ຊາວລາວ ໃນປະເທດ ສ່ວນໃຫ່ຽ ນອກຈາກ ບໍ່ມີສິດ ໃນການ ສົນທະນາ ຫລືວິຈານ ເຣື້ອງການເມືອງ ແລ້ວຍັງບໍ່ກ້າ ອອກຄວາມຄິດເຫັນ ສ່ວນໂຕ ໃນເຣື່ອງ ການເມືອງ ຫລື ບັນຫາ ຂັດແຍ້ງຕ່າງໆ ໃນສັງຄົມ ຢ່າງ ເປີດເຜີຽ ເພາະຢ້ານວ່າ ຈະມີ ຜົນຮ້າຍ ຕໍ່ຕົນເອງ ຕາມທີ່ ຊາວລາວ ໃນແຂວງ ອຸດົມໄຊ ໄດ້ເວົ້າເປັນ ສໍານຽງໄທ ວ່າ:
"ອັນນີ້ມັນຍາກ ມັນເປັນສ່ວນໂຕ ມັນຕ້ອງຜ່ານ ຣັຖບານ ຖ້າເຮົາໃຫ້ ສັມພາດໄປ ໂລໆເລໆ ຈັກໜ້ອຍ ມັນບໍ່ດີ ໃຫ້ເຮົາເອງ".
ລາວບອກອີກວ່າ ປະເທດລາວ ປົກຄອງ ດ້ວຍພັກ ການເມືອງດຽວ ການສະແດງ ຄວາມຄິດເຫັນ ສ່ວນໂຕ ທີ່ບໍ່ກົງກັບ ແນວທາງຂອງ ຣັຖບານ ກໍຖືກຖືວ່າ ບໍ່ເຊື່ອໝັ້ນ ນໍາການນໍາພາ ຂອງຣັຖບານ. ຖ້າຫາກວ່າ ສົນທະນາ ເຣື້ອງການເມືອງ ຫລື ການຂັດແຍ້ງ ໃນສັງຄົມ ລະຫ່ວາງຣັຖ ກັບ ປະຊາຊົນ ແບບເປີດແປນ ແລ້ວມັນ ກໍຈະບໍ່ມີ ຄວາມປອດພັຍ ຕໍ່ຕົນເອງ.
ຊາວລາວ ອີກຄົນນື່ງ ທີ່ຕ້ອງການ ອອກຄວາມເຫັນ ສ່ວນໂຕວ່າ ບໍ່ມີໃຜມີສິດ ຈະຂັດແຍ້ງ ກັບ ຣັຖບານ:
"ບໍ່ມີຄວາມ ຂັດແຍ້ງ ບໍ່ກ້າສີ່ອອກ ເພາະມັນ ບໍ່ມີເຣື້ອງຫຍັງ ຜິດຂ້ອງ ຕ້ອງຖຽງ ກັບ ປະເທດຊາດ ເຮົາກໍບໍ່ອອກ ຄວາມເຫັນໄດ້ ບໍ່ມີສິດ ຂັດແຍ້ງກັນ ໃນ ປະເທດລາວ ຢູ່ໃນຄວາມສງົບ ແລະ ບໍ່ໃຫ້ມີ ເຣື້ອງຫຍັງ ກະທົບ ກະເທືອນ".
ປະຊາຊົນ ລາວ ຫລາຍຄົນ ກໍເວົ້າ ສຽງດຽວກັນວ່າ ຖ້າເຂົາອອກ ຄວາມເຫັນ ທີ່ຂັດກັບ ຣັຖບານ ເຂົາຢ້ານ ບໍ່ມີຄວາມ ປອດພັຍ.
ແຕ່ລະມ ໂຕຄືຊິບມີວຽກຫຍັງເນາະ !?!?! ຄືຊິນອນບີບກະມັບຊອກຫາຫົວເລອງເພື່ອໂຈມຕີໃສ່ຮ້າຍປ້າຍສີບ້ານພບ້ານແມ່ໂຕເອງແນວນລະເນາະ ! ພໍໄດ້ເງິນຈາກ CIA ເພື່ອປະທັງຊີວິດໂຕເອງໄປແຕ່ລະຄາບ ! ສົມເພດເດ່ ໝາເຫົ່າຍົນອີກແລ້ວພີ່ນ້ອງເອີຍ !
biggrin ຂ້ອຍກະຍັງບໍ່ກ້າ ຂະນາດວ່າໃນອິນເຕີເນັດຊື່ໆຂ້ອຍກະຍັງບໍ່ກ້າວິຈານ ຢ້ານເພິ່ນສັ່ງຍ້າຍໄປຢູ່ຫ້ອງການທີ່ສອກຫຼີກຫ່າງໄກ.
------------------------------------------------
ທີ່ເຂົາເວົ້າຫັນ ມັນເປັນຄວາມຈິງບໍ່ລະທ່ານວ່າ ສໍາລັບຂ້ອຍແລ້ວສິ່ງເຫຼົ່ານີ້ເກີດຂຶ້ນແທ້ໃນບ້ານເມືອງ
ຄົນລາວນິໃສຍັງບໍ່ມັກທີ່ຈະຮັບຟັງການຕິ ການເຕືອນ ມັກຕັ້ງແຕ່ຍ້ອງ ຖ້າຜູ້ໃດສະແດງຄວາມຄິດເຫັນທີ່ແຕກຕ່າງໄປຈາກຄວາມຄິດຕົນເອງຈະຖືກຖືເອົາວ່າເປັນປໍລະປັກຫຼືເປັນສັດຕູ ສະນັ້ນສັງຄົມລາວຄືຕ້ອງການໃຫ້ມີແນວຄິດດຽວ ດ້ວຍເຫດນີ້ຄວາມຄິດສ້າງສັນຈຶ່ງບໍ່ເກີດ ບໍ່ມີຄວາມຫຼາກຫຼາຍທາງຄວາມຄິດແລະການປະດິດສ້າງ. ເລື່ອງການເມືອງກໍ່ເປັນພຽງສິ່ງປະດິດທາງສັງຄົມຊະນິດໜຶ່ງມັນບໍ່ໄດ້ເປັນສິ່ງທີ່ເກີດມາຕາມທໍາມະຊາດ. ປະຈຸບັນນັກປາດທີ່ມີໃຈເປັນ "ມະນຸດ" ທັ້ງຫຼາຍພະຍາຍາມຄິດຫາລະບົບການປົກຄອງໃນຮູບແບບໃດທີ່ຈະສ້າງຄວາມເປັນທໍາໃຫ້ເກີດຂື້ນໃນສັງຄົມ ມະນຸດໄດ້. ລະບົບການເມືອງແບບປະຊາທິປະໄຕບໍ່ໄດ້ແມ່ນຄໍາຕອບເດີ ມັນມີຫຼາກຫຼາຍກວ່າຫັນ ແຕ່ເຖິງຢ່າງໃດກໍ່ຕາມ ລະບົບການເມືອງແບບປະຊາທິປະໄຕກະຍັງດີກວ່າແບບຜະເດັດການຫຼືແບບການທະຫານແລະສັກດິນາ ແຕ່ປະຊາທິປະໄຕແບບສັງຄົມໄທ ກໍ່ບໍ່ເປັນສິ່ງທີ່ຄວນເອົາແບບຢ່າງ.
ການຮັບຟັງຄວາມຄິດເຫັນທີ່ແຕກຕ່າງເປັນຄຸນນະທໍາຊັ້ນສູງຢ່າງໜຶ່ງຂອງມະນຸດ ເຖິງແມ່ນວ່າຜູ້ເວົ້ານັ້ນຈະເປັນເດັກນ້ອຍຫຼືຜູ້ທີ່ເຮົາຄິດວ່າບໍມີລະດັບຫຼືເວົ້າແບບບໍ່ມີຫຼັກການ, ຫຼັກຖານກໍ່ຕາມ ເພາະການຮັບຟັງທີ່ດີຈະຊ່ວຍໃຫ້ເຂົ້າໃຈຄວາມຄິດແລະປັນຫາຂອງແຕ່ລະຄົນ. ເປັນຜູ້ນໍາຕ້ອງອົດທົນກວ່າຄົນທັ້ງຫຼາຍ ແລະມີໃຈທີ່ກວ້າງກວ່າຄົນທັ້ງຫຼາຍ ຖ້າບໍ່ຊັ້ນທ່ານກະສິໃຊ້ແຕ່ການຂູ່, ຄຸກ, ລູກປືນ ເປັນເຄື່ອງມືໃນການປົກຄອງ. ກົດໝາຍທີ່ວາງໄວ້ບໍ່ມີປະໂຫຍດຫັຍງ.
ສຸດທ້າຍ, ຢ່າລືມເດີວ່າລັດຖະບານລາວມີເປົ້າໝາຍສ້າງຊາດໃຫ້ເປັນ ນິຕິລັດ ແຕ່ຂັ້ນທ້ອງຖິນຫຼືແມ້ນກະທັ້ງໃນຕົວເມືອງຍັງປົກຄອງໃນຮູບແບບປົດປ່ອຍໃໝ່ໆຢູ່