ້ກໍ່ສຸກສະບາຍດີ ທຸກຄົນມີວຽກເຮັດງານທຳ ບໍ່ຫວ່າງງານ. ການມີຄວາມສຸກບໍ່ຈຳເປັນຕ້ອງມີເງິນຫລາຍ ແຕ່ທຸກຄົນມີຄວາມຮັກແພງ ແລະ ຊ່ວຍເຫລືອກັນ ບໍ່ເຫັນແກ່ຕົວ ແລະ ແບ່ງຊັນວັນນະທາງສັງຄົມ ແລະ ເສດຖະກິດ
ມີແຕ່ພວກນັກຮ້ອງນັກສະແດງຫັ້ນລະອົດອາຫານເພາະເຂົາຢ້ານຕຸ້ຍ ສ່ວນເດັກນ້ອຍຢູ່ເຂດຊົນນະບົດ
ນັ້ນອຶດອາຫານຈົນອົງການສະຫະປະຊາຊາດຕ້ອງໄດ້ຂົນເຂົ້າປາອາຫານໄປແຈກຈ່າຍໃຫ້ເຂົາເຈົ້າ.
Anonymous wrote:ສ່ວນຫລາຍປະເທດທີ່ມີນິວເຄລຍມັກຂົ່ມເຫັ່ງປະເທດທີ່ບໍ່ມີນິວເຄລຍ - ເຂົາກະຢາກມີຄືກັນ ຈະໄດ້ປ້ອງກັນໂດເອງບໍ່ໃຫ້ປະເທດໃຫຍ່ລັງແກ່ປະເທດນ້ອຍ ຍົກຕົວຢ່າງ ລັດເຊຍ ລັງແກ່ ຈໍເຈຍ
ປະເທດທີ່ມີອາວຸດ neuclear ບໍ່ຕ່າງຫຍັງກັບຄົນທີ່ມີເຄື່ອງແຄ້ວຂອງຄົງ
ຖ້າຜະລິດ neuclear ມາໃຊ້ໃນການພັດທະນາແມ່ນແນວຄິດທີ່ດີ, ແຕ່ເກົາຫລີເໜືອ
ຢາກມີມາຂົ່ມຂູ່ປະເທດໄກ້ຄຽງ. ຖ້າປະເທດເຮົາແມ່ນເກົາຫລີໃຕ້ ເຮົາຈະຮັບໄດ້ບໍ?