Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜມີປັນຫາເລື່ອງນໍ້າປະປາບໍ່ໄຫຼແດ່ (ຢູ່ນະຄອນຫຼວງວຽງຈັນ)
Anonymous

Date:
ໃຜມີປັນຫາເລື່ອງນໍ້າປະປາບໍ່ໄຫຼແດ່ (ຢູ່ນະຄອນຫຼວງວຽງຈັນ)


ເຮືອນຂ້ອຍຢູ່ໄກ້ອ່າງນໍາໂພນທັນ ແຕ່ ແຕ່ລະມື້ມີປັນຫານໍາປະປາບໍ່ໄຫຼ ໄຫຼແຕ່ຕອນກາງຄືນ ຕອນເດິກໆ

ບໍ່ຮູ້ວ່າເຮືອນອື່ນກະມີປັນຫານີ້ຄືກັນຢູ່ບໍ່? 



__________________
Anonymous

Date:
RE: ໃຜມີປັນຫາເລື່ອງນໍ້າປະປາບໍ່ໄຫຼແດ່ (ຢູ່ນະຄອນຫຼວງວຽງຈັນ)


ຢູ່ບ້ານໂພນຕ້ອງ ຮ່ອມ 15 ນໍ້າປະປາກາບໍ່ໄຫຼຄືກັນເຄີຍໂທໄປຫາພວກເພີ່ນແລ້ວວ່າສິເບີ່ງໄຫ້ແຕ່ສຸດທ້າຍ

ກາບໍ່ໄຫລຄືກ່າວ ບໍ່ຮູ້ວ່າເປັນຍ້ອນສາເຫດໄດ



__________________
Anonymous

Date:

ພະນັກງານພັກລັດ ເພີ່ນບອກຂ້ອຍວ່າ ຢາກໃຫ້ນ້ຳໄຫລດີຕ້ອງເພີ້ມເງີນອີກ



__________________
Anonymous

Date:

ລະບົບສາທາລະນຸປະໂພກ ໂດຍສະເພາະນ້ຳປະປາມີປັນຫາຫຼາຍ ຕົວເມືອງຂະຫຍາຍ ການກໍ່ສ້າງຫຼາຍ ການໃຊ້ນ້ຳຫຼາຍຂຶ້ນທຸກມື້ແຕ່ການຂະຫຍາຍແລະກະຈ່າຍລະບົບນໍ້າຍັງຄືເກົ່າ ນີ້ເປັນບັນຫາໃຫຍ່ຂອງເຈົ້າຄອງນະຄອນຫຼວງວຽງຈັນຕ້ອງໄດ້ເບິ່ງໃຫ້ທີ່ຖ້ວນ ຖ້າບໍ່ຊັ້ນກະບໍ່ຕ້ອງມາເປັນຜູ້ບໍລີຫານຕົວເມືອງ ຄວນໄປເຮັດວຽກແນວອື່ນທີ່ຕົນເອງຖະນັດກ່ວາຊະ. ເຫັນໂຄງການ ການລົງທຶ້ນບັກຫຼາຍໆ ແຕ່ນໍ້າປະປາບໍ່ເຄີຍໄດ້ຍິນ ຄອງແຕ່ການຊ່ວຍເຫຼືອລ້າຂອງຍີ່ປຸ່ນ ຄວນຄິດໃໝ່ຊະແລະປັບປຸງໃຫ້ດີຂຶ້ນເພາະນໍ້າຄືຊີວິດ ຖ້າບໍ່ປັບປຸງການກະຈ່າຍນໍ້າແລະການຂະຫຍາຍການລົງທຶນເພີ່ມລະບົບນໍ້າໃນຕົວເມືອງຈະເປັນບັນຫາໃຫຍ່ຢ່າງແນ່ນອນ 

ນໍ້າບໍ່ໄຫຼມີແຕ່ໄຟສະຫວ່າງ ຜູ້ບໍລິຫານນະຄອນຫຼວງເບິ່ງແດ່ເດີທ່ານ ຢ່າຊຼຄອງຄອຍແຕ່ການຊ່ວຍເຫຼືອຂອງຜູ້ອື່ນຫຼາຍ ຫົວມີຄິດໄດ້ຄວນໃຊ້ໃຫ້ເປັນປະໂຫຍດຖ້າບໍ່ຊັ້ນມັນສິເຂົ້າຂີ້ໝ່ຽງ



__________________


Veteran Member

Status: Offline
Posts: 25
Date:

ຢູ່ບ້ານຂ້ອຍ(ໂພນຕ້ອງ) ຕອນເຊົ້າຕ້ອງລຸກມາແຕ່ 6ໂມງເພື່ອອາບນ້ຳ ຖ້າຮອດ 6:30 ແລ້ວນ້ຳບໍ່ມາເລີຍ ຈົນຮອດເດິກ 9ໂມງກາງຄືນຈຶ່ງມາ ທັງໆຢູ່ໃກ້ໆອ່າງນ້ຳປະປາ ບໍ່ຮູ້ວ່າເປັນຫຍັງ? ເປັນຈັ່ງຊີ້ມາຮອດ 4ເດືອນແລ້ວ

__________________
b
Anonymous

Date:

ສົງໃສເຂົາປ່ອຍໃຫ້ແຕ່ພວກໂຮງແຮມໃຫ້ພວກໝ່ອຍແດງອາບແລະສະຖານທີ່ສໍາຄັນເທົ່ານັ້ນສ່ວນປະຊາຊົນເຮັດໃຫ້ມັນອົດຢາກ ທຸກຍາກ. ເຮົາຕ້ອງຄິດຫາທາງອອກໂດຍບໍ່ເພິງພາການບໍ່ລິການຂອງລັດຈຶ່ງເປັນອິດສະຫຼະ ສ້າງນໍາສ້າງເອງ ຫຼືບໍ່ກະນໍາບາດານ. ສ້າງໂຮງຮຽນສອນລູກຫຼານໃນຊຸມຊົນເອງບໍ່ຕ້ອງເອົາມາດຕະຖານການສຶກສາຂອງລັດມາໃຊ້. ສ້າງໂຮງໝໍຂອງຊຸມຊົນເອງບໍ່ຕ້ອງໃຊບໍລິການຂອງໂຮງໝໍລັດ. ປະຫວັດສາດຊາດລາວ ຊຸມຊົນຊ່ວຍເຫຼືອຕົນເອງມາຕະຫຼອດຕົວຢ່າງສະໃໝກ່ອນ ໂຮງຮຽນ ໂຮງໝໍ ຢູ່ວັດໝົດ ວັດສ້າງໂດຍປະຊາຊົນແລະຊຸມຊົນ. ບໍເຄີຍມີດອກວັດສ້າງໂດຍລັດຖະບານ. ເຮົາຄວນຍຶດອໍານາດຄືນໂດຍເອົາຊຸມຊົນເປັນໃຈກາງແລ້ວບໍ່ຕ້ອງເພິ່ງພາອາໃສການບໍ່ລິການທີ່ຫ່ວຍໆ



__________________
Anonymous

Date:

ບໍ່ຫາເລື້ອງໃຫ້ລາວນອກ ລາວ ຝ່າຍຂວາ ອິກບໍ?
ເຂົາສ້າງໄວ້ແລ້ວ ເສຶອກ ທຳລາຍ

ຝູຍ ຝູຍ ຕາຍໄດ້ແລ້ວ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard