ທະນາຄານແຫ່ງສປປ.ລາວໄດ້ສະເໜີລາຍງານປະຈໍາປີ 2012 ນີ້ ວ່າສະພາວະໜີ້ສິນ
ຕ່າງປະເທດຂອງລັດຖະບານລາວ ໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 6 ປີມານີ້ ກໍຄື
ນັບແຕ່ປີ 2006 ເປັນຕົ້ນມາ ທັງນີ້ກໍເນື່ອງຈາກວ່າ ລັດຖະບານລາວໄດ້ກູ້ຢືມເງິນທຶນ
ຈາກຕ່າງປະເທດເພີ່ມຂຶ້ນທຸກປີ ໂດຍສະເພາະແມ່ນໃນປີ 2007 ນັ້ນ ລັດຖະບານລາວ
ໄດ້ກູ້ຢືມເງິນທຶນຈາກຕ່າງປະເທດເພີ່ມຂຶ້ນເຖິງ 15.46% ເມື່ອສົມທຽບໃສ່ປີ 2006
ແລະເຮັດໃຫ້ໜີ້ສິນຕ່າງປະເທດຂອງລັດຖະບານລາວມີມູນຄ່າສະສົມເກີນກວ່າ 2,900
ລ້ານໂດລາ ໃນປີ 2011 ທີ່ຜ່ານມາ.
ຍິ່ງໄປກວ່ານັ້ນ ເມື່ອປະກອບກັບໃນໄລຍະຂອງແຜນການປະຈໍາປີ 2011-2012 ທີ່
ກໍາລັງຈະສິ້ນສຸດລົງໃນທ້ານເດືອນກັນຍານີ້ ກໍຄາດໝາຍວ່າລັດຖະບານລາວຈະໄດ້ຮັບ
ການຊ່ວຍເຫຼືອຈາກຕ່າງປະເທດ ຄິດເປັນມູນຄ່າລວມເກີນກວ່າ 630 ລ້ານໂດລາ ຊຶ່ງ
ໃນນີ້ກໍເປັນການຊ່ວຍເຫຼືອລ້າໃນມູນຄ່າ 529 ລ້ານໂດລາ ແລະກູ້ຢືມອີກຫຼາຍກວ່າ 100
ລ້ານໂດລານັ້ນ ຍ່ອມຈະເຮັດໃຫ້ໜີ້ສິນຕ່າງປະເທດຂອງລັດຖະບານລາວມີມູນຄ່າລວມ
ເກີນກວ່າ 3,000 ລ້ານໂດລາຢ່າງແນ່ນອນ.
![](http://media.voanews.com/images/300*171/l-wb-grants-poverty-reduction.jpg)
songrit Pongern
ທ.ນ. ວຽງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ຕາງໜ້າ ລັດຖະບານລາວ ແລະ ທ.ນ. Annette Dixon ຜູ້ຕາງໜ້າທະນາຄານ ໂລກ ປະຈໍາລາວ ເຊັນສັນຍາກູ້ຢືມເງິນ ໂຄງການຫລຸດຜ່ອນຄວາມທຸກຈົນ ຊຶ່ງຈັດຂຶ້ນໃນປີ 2011.
ແຕ່ຢ່າງໃດກໍຕາມ ລາຍງານດັ່ງ
ກ່າວຂອງທະນາຄານແຫ່ງຊາດ
ລາວກໍໄດ້ລະບຸວ່າໜີ້ສິນຕ່າງ
ປະເທດຂອງລັດຖະບານລາວ
ຄິດເປັນສັດສ່ວນທີ່ຫລຸດຕໍ່າລົງ
ເມື່ອທຽບໃສ່ຍອດຜະລິດຕະພັນ
ລວມພາຍໃນ (GDP) ທີ່ເພີ່ມ
ຂຶ້ນທຸກປີ ໂດຍຈະເຫັນໄດ້ຈາກ
ສະພາວະໜີ້ສິນຕ່າງປະເທດ
ຂອງລັດຖະບານລາວໃນປີ
2006 ທີ່ຄິດເປັນສັດສ່ວນທີ່ສູງ
ເຖິງ 71.21% ຂອງ GDP ນັ້ນ
ໄດ້ລົດລົງມາເປັນ 38.52% ຂອງ GDP ໃນປີ 2011.
ທາງດ້ານສະພາແຫ່ງຊາດລາວ ກໍລາຍງານວ່າໃນແຜນການປີ 2012-2013 ທີ່ຈະລົງມືປະຕິ
ບັດໃນເດືອນຕຸລາປີນີ້ ສະພາແຫ່ງຊາດລາວກໍໄດ້ກໍານົດໃຫ້ລັດຖະບານລາວຈະຕ້ອງຄວບຄຸມ
ລາຍຈ່າຍຢ່າງເຄັ່ງຄັດອີກດ້ວຍ ຊື່ງກໍຈະເຮັດໃຫ້ລັດຖະບານສາມາດທີ່ຈະກູ້ຢືມເງິນຈາກຕ່າງ
ປະເທດໄດ້ໃນມູນຄ່າລວມບໍ່ເກີນ 218 ລ້ານໂດລາ. ແລະໃນຂະນະດຽວກັນ ກໍຈະຕ້ອງຈັດ
ເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍທີ່ ວາງໄວ້ຢ່າງແທ້ຈິງອີກດ້ວຍ.
ທັງນີ້ ກໍເພື່ອຈະເຮັດໃຫ້ສາມາດຈໍາກັດການຂາດດຸນງົບປະມານໃຫ້ຢູ່ໃນມູນຄ່າ 3,842 ຕື້ກີບ
ຫຼືປະມານ 480 ລ້ານໂດລາ ຊຶ່ງຄິດເປັນສັດສ່ວນບໍ່ເກີນ 4.76% ຂອງຍອດຜະລິດຕະພັນ
ພາຍໃນ (GDP) ຕະຫຼອດແຜນການປີ 2012-2013 ທີ່ຈະເລີ່ມລົງມືປະຕິບັດຈັດຕັ້ງນັບຈາກ
ວັນທີ່ 1 ຕຸລາ 2012 ເຖິງວັນທີ່ 30 ກັນ ຍາ 2013 ຕໍ່ໄປ ດັ່ງທີ່ທ່ານ ອຸ່ນແກ້ວ ວຸດທິລາດ
ຫົວໜ້າຫ້ອງວ່າການສະພາ ແຫ່ງຊາດລາວ ຖະແຫຼງຢືນຢັນວ່າ:
![](http://media.voanews.com/images/300*200/l-adb-loans-agriculture-.jpg)
songrit Pongern
ທ່ານສົມດີ ດວງດີ ອະດີດລັດຖະມົນຕີ ກະຊວງການເງິນ ຈັບມືກັບທ່ານ Hrohiko Kuroda ປະທານທະນາຄານ ພັດທະນາເອເຊຍ ພາຍຫລັງ ການເຊັນສັນຍາກູ້ຢືມເງິນ ໃນປີ 2011.
“ກອງປະຊຸມເປັນເອກກະພາບ
ຕໍ່ການວາງຄາດໝາຍສູ້ຊົນທີ່ລັດ
ຖະບານວາງອອກ ເຫັນວ່າມີລັກ
ສະນະທີ່ຕັ້ງໜ້າຫຼາຍ ແລະລັດ
ຖະບານກໍໄດ້ເພີ່ມລາຍຮັບພາຍ
ໃນ ຈາກການສະເໜີເບື້ອງຕົ້ນ
17.19% ມາເປັນ 18.50%
ຂອງຈີດີພີ ຕາມການສະເໜີຂອງ
ສະພາແຫ່ງຊາດ ຊຶ່ງໃນນັ້ນເປັນ
ລາຍຮັບພາຍໃນ 14,933 ຕື້ກີບ
ເທົ່າກັບ 18.5% ຂອງຈີດີພີ.”
ແຕ່ຢ່າງໃດກໍຕາມ ເຖິງແມ່ນວ່າການຊ່ວຍເຫຼືອຈາກຕ່າງປະເທດຈະເພີ່ມຂຶ້ນທຸກປີ ກໍຕາມ
ຫາກແຕ່ກໍຍັງບໍ່ພຽງພໍກັບຄວາມຕ້ອງການທີ່ເປັນຈິງຂອງລັດຖະບານລາວ ໂດຍສະເພາະ
ແມ່ນການທີ່ຈະເຮັດໃຫ້ເສດຖະກິດຂອງລາວຂະຫຍາຍຕົວໃນອັດຕາສະເລ່ຍບໍ່ຫລຸດ 8.5%
ໃນແຜນການປີ 2012-2013 ກໍຈໍາເປັນທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດບໍ່
ໜ້ອຍກວ່າ 4,610 ຕື້ກີບ ຫຼືປະມານ 576 ລ້ານໂດລາ ຫຼືເພີ່ມຂຶ້ນ 8.8% ເມື່ອທຽບໃສ່ແຜນ
ການປີ 2011-2012 ສ່ວນທີ່ເຫຼືອນັ້ນກໍຕ້ອງກູ້ຢືມຈາກຕ່າງປະເທດເປັນຫຼັກນັ້ນເອງ.