ຫົນທາງແມ່ນຊັບສົມບັດ ຂອງຊາດ ຂອງປະຊາຊົນ
ໃຜໆ ກໍຕອ້ງໄດ້ໃຊ້ເສັ້ນທາງ
ເສັ້ນທາງຕອ້ງມີຄຸນນະພາບດີ ແລະທົນທານ
ນອກຈາກລັດຕອ້ງລົງທຶນແລວ້ ສຳຫລັບທາງຮອ່ມ ປະຊາຊົນຍັງໄດ້ປະກອບສວ່ນ ແບບ 70-30%
ດັ່ງນັ້ນ ມູນຄ່າການກໍ່ສ້າງ ປະຊາຊົນກໍຕອ້ງມີສວ່ນຕັດສີນນຳກັນ
ຕົວຢ່າງ ເສັ້ນທາງຢູ່ໃນຮູບນີ້ ຫນັງສືພີມເພີ່ນລາຍງານວ່າ ແມ່ນທາງຊີມັງ ຫນາ 20 ເຊັນ ມີລວງຍາວ 695m ໃນນັ້ນ 7 ແມດ ຍາວ 250m ສວ່ນເຫລືອ 445ແມດ ແມ່ນກວ້າງ 5ແມດ ໄລ່ສະເລັ່ຍແລວ້ ແມ່ນ ກວ້າງ 5.7 ແມດ
(ທັງຫມົດ ອາດຈະຕອ້ງໃຊ້ ເບຕົງ 795m3 ແລະ ອາດຈະໃຊ້ເຫລັກປະມານ 80 ໂຕນ)
ສວ່ນມູນຄ່າກໍ່ສ້າງ ແມ່ນ 8.71 ຕື່ກີບ ຫລື 8710 ລ້ານກີບ
ມາໃລ່ສະເລັ່ຍແລວ້ ຕົກເປັນ 12.5 ລ້ານກີບ/ແມດ ຫລື 12,5 ຕື້ຕໍ່ ກິໂລແມດ ຫລື 2.2 ລ້ານຕໍ່ ມ2
ໄລ່ເປັນເງິນໂດລາ ແມ່ນ ປະມານ 1,56 ລ້ານ ໂດລາ ຕໍ່ ກລມ
ຢາກຂໍຄວາມກະລຸນາ ມາຍັງທ່ານທີ່ເປັນວິຊາການ ໃຫ້ຄວາມເຫັນແດ່ວ່າ ມູນຄ່າການກໍ່ສ້າງດັ່ງກ່າວ ແມ່ນເຫມາະສົມ ພໍທີ່ຈະໄປນຳໃຊ້ໃຫ້ເປັນມາດຖານໄດ້ຫລືບໍ່
ເພື່ອບາງທີ ບາດເພິ່ນມາສ້າງທາງຮອ່ມຕໍ່ຫນ້າບ້ານຂອ້ຍ ຈັ່ງສີມີແນວສົມທຽບກັນ ເພາະທາງບ້ານຂອ້ຍ ຄົນສວ່ນຫລາຍ ກໍ່ບໍ່ແມ່ນຄົນຮັ່ງຄົນມີ ແຕ່ພັດຢາກໄດ້ທາງຊີມັງນຳເພິ່ນຄືກັນ
ບອ່ນອ້າງອີງ : http://www.vientianemai.net/teen/khao/1/9162
ອີງຕາມປະສົບການຂອງຫລາຍໂຄງການທີ່ເຄີຍປະຕິບັດມາ ລາຄາທີ່ທ່ານກ່າວ
ນີ້ຈະແພງ ຖ້າທຽບໃສ່ລາຄາແບບສົມເຫດສົມຜົນ ສຳລັບທີ່ຕັ້ງຢູ່ໃນເຂດນະຄອນ
ຫລວງ ວຽງຈັນ. ລາຄາ US$1.5M/km ຖ້າເວົ້າຕາມລາຄາທີ່ສົມເຫດສົມຜົນຄືດັ່ງກ່າວ
ນັ້ນແລ້ວ ຈະໄດ້ທາງປູເບຕົງ ໜາ 25cm ໜ້າທາງກວ້າງ 12m ມີລະບົບລະບາຍນ້ຳ
ມີທາງຍ່າງ ມີໄຟແສງສະຫວ່າງ.
ອັນນີ້ເປັນຄຳເຫັນຕາມທີ່ຂ້ອຍຮູ້ຈາກໂຄງການທີ່ປະຕິບັດສຳເລັດມາແລ້ວ ດັ່ງນັ້ນ
ຄວນ ຫລື ບໍ່ຄວນແນວໃດກໍ່ໃຫ້ທ່ານພິຈາລະນາເອງເນາະ
ອ່ານພໍ້ຢູ່ ຫນັງສື ພິມ ມື້ນີ້ ສຳຫລັບເສັ້ນທາງ ດອນນົກຂຸ້ມເຊື່ອມຕໍ່ຈອມເພັດ:
ການກໍ່ສ້າງເສັ້ນທາງສວນມອນ-ດອນນົກຂຸ້ມ-ດົງສະຫວາດ-ສ້າງເຫວີຍ-ຈອມເພັດ ທີ່ມີຄວາມຍາວ 8 ກິໂລແມັດ, ກວ້າງ 11 ແມັດ
ປະຈຸບັນກຳລັງເລ່ງຫລາຍຫນ້າວຽກເພື່ອໃຫ້ທັນກັບແຜນການໃນສັນຍາທີ່ໃຫ້ໄວ້ກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ທີ່ເປັນເຈົ້າຂອງໂຄງການ
ໂດຍການກໍ່ສ້າງທັງຫມົດມີມູນຄ່າ 18 ລ້ານໂດລາສະຫະລັດ ເຊິ່ງບໍລິສັດເປັນຜູ້ຈົກທຶນກ່ອນຫລັງຈາກນັ້ນນະຄອນຫລວງວຽງຈັນຈະຊຳລະຄືນພາຍໃນ 5 ປີ.
ສະເລັ່ຍ ຫລັກລະ 2,25 ລ້ານ ຕໍ່ ກລມ ຫລື 205 $/m2
ກໍພໍຟັງ ສຳຫລັບທາງ ສ້າງໃຫມ່
http://www.ecom.org.la/teen/khao/1/14343
ສວ່ນນີ້ແມ່ນ ອີກລາຍງານໃຫມ່ ຈາກວຽງຈັນໃຫມ່ ສຳຫລັບເສັ້ນທາງ ADB11 ປາກລາຍ ໄຊຍະບູຣີ
1. International bidding
ໄລຍະທີ 1 ແຕ່ເມືອງຊຽງເງິນ-ທ່າເດື່ອມີຄວາມຍາວ 61,75 ກິໂລແມັດ ແລະ ຂົວຂ້າມນ້ຳຂອງແຕ່ທ່າເດື່ອ-ປາກຄອນ, ມູນຄ່າ 18,68 ລ້ານໂດລາສະຫະລັດ, ເຊິ່ງມາຮອດປະຈຸບັນປະຕິບັດສຳເລັດ 67,61%, (300 000 $/km incl bridge)
ໄລຍະທີ 2, ແຕ່ທ່າເດື່ອ-ນ້ຳປຸຍ, ຍາວປະມານ 79,05 ກິໂລແມັດ, ມູນຄ່າການກໍ່ສ້າງ 20 ກວ່າລ້ານໂລດາ, ປະຕິບັດໄດ້ແລ້ວ 86,5%, (250 000$/km)
ໄລຍະທີ 3, ແຕ່ບ້ານນ້ຳປຸຍ-ປາກລາຍ, ຍາວ 100 ກິໂລແມັດ, ສະເລ່ຍມູນຄ່າ 19,92 ລ້ານໂດລາ, ປະຈຸບັນປະຕິບັດໄດ້ສຳເລັດ 98,6%, ( 200 000$/km)
ສຳລັບໄລ ຍະທີ 4, ແຕ່ປາກລາຍ-ຫ້ວຍເປັດ, ລວງຍາວ 46 ກິໂລແມັດ, ລວມມູນຄ່າ 13,13 ລ້ານໂດລາ, ປະຕິບັດໄດ້ສຳເລັດແລ້ວ 100% (285 000$/km)
ແລະ ໄລຍະສຸດທ້າຍແຕ່ຫ້ວຍເປັດ-ນາຂ່າ, ຍາວປະມານ 80,76 ກິໂລແມັດ, ມູນຄ່າ 21,19 ລ້ານໂດລາ, ປະຕິບັດສຳເລັດແລ້ວ 97,1%. (262 000$/km)
2. Local bid?
ນອກຈາກນັ້ນ, ຍັງມີໂຄງການປູຢາງເສັ້ນທາງໄຊຍະບູລີ-ເມືອງໄຊສະຖານ, ຍາວປະມານ 65 ກິໂລແມັດ, ເປັນມູນຄ່າ 139,86 ຕື້ກີບ, ມາ ຮອດປະຈຸບັນ ສາມາດປະຕິບັດໄດ້ແລ້ວ 41,84%, (270 000$/km)
ໂຄງການປູຢາງເສັ້ນທາງເມືອງເງິນ-ຊຽງຮ່ອນ, ລວງຍາວ 45 ກິໂລແມັດ, ລວມມູນຄ່າແລ້ວ 158,83 ຕື້ກີບ, ສຳເລັດແລ້ວ 42,6% (440 000$/km) ??
ແລະ ໂຄງການປູຢາງເສັ້ນທາງປາກລາຍ-ເມືອງທົ່ງມີໄຊ, ຄວາມຍາວປະມານ 68,61 ກິໂລແມັດ, ມູນຄ່າປະມານ 249,17 ຕື້ກີບ, ປະຕິບັດໄດ້ 11,38%. ( 453 000$/km) ??
ພ້ອມນັ້ນຍັງສຳເລັດໂຄງການກໍ່ສ້າງເສັ້ນທາງຊົນນະບົດຈຳນວນ 3 ເສັ້ນ (ຍົກລະດັບທາງໄຊຍະບູລີ-ຄອນປຽດ, ຍົກລະດັບທາງພູກົງ-ສະປິແລະຍົກລະດັບທາງດ່ານໃຫມ່ເມືອງຊຽງຮ່ອນ-ປາກຄອບ), ທີ່ສາມາດຂົນສົ່ງສິນຄ້າໄດ້ທັງຫມົດ 128,34 ພັນໂຕນ, ແລະ ຍັງມີໂຄງການຂະຫຍາຍໂຄ່ງລ່າງນ້ຳປະປາເຮັດໃຫ້ປະຊາຊົນໄດ້ນຳໃຊ້ນ້ຳສະດວກສະບາຍຂຶ້ນຕື່ມ.
http://www.ecom.org.la/teen/khao/2/14272
ຂ້ອຍເປັນວິຊາການຄິດໄລ່ອອກແບບເລື່ອງຂົວທາງ ແລະກໍສ້າງ ຂໍເລົ່າປະສົບການສູ່ຟັງ
ບັນດາບໍລິສັດທີ່ຮັບເໝົາກໍ່ສ້າງແມ່ນບໍລິສັດທີ່ມີສ່ວນຮ່ວມກັບຜູ້ມີອຳນາດ ໂຄງການນ້ອຍໆມີມູນຄ່າແປດຮ້ອຍລ້ານ ແຕ່ຕ້ອງໄລ່ຂື້ນໃຫ້ເປັນສາມສີ່ຕື້ ແລ້ວແບ່ງຜົນຕາມຄວາມເມາະສົມຂອງແຕ່ລະພາກສ່ວນທີ່ມີສ່ວນກ່ຍວຂ້ອງນຳກັນ
ແຕ່ກໍບໍ່ປະມາດດອກໄດ້ຂີ່ວີໂກນຳ!
Anonymous wrote:ຂ້ອຍເປັນວິຊາການຄິດໄລ່ອອກແບບເລື່ອງຂົວທາງ ແລະກໍສ້າງ ຂໍເລົ່າປະສົບການສູ່ຟັງບັນດາບໍລິສັດທີ່ຮັບເໝົາກໍ່ສ້າງແມ່ນບໍລິສັດທີ່ມີສ່ວນຮ່ວມກັບຜູ້ມີອຳນາດ ໂຄງການນ້ອຍໆມີມູນຄ່າແປດຮ້ອຍລ້ານ ແຕ່ຕ້ອງໄລ່ຂື້ນໃຫ້ເປັນສາມສີ່ຕື້ ແລ້ວແບ່ງຜົນຕາມຄວາມເມາະສົມຂອງແຕ່ລະພາກສ່ວນທີ່ມີສ່ວນກ່ຍວຂ້ອງນຳກັນແຕ່ກໍບໍ່ປະມາດດອກໄດ້ຂີ່ວີໂກນຳ!
ແຕ່ເປັນຫຍັງແບບນີ້
ວິຊາການຄິດໄລ່ລະອຽດໃຫ້ເບິ່ງພໍປະມານໄດ້ບໍ່
ຕົວຢ່າງ ທາງຊີມັງ ກວ້າງ 6 ແມດ ຫນາ 20 ຊມ
ເປັນເສັ້ນທາງ ດິນແດງທີ່ມີແລວ້
ລາຄາປັບຫນ້າດິນ ຂູດຮອ່ງ ເບຕົງ ເຫລັກ ແຮງງານ ພາສີອາກອນ
ໄລ່ແພງສຸດ ໆ ໃຫ້ແດ່ !