Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວາງສີລາລືກໂຄງການກໍ່ສ້າງສະໜາມບິນ ແຂວງອັດຕະປື
Anonymous

Date:
ວາງສີລາລືກໂຄງການກໍ່ສ້າງສະໜາມບິນ ແຂວງອັດຕະປື


DSC_0758.gif

ພິທີວາງສີລາລືກໂຄງການກໍ່ສ້າງສະຫນາມບິນແຂວງອັດຕະປືໄດ້ຈັດຂຶ້ນ ໃນວັນທີ 11 ກຸມພາ 2012 ນີ້ ໂດຍມີສະຫາຍ 
ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ເຈືອງ ເຕິນຊາງ ປະທານປະເທດແຫ່ງ ສສ ຫວຽດນາມ, ພ້ອມ
ດ້ວຍຮອງນາຍົກລັດຖະມົນຕີ
, ລັດຖະມົນຕີວ່າການກະຊວງທີ່ກ່ຽວຂ້ອງຂອງລາວ ແລະ ຫວຽດນາມ, ເຂົ້າຮ່ວມ. ສະຫນາມບິນແຂວງ
ອັດຕະປືຕັ້ງຢູ່ບ້ານຫາດຊັນເມືອງໄຊເສດຖາ
 ແຂວງອັດຕະປືຫ່າງຈາກເທສະບານແຂວງ 26 ກິໂລແມັດ. ໂຄງການມີມູນຄ່າ ລົງທຶນ
ທັງຫມົດຄາດຄະເນ
 40 ລ້ານໂດລາສະຫະລັດຫລືປະມານ 32 ຕື້ກີບ ໂດຍແມ່ນກຸ່ມບໍລິສັດຮວ່າງແອັງຢາລາຍໃຫ້ການອຸປະຖຳ ໂດຍ
ບໍ່ມີດອກເບັ້ຍໂຄງການດັ່ງກ່າວຄາດຄະເນວ່າຈະກໍ່ສ້າງສຳເລັດໃນເດືອນ
6/2013 ແລະ ເປີດໃຊ້ຢ່າງເປັນທາງການທ່ານ ດວນຫງວຽນ
ດຶກ
 ປະທານສະພາບໍລິຫານກຸ່ມບໍລິສັດຮວ່າງແອັງຢາລາຍ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະຫນາມບິນສາກົນອັດຕະປື ມີເນື້ອ
ທີ່ທັງຫມົດ
 235,75 ເຮັກຕາ, ໃນນັ້ນເນື້ອທີ່ເຂດດິນໃຫ້ກັບການບິນແມ່ນ 250,50 ເຮັກຕາ, ເຂດດິນຮັບໃຊ້ດ້ານເຕັກນິກແມ່ນ 35,25 
ເຮັກຕາ.



__________________
Anonymous

Date:
RE: ວາງສີລາລືກໂຄງການກໍ່ສ້າງສະໜາມບິນ ແຂວງອັດຕະປື


ຂໍສະແດງຄວາມຍິນດີນໍາປະຊາຊົນໃນແຂວງອັດຕະປືແລະແຂວງ
ອ້ອມຂ້າງທຸກຄົນທີ່ຈະໄດ້ມີໂອກາດໄດ້ຮັບຄວາມສະດວກໃນການ
ເດີນທາງໄປທ່ອງທ່ຽວ ໄປຢ້ຽມຢາມພີ່ນ້ອງຢູ່ຕ່າງປະເທດ ແລະດີ
ໃຈນໍາຜູ່ທີ່ມີທຸລະກິດຕ່າງໆທີ່ມີສ່ວນກ່ຽວຂ້ອງກັບອຸດສະຫະກໍາການ
ທ່ອງທ່ຽວທີ່ຈະມີລາຍໄດ້ເຂົ້າຖົງຕື່ມອີກຫຼາຍລ້ານຫຼາຍໂກດ.
ໃນຂ່າວ ເພິ່ນກໍ່ບໍ່ໄດ້ບອກລະອຽດວ່າລັດຖະບານລາວຈະໃຊ້ໜີ້ວຽດ
ນາມໃນໄລຍະຍາວຈັກປີແລະໃຊ້ແບບໃດ໋? ຂອບໃຈ

__________________
Anonymous

Date:

ຢາກສ້າງເປັນ 100 ບ່ອນກະສ້າງ ແຕ່ຂໍຢ່າງດຽວ ປີ້ຢົນໃຫ້ມັນຖືກໆ ແດ່ກະພໍ



__________________
Anonymous

Date:

Anonymous wrote:

ຢາກສ້າງເປັນ 100 ບ່ອນກະສ້າງ ແຕ່ຂໍຢ່າງດຽວ ປີ້ຢົນໃຫ້ມັນຖືກໆ ແດ່ກະພໍ


 ຖ້າເພິ່ນເປີດກອງປະຊຸມສະພາແລະອະນຸຍາດໃຫ້ປະກອບຄໍາເຫັນໃນລາຄາປີ້ຍົນ ຂ້ອຍຈະສະເໜີໃຫ້ເພິ່ນຂາຍ

ຕາມນໍ້າໜັກຂອງຜູ່ໂດຍສານ. ຜ່ານມາ ຂ້ອຍສັງເກດເຫັນວ່າຜູ່ຕຸ້ຍກັບຜູ່ຈ່ອຍກໍ່ຈ່າຍລາຄາດຽວກັນ, ນີ້ບໍ່ຍຸຕິ

ທໍາປານໃດ ເພາະຍົນຕ້ອງຈູດນໍ້າມັນຫຼາຍຖ້ານໍ້າໜັກຫຼາຍ. ສັງເກດເບິ່ງລົດກໍ່ແລ້ວກັນ, ຖ້າຊ້ອນຄົນຕຸ້ຍດຸໆ

ນໍ້າມັນລົດຈະໝົດໄວຜິດປົກກະຕິ. ເຈົ້າຄິດວ່າແນວໃດ໋?



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard